ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປາບປາມຄວາມອຶດຫິວຂອງໂລກ


<!-- IMAGE -->

ນສຶກສາ ​ແລະ​ເປັນ​ກັບ​ດັກສຳລັບ​ພວກ​ຄົນ​ຫລາຍ​ລ້ານ​ຄົນ​ຢູ່ໃນ​ທົ່ວ​ໂລກ ທີ່ຕ້ອງ​ເຮັດ​ວຽກ​ເຮັດ​ການ​ຕັ້ງ​ແຕ່​ເຊົ້າຮອດ​ຄ່ຳ​ໃນ​ແຕ່​ລະ​ມື້ ​ແຕ່​ປານ​ນັ້ນກໍຍັງເກືອບຈະບໍ່​ສາມາດຜລິດ​ອາຫານໄດ້​ຢ່າງ​ພຽງພໍ​ເພື່ອລໍ່​ລ້ຽງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ​ແລະ​ສະມາຊິກ ຂອງ​ຄອບຄົວພວກ​ເຂົາ​ເຈົ້າ​ໃຫ້​ດຳລົງ​ຄົງ​ຢູ່​ຕໍ່​ໄປ​ໄດ້.

ນື່ງ​ໃນ​ບັນດາ​ຜູ້ທີ່​ໄດ້ມີບົດບາດ​ສຳຄັນ​ນຳ​ໜ້າ ໃນ​ການ​ຕໍ່ສູ້​ກັບ​ຄວາ​ມອຶດຫິວ​ຂອງ​ໂລກ​ ມາ​ຮອດ​ປັດຈຸບັນ​ນີ້ ​ແມ່ນ​ນັກ​ວິ​ທະຍາ​ສາດ​ຊາວ​ອີ​ທິໂອ​ເປຍ Dr. Gebisa Ejeta. ເມື່ອວັນ​ທີ່ 11​ເດືອນມິຖຸນາ​ນີ້ ລັຖມຸນຕຣີຕ່າງປ​ະ​ເທດ​ສະຫະ​ລັຖ ທ່ານ​ນາງ ຄລິນ​ຕັນ ໄດ້ປະກາດໃຫ້​ຮູ້​ວ່າ Dr. Ejeta ຈະ​ໄດ້​ຮັບ ລາງວັນ​ອາຫານ​ໂລກ​ ຫລື World Food ປະຈຳ​ປີ 2009. ນັບ​ຕັ້ງແຕ່​ປີ 1986 ​ເປັນຕົ້ນ​ມາ ມູນ​ນິທິ​ລາງວັນ​ອາຫານ​ໂລກ ໄດ້ໃຫ້​ກຽດ​ແກ່ຜູ້​ທີ່ມີ​ຜົນງານ​ດີ​ເດັ່ນ​ດ້ວຍ​ລາງວັນ​ນີ້ ຊຶ່ງເປັນ​ການ​ຮັບ​ຮູ້​ພວກ​ທີ່​ໄດ້​ປະ​ກອບ​ສ່ວນຢ່າງ​ສຳຄັນ​ຕໍ່​ການປັປປຸງ​ສະບຽງ​ອາຫານ​ຂອງໂລກ​ນັ້ນ.ຜູ້​ທີ່​ໄດ້​ຮັບ​ລາງວັນປະຈຳ​ປີ​ນີ້ ​ແມ່​ນ​ໄດ້ຮັບ​ການ​ຮັບຮູ້​ ຍ້ອນຜົນ​ງານການພັທະ​ນາພັນເຂົ້າຝ້າ​ງ ທີ່ຜະສົມ​ພັນ​ໃໝ່ ທີ່ມີ​ຄວາມ​ຕ້ານ​ທານ​ຕໍ່ສະພາບ​ແຫ້ງ​ແລ້ງ ​ແລະ​ຫຍ້າ Striga ທີ່​ຄຸກ​ຄາມ​ຕໍ່​ຜົລປູກ​ນັ້ນ ຍ້ອນ​ວຽກງານ​ຂອງທ່ານ​ໃນ​ການສ້າງສາ​ຕະລາ​ດທ້ອງ​ຖິ່ນ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ຍ້ອນຄວາມ​ພະຍາຍາມ​ຂອງ​ທ່ານ​ໃນ​ການ​ເຝິກອົບ​ລົມ​ພວກ​ຊາວນາ​ຊາວ​ສວນ ກ່ຽວ​ກັບ​ວິທີ​ການ​ກະສິກຳ​ສະ​ມັຍ​ໃໝ່.

