ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳພັກຝ່າຍຄ້ານອີຣ່ານ ກ່າວວ່າ ໄດ້ມີການກົດດັນ ໃຫ້ທ່ານຖອນ ການທ້າທາຍ ກ່ຽວກັບການເລືອກຕັ້ງ


ອີຣ່ານ: ທ່ານ MIR HOSSEIN MOUSAVI ຜູ້ນຳພັກຝ່າຍຄ້ານ ອີຣ່ານ ກ່າວວ່າ ທ່ານກຳລັງ ໄດ້ຮັບການ ກົດດັນ ໃຫ້ຖອນ ການທ້າທາຍ ກ່ຽວກັບ ການເລືອກຕັ້ງ ຂອງທ່ານ. ໃນຖແລງ ຂ່າວ ສະບັບນຶ່ງ ທີ່ພິມເຜີຍແຜ່ ໂດຍເວັບໄຊທ໌ ຂອງທ່ານໃນວັນພະຫັດມື້ນີ້ ທ່ານ MOUSAVI ທີ່ໄດ້ປລາຊັຍ ໃນການເລືອກຕັ້ງ ປະທານາທິບໍດີ ຍັງເວົ້າວ່າ ການຕິດຕໍ່ ກັບພວກ ສນັບສນຸນທ່ານ ໄດ້ຖືກຈຳກັດ ຢ່າງເຄັ່ງຄັດ. ທ່ານ MOUSAVI ທີ່ເສັຽໄຊ ໃຫ້ແກ່ ປະທານາທິບໍດີ MAHMOUD AHMADINEJAD ໄດ້ກ່າວຫາວ່າ ມີການສໍ້ໂກງ ຄະແນນສຽງ ຢ່າງໃຫຍ່ ໃນການປ່ອນບັດ ວັນທີ 12 ມິຖຸນາ ຜ່ານມາ. ແຕ່ຜູ້ນຳສູງສຸດຂອງອີຣ່ານ ແລະ ສະພາປົກຄອງ ຫລື GUARDIAN COUNCIL ເວົ້າວ່າ ຜົນການນັບ ຄະແນນສຽງ ຈະບໍ່ມີການ ຕ່າວປີ້ນ. ມີຜູ້ເສັຽຊີວິດ ຢ່າງນ້ອຍ 17 ຄົນ ແລະຖືກຈັບ ຫລາຍຮ້ອຍຄົນ ໃນການປະທ້ວງ ລຸນຫລັງ ການເລືອກຕັ້ງ. ເວັບໄຊທ໌ຂອງທ່ານ MOUSAVI ແຈ້ງວ່າ ມີສາສດາຈານ ມະຫາວິທຍາລັຍ ຢ່າງນ້ອຍ 70 ຄົນ ໄດ້ຖືກຈັບ ຫລັງຈາກ ໄດ້ພົບປະ ກັບຜູ້ທ້າທາຍ ຫົວປະຕິຮູບ ໃນມື້ວານນີ້.

ສະຫະຣັດ - ອີຣ່ານ: ຣັຖບານ ປະທານາທິ ບໍດີ BARACK OBAMA ໄດ້ຍົກເລີກການ ເຊື້ອເຊີນ ພວກນັກການທູດ ອີຣ່ານ ໄປຮ່ວມ ສເລີມສລອງ ວັນເອກກະຣາດ ຂອງສະຫະຣັດ ຢູ່ຕາມ ສະຖານທູດອະເມຣິກາໃນປະເທດຕ່າງໆ. ທ່ານ ROBERT GIBBS ໂຄສົກ ຂອງທຳນຽບຂາວ ກ່າວວ່າ ການເຊື້ອເຊີນ ພວກນັກການທູດ ອິຣ່ານ ໄປຮ່ວມສເລີມສລອງ ວັນທີ 4 ກໍຣະກົດ ໄດ້ຖືກຍົກເລີກ ກໍຍ້ອນ ການຕອບ​ໂຕ້ ຢ່າງຮຸນແຮງ ຂອງອີຣ່ານ ຕໍ່ການປະທ້ວງ ລຸນຫລັງ ການເລືອກຕັ້ງ. ໃນມື້ວານນີ້ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ມີຄຳສັ່ງ ໄປຍັງ ພວກນັກການທູດ ສະຫະຣັດ ແລະ ພະນັກງານກະຊວງ ທີ່ປະຈຳການ ຢູ່ໃນຕ່າງປະເທດ ໃຫ້ຖອນ ການເຊື້ອເຊີນ ພວກນັກການທູດ ອີຣ່ານ ກ່ອນໜ້ານີ້. ທ່ານນາງ CLINTON ກ່າວວ່າ ບໍ່ເປັນຈັ່ງໂຊກ ສະພາບການ ໄດ້ມີການປ່ຽນແປງ ແລະການມາຮ່ວມ ຂອງ ພວກນັກການທູດ ອີຣ່ານ ຈະເປັນເຣື່ອງ ທີ່ບໍ່ເໝາະສົມ ​ເມື່ອ​ພິຈາຣະນາ ໃນອັນທີ່ທ່ານນາງ ເອີ້ນວ່າ ການດຳເນີນ ມາຕການ ທີ່ບໍ່ຍຸຕິທັມ ຢູ່ໃນອີຣ່ານ.

