ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານ ເຕືອນຝ່າຍຄ້ານ ກ່ຽວກັບການປະທ້ວງຕື່ມອີກ


ທີ່ອິຣ່ານ: ຣັຖບານ​ອິຣ່ານ​ໄດ້​ອອກ​ຄຳ​ເຕືອນ​ຢ່າງ​ເຂັ້ມ​ງວດ​ຕໍ່ພວກ​ຝ່າຍ​ຄ້ານ​ໃນ​ປະ
​ເທດ​ໃນ​ວັນ​ເສົາ​ມື້​ນີ້ ຕໍ່​ການ​ປະ​ທ້ວງ​ໃດໆ​ທ່ີ​ຈະ​ເກີດ​ຂຶ້ນ​ອີກ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ​ປະທານາ ທິບໍດີ​ທ່ີ​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນ. ກ່ອນ​ໜ້າ​ນີ້​ພວກ​ຝ່າຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້ການ​ປະ​ທ້ວງ​ຂຶ້ນ​ອີກ​ໃນ​ກຸງ​ເຕ່ຣ່ານ​ແລະ​ໃນ​ທົ່ວ​ໂລກ ນຶ່ງ​ມື້​ຫລັງ​ຈາກ​ຜູ້ນຳ​ສູງ​ສຸດ​ຂອງ​ອິຣ່ານກ່າວ​ວ່າ ການ​ເລືອກ​ຕັ້ງ​ເອົາ​ທ່ານ​ມັກ​ມຸດ​ອະ​ມາ​ດີ​ເນ​ຈາດ​ເປັນ​ປະທານາທິບໍດີອີກ​ສ​ໄມ​ນຶ່ງ​ນັ້ນ​ຈະ​ຕ້ອງ​ຮັບ​ເອົາ.
ພວກ​ທ່ີ​ເຫັນ​ເຫດການ​ລາຍ​ງານ​ວ່າ ​ໄດ້​ເຫັນ​ພວກ​ຕຳຫລວດ​ຢ່າງ​ຫລວງຫລາຍ​ປະຕິບັດ​ງານ​ໃນ​ສະຖານ​ທ່ີ​ທ່ີ​ມີ​ການວາງ​ແຜນ​ທຳ​ການ​ຊຸມນຸມ​ປະ​ທ້ວງ​ຂຶ້ນ​ອີກ​ໃນ​ນະຄອນຫລວງ​ນັ້ນ ​ແລະ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ກ່າວ​ຕໍ່​ທ່ານ Mir Hussein Mousaviຜູ້​ສມັກຮັບ​ເລືອກ​ຕັ້ງ​ທ່ີ​ໄດ້​ຮັບ​ການ​ປາ​ໄຊ​ໄປ​ນັ້ນ​ວ່າ ທ່ານ​ຈະ​ເປັນ​ຜູ້​ຮັບຜິດຊອບສຳລັບ​ຜົນ​ສະທ້ອນ​ຂອງ​ການ​ຊຸມນຸມ​ປະ​ທ້ວງ​ທ່ີ​ຜິດ​ກົດໝາຍ​ທ່ີອາດ​ຈະ​ຕິດ​ມາ​ນັ້ນ.
ສະຫະຣັດ​ແລະ​ອັຟກາ​ນີສຖານ: ກອງ​ທັບ​ສະຫະຣັດກ່າວ​ວ່າ ຄວາມ​ລົ້ມ​ແຫລວ​ຂອງ​ກຳລັງ​ສະຫະຣັດທ່ີ​ບໍ່
ປະຕິບັດ​ຕາມ​ກົດ​ລະບຽບ​ທ່ີ​ຖຖືກຕ້ອງ​ເໝາະ​ສົມ ​ເບິ່ງ​ຄື​ວ່າ​ໄດ້​ຍັງ​ຜົນ​ເຮັດ​ໃຫ້​ພວກ​ພົນລະ​ເຮືອນ​ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ 26 ຄົນ​ໃນ​ລະຫວ່າງ​ການ​ຕໍ່ສູ້​ກັນ​ກັບ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ຕາ​ລີ​ບັນ​ໃນ​ພາກ​ຕາ​ເວັນ​ຕົກຂອງ​ອັຟກາ ​ນີສຖານ. ​ໃນ​ລາຍ​ງານ​ສະບັບ​ນຶ່ງ​ທ່ີ​ເປີດ​ເຜີຍ​ອອກ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ກອງທັບ​ສະຫະຣັດກ່າວ​ວ່າ ​ເຮືອບິນ​ສະຫະຣັດ​ໄດ້​ຖິ້ມລະ​ເບີດ​ໃສ່​ພວກ​ອາຄານ​ຕ່າງໆ​ທ່ີ​ອາດ​ຈະ​ມີ​ພວກ​ພົນລະ​ເຮືອນ​ອາໄສ​ຢູ່​ໃນ​ໃນ​ຂະນະ​ທ່ີ່ການ​ຖິ້ມ​ລະ​ເບີດ​ເຫລົ່າ​ນີ້​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ພວກ​ນັກຕໍ່ສູ້​ກຸ່ມ​ຕາ​ລີ​ບັນ​ໃນ​ແຂວງ Farah ​ໃນ​ວັນ​ທີ4 ພຶດສະພາ​ຜ່ານ​ມາ ຊຶ່ງທາງ​ພວກ​ເຈົ້າ​ໜ້າ​ທ່ີ​ສະຫະຣັດກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ຢ່າງ​ນ້ອຍ 78ຄົນ​ໄດ້​ເສັຍ​ຊີວິດ​ໄປໃນ​ການ​ປະ​ທະ​ກັນ​ນັ້ນ.
ການ​ສືບສວນ​ພາຍ​ໃນ​ສລຸ​ບວ່າຄວາມ​ບໍ່​ສາມາດ​ມອງ​ເຫັນ​ການ​ມີໜ້າ​ຂອງ​ພວກ​ພົນລະ​ເຮືອນ​ຢູ່​ໃນອາຄານ​ແລະ​ປະ​ເມິ​ນຄວາມ​ບົ່ມ​ຊ້ອມຂອງ​ຄວາມເສັຍ​ຫາຍ​ຈາກ​ການ​ໂຈມ​ຕີ​ນັ້ນ​ແມ່ນ​ບໍ່​ສອດຄ່ອງ​ກັບ​ເປົ້າ​ໝາຍ​ຂອງສະຫະຣັດ​ໃນ​ການ​ອຳນວຍ​ຄວາມ​ໝັ້ນຄົງ​ປອດ​ໄພ​ແກ່​ພວກ​ປະຊາຊົນ​ອັຟກາ​ນີສຖານ​ນັ້ນ.
ຈຳນວນ​ຜູ້​ເສັຍ​ຊີວິດ​ຂອງພວກ​ພົນລະ​ເຮືອນທ່ີ​ທາງ​ກອງທັບ​ສະຫະຣັດປະ​ເມິ​ນນັ້ນ​ແມ່ນ​ຕ່ຳ​ກວ່າ​ຈຳນວນ​ທ່ີ​ທາງ​ເຈົ້າ​ໜ້າ​ທ່ີອັຟກາ​ນີສຖານ​ນັ້ນ
ອິນ​ເດັຍ​ແລະ​ເຮືອບິນ​ສະຫະຣັດ: ບັນດາ​ເຈົ້າ​ໜ້າ​ທ່ີ​ອິນ​ເດັຍກ່າວ​ວ່າ ​ເຮືອບິນ​ບັນທຸກ​ຂອງສະຫະຣັດລຳ
ນຶ່ງ​ທ່ີ​ບັນທຸກ​ລູກ​ກະສຸນ​ແລະ​ວັດຖຸ​ລະ​ເບີດ​ທ່ີ​ມຸ່ງ​ໜ້າ​ໄປ​ຍັງ​ອັຟກາ​ນີສຖານ​ໄດ້​ຖື​ກສັ່ງ​ໃຫ້​ລົງ ຈອດ​ໃນ​ເມືອງ Mumbai ຂອງ​ອິນ​ເດັຍຫລັງ​ຈາກເຮືອບິນ​ລຳ​ນີ້​ລະ​ເມີດ​ນ່ານຟ້າ​ຂອງ​ອິນ​ເດັຍ. ບັນດາ​ເຈົ້າ​ໜ້າ​ທີ່​ປະຈຳ​ສນາມ ​ບິນ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ​ເຮືອ​ບິນ​ລຳນີ້​ບິນ​ອອກ​ຈາກ​ຖານ​ທັບ​ອາກາດ​ທ່ີ​ເກາະ Diego Garcia ​ໃກ້ໆ​ກັບ​ເກາະ Mauritius ​ໃນ​ມະຫາສມຸດ​ອິນ​ເດັຍ ​ແລະ​ກຳລັງ​ບິນ​ມຸ່ງ​ໜ້າ​ໄປ​ສູ່​ແຂວງ​ກັນດາ​ຮາ ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ. ​ໂຄສົກ​ກອງທັບ​ອາກາດ​ອິນ​ເດັຍກ່າວ​ຕໍ່​ອົງການ​ຂ່າວ Press Trust India ວ່າ ​ເຮືອ
ບິນ​ລຳ​ນີ້​ໄດ້​ບິນ​ຂ້າມ​ນ່ານຟ້າ​ໃນ​ພາກ​ພາກ​ຕາ​ເວັນ​ຕົກຂອງ​ອິນເດັຍ​ໃນ​ແລງ​ວັນ​ສຸກ​ຜ່ານ​ມາ​ໂດຍ​ບໍ່​ໄດ້​ ຮັບ​ອະນຸຍາດ​ຈາກ​ອິນ​ເດັຍ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ພວກ​ລູກ​ເຮືອ2 ຄົນ​ພ້ອມ​ທັງ​ພວກ​ຄົນ​ໂດຍສານ 6 ຄົນ ​ກຳລັງ​ຈະ​ຂຶ້ນ​ເຮືອບິນ​ລຳ​ນີ້ ​ແລະ​ເວລາ​ນີ້​ກຳລັງ​ລໍຖ້າ​ຮັບ​ອະນຸຍາດ​ໃຫ້​ບິນ​ອອກ​ຈາກ​ສນາມບິນ​ລະຫວ່າງ​ຊາດ​ຂອງ​ເມືອງMumbai ຢູ່.

ທີ່​ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ກ່າວ​ວ່າ ພວກ​ພົນລະ​ເຮືອນ 6 ຄົນ​ເສັຍ​ຊີວິດ​ຈາກ ​ລະ​ເບີດ​ທ່ີ​ແຕກ​ຂຶ້ນ​ໃນ​ແຄມ​ຖນົນ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນຕົກ​ຂອງ​ອັຟກາ​ນີສຖານ. ​ໂຄ​ສົກ​ປະຈຳ​ເຈົ້າ​ ແຂວງ ກ່າວ​ວ່າ ການ​ໂຈມຕີ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ແລງ​ວັນ​ສຸກ​ວານ​ນີ້​ໃນ​ເມືອງ Gozara ຂອງ​ແຂວງ Herat. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ມີ​ແມ່ຍິງ 3 ຄົນ​ຮວມຢູ່​ໃນຈຳນວນ​ພວກ​ທ່ີ​ເສັຍ​ຊີວິດ​ໄປ​ນັ້ນ​ເວລາ​ລົດ​ຂອງ​ເຂົາ​ເຈົ້າ​ຖືກລະ​ເບີດ​ແຕກ​ຂຶ້ນ​ນັ້ນ. ​ໃນ​ວັນ​ສຸກ​ວານ​ນີ້​ເຊັ່ນ​ກັນ ບັນດາ​ນາຍ​ທະຫານ​ກອງທັບ​ສະຫະຣັດກ່າວ​ວ່າ ທະຫານ​ສະຫະຣັດ 2 ຄົນ​ເສັຍ​ຊີວິດ​ເວລາ​ລະ​ເບີດ​ລູກ​ນຶ່ງ​ແຕກ​ຂຶ້ນຢູ່​ແຄມ​ທາງ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ. ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ​ກ່າວ​ວ່າ ທະຫານ​ອັງກິດ​ຄົນ​ນຶ່ງ​ເສັຍ​ຊີວິດ​ຈາກ​ລະ​ເບີດ​ລູກ​ນຶ່ງທ່ີ​ແຕກ​ຂຶ້ນ​ໃນ​ມື້​ດຽວ​ກັນ​ໃນ​ ຂະນະ​ທ່ີ​ຜູ້ກ່ຽວ​ກຳລັງ​ທຳ​ການ​ລາດ​ຕາ​ເວັນຕາມ​ປົກກະຕິ​ໃກ້ໆ​ກັບ​ເມືອງ Lashkar Gah ​ໃນ​ແຂວງ Helmand.
ທີ່ແຄວ້ນ Kashmirຂອງ​ອິນ​ເດັຍ: ພວກ​ໂຮງຮຽນ ຫ້ອງການ​ແລະ​ຮ້ານ​ຄ້າ​ຕ່າງໆ​ໄດ້​ອັດ​ລົງ​ໃນ​ແຄວ້ນ Kashmir ທ່ີຢູ່​ພາຍໃຕ້ການ​ຄຸ້ມ​ຄອງ​ຂອງ​ອິນ​ເດັຍ​ໃນ​ວັນ​ເສົາ​ມື້​ນີ້​ເພື່ອ​ທຳ​ການ​ປະ​ທ້ວງ​ຕໍ່​ການ​ຢ້ຽມຢາມ​ຂອງ​ຮອງ​ປະທານາທິບໍດີ​ອິນ​ເດັຍໃນ​ຂົງ​ເຂດ​ທ່ີ​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນ. ພວກ​ຖນົນ​ຫົນທາງໃນ​ນະຄອນ Srinagar​ ຊຶ່ງ​ເປັນ​ເມືອງ​ໃຫຍ່​ໃນ​ແຄວ້ນ Kashmir ໄດ້​ເປົ່າ​ແປນ​ໄປ ນອກຈາກ​ການ​ລາດ​ຕາ​ເວັນ​ຂອງ​ພວກ​ກຳລັງ​ຮັກສາ
ຄວາມ​ປອດ​ໄພ​ເທົ່າ​ນັ້ນ. ຮອງ​ປະທານາທິບໍດີ​ອິນ​ເດັຍ ທ່ານHamid Ansari ກຳນົດ​ຈະ​ໄປ​ຮ່ວມ ​ພິທີ​ອັນ​ນຶ່ງ​ຂອງ​ມະຫາວິທຍາ​ໄລ​ຢູ່​ໃນ​ເມືອງດັ່ງກ່າວ​ໃນ​ຕອນແລງ​ມື້​ນີ້. ການ​ຢ້ຽມຢາມ​ຂອງ​ທ່ານ Ansari ມີ​ຂຶ້ນ​ທ່າມກາງ​ການ ​ປະ​ທ້ວງ​ຂອງ​ພວກ​ປະຊາຊົນ Kashmir ທ່ີ​ໄດ້ດຳ​ເນີນ​ມາ​ເປັນ​ເວລາ 3 ສັບປະດາທ່ີ​ພາກັນ​ກ່າວ​ຫາ​ ພວກ​ກຳລັງ​ອິນເດັຍທຳ​ການ​ຂົ່ມຂືນ​ຊຳ​ເລົາ ​ແລະ​ຄາດ​ຕະກັມ​ແມ່ຍິງ 2 ຄົນ​ໃນ​ເດືອນ​ແລ້ວ​ນີ້.

XS
SM
MD
LG