ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທສັນຍາວ່າຈະນຳເລື້ອງສ້າງເຂື່ອນ ໄປປຶກສາຫາລື


ນາຍົກລັດຖະມົນຕີໄທຮັບປາກກັບເຄືອຂ່າຍ

ພັນທະມິດເພື່ອການອານຸລັກແມ່ນ້ຳຂອງວ່າ

ຈະນຳເອົາປະເດັນບັນຫາທີ່ກ່ຽວກັບໂຄງ

ການກໍ່ສ້າງເຂື່ອນໃນລຳແມ່ນ້ຳຂອງເຂົ້າ

ສູ່ການປຶກສາຫາລືໃນລະດັບນາໆຊາດ.

ສ່ວນບັນດາອົງການອະນູລັກທຳມະຊາດ

ໃນໄທນັ້ນກໍຍັງຄົງຢືນຢັນທີ່ຈະດຳເນີນ

ການຄັດຄ້ານການຊື້ກະແສໄຟຟ້າຈາກລາວອີກດ້ວຍ.


ກຸ່ມເຄືອຂ່າຍພັນທະມິດເພື່ອການອານຸລັກ ແມ່ນ້ຳຂອງຊຶ່ງເປັນການປະສານງານຮ່ວມ

ກັນລະຫວ່າງອົງການອານຸລັກຊັບພະຍາກອນທຳມະຊາດທັງໃນປະເທດໄທໃນລະດັບ

ພູມມີພາກລຸ່ມແມ່ນ້ຂອງແລະໃນລະດັບສາກົນຈຳນວນຫລາຍກວ່າ 20 ອົງການນັ້ນ

ໄດ້ລວມຕົວກັນຍື່ນໜັງສືສະແດງການ ຄັດຄ້ານຕໍ່ໂຄງການກໍ່ສ້າງເຂື່ອນໃນລຳແມ່ນ້ຳ

ຂອງງຕໍ່ທ່ານອະພິສິດເວດຊາຊີວະນາຍົກລັດຖະມົນຕີ​ຂອງໄທຢ່າງເປັນທາງການເມື່ອ

ວັນທີ18 ມີຖຸນາທີ່ຜ່ານມານີ້ຢູ່ບາງກອກໂດຍໄດ້ຍື່ນໜັງສືດັ່ງກ່າວພ້ອມດ້ວຍລາຍຊື່

ຂອງບຸກຄົນທີ່ໄດ້ຮ່ວມກັນ ລົງຊື່ໃນໂພດສຄາດຈຳນວນເຖິງ 16.380 ແຜ່ນຈາກທົ່ວໂລກ

ທີ່ສະແດງການຄັດຄ້ານຕໍ່ໂຄງການ ກໍ່ສ້າງເຂື່ອນໃນລຳແມ່ນ້ຳຂອງດັ່ງກ່າວ.


ໃນໂອກາດທີ່ໄດ້ຮັບໜັງສືດັ່ງກ່າວນີ້

ດ້ວຍຕົວເອງທ່ານ ອະພິສິດກໍໄດ້ຮັບ

ປາກກັບບັນດາຜູ້ແທນຂອງກຸ່ມເຄືອ

ຂາຍພັດທະມິດເພື່ອການອານຸລັກ

ແມ່ນ້ຳຂອງວ່າທ່ານຈະນຳສະເໜີປະ

ເດັນບັນຫາກ່ຽວກັບໂຄງການກໍ່ສ້າງ

ເຂື່ອນໃນລຳແມ່ນ້ຳຂອງດັ່ງກ່າວເຂົ້າ

ສູ່ການປຶກສາຫາລືໃນລະດັບລະຫວ່າງ

ປະເທດແລະນາໆ ຊາດຕໍ່ໄປໂດຍບໍ່ວ່າ

ຈະເປັນຄະນະກຳມາທິການແມ່ນ້ຳຂອງຫລືຄວາມຮ່ວມມືທີ່ເອີ້ນວ່າອານຸພູມມີພາກ

ລຸ່ມແມ່ນ້ຳຂອງລວມໄປເຖິງການຮ່ວມມືລະຫວ່າງປະເທດສະມາຊິກໃນກຸ່ມອາຊຽນ

ກັບປະເທດຄູ່ເຈລະຈາຂອງອາຊຽນດ້ວຍ.