ເກົາຫລີເໜືອ: ສື່ມວນຊົນ ຂອງທາງການເກົາ ຫລີເໜືອ ໄດ້ປະນາມ ການໃຫ້ຄຳໝັ້ນສັນຍາ ຂອງ ສະຫະຣັດ ເມື່ອໄວໆມານີ້ ທີ່ຈະໃຫ້ການ ປ້ອງກັນ ທາງດ້ານນິວເຄລັຽ ແກ່ເກົາຫລີໃຕ້ ໂດຍເວົ້າວ່າ ການເຄື່ອນໄຫວ ດັ່ງກ່າວ​ ເຮັດ​ໃຫ້ພຽງຢາງ ມີເຫດຜົນ ໜັກແໜ້ນ​ຂື້ນ ທີ່ຈະ ຕ້ອງມີອາວຸດ ປະຣະມະນູ. ລາຍງານ ຂອງໜັງສືພິມ RODONG SINMUN ສະບັບທີ່ອອກ ໃນວັນພະຫັດ ມື້ນີ້ ຍັງເຕືອນວ່າ ສຫະຣັດ ​ແລະ​ເກົາຫລີ​ໃຕ້ ກຳ​ລັງ​ສ່ຽງ​ ຕໍ່​ການກໍ່​ໃຫ້ມີ ອັນທີ່ເກົາຫລີເໜືອ ເອີ້ນວ່າ ຄວາມເປັນໄປໄດ້ ໃນການຕອບໂຕ້ ກັນດ້ວຍແປວໄຟ ນິວເຄລັຽ. ລາຍງານເວົ້າວ່າ ສົງຄາມຄັ້ງໃໝ່ ອາດຈະຣະເບີດ ຂຶ້ນໄດ້ ໃນທຸກເວລາ. ນອກນັ້ນ ລາຍງານ ຍັງເວົ້າວ່າ ພຽງຢາງ ຈະບໍ່ຍອມເດັດຂາດ ທີ່ຈະຍົກເລີກ ແຜນການຕອບໂຕ້ ດ້ວຍອາວຸດ ນິວເຄລັຽຂອງຕົນ ຕາບໃດທີ່ ສະຫະຣັດ ຍັງສືບຕໍ່ ໃນອັນທີ່ ເກົາຫລີເໜືອ ເອີ້ນວ່າ ນະໂຍບາຍ ທີ່ເປັນປໍຣະປັກ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະ ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ໄດ້ພົບປະ ສຸດຍອດກັນ ທີ່ກຸງວໍຊິງຕັນ ໃນສັບປະດາແລ້ວ.

