ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະຣັດ ຈະສຸມໃສ່ສ້າງສູນປິ່ນປົວ ພະຍາດຊຳເຣື້ອ


ສະຖາບັນສຸຂະພາບແຫ່ງຊາດ ຫລື NIH ເຊິ່ງເປັນອົງການຄົ້ນ ຄວ້າດ້ານການ​ແພດ ທີ່ໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານ ກາງສະຫະລັດ ກຳລັງ​ນຳພາ​ໃນການສ້າງຕັ້ງສູນກາງປິ່ນປົວພະ ຍາດເຮື້ອຮັງ ໃນບັນດາປະເທດ ກຳລັງພັດທະນາ 11 ປະເທດ ບ່ອນທີ່ໂຣກຕ່າງໆ ເຊັ່ນໂຣກເບົາຫວານ, ໂຣກມະເຮັງ ແລະ ພະຍາດຫົວໃຈ ໄດ້ກາຍເປັນບັນຫາໃຫຽ່ ທີ່ເຮັດໃຫ້ຄົນເສັຽຊີວິດ ຫລາຍກວ່າໂຣກ ທີ່ເກີດມາຈາກເຊື້ອ Bacteria ຫລື​ຕິດ​ຕໍ່​ຜ່ານ​ເຊື້ອ​ແບັກ​ທີ​ເຣັຍ.

ພະຍາດ​ເຮື້ອ​ຮັງ​ ຫລື​ໂຣກຊ້ຳ​ເຮື້ອຕ່າງໆ ທີ່ກ່ຽວຂ້ອງກັບວິຖີການ​ດຳລົງຊີວິດ ​ແລະມີສາເຫດມາຈາກ ການຂາດ ການອອກກຳລັງກາຍ ​ແລະການກິນອາຫານ​ປະເພດໄວ​ທັນ​ໃຈ ທີ່ຫາຊື້​ກິນ​ໄດ້​ງ່າຍໆ ເພື່ອ ຄວາມສະດວກ ຢູ່ຕາມຮ້ານຂາຍຂອງກິນ ຫລືທີ່​ເອີ້ນກັນ​ວ່າ fast food ນັ້ນ ​ແມ່ນ​ເປັນສາ​ເຫດ​ຂອງ ປະມານ 60% ຂອງການ ຕາຍ ຂອງຜູ້ຄົນ ຢູ່​ໃນບັນດາປະເທດກຳລັງພັດທະນາ ຊື່​ງນັບ​ວ່າ​ເປັນຜົນ ເສຍຫາຍຕໍ່ສຸຂະພາບຂອງປວງຊົນ ທີ່​ຮ້າຍແຮງກວ່າພວກໂຣກ ຕ່າງໆ ທີ່ເກີດຈາກພະຍາດກາຝາກ ຫລືໂຣກ​ທີ່​ສືບ​ເນື່ອງ​ມາ​ຈາກ​ເຊື້ອພະຍາດ ຊຶ່ງກໍເປັນໂຣກທີ່ພາໃຫ້ເກີດການເຈັບປ່ວຍແລະລົ້ມ ຕາຍ ຫລາຍເຊ່ນ​ກັນ ໃນພວກປະເທດທີ່ທຸກຈົນທີ່ສຸດນັ້ນ.

ບັນດານັກຊ່ຽວຊານເວົ້າວ່າ ຖ້າຫາກບໍ່ມີການ​ເອົາ​ບາດກ້າ​ວ​ໃດໆ ​ເພື່ອຢຸດຢັ້ງທ່າອ່ຽງທີ່ບໍ່ດີນີ້​ແລ້ວ ພາຍ​ໃນປີ 2015 ກໍ​ແມ່ນຈະມີຮອດ 41 ລ້ານຄົນໃນທົ່ວໂລກ ທີ່​ຈະຕ້ອງ​ເສັຍຊີວິດ​ໄປໃນແຕ່ລະປີ ຍ້ອນ ການ​ເຈັບ​ປ່ວຍເປັນ​ໂຣກ ຕ່າງໆ ເຊ່ນ​ໂຣກເບົາຫວານ ​ແລະ ພະຍາດ ຫົວໃຈ, ເຊິ່ງເຄິງນຶ່ງຂອງພວກທີ່ເຄາະຮ້າຍ ແມ່ນ​ເປັນ​ຊາວໜຸ່ມ ອາຍຸບໍ່ເຖິງ 70 ປີ.