ທ່ານ​ນາງ​ລັຖມຸນຕຣີຕ່າງປະ​ເທດຄລິນ​ຕັນ ​ກ່າວ​ວ່າ Dr. Ejeta ​ເລີ່​ມຕົ້ນ​ການ​ເດີນທາງ​ຂອງ​ທ່ານ​ມາ​ເຖິງ​ຈຸດ​ນີ້ ຈາກຕູບ​ນ້ອຍ​ຫລັງ​ນຶ່ງ​ໃນ​ປະ​ເທດ​ອີ​ທິ​ໂອ​ເປຍ ຊຶ່ງ​ເປັນ​ບ່ອນ​ທີ່​ທ່ານ​ກຳ​ເນີ​ດຂື້ນ​ມາ ຈາກມານ​ດາ​ຜູ້​ທີ່ມີ​ຄວາມ​ໝັ້ນ​ໝາຍ​ຢ່າງ​ແຮງ​ກ້າ ​ໃນ​ການ​ສົ່ງ​ເສີມ​ໃຫ້​ທ່ານໄດ້​ຮັບ​ການ​ສຶກສາ​ສູງໆ.ທ່ານ​ນາງຄລິນ​ຕັນ​ກ່າວ​ຕໍ່​ໄປ​ວ່າ ມາບັດ​ນີ້ Dr. Ejeta ໄດ້ເຕືອນ​ໃຫ້​ພວກ​ເຮົາ​ທັງຫລາຍ​ຮູ້​ວ່າ ລະບົບ​ກະ​ເສດ​ຕະກຳ​ໃດ​ນື່ງ ທີ່ເປັນ​ສາມາດລໍ່​ລ້ຽງມວນ​ມະນຸດໄດ້ນັ້ນ ບໍ່​ແມ່ນອາ​ໃສ​ກາງ​ຕໍ່​ແຕ່​ພຽງຄວາມ​ສຳ​ເລັດ​ອັນ​ນື່ງອັນ​ດຽວ​ ຫລື​ວ່າຄວາມກ້າວໜ້າ​ໃນ​ດ້ານ​ນື່ງດ້ານ​ດຽວ​ເທົ່າ​ນັ້ນ ​ແຕ່​ມັນ​ຍັງອາ​ໃສ​ວິທີການ​ປະຕິບັດ​ ທີ່​ຄົບ​ຖ້ວນ​ສົມບູນ​ແລະ​ຍືນ​ຍົງ​ຖາວອນນຳ​ອີກ.

ທ່ານ​ນາງລັຖມຸນຕຣີຕ່າງປະ​ເທດຄລິນ​ຕັນ​ກ່າວ​ຕື່ມ​ວ່າ ສະຫະລັຖມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເປັນ​ຜູ້ນຳ​ໃນ​ການພັທະ​ນາ​ວິທີ ການຮັບ​ມື​ກັບຄວາມ​ອຶດຫິວໃນ​ລະດັບໂລກແບບໃໝ່ ຄື​ສະຫະລັດ​ໄດ້​ຄົ້ນ​ພົບ​ຫລັກການ​ເຈັດ​ປະການ​ທີ່​ເປັນ​ຕົວ​ຄ້ຳລະບົບກະ​ເສດ​ຕະກຳທີ່​ຍືນ​ຍົງ ຢູ່ໃນ​ເຂດ​ຊົນນະບົດ​ທົ່ວ​ໂລກ​. ພ້ອມ​ດຽວ​ກັນ​ ສະຫະລັຖກໍ​ຈະ​ຊອກ​ຫາ​ວິທີ​ເພີ່ມ​ຜົນຜລິດການ​ກະ​ເສດ​ຂື້ນ ປະຕິບັດ​ງານ​ເພື່ອ​ຊຸກຍູ້​ພາກສ່ວນ​ເອກ​ກະ​ຊົນ ​ເພື່ອປັບປຸງສາງ​ເກັບ​ມ້ຽນ​ ການ​ຜລິດແລະປຸງ​ແຕ່ງ​ອາຫານ ​ແລະ​ປັບປຸງ​ຖະນົນ​ຫົນທາງໃນ​ເຂດ​ຊົນນະບົດ​ ​ແລະ​ການ​ຂົນ​ສົ່ງໃຫ້​ດີ​ຂື້ນ ສະ​ນັບ​ສະນຸນຄວາມ​ພະຍາຍາມ​ຕ່າງໆໃນ​ການ​ຮັກສາ​ຊັພະຍາ ກອນ​ທຳ​ມະ​ຊາດ​ໄວ້ ​ເພື່ອ​ໃຫ້​ພວກ​ຄົນ​ລຸ້ນລູກ​ຫລານ​ສາມາດໃຊ້ດິນ​ດອນຕອນ​ຫຍ້າ​ປູກຝັງ​ລ້ຽງສັດ​ ​ແລະ​ປັບ​ເຂົ້າກັບ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້ໃນອະນາຄົດ​ ຂຍາຍຄວາມ​ຮູ້​ແລະ​ການ​ອົບ​ລົມ​ໂດຍ​ໃຫ້ການ​ສະ​ນັບ​ສະ​ນູນ​ແກ່​ການ​ສຶກສາ​ຄົ້ນຄວ້າ​ແລະ​ການພັທະນາ ຊອກ​ຫາ​ວິທີ​ເພີ່ມ​ແລະ​ຂຍາຍ​ການ​ຄ້າ ສະ​ນັບ​ສະນຸນການ​ປະຕິ​ຮູບດ້ານນະ​ໂຍບາຍ ​ແລະ​ການ ປົກຄອງ​ທີ່​ດີ​ ແລະ​ສະ​ນັບ​ສະນຸນສົ່ງ​ເສີມ​ພວກ​ແມ່ຍິງ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ.

XS
SM
MD
LG