ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ໄທ ແລະ ຫວຽດນາມເລີ້ມທຳການຂົນສົ່ງຂ້າມຊາຍແດນ


ລາວ, ໄທ ​ແລະ ຫວຽດນາມເລີ້ມປະຕິບັດ ຕາມຂໍ້ຕົກລົງວ່າດ້ວຍການຂົນສົ່ງຂ້າມຊາຍ ແດນລະຫວ່າງສາມ ປະເທດ ໂດຍມີ ຖະນົນ ເລກ 9 ຢູ່ແຂວງສະຫັວນນະເຂດ ຂອງລາວ ເປັນເສັ້ນທາງໃນການເຊື່ອມ ຕໍ່ໃນຂະນະທີ່ ທາງການລາວກໍເຊື່ອ ໝັ້ນວ່າ ຈະເປັນຜົນ ດີຕໍ່ການຄ້າ ແລະ ການລົງທຶນ ຢູ່ໃນແຂວງ ສະຫວັນນະເຂດຂອງລາວ.

ພິທີການເປີດດັ່ງກ່າວນີ້ຖືເປັນການເລີ້ມ ຕົ້ນປະຕິບັດຕາມຂໍ້ຕົກລົງວ່າດ້ວຍຂົນສົ່ງ ຂ້າມຊາຍແດນລະຫວ່າງສາມປະເທດກໍຄືລະ ຫວ່າງ ລາວ, ໄທ, ແລະ ຫວຽດນາມ ຊຶ່ງທາງການຂອງ ທັງສາມປະເທດໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນວ່າ ດ້ວຍຄວາມຮ່ວມມືໃນດ້ານດັ່ງກ່າວ ນັບຕັ້ງແຕ່ ເດືອນສິງຫາ ປີ 2007 ເປັນຕົ້ນມາແລ້ວ ຫາກແຕ່ວ່າດ້ວຍຄວາມບໍ່ພ້ອມໃນຫລາຍໆ ດ້ານຈຶ່ງເຮັດໃຫ້ເກີດການຊັກຊ້າ ນັບເປັນເວລາ ເກືອບເຖິງສອງປີ. ແຕ່ຢ່າງໃດກໍຕາມ ດ້ວຍການເລີ້ມປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຂົນສົ່ງຂ້າມຊາຍແດນລະຫວ່າງ ລາວ, ໄທ ແລະ ຫວຽດນາມ ຢ່າງເປັນຮູບປະທຳໃນຄັ້ງນີ້ກໍເຮັດໃຫ້ຫລາຍໆຝ່າຍມີຄວາມເຊື່ອ ໝັ້ນວ່າຈະສົ່ງຜົນດີຕໍ່ການ ພັດທະນາທາງດ້ານຄວາມຮ່ວມມືທາງເສດຖະກິດຢູ່ໃນເຂດ ລຸ່ມແມ່ນ້ຳຂອງທັງໃນດ້ານການຄ້າ,ການລົງທຶນ ແລະ ພາກບໍລິການການທ່ອງທ່ຽວເນື່ອງ ຈາກວ່າຜົນບັງຄັບຂອງຂໍ້ຕົກລົງດັ່ງກ່າວນີ້ຈະເຮັດໃຫ້ການຂົນສົ່ງ ສິນຄ້າ ແລະ ການໂດຍ ສານຂ້າມແດນລະຫວ່າງສາມປະເທດ ສາມາດດຳເນີນໄປໄດ້ຢ່າງສະດວກວ່ອງໄວຫລາຍ ຂຶ້ນ ເຊັ່ນໃນສ່ວນກ່ຽວກັບການຂົນ ສົ່ງສິນຄ້ານັ້ນ ກໍຈະມີການກວດກາ ຄວາມຖືກຕ້ອງ ຈາກຕົ້ນທາງພຽງຄັ້ງດຽວເທົ່ານັ້ນ ໃນຂະນະທີ່ການເດີນທາງ ຫລື ໂດຍສານໄປມາລະ ຫວ່າງປະຊາຊົນຂອງທັງສາມປະເທດ ກໍບໍ່ຈຳເປັນທີ່ຈະຕ້ອງມີການຂໍອະນຸຍາດວີຊ້າແຕ່ ຢ່າງໃດອີກດ້ວຍ.