ສະຖາບັນດ້ານຫົວໃຈ, ປອດ ແລະເລືອດແຫ່ງຊາດສະຫະລັດ ກຳລັງໃຫ້ການ ຊ່ວຍເຫລືອ ໃນການ ສ້າງຕັ້ງສູນກາງປິ່ນປົວພະຍາດ ຊ້ຳເຮື້ອ ຢູ່ໃນບັນດາປະເທດກຳລັງພັດທະນາ 11 ປະເທດ ຊຶ່ງລວມ ທັງ ອິນເດັຍ, ຈີນ, ກົວເຕມາລາ, ເຄັນຢາ, ອາຟຣິກາໃຕ້, ທັນ​ຊາ ເນຍ, ຕູນີເຊຍ ແລະ​ໃນ​ເຂດຊາຍແດນລະຫວ່າງ ສະຫະຣັດ ກັບ ແມັກຊິກໂກ. ຈຸດປະສົງຂອງສູນ​ກາງເຫລົ່ານີ້ ກໍ​ແມ່ນເພື່ອໃຫ້ຄວາມ ຮູ້ແກ່ຄົນທົ່ວໄປ ກ່ຽວກັບ ການເຈັບປ່ວຍຍ້ອນພະຍດຊ້ຳເຮື້ອຕ່າງໆ ແລະ ຊ່ວຍປິ່ນປົວຄົນເຈັບ.

ທ່ານ Richard Smith ຜູ້ອຳນວຍການອົງການ​ ຣິ​ເຣິ່ມປິ່ນປົວໂຣກ ຊ້ຳ​ເຮື້ອ UnitedHealth ຫລື United Health Chronic Disease Initiative ທີ່​ນະຄອນຫລວງ​ລອນ​ດອນ ປະ​ເທດ​ອັງກິດ, ຊື່​ງ​ທຳ​ງານ ຮ່ວມ ກັນ ກັບສະ​ຖາ​ບັນ​ສຸຂພາບຂອງສະຫະຣັດ ​ເວົ້າວ່າ ມີຄົນ​ເປັນໂຣກຊ້ຳ​ເຮື້ອເພີ້ມຂຶ້ນຢ່າງສະ​ມ່ຳສະ​ເມີ ຢູ່​ໃນບັນດປະ​ເທດພວມ​ພັດ ທະນາ ໃນ​ຂະນະ​ທີ່​ປະຊາຊົນ​ພາກັນ​ຍົກຍ້າຍ​ຈາກ​ເຂດ​ຊົນ​ນະ​ບົດ ​ເຂົ້າ​ໄປ​ຢູ່​ໃນ​ຫົວ​ເມືອງ​ໃຫຍ່ ​ແລະ ຫັນປ່ຽນ​ໄປ​ໃຊ້​ຊີວິດ​ແບບ​ຊາວ​ຕາ​ເວັນ​ຕົກ. ​

ທ່ານ Smith ​ເວົ້າອີກ​ວ່າ ທາງອົງການ​ອະນາ​ໄມ​ໂລກ ຫລື WHO ​ກໍໄດ້​ພະຍາຍາມ ປະສານ​ງານ​ໃຫ້ມີ​ການ​ຕອບ​ສະ​ນອງ​ຫລື​ຕອບ​ໂຕ້ ຮ່ວມ​ກັນ ຕໍ່ບັນ​ຫາ​ຂອງໂຣກຊ້ຳ​ເຮື້ອ​ນີ້ ຫາກ​ແຕ່​ວ່າ ​ເງິນ​ທີ່ພວກປະ​ເທດທີ່​ໃຫ້​ຄວາມ​ຊ່ວຍ​ເຫລືອ ມອບໃຫ້​ ເພື່ອ​ໃຊ້​ເປັນ​ທຶນ​ໃນ​ການ​ດຳ​ເນີນໂຄງ​ການ​ແກ້​ໄຂບັນຫາໂຣກຊ້ຳ​ເຮື້ອນັ້ນ ກັບໄດ້​ຖືກ​ໄປ​ນຳ​ໃຊ້ ​ໃນ​ການປາບ​ພວກ​ພະຍາດ​ທີ່​ມີ​ສາ​ເຫດ ມາຈາກ​ເຊື້ອ​ໂຣກ ຫລື​ໂຕ​ແບັກ​ທີ​ເຣັຍ ຫລືພະຍາດ​ຕິດ​ແປດ​ຜ່ານ​ເຊື້ອ​ໂຣກນັ້ນ ເກືອບໝົດ.

ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ​ຂອງ​ສະຫະລັດ ​ໄດ້​ອະນຸມັດ​ເງິນ​ຊ່ວຍ ​ເຫລືອ​ໃຫ້ 26 ລ້ານ$ ​ເພື່ອ​ເປັນ​ທຶນ​ໃນ​ຂັ້ນຕົ້ນ ສຳລັບ​ໂຄງການ​ສ້າງ​ສູນ​ກາງ​ປິ່ນປົວພະຍາດ​ເຮື້ອ​ຮັງໃນ 11 ປະ​ເທດ​ພວມ​ພັທນາ ຊື່​ງມີ​ກຳໜົດ 5 ປີ ນັ້ນ.

XS
SM
MD
LG