ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາບການ ໃນກຸງເຕ່ຣ່ານ ສງົບງຽບ ທາງການຢືນຢັນ ປະຊາຊົນຫລາຍຮ້ອຍຄົນ ຖືກຈັບກຸມ


ສະຖານະ​ການ​ໃນ​ອິຣ່ານ: ສະພາບ​ການ​ໃນ​ນະຄອນຫລວງ​ຂອງ​ອິຣ່ານປາກົດ​ວ່າ​ເຄັ່ງ​ຕຶງ ​ແຕ່​ສງົບ​ງຽບ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ບໍ່​ມີ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ເດີນ​ຂະ​ບວນ ປະ​ທ້ວງ​ລາຍ​ໃຫຍ່​ ຫລືການກໍ່​ຄວາມ​ຮຸນ​ແຮງ​ຕາມ​ຖນົນຫົນທາງ ດັ່ງ​ທີ່​ເຄີຍ​ມີ​ມາໃນ​ທົ່ວ​ຕົວ​ເມືອງ ນັບ​ແຕ່ເກີດ​ບັນຫາ​ຂັດ​ແຍ່ງ​ກັນ​ເຣື່ອງການ​ເລືອກ​ຕັ້ງ​ປະທານາທິບໍດີ ​ເມື່ອ​ວັນ​ທີ 12 ​ເດືອນ​ນີ້​ເປັນ​ຕົ້ນ​ມາ. ພວກ​ສນັບ​ສນຸນທ່ານ Mir Hossein Mousavi ຜູ້​ປາ​ໄຊໃນ​ການ​ເລືອກ​ຕັ້ງ ​ໄດ້ຮຽກຮ້ອງ​ໃຫ້​ປະຊາຊົນ ​ເປີດ​ໄຟ​ຕາ​ລົດ​ຂອງ​ເຂົາ​ເຈົ້າ​ໃນ​ຕອນ​ແລງ​ ​ເພື່ອເປັນ​ຮ່ອງຮອຍ​ອັນ​ນຶ່ງ​ຂອງ​ການ​ປະ​ທ້ວງ​ແລະ​ສະ​ແດງ​ເຖີງຄວາມ​ເປັນ​ເອກ​ກະ​ພາບ​ພ້ອມ​ພຽງ​ກັນ. ວິທຍຸ​ແຫ່ງຣັດອິຣ່ານລາຍ​ງານ​ຂ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ປະຊາຊົນຢ່າງ​ນ້ອຍ​ 457 ຄົນ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ອັນ​ເປັນ​ມື້ນື່ງທີ່ເຕັມ​ໄປ​ດ້ວຍການ​ປະ​ທະ​ກັນ ​ລະຫວ່າງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພແລະ ພວກ​ປະ​ທ້ວງ​ທ່ີ​ຍັງ​ຜົນ​ເຮັດ​ໃຫ້​ມີ​ຄົນເສັຍ​ຊີວິດ​ໄປ ຢ່າງ​ນ້ອຍ​ 10 ຄົນ.

ທີ່ປາ​ກີ​ສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ປາ​ກີ​ສຖານ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ລະຫວ່າງກຳລັງ​ຮັກສາ​ຄວາ​ມປອດ​ໄພ​ ກັບພວກ​ຫົວ​ຕໍ່ສູ້​ກຸ່ມຕາ​ລີ​ບັນ​ໄດ້​ທະວີ​ຄວາມຮຸນ​ແຮງ​ຂື້ນ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເຂດ​ຊົນ​ເຜົ່າ​ຂອງ​ປະ​ເທດ ​ເຮັດ​ໃຫ້ມີ​ຄົນ​ເສັຍ​ຊີ​ສິດ ຢ່າງ​ນ້ອຍ 14 ຄົນ. ​ເຈົ້າໜ້າ​ທີ່​ເວົ້າວ່າ ພວກ​ຫົວ​ຕໍ່ສູ້​ໄດ້ລະດົມ​ຍິງ​ຈລວດ​ໃສ່ຖານທັບ​ຫລາຍ​ແຫ່ງ​ໃນ​ແຂວງ Waziristan ​ເໜືອ​ແລະ​ໃຕ້ ​ໃນ​ຕອນ​ເດິກ​ວັນ​ອາທິດ​ວານ​ນີ້. ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມຕາຍ​ຂອງ​ທະຫານ​ຝ່າຍຣັຖບານ. ທາງ​ການ​ກ່າວ​ວ່າ ທາງ​ກອງທັບ​ໄດ້ໂຕ້​ຕອບ​ຄືນ ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ຕໍ່ເປົ້າໝາຍຂອງ​ກຸ່ມຕາ​ລີ​ບັນ​ໃນ​ຫລາຍ​ໝູ່​ບ້ານ ​ເຮັດ​ໃຫ້​ພວກ​ຫົວ​ຮຸນ​ແຮງເສັຍ​ຊີວິດ​ໄປ 14 ຄົນ. ຣັຖບານ​ປາ​ກິ​ສຖານ​ໄດ້​ເປີດ​ສາກ​ທຳ​ການ​ບຸກ​ໂຈມ​ຕີ​ເທື່ອ​ໃໝ່ ຕໍ່​ພວກ​ຕາ​ລີ​ບັນ​ໃນ​ບໍ່ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ​ໂດຍແນ​ເປົ້າໝາຍ​ໃສ່​ທີ່​ໝັ້ນ​ຂອງ​ນາຍ Baitullah Mehsud ຫົວໜ້າ​ກຸ່ມ​ຕາ​ລິ​ບັນ​ໃນ​ປາ​ກິ​ສຖານ ​ຢູ່​ໃນ​ແຂວງ Wazistan ​ໃຕ້.
ທີ່ຣັດ​ເຊັຍ: ຜູ້ນຳ​ສາທາຣະນະຣັດ Ingushetia ໃນ​ເຂດ Caucasus ​ເໜືອ​ຂອງ ຣັດ​ເຊັຍ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ສາຫັດ​ຈາກ​ການ​ວາງລະ​ເບີດໂຈມ​ຕີຂະ​ບວນ​ລົດ​ຂອງ​ທ່ານ. ສື່​ມວນ​ຊົນຣັດ​ເຊັຍ​ກ່າວ​ວ່າ ປະທານາທິບໍດີ Yunus Bek Yevkurov ແຫ່ງ Ingushetia ກຳລັງ​ເດີນທາງໄປ​ກັບລົດ​ຂະ​ບວນ​ນຶ່ງ​ ເວລາ​ລະ​ເບີດທ່ີ​ຫ້າງ​ໄວ້​ແຄມ​ທາງ​ ​ແຕກ​ຂື້ນ​ໃສ່​ຂະ​ບວນລົດ​ຂອງ​ທ່ານໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້. ທ່ານ​ Yevkurov​ ລອດ​ຊີວິດມາ​ໄດ້ ​ແຕ່ 3 ຄົນ​ເສັຍ​ຊີວິດ ຊື່​ງຮວມທັງ​ພວກ​ອາຣັກຂາ​ທ່ານ​ ​ແລະ​ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ທ່ານ Yevkurov ​ເປັນເຈົ້າ​ໜ້າ​ທ່ີຂັ້ນ​ສູງ​ຄົນທີ​ສາມ​ຂອງ Ingushetia ທ່ີ​ໄດ້ຮັບ​ບາດ​ເຈັບ ຫລື​ບໍ່​ກໍ​ເສັຍ​ຊີວິດ ຍ້ອນ​ການ​ໂຈມ​ຕີ​ຫລາຍ​ຄັ້ງ​ຕິດ​ຕໍ່ກັນ​ມາ​ໃນ​ລະຍະ 3 ສັບປະດາ​ຜ່ານ​ມາ​ນີ້. ປະທານາທິບໍດີ Dmitri Medvedev ​ແຫ່ງຣັດ​ເຊັຍ​ໄດ້​ແຕ່ງ​ຕັ້ງທ່າ​ນ Yevkurov ​ເປັນ​ປະທານາທິບໍດີ​ສາທາລະນະຣັດ Ingushetia ໃນ​ເດືອນ​ຕຸລາ​ປີ​ແລ້ວ​ນີ້ ​ຫລັງ​ຈາກ​ທ່ານ​ຂັບ​ໄລ່​ປະທານາທິບໍດີ Murat Zyazikov ຊຶ່ງ​ເປັນ​ຜູ້ນຳ​ຂົງ​ເຂດ​ນັ້ນມາ​ເປັນເວລາ​ດົນ​ນານ ​ແຕ່ບໍ່​ໄດ້​ຮັບ​ຄວາມ​ນິຍົມຈາກ​ປະຊາຊົນ​ ຍ້ອນ​ບໍ່​ສາມາດ​ຢຸດ​ການ​ສໍ້ຣາດບັງ​ຫລວງ​ທ່ີ​ເຮື້ອຮັງ​ແລະ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢ່າງ​ແຜ່​ຫລາຍໃນຂົງ​ເຂດ​ນັ້ນ.
​ເກົາຫລີ​ເໜືອ​ແລະ​ສະຫະຣັດ: ເກົາຫລີ​ເໜືອເ​ໄດ້​ບັນ​ລະ​ຍາຍ​ຕົນ​ເອງ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເປັນ​ອຳນາດນີວ​ເຄລັຍ​ທ່ີ​ພາກພູມ​ໃຈປະ​ເທດ​ນື່ງ ​ແລະ​ຂົ່ມ​ຂູ່​ວ່າ​ຈະ​ທຳ​ການຕອບ​ໂຕ້​ຕໍ່​ສະຫະຣັດ ຖ້າ​ຕົນ​ຖືກ​ໂຈມ​ຕີ. ໜັງສືພິມ Rodong Sinmun ຊຶ່ງ​ເປັນ​ໜັງສືພິມ​ຂອງພັກ​ກຳມະກອນເກົາຫລີ ​ທ່ີ​ປົກຄອງ​ປະ​ເທດ​ຢູ່ໃນ​ປັດຈຸບັນ ກ່າວ​ວ່າ ມັນ​ເປັນ​ຄຳ​ເວົ້າ​ທ່ີ​ໄຮ້​ສາຣະ ທ່ີ​ຈະ​ເວົ້າ​ວ່າ ​ເກົາຫລີ​ເໜືອ​ຂົ່ມຂູ່​ສະຫະຣັດ ​ແລະ​ກ່າວອ້າງ​ວ່າ ​ແມ່ນວໍ​ຊິງ​ຕັນເອງ ທ່ີ​ຂົ່ມຂູ່​ເກົາຫລີ​ເໜືອ. ​ໃນ​ການ​ໃຫ້​ສຳພາດ​ກັບ​ຕາໜ່າງ​ໂທລະພາບ CBS News ທ່ີ​ມີ​ກຳນົດ ຈະ​ອອກ​ອາກາດ​ໃນ​ວັນ​ຈັນ​ມື້​ນີ້ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ກ່າວ ວ່າ ທາງຣັຖບານ​ຂອງ​ທ່ານ​ແລະ​ກອງທັບ​ສະຫະຣັດຕຽມ​ພ້ອມ​ຢ່າງ​ເຕັມ ສ່ວນ​ເພື່ອ​ຮັບ​ມື​ກັບ​ເຫດການ​ໃດໆກໍ​ຕາມ​ທ່ີ​ຈະ​ເກີດ​ຂຶ້ນ​ທ່ີ​ພົວພັນ​ກັບ​ເກົາຫລີ​ເໜືອ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ປະຊາ​ຄົມນາໆ​ຊາດແມ່ນປຸ້ມລຸມສາ ມັກຄີ​ກັນ ​ຕໍ່ຕ້ານ​ການ​ເຄື່ອນ​ໄຫວ​ແບບ​ເກາະ​ຜິດ​ຂອງ​ເກົາຫລີເໜືອ​ນັ້ນ. ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທ່ີ​ວ່າ​ກຸງ​ພຽງ​ຢ້າງ​ກຳລັງ​ກະກຽມ​ເພື່ອ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄປ​ຍັງ​ທິດ​ທາງ​ຂອງ​ເກາະ​ຮາ​ວາຍໃນ​ຕົ້ນ ເດືອນ​ກໍລະກົດ​ໜ້າ​ນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ບໍ່​ຢາກ​ວິພາກ​ວິຈານ​ ກ່ຽວ​ກັບຂໍ້​ສົມມຸດ​ໃດໆ.
​ເກົາຫລີ​ໃຕ້​ແລະ​ຍີ່ປຸ່ນ: ປະທານາທິບໍດີເກົາຫລີ​ໃຕ້ ທ່ານຫລີ​ມິ​ອອງບັກ​ ຈະ​ທຳ​ການ​ຢ້ຽມຢາມ ​ຍີ່​ປຸ່ນ​ໃນ​ວັນ​ອາທິດ​ໜ້າ​ນີ້​ ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັບ​ນາຍົກຣັຖ ມຸນຕີ Taro Aso. ທຳນຽບປະທານາທິບໍດີເກົາຫລີ​ໃຕ້ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເປັນ​ເວລາ 1 ມື້​ນັ້ນ ຜູ້ນຳ​ທັງ​ສອງ​ຈະ​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​ກັນ​ ກ່ຽວ​ກັບ​ເຣື່ອງຕ່າງໆ​ທ່ີ​ຮວມທັງ​ເຣື່ອງ​ໂຄງການນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ນຳ. ນອກ​ນັ້ນ​ແລ້ວ ທ່ານຫລີ​ກັບ​ທ່ານ​ອາ​ໂຊະ ຍັງຈະ​ປຶກສາ​ຫາລື​ກັນ​ເຣື່ອງ ສະພາບ​ການ​ຂອງ​ສາຍ​ພົວພັນ​ລະຫວ່າງ​ເກົາຫລີ​ໃຕ້​ກັບ​ຍີ່ປຸ່ນ ​ແລະ​ການ​ຮ່ວມ​ມືໃນ​ລະດັບ​ຂົງ​ເຂດ ​ແລະ​ລະ​ດັບສາກົນ.
ມີ​ການ​ຄາດ​ເຊັ່ນ​ກັນ​ວ່າ ຜູ້ນຳ​ເກົາຫລີ​ໃຕ້​ຈະ​ລົມ​ສູ່​ນາຍົກ ຣມຕ ຍີ່​ປຸ່ນ ຟັງໂດຍ​ສັງ​ເຂ​ບ ກ່ຽວ​ກັບ​ການປະຊຸມສຸດ​ຍອດ​ຂອງ​ທ່ານ​ກັບ​ປະທານາ​ທິບໍດີ​ບາຣັກ​ໂອ​ບາ​ມາແຫ່ງ​ສະຫະຣັດ ຢູ່​ທ່ີ​ກຸງ​ວໍ​ຊິງ​ຕັນ​ໃນ​ສັບປະດາຜ່ານ​ມາ​ເຊັ່ນ​ກັນ.

XS
SM
MD
LG