ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາຖະແຫລງ ກ່ຽວກັບອີຣ່ານ ແລະການແຜ່ຜາຍອາວຸດນີວເຄລຍ


<!-- IMAGE -->

ໃນ​ການ​ໃຫ້​ສຳພາດ​ກັບ​ສະຖານີວິທະຍຸ​ແລະ​ໂທລະພາບບີ​ບີ​ຊີ​ ຂອງ​ອັງກິດ ປະທານາທິບໍດີ ບາຣັກ​ໂອ​ບາ​ມາ ກ່າວ​ວ່າ ​ມັນ​ນອນ​ຢູ່​ໃນ​ຜົນປະໂຫຍດ​ຂອງ​ໂລກ​ແລະ​ຂອງອີຣ່ານ​ເອງ ​ທີ່​ວ່າສາທາ​ລະນະ​ລັດ​ອິສະລາມ​ແຫ່ງ​ນີ້ “ຈະ​ຕ້ອງປະລະ​ຄວາມທະ​ເຍີ​ທະຍານ​ຂອງ​ຕົນ​ ກ່ຽວ​ກັບໂຄງການ​ອາວຸດ​ນີວ​ເຄລຍນັ້ນ”

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ອີຣ່ານ “ມີຄວາມ​ສາມາດ​ບົ່ມ​ຊ້ອນ ທີ່​ຈະເປັນປະ​ເທດ​ມະຫາ​ອຳນາດ​ ແລະ​ຈະ​ເຣີນຮຸ່ງ​ເຮືອງ​ໄດ້​ດີ​ທີ່​ສຸດປະ​ເທດ​ນຶ່ງ​”​ ແຕ່ວ່າ ​ອີຣ່ານມີ​ທາງຈະ​ບັນລຸຄວາມສາມາດບົ່ມ​ຊ້ອນ​ທີ່​ວ່າ​ນີ້​ໄດ້ຫລາຍກ່ວາ ຖ້າ​ຫາກ​ອິຣ່ານ ປະລະໂຄງການ​ອາວຸດນິວ​ເຄລຍຂອງຕົນ ທີ່​ອາດ ສາມາດ​ຊຸກຍູ້ໃຫ້​ເກີດ​ມີ​ການ​ແຂ່ງຂັນ​ກັນ​ດ້ານອາ​ວຸດ​ນີວ​ເຄລຍ​ ຢູ່ໃນ​ພູມີ​ພາກ​ນັ້ນໄດ້

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ອີຣ່ານນັ້ນ​ ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ ແລະ​ຄວາມ​ປາຖນາ​ດ້ານ​ພະລັງງານ​ ​ທີ່​ຖືກ ຕ້ອງ​ຊອບ​ທຳ ​ແຕ່​ທ່ານ​ກ່າວ ຕໍ່​ໄປ​ວ່າ “ສິ່ງ​ທີ່​ຖືກຕ້ອງ​ໃນ​ເວລາ​ນີ້ ກໍ​ແມ່ນ​ລິເລີ່​ມດຳ​ເນີນ​ຂັ້ນຕອນ​ທີ່​ມີ​ຄວາມ​ໝາຍ​ ແລະ​ຢ່າງ​ແຂງ​ຂັນ​ເອົາ​ຈິງ​ເອົາ​ຈັງ ບໍ່​ສະ​ເພາະແຕ່​ລະ​ວ່າງ ສະຫະຣັດ​ແລະ​ອີຣ່ານ ​ສອງ​ປະ​ເທດເທົ່າ​ນັ້ນ ​ແຕ່​ພ້ອມ​ດຽວ​ກັນກໍ​ສືບ​ຕໍ່ການ​ເຈລະ​ຈາໃນ​ແນວທາງ​ສ້າງສັນ​ ກັບກຸ່ມ​ພີ​ຫ້າ​ບວກ​ນຶ່ງ​ ນັ້ນ​ນຳ”

