ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປາບປາມເສຣີພາບໃນການປາກເວົ້າຢູ່ໃນວຽດນາມ


<!-- IMAGE -->

ເຈົ້າໜ້າ​ທີ່​ວຽດນາມ​ໄດ້​ຈັບ​ກຸມ​ທະນາຍຄວາມ​ທີ່ມີ​ສື່​ສຽງ​ຜູ້​ນຶ່ງ ​ຊື່​ງເປັນ​ຜູ້​ທີ່​ສະ​ນັບ​ສະ​ນຸນການ​ເຄຶ່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ໃນ​ຂໍ້​ຫາ​ແຈກ​ຢາຍ​ຂ່າວ ສານ​ທີ່​ເປັນໄພ​ຕໍ່​ລັຖບານ.ທ່ານເລ​ຄົງ​ດິນ ​ເປັນທະນາຍຄວາມ​ທີ່​ມີ​ຄົນ​ນັບ​ໜ້າ​ຖື​ຕາໃຫ້​ຄວາມ​ເຄົາ​ລົບນັບຖືຫລາຍທີ່​ສຸດ ແລະລູກ​ຄ້າຂອງທ່ານມີ​ໂຮມ​ທັງ​ພວກ​ຄັດຄ້ານຣັຖບານ​ທີ່​ມີ​ຊື່​ສຽງ ແລະບໍລິສັດເດັ່ນ​ໆໃນ​ວຽດ ນາມ​ ຊື່​ງຫລາຍ​ບໍລິສັດ​ໃນນັ້ນ ກໍ​ມີ​ຊື່ໂຮ​ມຢູ່​ໃນ​ບັນຊີ ຟໍຈູ​ນ​ຫ້າ​ຮ້ອຍ​ ຫລື​ບັນຊີລາຍ​ຊື່​ຂອງ 500 ບໍລິສັດ​ຊັ້ນນຳ​ຂອງໂລກ ຂອງ​ນິຕະຍະ​ສານຟໍຈູ​ນ​. ການ​ຈັບ​ກຸມ​ທ່ານ​ເລ​ຄົງ​ດິນ​ຄັ້ງ​ນີ້​ ຖື​ວ່າ​ເປັນ​ບາດກ້າວ​ຖອຍຫລັງ​ ໃນໄລຍະເວລາ​ທີ່ສາຍສຳພັນ ​ຂອງວຽດນາມ​ ກັບ​ຫລາຍ​ປະ​ເທດ​ໃນ​ທົ່ວ​ໂລກ ໂຮ​ມທັງ​ສະຫະ​ລັຖອາ​ເມ​ລິ​ກາ​ນຳ​ນັ້ນ ກຳລັງມີ​ຄວາມ​ກ້າວໜ້າດີ​ຂື້ນ​ຢາງ​ສະ​ມ່ຳສະ​ມີຕລອດ​າ.

​ທາງ​ການວຽດນາມ​ກ່າວ​ວ່າ ທະນາຍຄວາມເລ​ຄົງດິນ​ ຖືກ​ເຈົ້າໜ້າ​ທີ່​ຄວບ​ຄຸມ​ຕົວໄວ້​ ເພາະວ່າ​ຜູ້ກ່ຽວ​ເປັນ​ຜູ້​ປົກ​ປ້ອງ​ພວກ​ເຄຶ່ອນ​ໄຫວ​ເພື່ອປະຊາທິປ​ະໄຕ ​ແລະ​ນຳໃຊ້​ອິນ​ເທີ​ເນັທ ​ເພື່ອສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນຂອງ​ຕົນ ຊຶ່ງ​ພືດ​ຕິ​ການ​ຂອງ​ທະນາຍ​ດິນ​ນີ້​ເປັນ​ການ​ຝ່າຝືນຕໍ່​ກົດໝາຍ​ອາຍາ​ຂອງ​ວຽດນາມ ໝວດທີ່​ບົ່ງ​ວ່າ​ ຫ້າມ​ບໍ່​ໃຫ້​ບຸກຄົນ​ໃດ​ກໍ​ຕາມ​ແຈກ​ຢາຍ​ຂ່າວ ສານ​ໃດໆ​ທີ່​ຖື​ວ່າ​ເປັນໄພຕໍ່ລັຖບານ​ນັ້ນ