ທັງນີ້ ໂດຍໃນສ່ວນກ່ຽວກັບການຂົນສົ່ງສິນ ຄ້າ ແລະ ໂດຍສານນັ້ນ ແຕ່ລະປະເທດ ກໍ ຈະມີສິດນຳໃຊ້ລົດບັນທຸກ ແລະ ລົດໂດຍ ສານ ເພື່ອການຂົນສົ່ງສິນຄ້າ ແລະ ໂດຍ ສານໄດ້ປະເທດລະ 400 ຄັນ ຊຶ່ງໄດ້ຮັບ ການອະນຸຍາດຢ່າງເປັນທາງການ ຂອງທາງ ການໃນແຕ່ລະປະເທດ ຢ່າງຖືກຕ້ອງ ໂດຍ ເປັນການເຊື້ອມຕໍ່ທີ່ມີຖະໜົນໝາຍເລກ 9​ ຢູ່ໃນແຂວງສະຫວັນນະເຂດ ຂອງລາວ ເປັນ ເສັ້ນທາງສາຍຫລັກຂອງການເຊື້ອມຕໍ່ ຊຶ່ງດ້ວຍ ຈຸດພິເສດດັ່ງກ່າວນີ້ ກໍຍັງເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ແຂວງສະຫວັນ ນະເຂດ ຈະໄດ້ຮັບຜົນປະໂຫຍດ ຢ່າງຫລວງຫລາຍໃນອານາຄົດ. ໂດຍສະເພາະ ແມ່ນໃນດ້ານ ການລົງທຶນ ນັ້ນ ກໍຍັງຈະມີການລົງທຶນຈາກຕ່າງປະເທດເຂົ້າມາ ໃນແຂວງສະຫວັນນະເຂດຂອງລາວ ເພີ້ມຫລາຍຂຶ້ນນັບມື້ ແລະ ການລົງທຶນຈາກ ຕ່າງປະເທດກໍຍັງຈະສົ່ງຜົນ ດີຕໍ່ເນື່ອງໄປເຖິງການພັດທະນາ ໃນການລົບລ້າງ ບັນຫາຄວາມທຸກຈົນຂອງປະຊາຊົນ ລາວອີກດ້ວຍ.

ໂດຍໃນໄລຍະຫົກເດືອນທີ່ຜ່ານມາ ຂອງແຜນການປະຈຳປີ 2008 ຫາ 2009 ນີ້ ກໍປາ ກົດວ່າ ລັດຖະບານລາວ ໄດ້ອານຸມັດໃຫ້ຕ່າງຊາດລົງທຶນຢູ່ໃນລາວໄດ້ທັງໝົດຈຳນວນ 116 ໂຄງການ ຄຶດເປັນມູນຄ່າການລົງທຶນລວມກັນເຖິງ 3.600 ລ້ານໂດລ້າສະຫະລັດ ຊຶ່ງໃນຈຳນວນດັ່ງກ່າວນີ້ກໍປາກົດວ່າ ເປັນການລົງທຶນຢູ່ໃນແຂວງສະຫວັນນະເຂດຈຳ ນວນ ເຖິງ 81 ໂຄງການ. ແຕ່ຢ່າງໃດກໍຕາມ ສຳລັບໃນດ້ານການນຳເຂົ້າ ແລະ ສົ່ງອອກສິນ ຄ້າກັບປະກົດ ວ່າໄດ້ຫລົດລົງເກີນກວ່າ 11% ເມື່ອທຽບໃສ່ກັບໃນໄລຍະ ດຽວກັນຂອງແຜນການປະຈຳປີ 2007 ຫາ 2008 ທີ່ຜ່ານມາ ຊຶ່ງກໍເປັນຜົນໂດຍກົງຈາກ ຜົນກະທົບຈາກວິກິຕະການທາງເສດທະກິດການເງິນໂລກນັ້ນເອງ.

XS
SM
MD
LG