ປະທາ​ນາ​ທິບໍດີ​ໂອ​ບາ​ມາ​ ໄດ້​ຫັນປ່ຽນ​ນະ​ໂຍບາຍ​ຂອງສະຫະຣັດກ່ຽວ​ກັບ​ອິຣ່ານ ​ແລະ​ກຳລັງ​ດຳ​ເນີນ​ຍຸ​ທະ​ສາດ​ດ້ານ​ການ​ທູດ​ ທີ່​ໂຮມ​ທັງ​ການ​ປະກອບສ່ວນໂດຍເຕັມໃນ​ການ​ປຶກສາ​ຫາລື​ກັນ​ທາງ​ການ​ທູດ​ກັບອິຣ່ານ ກ່ຽວ​ກັບ​ໂຄງການ​ອາວຸດ​ນີວ​ເຄລຍຂອງ​ອິຣ່ານ ກັບ​ບັນດາ​ຜູ້​ຕາງ​ໜ້າ ຈາກ​ປະ​ເທດ​ອັງກິດ ຈີນ ຝລັ່ງຣັດ​ເຊຍ ​ແລະ​ເຢຍລະ​ມັນ.ທ່ານ​ໂອ​ບາ​ມາ​ ໄດ້​ບອກ​ກັບ​ບີ​ບີ​ຊີ​ວ່າ “ຖ້າ​ຫາກ​ວ່າ ຄວາມ​ຄຽດ​ແຄ້ນ​ກັນ​ລະ​ວ່າງ​ສະຫະຣັດແລະ​ອີຣ່ານ ທີ່​ມີ​ມາ​ເປັນ​ເວລາ​ໄດ້​ສາມ​ສິບ​ປີນັ້ນ ເປັນ​ສາເຫດຂັດຂວາງບໍ່​ໃຫ້ປະຊາຊົນອີຣ່ານຫລິງ​ເຫັນໄພ​ອັນຕະລາຍ​ ທີ່​ຈະ​ຕິດຕາມ ມາ ຈາກໂຄງການ​ນີວ​ເຄລຍຂອງ​ຕົນນັ້ນ​ແລ້ວ ສະຫະຣັດກໍ​ຢາກ​ຈະ​ເປີດ​ປະຕູ​ໄປ​ສູ່​ການ​ປຶກສາ​ຫາ​ລື​ກັນ ​ແລະ​ຈະລໍຖ້າເບິ່ງ​ວ່າ ອີຣ່ານຈະພ້ອມ​ທີ່​ຈະ​ຍ່າງຜ່ານ​ປະ​ຕູນັ້ນ ຫລື​ບໍ່.​

ທ່ານ​ໂອ​ບາ​ມາ​ຍັງ​ໄດ້​ກ່າວ​ອີກ​ວ່າ ພາກສ່ວນນື່ງ​ຂອງ​ການແກ້​ໄຂບັນຫາ ທີ່ທ່ານ​ຫລິງ​ເຫັນ​ ​ກໍ​ແມ່ນ ​ຈັດຕັ້ງ​ປະຕິບັດ​ຄືນ​ໃໝ່​ ແຜນການບໍ່ແຜ່ຜາຍ ຫລືຂະຫຍາຍອາວຸດນີວ​ເຄລຍອອກ​ໄປນັ້ນ ຢ່າງ​ແຂງ​ຂັນ​ຂື້ນ​ແລະ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂື້ນ ຊຶ່ງ​ໂຮມ​ທັງ ໃຫ້ສະຫະຣັດ​ແລະຣັດ​ເຊຍ ຫລຸດຜ່ອນຈຳນວນອາວຸດນິວເຄລຍຂອງຕົນ ທີ່ມີສະ​ສົມ​ໄວ້​ນັ້ນ ​ລົງ​ຢ່າງ​ຫລວງຫລາຍ​.” ທ່ານ​ໂອບ​າມາ​ກ່າວ​ຕໍ່ໄປວ່າ “ການ​ກະທຳ​ດັ່ງ ກ່າວ​ນີ້ ອາດສາມາດ​ພາ​ໃຫ້ຄວາມ​ຮູ້ສຶກຂອງປະຊາຊົນ​ອິຣ່ານ ທີ່ວ່າ​ພວກເຂົາເຈົ້າຖືກປະຕິບັດ​ຕໍ່ ໃນແບບທີ່​ແຕກ​ຕ່າງ​ໄປ​ຈາກ​ຄົນອື່ນໆນັ້ນ ຫລຸດນ້ອຍລົງ ຊື່ງທ່ານກ່າວວ່າ “ມັນ​ເປັນ​ຄວາມຮູ້ສຶກ ທີ່ເຮັດໃຫ້​ອີຣ່ານຕ້ອງສ້າງອາວຸດເພື່ອປ້ອງກັນໂຕນັ້ນ.”

ປະທານາທິບໍ​ດີ​ໂອ​ບາ​ມາ​ກ່າວ​ໃນ​ທີ່​ສຸດ​ວ່າ ​ພາກສ່ວນ​ນື່ງຂອງແຜນການ​ປະຕິບັດ​ງານ​ ອັນກວມກວ້າງ​ກວ່າ​ເກົ່າຂອງ​ພວກ​ເຮົ​າ​ ກໍຄື​ການ​ສົນທະ​ນາ​ຫາລື​ກັນໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂື້ນ ​ກ່ຽວກັບ​ວ່າ​ປະ​ເທດ​ຕ່າງໆທັງໝົດ​ ​ມີ​ຄວາມ​ສົນ​ໃຈທີ່​ຈະ​ກຳຈັດ​ ​ແລະ​ຫລຸດ​ຜ່ອນ​ການ​ແຜ່ຜາຍ​ອາວຸດນີວ​ເຄລຍນັ້ນແບບ​ໃດ.

XS
SM
MD
LG