ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິກິດການການເງິນໂລກເຮັດໃຫ້ລາຍຮັບຈາກການທ່ອງທ່ຽວ ແຂວງຫລວງພະບາງຫລຸດລົງ


ລາຍຮັບໃນແຂວງຫລວງພະບາງໃນຕະ ຫລອດຊ່ວງແຜນການ ປະຈຳປີ 2008 ຫາ 2009 ນີ້ ຈະຫລຸດລົງຈາກໃນໄລຍະ ແຜນການຜ່ານມາ ເຖິງແມ່ນວ່າໃນໄລ ຍະຫົກເດືອນຕົ້ນປີຂອງແຜນການ ດັ່ງ ກ່າວນີ້ ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນ ທາງເຂົ້າໄປທ່ອງທ່ຽວໃນແຂວງ ຫລວງພະບາງເພີ້ມ ຂຶ້ນກໍຕາມຫາກແຕ່ ວ່າສຳລັບນັກທ່ອງທ່ຽວພາຍໃນ ກັບມີ ແນວໂນ້ມ ທີ່ຈະຫລົດໜ້ອຍຖອຍລົງ ເລື້ອຍໆ ຍ້ອນຜົນກະທົບຈາກບັນຫາ ວິກິດການທາງເສດຖະ ກິດການເງິນໂລກ.

ພະແນກການເງິນຂອງແຂວງຫລວງພະບາງລາຍງານວ່າ ໃນໄລຍະຫົກເດີນທໍາອິດຂອງ ແຜນການປະຈຳປີ 2008 ຫາ 2009 ຫລື ນັບຈາກເດືອນຕຸລາປີ 2008 ຫາເດືອນມີນາ ປີ 2009 ນີ້ ທາງການແຂວງຫລວງພະບາງ ສາມາດຈັດເກັບລາຍຮັບໄດ້ ຫລາຍກວ່າ 49 ຕື້ກີບ ຫລື ຄຶດເປັນ 62% ຂອງແຜນການຕະຫລອດປີ ໂດຍລາຍຮັບສ່ວນໃຫຍ່ ໄດ້ມາຈາກການ ຈັດເກັບພາສີອາກອນ ຄ່າທຳນຽມຕ່າງໆ ລາຍຮັບຈາກຊັບສິນຂອງລັດ ຖະບານ ແລະ ລັດ ວິສະຫະກິດ ລວມໄປເຖິງລາຍຮັບຈາກພາກທຸລະກິດບໍລິການ ແລະ ການທ່ອງທ່ຽວ.

ແຕ່ຢ່າງໃດກໍຕາມ ຈົນເຖິງສິ້ນໄລຍະຂອງແຜນການປະຈຳປີ 2008 ຫາ 2009 ຊຶ່ງຈະ ສິ້ນສຸດໄລຍະ ໃນເດືອນກັນຍາປີນີ້ ພະແນກການເງິນຂອງ ແຂວງຫລວງພະບາງກໍໄດ້ ຕັ້ງເປົ້າໝາຍໄວ້ວ່າ ຈະສາມາດຈັດເກັບລາຍຮັບໄດ້ທັງໝົດ ຄຶດເປັນມູນຄ່າລວມປະມານ 79 ຕື້ 300 ລ້ານກີບ ຊຶ່ງຖືວ່າເປັນລາຍຮັບທີ່ຫລຸດລົງ ຈາກໃນໄລຍະແຜນການປະຈຳປີ 2007 ຫາ 2008 ທີ່ຜ່ານມາໃນມູນຄ່າ ຫລາຍກວ່າ 1.700 ລ້ານກີບ ໂດຍສາເຫດມາ ຈາກບັນຫາ ກະທົບຈາກວິກິດການ ທາງເສດຖະກິດການເງິນໂລກນັ້ນເອງ.

ທັງນີ້ ໂດຍສະເພາະແມ່ນໃນດ້ານບໍລິການ ແລະ ການທ່ອງທ່ຽວນັ້ນ ຖືເປັນພາກທຸລະກິດ ທີ່ມີແນວໂນ້ມທີ່ຈະຖືກກະທົບຫລາຍທີ່ສຸດ ໂດຍເຖິງແມ່ນວ່າໃນໄລຍະຫົກເດືອນຕົ້ນປີ ຂອງແຜນການປະຈຳປີນີ້ ຈະຍັງຄົງມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງໄປທ່ອງທ່ຽວ ຢູ່ແຂວງຫລວງພະບາງເພີ່ມຂຶ້ນຈາກປີກາຍກໍຕາມ ຫາກແຕ່ວ່າ ສຳລັບນັກທ່ອງທ່ຽວທີ່ຢູ່ ພາຍໃນ ປະເທດລາວເອງນັ້ນ ກັບເດີນທາງໄປໃນແຂວງຫລວງພະບາງ ຫລຸດຈຳນວນ ລົງເລື້ອຍໆ ນັບຈາກ ເດືອນເມສາປີນີ້ເປັນຕົ້ນມາ.

ຍິ່ງໄປກວ່ານັ້ນ ສຳລັບໃນໄລຍະນີ້ ຊຶ່ງເປັນ ຊ່ວງລະດູຝົນດ້ວຍແລ້ວ ກໍຍັງເຮັດໃຫ້ມີຈຳ ນວນນັກທ່ອງທ່ຽວພາຍໃນ ແລະຕ່າງຊາດ ເດີນທາງເຂົ້າໄປໃນແຂວງຫລວງພະບາງ ຫລຸດໜ້ອຍຖອຍລົງເລື້ອຍໆ ຈຶ່ງໄດ້ສົ່ງຜົນ ກະທົບຢ່າງໜັກ ຕໍ່ບັນດາເຈົ້າຂອງກິດຈະ ການ ຮ້ານອາຫານ, ບ້ານພັກ, ແລະ ໂຮງ ແຮມ ໂດຍສະເພາະແມ່ນໃນສ່ວນຂອງ ບ້ານພັກ ແລະ ໂຮງແຮມນັ້ນ ເຖິງກັບ ຕ້ອງມີການປັບຫລຸດລາຄາ ຄ່າຫ້ອງພັກ ລົງຈາກລາຄາປົກກະຕິ ເຖິງ 70% ເພື່ອເປັນການດຶງດູດເອົານັກທ່ອງທ່ຽວ. ຫາກແຕ່ວ່າ ກໍຍັງບໍ່ເປັນຜົນເຮັດໃຫ້ມີນັກທ່ອງທ່ຽວເພີ້ມຂຶ້ນແຕ່ຢ່າງໃດ. ນອກຈາກນັ້ນ ການແຜ່ລະ ບາດຂອງເຊື້ອໂລກໄຂ້ຫວັດໃຫຍ່ ຊະໜິດ A ສາຍພັນ H1N1 ຢູ່ໃນທົ່ວໂລກໃນເວລານີ້ ແລະ ຢູ່ໃນລາວເອງກໍໄດ້ມີການ ກວດພົບຊາວອັອສເຕຣເລຍຄົນໜຶ່ງ ທີ່ຕິດເຊື້ອສະໜິດ ດັ່ງກ່າວນີ້ແລ້ວ ກໍຍັງນັບເປັນ ອີກບັນຫາໜຶ່ງທີ່ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວໃນລາວ ແລະ ແຂວງຫລວງພະບາງ ຢ່າງຫລີກລ້ຽງບໍ່ໄດ້ ຊຶ່ງຕໍ່ສະຖານະການດັ່ງກ່າວນີ້ ຈຶ່ງໄດ້ເຮັດໃຫ້ທາງການແຂວງຫລວງພະບາງ ປະເມີນສະຖານະການວ່າ ໃນຕະຫລອດ ປີນີ້ ນັກທ່ອງທ່ຽວຕ່າງຊາດຈະເດີນທາງເຂົ້າໄປ ໃນແຂວງຫລວງພະບາງ ຫລຸດລົງຈາກ ປີກາຍ ຄຶດເປັນສັດສ່ວນທີ່ຫລາຍກວ່າ 10% ຢ່າງແນ່ນອນ.


ຊົງຣິດໂພນເງິນ ລາຍງານຈາກບາງກອກໃນວັນທີ 27 ມິຖຸນາ 2009

XS
SM
MD
LG