ຈີນ: ສະຫະຣັດ ໄດ້ຕຳໜິຕິຕຽນ ການຈັບກຸມນັກ ຄັດຄ້ານຣັຖບານ LIU XIAO BO ກ່ຽວກັບ ກິຈກັມ ທີ່ແນໃສ່ ເພື່ອຫາທາງ ໂຄ່ນລົ້ມ ຣະບອບສັງຄົມນິຍົມ ໃນຈີນ. ທ່ານ RICHARD BUANGAN ໂຄສົກ ຂອງສະຖານທູດ ສະຫະຣັດ ທີ່ກຸງປັກກິ່ງ ກ່າວວ່າ ວໍຊິງຕັນ ມີຄວາມວິຕົກກັງວົນ ເປັນທີ່ສຸດ ກ່ຽວກັບ ລາຍງານ ການຈັບກຸມ ນາຍ LIU. ໂຄສົກ ຮຽກຮ້ອງໃຫ້ຈີນ ປ່ອຍນາຍ LIU ແລະ​ໃຫ້ເຄົາຣົບ ນັບຖືສິດທິ ຂອງຊາວຈີນ ຜູ້ທີ່ສະແດງອອກ​ແບບສັນຕິ ເຖິງຄວາມປາຖນາ ຂອງພວກເຂົາ ໃນການ​ຢາກ​ຊົ​ມ​ໃຊ້ ອິສຣະພາບ ທີ່ນາໆຊາດ ຮັບຮູ້ນັ້ນ. ຣັຖບານຈີນ ໄດ້ປະຕິເສດ ໃນທັນທີ ຕໍ່ການຮຽກຮ້ອງ ໃຫ້ປ່ອຍນາຍ LIU ໃນມື້ນີ້. ທ່ານ QIN GANG ໂຄສົກ ກະຊວງການ ຕ່າງປະເທດຈີນ ກ່າວວ່າ ເຣື່ອງດັ່ງກ່າວ ເປັນກິຈການ ພາຍໃນຂອງຈີນ ແລະບໍ່ແມ່ນ ທຸລະກ່ຽວຂ້ອງ ກັບປະເທດໃດ. ທ່ານ QIN GANG ເວົ້າວ່າ ຈີນຈັດການເຣື່ອງນີ້ ຢ່າງ​ຖືກຕ້ອງ ສອດຄ່ອງ ກັບກົດໝາຍ ຂອງຈີນ. ອົງການຂ່າວ ຊິນຫວາ ຂອງທາງການຈີນ ໄດ້ອ້າງຖແລງຂ່າວ ຂອງ ຕຳຣວດ ໃນມື້ວານນີ້ ທີ່ເວົ້າວ່າ ຄະນະໄອຍະການ ໄດ້ອະນຸມັດ ໃຫ້ມີການຈັບກຸມ ນາຍ LIU ໃນມື້ ວັນອັງຄານ ຜ່ານມາ ຍ້ອນຜູ້ກ່ຽວ ໄດ້ປ່ອຍຂ່າວລື ແລະໃສ່ຮ້າຍ ປ້າຍສີ ຣັຖບານ.

ອີຣັກ: ເຈົ້າໜ້າທີ່ອີຣັກ ກ່າວວ່າ ເຫດຣະເບີດ ຢູ່ຄິວຣົດໂດຍສານ ທີ່ນະຄອນຫລວງແບັກແດັດ ໃນວັນພະຫັດ ມື້ນີ້ ເຮັດໃຫ້ ມີຜູ້ເສັຽຊີວິດ 2 ຄົນ ແລະໄດ້ຮັບ ບາດເຈັບອີກ ຢ່າງນ້ອຍ 26 ຄົນ. ນີ້ແມ່ນຄວາມຮຸນແຮງ ລ່າສຸດ ທີ່ໄດ້ເກີດຂຶ້ນ ໃນອີຣັກ ພຽງບໍ່ເທົ່າໃດມື້ກ່ອນທີ່ຈະມີການຖອນ ທະຫານອະເມຣິກັນ ອອກຈາກ ເຂດເທສບານ ຂອງເມືອງຕ່າງໆ. ເຫດຣະເບີດ ທີ່ຢູ່ທາງໃຕ້ ນະຄອນອີຣັກ ມີຂຶ້ນ ລຸນຫລັງການໂຈມຕີ ດ້ວຍຣະເບີດ ໃນມື້ວານນີ້ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ 72 ຄົນ ຢູ່ຕລາດແຫ່ງນຶ່ງ ໃນຄຸ້ມ SADR ຂອງນະຄອນຫລວງ ແບັກແດັດ ບ່ອນທີ່ປະຊາຊົນ ສ່ວນໃຫຍ່ ນັບຖືສາສນາ ອິສລາມ ນິກາຍຊີໄອທ໌. ເຈົ້າໜ້າທີ່ກ່າວວ່າ ຜູ້ໂຈມຕີ ໄດ້ເຊື່ອງຣະເບີດໄວ້ ຢູ່ໃຕ້ລໍ້ໃສ່ຜັກ ທີ່ແກ່ໂດຍ ຣົດຈັກ. ນອກນັ້ນ ຍັງມີຫຼາຍກວ່າ 160 ຄົນ ໄດ້ຮັບບາດເຈັບ ຈາກເຫດຣະເບີດ ຄັ້ງນີ້. ສ່ວນໃນເຂດ ກ້ຳຕາເວັນອອກ ຂອງນະຄອນຫລວງ ແບັກແດັດນັ້ນ ກອງທັບສະຫະຣັດ ກ່າວວ່າ ມີທະຫານ ອະເມຣິກັນ 9 ຄົນ ໄດ້ຮັບບາດເຈັບ ໃນວັນພະຫັດ ມື້ນີ້ ເວລາ ຣະເບີດແຄມທາງ 2 ລູກ ໄດ້ແຕກໃສ່ ການລາຕເວນ ຂອງພວກເຂົາເຈົ້າ.

ໄນຈີເຣັຽ - ຣັດເຊັຽ: ພວກຫົວຮຸນແຮງ ໃນ NIGERIA ກ່າວວ່າ ຕົນໄດ້ໂຈມຕີ ທໍ່ສົ່ງນ້ຳມັນ ຂອງບໍຣິສັດ SHELL ໃນເຂດສາມຫລ່ຽມ ປາກແມ່ນ້ຳ NIGER ນຶ່ງມື້ ຫລັງຈາກ ຣັດເຊັຽ ແລະ NIGERIA ລົງນາມ ໃນຂໍ້ຕົກລົງສຳຄັນ ທາງດ້ານນ້ຳມັນ ແລະແກັສ ທັມມະຊາດ. ຂະບວນການ ເພື່ອປົດປ່ອຍ ເຂດປາກແມ່ນ້ຳ NIGER ຊຶ່ງເປັນ ກຸ່ມກະບົດ ທີ່ສຳຄັນ ໃນ NIGERIA ແຈ້ງໃຫ້ ພວກນັກຂ່າວ ຊາບວ່າ ຕົນໄດ້ໂຈມຕີ ທໍ່ສົ່ງນ້ຳມັນ BILLE-KRAMANA ຂອງບໍຣິສັດ ນ້ຳມັນ SHELL ຂອງໂຮນລັງ. ຂະບວນການ ເພື່ອປົດປ່ອຍ ເຂດປາກແມ່ນ້ຳ NIGER ກ່າວວ່າ ຕົນກຳລັງ ທຳການຕໍ່ສູ້ ເພື່ອໃຫ້ມີ ການແບ່ງສັນ ປັນສ່ວນລາຍໄດ້ ຈາກການຂາຍນ້ຳມັນ ໃນເຂດສາມຫລ່ຽມ ປາກແມ່ນ້ຳ NIGER ໃຫ້ດີກວ່າເກົ່າ ແຕ່ຣັຖບານ NIGERIA ແລະບັນດາ ບໍຣິສັດນ້ຳມັນຕ່າງໆ ເອີ້ນກຸ່ມດັ່ງກ່າວວ່າ ເປັນກຸ່ມອາຊຍາກັມ. ເຈົ້າໜ້າທີ່ ຍັງບໍ່ທັນ ໃຫ້ການ ຢືນຢັນເທື່ອ ກ່ຽວກັບການໂຈມຕີ ທີ່​ວ່ານີ້ ຊື່​ງບັງເອີນ ມີຂຶ້ນ ໃນຂະນະທີ່ ປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ເດີນທາງ ໄປຢ້ຽມຢາມ NIGERIA ເປັນເທື່ອທຳອິດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG