ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາບການ ໃນນະຄອນຫລວງອິຣ່ານ ປາກົດວ່າເຄັ່ງຕຶງ ແຕ່ສງົບງຽບ


ທີ່ອິຣ່ານ: ສະພາບ​ການ​ໃນ​ນະຄອນຫລວງ​ຂອງ​ອິຣ່ານປາກົດ​ວ່າ​ເຄັ່ງ​ຕຶງ ​ແຕ່​ສງົບງຽບ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ບໍ່​ມີ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການປະ​ທ້ວງ​ ຂນາດ​ໃຫຍ່​ໃດໆ​ ຫລັງ​ຈາກໄດ້​ມີ​ການ​ປະ​ທ້ວງ​ມາ​ເປັນ​ເວລາ 1 ສັບປະ ດາ​ ທີ່ບາງ​ຄັ້ງ​ໄດ້​ກາຍ​ເປັນ​ຄວາມ​ຮຸນ​ແຮງ​ ​ເພື່ອຕໍ່ຕ້ານ​ໄຊຊະນະໃນ ການ​ເລືອກ​ຕັ້ງອີກ​ເທື່ອ​ໃໝ່​ ຂອງປະທານາທິບໍດີ​ມັກ​ມຸດ​ອາມາ​ດີ​ເນ​ຈາດ ຊຶ່ງເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນ. ​ແຕ່​ໂທລະພາບ​ແຫ່ງຣັດຂອງ​ອິຣ່ານລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ປະຊາຊົນ 13 ຄົນ​ເສັຍ​ຊີວິດ​ ໃນ​ການ​ປະ​ທະ​ກັນ​ກັບ​ຕຳຫລວດ​ໃນ​ລະ ຫວ່າງ​ການ​ປະ​ທ້ວງ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ໂບດ​ແຫ່ງ​ນຶ່ງ​ກໍ​ໄດ້​ຖືກ​ໄຟ​ໄໝ້​ໃນ​ລະຫວ່າງ​ການ​ປະ​ທ້ວງ​ນັ້ນ. ຕາມ​ທ້ອງ​ຖນົນ​ສາຍ​ຕ່າງໆ​ໃນ​ກຸງ​ເຕ່ຣ່ານ​ໃນ​ວັນ​ເສົາ​ວານ​ນີ້ ປະຊາຊົນອິຣ່ານຫລາຍ​ພັນ​ຄົນ​ໄດ້​ປະ​ທະ​ກັບ​ຕຳຫລວດ ​ໃນ​ການ​ທ້າ​ທາຍ​ຕໍ່​ຄຳ​ເຕືອນຂອງ​ຜູ້ນຳ​ສູງ​ສຸດ​ຂອງ​ອິຣ່ານ​ ໃຫ້​ຢຸດ​ການ​ເດີນ​ຂະ​ບວນປະ​ທ້ວງ​ກ່ຽວ​ກັບການ​ເລືອກ​ຕັ້ງ​ທ່ີ​ວັນ​ທີ 12 ​ເດືອນ​ນີ້​ ທ່ີ​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນ. ພວກ​ທ່ີ​ເຫັນ​ເຫດການ​ໃນ​ນະຄອນຫລວງ​ອິຣ່ານ ກ່າວ​ວ່າ ຕຳຫລວດ​ປາບ​ຈະລາຈົນ​ໄດ້​ໃຊ້​ໄມ້​ຕະບອງ​ແລະ​ປືນ​ສີດ​ນ້ຳ​ຂັບ​ໄລ່​ພວກ​ສນັບ​ສນຸນ ທ່ານMir Hossein Mousavi ຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ທ່ີ​ໄດ້​ປາ​ໄຊ​ໄປນັ້ນ​ ໃຫ້​ສລາຍ​ໂຕ. ພວກເດີນ​ຂະ​ບວນປະ​ທ້ວງ​ພາກັນ​ຮ້ອງ​ໂຮ​ຄຳ​ຂວັນວ່າ “ຂໍ​ໃຫ້​ຜູ້​ຜະ​ເດັດ​ການ​ຈົ່ງ​ພິນາດ​ໄປ”. ຂນະ​ດຽວ​ກັນ ກະຊວງ​ການ​ຕ່າງປະ​ເທດ​ຂອງ​ອິຣ່ານ​ໄດ້​ຖີ້ມ​ໂທດ​ໃສ່ ສຖາ​ນີວິທະຍຸ​ວີ​ໂອ​ເອຂອງ​ສຫະຣັຖ ​ແລະ​ສຖາ​ນີບີ​ບີ​ຊີ​ຂອງ​ອັງກິດ​ວ່າ ເປັນຕົ້ນ​ເຫດສຳລັບ​ຄວາມ​ວຸ້ນວາຍ ຫລັງ​ການ​ເລືອກ​ຕັ້ງ​ໃນ​ອິຣ່ານ. ​ໂທລະ​ພາບ PRESS TV ຂອງອິຣ່ານ ອ້າງ​ຄຳ​ເວົ້າຂອງ​ໂຄສົກ​ກະຊວງ​ຕ່າງປະ​ເທດ ທີ່​ກ່າວ​ວ່າ ການ​ຕິດ​ຕໍ່ສື່ສານ​ໃດໆ​ກໍຕາມ​ທີ່​ຊາວ​ອິຣ່ານ ມີ​ກັບພວກ​ອົງການ​ຂ່າວ​ເຫລົ່າ​ນີ້ ​ແມ່ນ​ເປັນ​ການ​ຕ້ານ​ອະທິປະ​ໃຕ​ຂອງ​ອິຣ່ານ ​ແລະ​ຖືກ​ວ່າ​ເປັນ​ການ​ປະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ຕໍ່​ຊາດ​ອິຣ່ານ.
ປະຕິກິລິຍາຂອງທ່ານໂອບາມາກ່ຽວກັບອິຣ່ານ: ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ລັຖບານ​ອີຣ່ານ​ “ຢຸດ​ຕິການ​ດຳ​ເນີນ​ການທັງ​ໝົດ ທີ່ຮຸນ​ແຮງແລະບໍ່​ຍຸຕິ​ທຳ ຕໍ່ພວກ​ປະຊາຊົນ​ຂອງ​ຕົນນັ້ນ.”
​ໃນ​ການ​ໂຕ້​ຕອບ​ອັນ​ແຂງແຮງທີ່​ສຸດ​ຂອງທ່ານ​ ກ່ຽວ​ກັບຄວາມ​ວຸ້ນວາຍ​ຫລັງ​ການເລືອກ​ຕັ້ງ​ຂອງ​ອິຣ່ານນັ້ນ ປະທານາທິບໍ​ດີ​ໂອ​ບາ​ມາ ກ່າວ​ວ່າ ລັຖບານ​ອີຣ່ານຈະ​ຕ້ອງ​ເຂົ້າ​ໃຈ​ວ່າ ​ເວລາ​ນີ້ໝົດທັງ​ໂລກ​ກຳລັງ​ສິ້ງ​ຊອມ​ເບິ່ງ​ຢູ່ ​ແລະທ່ານຮຽກຮ້ອງ​ໃຫ້​ ອີຣ່ານຈົ່ງ​ປົກຄອງ​ປະ​ເທດ​ດ້ວຍ​ຄວາມ​ເຫັນ​ພ້ອມ​ກັນ ບໍ່​ແມ່ນ​ດ້ວຍ​ການ​ບັງຄັບຂູ່​ເຂັນ
ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ເມື່ອ​ວັນ​ເສົາ ວານ​ນີ້ ລຸນ​ຫລັງ​ທີ່​ມີ​ລາຍ​ງານ​ວ່າ ມີ​ການ​ປະ​ທະ​ກັນ​ລະ​ວ່າງເຈົ້າໜ້າ​ທີ່ ລັຖບານ​ອີຣ່ານ​ແລະ​ພວກ​ປະ​ທ້ວງ​ໃນນະຄອນຫລວງ ເຕຫະຣ່ານ ປະຊາຊົນຫລາຍ​ຮ້ອຍ​ຄົນໄດ້​ເຕົ້າ​ໂຮມ​ກັນ​ທີ່​ນະຄອນ​ນີວຢ໊ອກ ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ​ແລະ​ນະຄອນລອສ​ແອນ​ເຈ​ລີ​ສ ​ເພື່ອ​ທຳ​ການ​ປະ​ທ້ວງການສ​ນັບ​ສນຸນກຸ່ມ​ຝ່າຍ​ຄ້ານ​ຂອງ​ອີຣ່ານ ແລະ​ໃນ​ວັນ​ເສົາວານ​ນີ້​ເຊ່ນ​ກັນ ທີ່​ນະຄອນ​ເຈຣູຊາ​ແລມ ນາຍົກຣັຖມຸນຕີອິສຣາ​ແອ​ລ ທ່ານ SHIMON PERES ​ໄດ້​ກ່າວ​ຊົມ​ເຊີຍພວກ ປະ​ທ້ວງ​ເພື່ອ​ການ​ປະຕິ​ຮູບ​ໃນ​ອິຣ່ານ ​ແລະ​ເວົ້າວ່າ ທ່ານ​ຫວັງ​ວ່າ ຈະ​ໄດ້​ເຫັນ​ການ​ສີ້​ນສຸດ​ລົງ​ຂອງຣັຖບານ​ອິຣ່ານຊຸດ​ປັດຈຸບັນ.ສ່ວນ​ໃນ​ປະ​ເທດ​ເຢຍລະມັນ​ ປະຊາຊົນ​ຫລາຍ​ກ່ວາ ນຶ່ງ​ພັນກວ່າ​ຄົນ​ໄດ້​ພາກັນເດີນ​ປະ​ທ້ວງ​ຕາມ​ຖະນົນ​ຕ່າງໆ​ໃນ​ເມືອງ Hamburg.
ທີ່ອິຣັກ: ຕຳ​ຫລວດ​ແລ​ະພວກ​ກູ້​ໄພ ກຳລັງ​ທຳ​ການ​ຊອກ​ຄົ້ນຕາມ​ຊາກ​ຫັກ​ພັງ​ຂອງ​ໂບດ​ແຫ່ງ​ນື່ງ​ແລະ​ບ້ານ​ເຮືອນ​ຢູ່​ໄກ້​ໆ​ຫລາຍ​ຫລັງ ​ເພື່ອ​ຊອກ​ຫາ ສົບ​ແລະ​ຜູ້​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ ຈາກ​ການ​ໂຈມ​ຕີ​ສະລະ​ຊີບ​ທີ່​ໄດ້​ເອົາ ຊີວິດ​ຜູ້​ຄົນ​ໄປ ຢ່າງ​ນ້ອຍ 72 ຄົນ ​ແລະ​ບາດ​ເຈັບ​ຕື່ມ​ອີກ​ປະມານ200 ຄົນ.
ການ​ໂຈມ​ຕີ​ໃນ​ວັນ​ເສົາ​ວານ​ນີ້​ ຢູ່​ໃກ້​ເມືອງ Kirkuk ​ໃນ​ພາກ​ເໜືອ​ຂອງອິຣັກ ມີ​ຂຶ້ນ​ໃນ​ເວລາ​ພຽງ 10 ມື້ ກ່ອນ​ກຳລັງ​ຂອງ​ສະຫະຣັດມີ​ໝາຍ​ກຳນົດ​ທ່ີ​ຈະ​ຖອນ​ອອກຈາກເຂດ​ຕົວ​ເມືອງ​ແຫ່ງ​ຕ່າງໆ​ຂອງ​ອິຣັກ.
​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ລົດ​ບັນທຸກ​ຄັນ​ນຶ່ງ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ຂະນະ​ທ່ີພວກ​ ໄປ​ໂບດ​ ພາກັນ​ອອກ​ຈາກ​ໂບດ​ໄປ​ ຫລັງ​ຈາກເສັດ​ສິ້ນ​ການ​ສວດມົນ​ໃນ​ ຕອນ​ທ່ຽງ​ ໃນ​ເມືອງ Taza ຊຶ່ງ​ເປັນ​ເມືອງ​ຂອງ​ຊາວ Turk ທາງ​ທິດ ໃຕ້​ຂອງ​ແຂວງ Kirkuk. ມີ​ບ້ານ​ເຮືອນ​ປະມານ 25 ຫລັງ​ໄດ້ຖືກ​ທຳ ລາຍ. ບັນດາ​ເຈົ້າ​ໜ້າ​ທີ່ີການ​ແພດ​ກ່າວ​ວ່າ ມີ​ຜູ້ຍິງ​ແລະ​ເດັກນ້ອຍ​ຮວມ ຢູ່​ໃນ​ພວກ​ຜູ້​ຄົນ​ທ່ີ​ເສັຍ​ຊີວິດ​ໄປ​ນັ້ນ. ຍັງ​ບໍ່​ມີ​ໃຜ​ອ້າງເອົາ​ຄວາມ​ຮັບຜິດ ຊອບ​ໃນ​ການວາງ​ລະ​ເບີດ​ສະລະ​ຊີບຄັ້ງ​ນີ້​ເທື່ອ.
ທ່ີອັຟການີສຖານ:ອົງການເນ​ໂຕ້​ກ່າວ​ວ່າ ທະຫານ​ສອງ​ຄົນເສຍ​ຊີວິດ ​ແລະ​ພນັກ​ງານ​ອີກຈຳນວນ​ຫົກ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ຍິງໂຈມ​ຕີ​ຂອງ​ພວກ​ກະບົດ​ຕໍ່ ຖານ​ທັບ​ອາກາດ​ ​Bagram ຊື່​ງ​ເປັນຄ້າຍໃຫຍ່​ຂອງສະ ຫະຣັຖ​ໃນ​ອາ​ຟ ກາ​ນີສຖານ​ເມື່ອ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ຖານ​ທັບ​ແຫ່ງ​ນີ້ຕັ້ງ​ຢູ່​ໃນ​ແຂວງ​ຄາ​ປີ​ຊາ ທາງ​ທິດເໜືອ​ຂອງ​ເມືອງຫລວງກາ​ບູລ. ຖະ​ແລງ​ການ​ສະບັບ​ນຶ່ງ​ຂອງ​ອົງການເນ​ໂຕ້​ເວົ້າວ່າ ພວກ​ທີ່​ໄດ້​ຮັບ​ບາດເຈັບ​ ໃນ​ການ​ໂຈມ​ຕີ​ຕໍ່​ຖານ​ທັບ Bagram ນັ້ນ ​ໄດ້​ຮັບ​ການ​ຮັກສາ​ພະຍາບານ​ໂຕແລ້ວໃນ​ເວລາ​ນີ້. ​ ອົງການເນ​ໂຕ້​ບໍ່​ໄດ້ແຈ້ງ​ໃຫ້​ຊາບ​ວ່າ​ພວກ​ເຄາະ​ຮ້າຍເປັນທະຫານ​ຊາດ​ໃດ ຕາມ​ກົດ​ລະບຽບ​ຂອງ​ອົງ​ການ.
ຖ​ະ​ແຫລງການຂອງ​ເນໂຕ້​ ຍັງ​ເວົ້າອີກ​ວ່າ ຍັງ​ບໍ່​ຮູ້​ໃນ​ທັນທີນີ້​ເທື່ອວ່າ ມີ​ພົລ​ເຮືອນອາ​ຟກາ​ນີສຖານ​ທີ່​ອາ​ໃສ​ຢູ່​ໃກ້​ຖານ​ທັບ​ທີ່​ຖືກ​ໂຈມ​ຕີນັ້ນ​ ໄດ້​ຮັບ​ອັນ​ຕະລາຍ​ຫລື​ບໍ່. ​ໃນ​ຖະ​ແຫລງ​ການ​ອີກ​ສະບັບ​ນັ້ນ ​ອົງການເນໂຕ້ເວົ້າວ່າ ຊາວ​ອາ​ຟກາ​ນີສຖານ​ຈຳນວນ​3 ​ຄົນເສ​ຍຊີວິດ ​ແລະ​ອີກ 17 ຄົນ​ໄດ້​ຮັບ​ບາດ​ເຈັບໃນ ວັນ​ເສົາ​ວານ​ນີ້​ ທີ່ເມືອງ Pech ​ໃນແຂວງ​ຄູ​ນາ ທາງ​ພາກ​ຕາ​ເວັນ​ອອກ ຂອງ​ອາ​ຟກາ​ນິສຖານ ​ແລະ​ວ່າປະຊາຊົນ​ເຫລົ່ານັ້ນ ​ໄດ້​ຮັບເຄາະ​ຍ້ອນ ຖືກ​ລູກ​ຫລົງ​ ​ໃນ​ການ​ໂຈມ​ຕີພວກ​ກະບົດ ຕໍ່​ຄ້າຍ​ແຫ່ງ​ນື່ງຂອງ​ກອງທັບ​ແຫ່ງ​ຊາດ​ຂອງອາ​ຟກາ​ນີສຖານ.
ນັກ​ຂ່າວ​ໜັງສືພິມNew York Times ຫລົບໜີ​ຈາກ​ກຸ່ມຕາ​ລີ​ບັນ: ນັກ​ຂ່າວ​ໜັງສືພິມ New York Time ຄົນ​ນຶ່ງ​ທ່ີ​ຖືກ​ລັກພາ​ໂຕ​ແລະ​ຖືກກັກ​ໂຕ​ໄວ້​ໃນ​ເທິງ​ພູ​ເຂົາ​ແຫ່ງ​ຕ່າງໆ​ໃນ​ອັຟກາ​ນີສຖານ​ແລະ​ປາ​ກີ​ສຖານ
​ເວລາ​ປອດ​ໄພ​ແລະ​ມີ​ສຸກຂະ​ພາບດີ ຫລັງ​ຈາກ​ຫລົບໜີ​ຈາກ​ກຸ່ມ​ຕາ​ລີ​ບັນທ່ີ​ຈັບ​ໂຕ​ຜູ້ກ່ຽວ​ໄປ​ນັ້ນ.
ໜັງສືພິມ​ສະບັບ​ນີ້​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ນາຍ David Rohde ວັຍ 41 ປີ​ແລະ​ນາຍ Tahir Ludin ນັກ​ຂ່າວ​ອັຟກາ​ນີສຖານ​ພາກັນປີນ​ຂຶ້ນ​ຝາ​ອ້ອມ​ບໍລິ​ເວນ​ບ່ອນ​ທ່ີ​ພວກ​ເຂົາ​ເຈົ້າ​ຖືກກັກ​ຂັງໃນແລງ​ວັນ​ສຸກ​ແລະ​ພາກັນ
​ເອົາ​ໂຕ​ຫລົບໜີ​ໃນ​ຂົງ​ເຂດ Waziristan ​ເໜືອ​ຂອງ​ປາ​ກີ​ສຖານ​ນັ້ນ.
ນັກ​ຂ່າວ​ສອງ​ຄົນ​ນີ້​ພ້ອມ​ດ້ວຍນາຍ Asadullah Mangal ​ຄົນ​ຂັບ​ລົດ​ໃຫ້​ເຂົາ​ເຈົ້າ​ໂດ້ຖືກ​ລັກພາ​ໂຕ​ຢູ່​ນອກ​ນະຄອນຫລວງ​ກຸງ​ຄາ​ບູລ​ໃນ​ເດືອນພະ​ຈິກ​ປີ​ແລ້ວ​ນີ້ ​ແລະ​ໄດ້​ຖືກຈັບ​ເປັນ​ໂຕ​ປະກັນ​ໄດ້7 ​ເດືອນຜ່ານ​ມາ.
​ແຕ່​ນາຍ Mangal ບໍ່​ໄດ້​ຫລົບໜີ​ກັບ​ພວກ​ນັກ​ຂ່າວ​ສອງ​ຄົນ​ນີ້ ​ແຕ່​ຍັງ​ບໍ່​ມີ​ລາຍ​ລະອຽດ​ກ່ຽວ​ກັບ​ເຣື່ອງນີ້ເທື່ອໃນ​ເວລາ​ນີ້. ຫລັງ​ຈາກ​ພວກ​ເຂົາ​ເຈົ້າ​ຫລົບໜີ​ຈາກ​ບໍລິ​ເວນ​ກັກ​ຂັງ​ແລ້ວ ໜັງສືພິມTimes ກ່າວ​ວ່າ ນາຍ Rohde ​ແລະ​ນາຍ Ludin ​ໄດ້​ພົບ​ເຫັນ​ທະຫານ​ປາ​ກີ​ສຖານ​ຄົນ​ນຶ່ງ​ທ່ີ​ພາ​ເຂົາ​ເຈົ້າ​ເອົາ​ໂຕ​ຫລົບໜີ​ມາ. ນາຍRohde​ແມ່ນ​ຄົນ​ນຶ່ງ​ໃນ​ຈຳນວນ​ພວກ​ທ່ີ​ໄດ້​ຮັບ​ລາງວັນ Pulitzerຂອງ​ໜັງສືພິມ Times ທ່ີ​ຕິດຕາມ​ເອົາ​ຂ່າວ​ກ່ຽວ​ກັບ​ ອັຟກາ​ນີສຖານ​ແລະ​ປາ​ກີ​ສຖານ ​ແລະ​ຜູ້ກ່ຽວ​ໄດ້​ກັບ​ໄປ​ຍັງ​ອັຟກາ​ນີສຖານ​ເພື່ອ​ຄົ້ນຄວ້າ
​ເພື່ອ​ຂຽນ​ປຶ້ມ​ອອກ​ມາ.

XS
SM
MD
LG