ການ​ຈັບ​ກຸມ​ທະນາຍ​ດິນ​ຄັ້ງ​ນີ້​ ພາໃຫ້​ຫວນ​ຄິດ​ເຖິງ​ການ​ດຳ​ເນີນ​ຄະດີເມື່ອ​ປີຜ່ານມາ​ນີ້ ຕໍ່ນັກຂ່າວ​ສອງ​ຄົນທີ່​ໄດ້​ຊ່ວຍ​ແຜ່​ແບ​ເລຶ່ອງລາວກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງຂອງ​ເຈົ້າໜ້າ​ທີ່​ລັຖບານ. ​ເຖິງແມ່ນເວລາ​ນີ້​ ປະ​ເທດວຽດນາມ​ໄດ້​ທຳ​ຄວາມ​ກ້າວໜ້າ ກ້າວ​ມາໄກ​ເຖິງ​ຂັ້ນ​ນີ້​ແລ້ວ​ກໍ​ຕາມ ​ແຕ່ກໍ​ຍັງ​ມີ​ຄວາມຕ້ອງການໃນ​ບາງ​ພາກສ່ວນຂອງລັຖບານ​ ທີ່​ຈະ​ນຳໃຊ້​ລະບົບກົດໝາຍ​ເພື່ອ​ນາບ​ຂູ່​ພວກ​ວິພາກ​ວິຈານ​ທັງຫລາຍ​ໃຫ້​ຢ້ານ​ກົວ ​ແລະ​ປາບ​ປາມ​ສິດທິ​ສາກົນ​ຕ່າງໆ​ ​ເຊັ່ນ ເສລີພາບ​ໃນ​ການ​ປາກ​ເວົ້າ​ເປັນ​ຕົ້ນ ​ແທນ​ທີ່​ຈະສົ່ງ​ເສີມ​ຂະບວນ​ການ​ຍຸຕິ​ທຳ ​ແລະ​ຄວາມ​ຮັບຜິດຊອບ​ນັ້ນ

​ບຸກ​ຄົນ​ໃດ​ກໍ​ບໍ່​ຄວນ​ຖືກ​ຈັບ​ກຸມ​ຍ້ອນໄດ້ຊົມ​ໃຊ້​ສິດທິ​ໃນ​ການປາກ​ເວົ້າ​ແລະ ສະ​ແດງ​ຄວາມ​ຄິດ​ເຫັນ ​ແລະທະນາຍຄວາມ​ຄົນ​ໃດ​ ກໍ​ບໍ່ຈະ​ຖືກ​ລົງ​ໂທດ​ຍ້ອນ​ລູກ​ຄ້າ​ທີ່ຕົນ​ໄດ້​ເລືອກທີ່​ຈະ​ວ່າຄວາມ​ໃຫ້.ການຈັບ​ກຸມ​ທະນາຍ​ດິນ​ຂອງ​ວຽດນາມ​ນັ້ນ ​ແມ່ນຂັດ​ແຍ້​ງ​ກັນກັບ​ຄວາມ​ໝາຍ​ໝັ້ນຂອງລັຖບານວຽດນາມເອງ​ ​ຕໍ່ການ​ຍົກ​ສູງ​ແລະ​ເຄົາລົບ​ນັບຖື ມາດຕະຖານ​ດ້ານສິດທິ​ມະນຸດ​ຕ່າງໆ ​ແລະການ​ປົກຄອງ​ດວຍຕົວ​ບົດ​ກົດໝາຍທີ່ນານາ​ຊາດຮັບຮອງ​ເອົາ​ນັ້ນ

ສະຫະລັຖຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ລັຖບານ​ວຽດນາມ​ ປ່ອຍ​ຕົວ​ທະນາຍ​ດິນ​ຢ່າງ​ຮີບ​ດ່ວນ​ແລະ​ໂດຍ​ບໍ່​ມີ​ເງຶ່​ອນ​ໄຂໃດໆ ພ້ອມ​ທັງ​ພວກ​ນັກ​ໂທດ​ອື່ນໆທັງໝົດທີ່​ຖືກ​ຄຸມ​ຂັງ​ຢູ່​ໃນ​ເວລາ​ນີ້ ​ຍ້ອນ​ພວກ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຄິດຄວາມ​ເຫັນ​ຂອງ​ພວກ​ເຂົາ​ເຈົ້າ​ຢ່າງ​ສັນຕິ

ນັ້ນ.

XS
SM
MD
LG