ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານອິຣ່ານ ກຽມໂຕທ້າທາຍ ຕໍ່ທາງການອິຣ່ານ ແລະຈະອອກເດີນຂະບວນ ຕາມຖນົນຫົນທາງ


ທີ່ອິຣ່ານ: ພວກຝ່າຍ​ຄ້ານ​ອິຣ່ານ​ໄດ້​ກຽມ​ໂຕ​ ​ທ່ີ​ຈະ​ທ້າ​ທາຍ​ຕໍ່​ທາງ​ການ​ຂອງ​ອິຣ່ານ​ແລະພາກັນ​ອອກ​ເດີນ​ຂະ​ບວນ​ໄປ​ຕາມ​ຖນົນ​ຫົນທາງ​ສາຍຕ່າງໆ​ອີກ ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ມັກ​ມຸດ​ອະ​ມາ​ດີ​ເນ​ຈາດ​ ເປັນ​ປະທານາ​ທິບໍດີ​ອີກ​ສ​ໄມ​ນຶ່ງ ​ທ່ີ​ກາຍ​ມາເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນ.
​ໃນ​ຄຳ​ແຖ​ລງອອກ​ທາງ Web site ຂອງ​ທ່ານ ທ່ານ Mir Hossein Mousavi ຜູ້ນຳ​ຝ່າຍ​ຄ້ານທີ່​ໄດ້​ຮັບ​ການ​ປາ​ໄຊ​ນັ້ນ​ ຮຽກຮ້ອງ​ໃຫ້ພວກ​ທ່ີສນັບ​ສນຸນທ່ານ​ ​ພາກັນ​ນຸ່ງ​ເຄື່ອງນຸ່ງ​ສີດຳ ​ແລະ​ໄປ​ເຕົ້າ​ໂຮມ​ເພື່ອເດີນ​ຂະ​ບວນ ຕາມ​ຖນົນ​ຫົນທາງ​ສາຍ​ຕ່າງໆ​ ເພື່ອໄວ້ອາ​ໄລ​ນຳພວກ​ທ່ີ​ໄດ້​ ເສັຍ​ຊີວິດ​ໄປ​ ​ໃນ​ຄວາມ​ຮຸນ​ແຮງ​ທ່ີ​ເກີດ​ຂຶ້ນ​ຫລັງ​ຈາກ​ການເລືອກ​ຕັ້ງ​ນັ້ນ. ອິຣ່ານ​ໄດ້ຢືນຢັນ​ວ່າ ຢ່າງ​ນ້ອຍ​ພວກ​ປະ​ທ້ວງ 7 ຄົນ​ເສັຍ​ຊີວິດ​ໃນ​ການ ປະ​ທະ​ກັນ​ກັບ​ພວກ​ທະຫານ​ບ້ານ​ ທ່ີ​ນິຍົມຣັຖບານ​ນັບ​ແຕ່​ວັນ​ຈັນ​ເປັນ ຕົ້ນ​ມາ.

ທີ່ປາ​ກີ​ສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ສືບ​ລັບ​ຂອງ​ປາ​ກີ​ສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກສອນ​ໄຟ ​ທ່ີ​ສົງ​ໄສ​ວ່າ​ເປັນ​ຂອງ​ສະຫະຣັດ ໄດ້​ສັງຫານ​ປະຊາຊົນ​ຢ່າງ​ນ້ອຍ 9 ຄົນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ. ເຈົ້າໜ້າທີ່ ກ່າວວ່າ ລູກສອນໄຟຢ່າງນ້ອຍ 4 ລູກ ໄດ້ຕົກໃສ່​ເຂດ​ນື່ງ ໃກ້ໆ​ກັບໝູ່ບ້ານສອງ​ແຫ່ງ ທາງທິດຕາເວັນຕົກຂອງເມືອງ Wana ໃນເຂດ Waziristan​ ໃຕ້ ໃກ້ໆກັບຊາຍ​ແດນ​ອັຟກາ​ນີສຖານ.
ມີ​ລາຍ​ງານ​ຂ່າວວ່າ ​ເຮືອບິນ​ບໍ່​ມີ​ຄົນ​ຂັບທ່ີ​ສົງ​ໄສ​ວ່າເປັນຂອງ​ສະຫະຣັດຫລາຍ​ລຳ ໄດ້​ຍິງ​ລູກ​ສອນ​ໄຟ​ຢ່າງ​ນ້ອຍ ​30 ລູກ​ ໂຈມ​ຕີ​ເປົ້າໝາຍຕ່າງໆ​ໃນ​ປາ​ກີ​ສຖານ​ ນັບ​ແຕ່​ກາງ​ປີແລ້ວ​ນີ້​ມາ ​ເຖິງ​ແມ່ນ​ມີ​ການ​ຄັດຄ້ານ​ຢ່າງ​ເປີດ​ເຜີຍ​ຈາກຣັຖບານ​ປາ​ກີ​ສຖານ​ກໍ​ຕາມ. ເປັນທ່ີ​ເຊື່ອກັນ​ວ່າ ​ເຂດ Warizistan ​ໃຕ້ ທີ່ຖືກໂຈມຕີນັ້ນ ເປັນເຂດ ທີ່ໝັ້ນ​ຂອງ​ພວກ​ຜູ້ນຳ​ເຄືອ​ຂ່າຍ al-Qaida ແລະ​ກຸ່ມ​ຕາ​ລີ​ບັນ​ຫລາຍ​ຄົນ.

ກ່ຽວ​ກັບ​ເສດຖະກິດ​ຈີນ: ທະນາຄານ​ໂລກ​ໄດ້​ເພີ່ມ​ການ​ທຳນາຍ ກ່ຽວ​ກັບ​ການ​ເຕີບ​ໂຕ​ຂອງເສດຖະ ກິດ​ຈີນ ໃນ​ປີ​ນີ້ ​ຂຶ້ນ​ ເປັນ7.2 ​ເປີ​ເຊັນ ​ແລະ​ກ່າວ​ວ່າ ການ​ເພີ່ມ​ຂຶ້ນ​ນີ້​ສ່ວນ​ໃຫຍ່​ແມ່ນ​ສືບ​ເນື່ອງ​ມາ​ຈາກ​ ການຂະຫຍາຍ​ໂຕ​ໃນ​ດ້ານການ​ລົງ ທຶນ​ ທີ່​ໄດ້​ຮັບການຊຸກຍູ້ຂັບ​ດັນ​ ໂດຍ​ໂຄງການກະ​ຕຸ້ນ​ເສດຖະກິດ​ຂອງ ຣັຖບານ​ຈີນ. ​ແຕ່​ທະນາຄານ​ໂລກ​ກ່າວເຕືອນ​ໃນມື້​ນີວ່າ ຍັງໄວເກີນ​ໄປ ທ່ີ​ຈະ​ເວົ້າໄດ້ວ່າ ການ​ຟື້ນ​ໂຕຄືນ​ແບບ​ຍືນ​ຍົງ ​ກຳລັງ​ຈະ​ມີ​ຂື້ນ. ການ​ເສດຖະກິດ​ຂອງ​ຈີນ​ເຣີ່ມຮູ້ສຶກ​ໄດ້​ຮັບ​ຜົນ​ກະທົບ ​ຈາກ​ວິ​ກິດ​ການ​ດ້ານການ​ເງິນຂອງ​ໂລກ​ ໃນ​ຕອນ​ທ້າຍໆ​ປີ​ແລ້ວ​ນີ້ ​ແລະ​ໃນ​ການເອົາ​ມາດ​ຕະການ​ໂຕ້​ຕອບ​ຕໍ່​ວິ​ກິດ​ການ​ດັ່ງກ່າວ ທາງຣັຖບານ​ກຸງ​ປັກ​ກິ​ງ​ໄດ້ ລົງມື​ດຳ​ເນີນ​ແຜນການ​ຊຸກຍູ້​ເສດຖະກິດ​ ໃນ​ວົງ​ເງິນ 586 ພັນ​ລ້ານ​ດອນ​ລ້າ​ ເພື່ອ​ປ້ອນເງິນ​ເຂົ້າໃສ່​ເສດຖະກິດ​ໂດຍ​ຜ່ານ​ໂຄງການ​ໂຍທາ​ຕ່າງໆ. ທະນາຄານ​ໂລກກ່າວ​ວ່າ ການ​ເຕີບ​ໂຕຂຶ້ນ​ຢ່າງ​ຫລວງຫລາຍ​ຂອງ​ເສດຖະກິດ​ຈີນໃນ​ປີ​ນີ້ ​ແມ່ນມາ​ຈາກແຜນກະ​ຕຸ້ນເສດຖະກິດຂອງ​ກຸງ​ປັກ​ກິ​ງເປັນ​ສ່ວນ​ໃຫຍ່. ກ່ອນ​ໜ້າ​ນີ້ ທະນາຄານ​ໂລກທຳນາຍ​ວ່າ​ເສດຖະກິດ​ຂອງ​ຈີນ​ຈະເຕີບ​ໂຕ​ຂຶ້ນ​ 6.5 ​ເປີ​ເຊັນ ​ໃນ​ປີນີ້.
ກ່ຽວ​ກັບນີວ​ເຄລັຍ​ເກົາຫລີ​ເໜືອ: ໜັງສືພິມ​ຍີ່ປຸ່ນ​ສະບັບ​ນຶ່ງ​ລາຍ​ງານ​ວ່າ ​ເກົາຫລີ​ເໜືອ​ກຳລັງ​ກະກຽມ​ຍິງ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ລູກ​ນຶ່ງ ​ໄປ​ຍັງ​ທິດ​ທາງຂອງເກາະ​ຮາ​ວາຍ​ຂອງ​ສະຫະຣັດ ໃນ​ມະຫາສມຸດ​ປາຊີຟິກ​ໃນ​ຕົ້ນ​ເດືອນ​ກໍລະກົດ​ໜ້າ​ນີ້. ໜັງສືພິມ Yomiuri ກ່າວ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ​ເຊື່ອວ່າ ​ເກົາຫລີ​ເໜືອໄດ້​ຈັດ​ສົ່ງລູກສອນ​ໄຟ​ເຕ​ໂປ​ດົງ 2 ລູກນື່ງ ຫລື​ບໍ່​ກໍລູກ​ສອນ​ໄຟ​ລຸ່ນດຽວ​ກັນທ່ີ​ຖືກ​ປັບປຸງ​ໃຫ້​ດີ​ຂຶ້ນ​ ໄປ​ຍັງ​ສະຖານ​ທີ​ຍິງ​ລູກ​ສອນ​ໄຟ Tongchang-ri ​ໃນ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ປະ​ເທດ​ ຈາກ​ໂຮງງານ​ແຫ່ງ​ນຶ່ງ​ໃກ້ໆ​ກັບ​ນະຄອນຫລວງ​ພຽງ​ຢ້າງ​ ໃນ​ວັນ​ທີ 30 ພຶດ ສະພາ​ຜ່ານ​ມາ​ນີ້. ​ແຕ່​ທາງ​ກະຊວງ​ປ້ອງ​ກັນ​ປະ​ເທດຍີ່ປຸ່ນ​ບໍ່​ເຊື່ອ​ວ່າ ລູກ​ສອນ​ໄຟ​ລູກ​ນີ້​ ຈະ​ຍິງ​ໄປ​ເຖິງ​ ​ໝູ່​ເກາະ​ຮາ​ວາຍ.
ປາ​ຂ່າ​ຢູ່ແມ່​ນ້ຳຂອງ​ທີ່ລາວ​ແລະ​ກຳປູ​ເຈັຍໃກ້​ຈະ​ສູນພັນ: ກຸ່ມສງວນສັດປ່າ​ລະຫວ່າງ​ຊາດ​ກ່າວກຸ່ມ​ນື່ງ​ວ່າ ຄວາມ​ເປິະ​ເປື້ອນ​ໃນ​ລຳ​ແມ່​ນ້ຳຂອງ​ໃນ​ຂົງ​ເຂດ​ເອ​ເຊັຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ເຮັດ​ໃຫ້​ພວກ​ປ່າ​ຂ່າ​ນ້ຳ​ຈືດ​ ໃນ​ກຳປູ​ເຈັຍ​ແລະ​ລາວ ໃກ້​ຈະ​ສູນພັນ​ໄປ. ໃນລາຍ​ງານ​ສະບັບ​ນຶ່ງ​ທີ່ຫາ​ກໍ​ເປີດ​ເຜີຍ​ອອກ​ມາ​ໃໝ່ໆ​ ກອງ​ທືນ​ສງວນ ສັດປ່າ​ຂອງ​ໂລກ ຫລື WWF ​ກ່າວ​ວ່າ ຍັງ​ເຫລືອ​ປາ​ຂ່າ​ພຽງ​ແຕ່ 64 ຫາ 76​ ໂຕ​ໃນລຳ​ແມ່​ນ້ຳຂອງ​ນັ້ນ. ລາຍ​ງານ​ເວົ້າ​ວ່າ ລະດັບ​ຢາຂ້າແມງ​ໄມ້ ທາດ mercury ​ແລະ​ສິ່ງ​ເປິ​ະເປື້ອນ​ເປັນ​ພິດ​ອື່ນໆ​ໄດ້​ຖືກ​ພົບ​ເຫັນ​ໃນ​ປ່າ​ຂ່າ​ນ້ອຍ ​ຈຳນວນ​ຫລາຍ​ກວ່າ 50​ໂຕ​ ທ່ີ​ໄດ້​ເສັຍ​ຊີວິດ​ໄປ​ຕັ້ງ​ແຕ່​ປີ 2003​ ເປັນຕົ້ນ​ມາ. ທ່ານ Verne Dove ໝໍ​ຜ່າຕັດ​ສັດ​ປະຈຳກອງ​ທຶນ​ສງວນສັດ​ປ່າ​ຂອງ​ໂລກ ກ່າວ​ວ່າ ​ໄດ້​ມີ​ການ​ພົບ​ເຫັນ​ສິ່ງ​ເປິະ​ເປື້ອນ​ເປັນພິດ​ຢ່າງ​ແຜ່​ຫລາຍ​ໃນ​ສິ່ງ​ແວດ​ລ້ອມ ​ເລາະ​ຕາມແຄມ​ແມ່​ນ້ຳຂອງ​ ແລະຫລາຍ​ປະ​ເທດ​ທ່ີ​ແມ່​ນ້ຳຂອງ​ໄຫລຜ່ານນັ້ນ ອາດໄດ້​ມີ​ສ່ວນ​ເຮັດ​ໃຫ້​ເກີດ​ບັນຫາ​ນີ້​. ກອງ​ທຶນ​ສງວນສັດປ່າ​ຂອງ​ໂລກ ກ່າວ​ຕ່ືມ​ວ່າ ເວລານີ້ແມ່ນມີຄວາມ​ຕ້ອງການ​ໂຄງການ​ພິ​ເສດ​ຢ່າງ​ຮີບ​ດ່ວນ ​ເພື່ອ​ຊ່ອຍ​ຕ້ານຢັນ​ຜົນ​ກະທົບ​ຂອງ​ສິ່ງ​ເປິ​ເປື້ອນ​ເປັນ​ພິດຕໍ່​ລະບົບ​ຕ້ານທານ​ຂອງ​ພວກປາຂ່າ​ເຫລົ່າ​ນີ້ ທີ່ອາ​ໄສຢູ່​ໃນ​ລຳ​ແມ່​ນ້ຳຂອງ​ ໃນ​ຊ່ວງຍາວ 190 ຫລັກ​ກິ​ໂລ​ແມັດ ທີ່ໄຫລຜ່ານພາກ ໃຕ້ຂອງລາວໃນເຂດສີ່ພັນດອນ ແລະພາກເໜືອຂອງ ກຳປູ​ເຈັຍນັ້ນ. ກຸ່ມ​ປກປ້ອງ​ສັດປ່າ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ພວກ​ປ່າ​ຂ່າ​ທ່ີ​ຫາຍາກ​ນີ້​ ໄດ້ຖືກຈັດເຂົ້າໃນ​ບັນຊີ​ພວກ​ສັດ​ທ່ີ​ຈະ​ສູນພັນ​ໄປ​ຢ່າງ​ຮ້າຍ​ແຮງ​ ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ.

XS
SM
MD
LG