ແຕ່ຢ່າງໃດກໍຕາມ ທ່ານ ອະພິ​ສິດ ກໍໄດ້ໃຫ້ ການເນັ້ນຢ້ຳວ່າລັດຖະບານໄທບໍ່ສາ

ມາດທີ່ຈະຕັດສິນໄດ້ພຽງແຕ່ຝ່າຍ ດຽວວ່າຈະເຫັນດ້ວຍຫລືບໍ່ເຫັນດ້ວຍກັບໂຄງ

ການກໍ່ສ້າງເຂື່ອນໃດໜຶ່ງໃນລຳແມ່ນ້ຳຂອງເນື່ອງຈາກວ່າແມ່ນ້ຳຂອງນັ້ນເປັນແມ່

ນ້ຳລະຫວ່າງປະເທດຈຶ່ງຈຳເປັນທີ່ຈະຕ້ອງມີການປຶກສາຫາລືຮ່ວມກັນກັບປະ

ເທດອື່ນໆຢູ່ໃນລຸ່ມນ້ຳດ້ວຍກັນໂດຍການປຶກສາຫາລືກໍຍັງຈະຕ້ອງຢືນຢູ່ບົນຂໍ້ມູນ

ທີ່ໄດ້ຈາກການສຶກສາສຳຫລວດຢ່າງໄດ້ມາດຕະຖານສາກົນແລະກໍເປັນທີ່ຍອມຮັບ

ຂອງທຸກໆຝ່າຍອີກດ້ວຍ.ສ່ວນກ່ຽວກັບລະດັບຄວາມຕ້ອງການໃນດ້ານພະລັງງານ

ໄຟຟ້າຂອງໄທນັ້ນທ່ານອະພິສິດກໍໄດ້ຢືນຢັນວ່າຈະສັ່ງການໃຫ້ຫນ່ວຍງານລັດທີ່

ກ່ຽວຂ້ອງດຳເນີນການສຶກສາແລະປະເມີນຜົນໃນດ້ານສະຖານະການຢ່າງຮອບ

ດ້ານອີກເທື່ອໃໝ່, ເພາະວ່າໃນປະຈຸບັນນີ້ເຖິງແມ່ນວ່າການຊົມໃຊ້ພະລັງງານໄຟຟ້າ

ໃນໄທຈະຫລຸດລົງກໍຕາມ ຫາກແຕ່ກໍເປັນຍ້ອນບັນຫາຜົນກະທົບຈາກວິກິດການ

ທາງເສດຖະກິດການເງິນໂລກ, ເພາະສະນັ້ນ ຖ້າຫາກ ວ່າສະຖານະການໄດ້ກັບຄືນ

ສູ່ສະພາບການ ທີ່ເປັນປົກກະຕິ ແລະ ເສດຖະກິດຂອງໄທກໍກັບຄືນສູ່ສະພາບ

ການຂະຫຍາຍຕົວອີກເທື່ອໃໝ່ນັ້ນຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງດຳເນີນການສຶກ

ສາສຳຫລວດແລະວິໄຈຢ່າງຖືກຕ້ອງແລະສອດຄ້ອງກັບສະພາບຕົວຈິງຕໍ່ໄປ.



ຫາກແຕ່ວ່າ ສຳລັບກຸ່ມເຄືອຂ່າຍພັນທະມິດ ເພື່ອການອານຸລັກແມ່ນ້ຳຂອງນັ້ນກໍຍັງຄົງ

ໄດ້ສະແດງ ການຢືນຢັນວ່າຈະທຳການເຂື່ອນໄຫວເພື່ອຄັດຄ້ານໂຄງການກໍ່ສ້າງເຂື່ອນ

ໃນລຳແມ່ນ້ຳຂອງຕໍ່ ໄປຢ່າງບໍ່ຢຸດຢັ້ງພ້ອມທັງຍັງຈະລົນນະລົງໃຫ້ຂໍ້ມູນກັບປະຊາຊົນ

ຄົນໄທໃນທົ່ວປະເທດເພື່ອສະແດງການຄັດຄ້ານຕໍ່ແຜນການຮັບຊື້ກະແສໄຟຟ້າຈາກປະ

ເທດເພື່ອນບ້ານຂອງໄທ ໂດຍສະເພາະແມ່ນແຜນການຮັບຊື້ກະແສໄຟຟ້າຈາກລາວ

ແລະພະມ້າ, ເນື່ອງຈາກເປັນແຜນການຮັບຊື້ກະແສໄຟຟ້າທີ່ເກີນກວ່າລະດັບຄວາມ

ຕ້ອງການພາຍໃນປະເທດ. ຕາມຄວາມເຫັນຂອງທ່ານ ນາງ ເປຣມຣືດີ ດາວເຣືອງ,

ຜູ້ປະສານງານເຄືອຂ່າຍພັນທະມິດເພື່ອການອານຸລັກແມ່ນ້ຳຂອງ. ທັງນີ້ ລັດຖະ

ບານໄທໄດ້ຕົກລົງໃນຫລັກການວ່າຈະຮັບຊື້ກະແສໄຟຟ້າຈາກລາວໃນປະລິມານ

ລວມເຖິງ 7.000 ເມັກາວັດ ພາຍໃນປີ 2015. ສ່ວນແຜນການກໍ່ສ້າງເຂື່ອນ

ໃນແນວແມ່ນ້ຳຂອງທີ່ຢູ່ໃນຊ່ວງຂອງປະເທດລາວ, ໄທ, ແລະ ກຳປູເຈຍ ນັ້ນ

ກໍມີຢູ່ທັງໝົດ 11 ໂຄງການດ້ວຍ ກັນໃນປະຈຸບັນນີ້.

ຊົງຣິດ ໂພນເງິນ ລາຍງານມາຈກ ບາງກອກໃນວັນທີ 19 ມິຖຸນາ 2009


XS
SM
MD
LG