ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຮ່ວມມືລະຫວ່າງທາງການລາວ ກັບອາເມຣິກາ ກຳລັງກ້າວໜ້າ


ການພັດທະນາຄວາມຮ່ວມມືລະຫວ່າງທາງ ການລາວ ກັບ ທາງການສະຫະລັດ ອາເມ ຣິກາ ຍັງຄົງ ມີການເສີມຂະຫຍາຍ ແລະ ສືບຕໍ່ໄປໃນຫລາຍໆດ້ານໃນໄລຍະນີ້ ໂດຍ ສະເພາະແມ່ນ ການຮ່ວມມືໃນການສະ ກັດກັ້ນການແຜ່ລະບາດຂອງເຊື້ອໄຂ້ ຫວັດໃຫຍ່ຊະໜິດ A ສາຍພັນ H1N1 ທີ່ ກຳລັງມີການ ແຜ່ລະບາ ຢູ່ໃນ 70 ກວ່າ ປະເທດໃນທົ່ວໂລກໃນເວລານີ້ ຊຶ່ງ ລວມ ໄປເຖິງສະຫະລັດອາ ເມຣິກາດ້ວຍນັ້ນ ກໍນັບ ເປັນພາກສ່ວນໜຶ່ງ ທີ່ທາງການລາວ ແລະ ສະຫະລັດ ໄດ້ໃຫ້ຄວາມສຳຄັນເປັນພິເສດໃນການເສີມຂະຫຍາຍຄວາມ ຮ່ວມມື ລະຫວ່າງ ກັນ ໃຫ້ຫລາຍຂຶ້ນນັບມື້.

ເມື່ອສັບປະດາທີ່ຜ່ານມານີ້ ກໍປາກົດວ່າ ທາງການສະຫະລັດ ໄດ້ຈັດສົ່ງຄະນະ​ແພດຜູ້ ຊ່ຽວຊານ ໃນດ້ານການຮັບມືກັບການແຜ່ລະບາດຂອງເຊື້ອໂລກຕິດຕໍ່ຕ່າງໆ ຢູ່ໃນພູມມີ ພາກປາຊີຟິກນັ້ນ ເຂົ້າໄປຖ່າຍທອດຄວາມຮູ້ ແລະ ປະສົບການກ່ຽວກັບການຮັບມືກັບ ການແຜ່ລະບາດຂອງເຊື້ອໂລກໄຂ້ຫວັດສັດປີກ H5N1 ແລະ ເຊື້ອໂລກໄຂ້ຫວັດໃຫຍ່ຊະ ໜິດ A ສາຍພັນ H1N1 ໃຫ້ກັບບັນດາເຈົ້າໜ້າທີ່ດ້ານສາທາລະນະລະສຸກຂອງລາວ ຜູ້ຮັບຜິດຊອບ ໃນດ້ານດັ່ງກ່າວນີ້ ຈຳນວນຫລາຍກວ່າ 40 ຄົນ. ທັງນີ້ກໍເພື່ອເປັນການ ເຮັດໃຫ້ການປະຕິບັດງານ ຫລື ມາດຕະການໃນ ການສະກັດກັ້ນ ແລະ ປ້ອງກັນການແຜ່ ລະບາດຂອງເຊື້ອໂລກດັ່ງກ່າວ ໃຫ້ສາມາດດຳເນີນການໄດ້ຢ່າງມີປະ ສິດທິພາບໄດ້ ຫລາຍຂຶ້ນ ທັງໃນດ້ານການເຝົ້າລະວັງການກວດພິສູດຊະນິດຂອງເຊື້ອໂລກ ແລະ ການຮັກ ສາພະຍາບານຜູ້ປ່ວຍໃນ ກໍລະນີທີ່ເກີດການແຜ່ລະບາດຂອງເຊື້ອໂລກເກີດຂຶ້ນ ຢູ່ໃນປະເທດລາວເປັນຕົ້ນ.

ພ້ອມກັນນີ້ ທາງການສະຫະລັດ ກໍຍັງ ໄດ້ສົມທົບທຶນເຂົ້າໃນສູນປະສານງານ ດ້ານຂໍ້ມູນຂ່າວສານ ສະຖານະການ ກ່ຽວກັບເຊື້ອໂລກ ໂດຍໄດ້ມີການນຳໃຊ້ ໂທລະສັບສາຍ ດ່ວນ ເພື່ອຮັບແຈ້ງຂໍ້ມູນສະ ຖານະການ ທີ່ໜ້າສົງໃສຕ່າງໆຈາກປະຊາ ຊົນລາວໃນທົ່ວປະເທດໂດຍ ການ ດຳເນີນງານດັ່ງກ່າວນີ້ ທາງການລາວ ຍັງ ໄດ້ເສີມຂະຫຍາຍຄວາມຮ່ວມ ມືກັບຕ່າງຊາດ ແລະ ບັນດາ ອົງການ ສາກົນຢ່າງກວ້າງຂວາງດ້ວຍ ດັ່ງທີ່ ທ່ານ ເຈືອງ ສົມບູນຂັນ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີລາວ ໄດ້ຖະແຫລງຢືນຢັນ ໃນຕອນໜຶ່ງ ວ່າ:

ພວກຂ້າພະເຈົ້າ ຈະປະກອບສ່ວນ ເຂົ້າໃນຄວາມພະຍາຍາມຮ່ວມ ກັນຂອງປະຊາ ຄົມໂລກ ໃນການຄວບຄຸມການແຜ່ລະບາດ ແລະ ດັບມອດພາຍາດ A H1N1 ໃຫ້ໄດ້ໃນ ເວລາອັນຄວນ. ໂດຍລັດ ຖະບານໄດ້ອອກຄຳສັ່ງເປັນກໍລະນີພິເສດຢ່າງ ຮີບດ່ວນ ແລະ ໄດ້ດຳເນີນມາດຕະການອັນຈຳເປັນ ໂດຍສະເພາະແມ່ນ ມາດຕະ ການຕິດຕາມກວດກາ ຜູ້ເຂົ້າອອກປະຈຳດ່ານສາກົນຕ່າງໆໃນທົ່ວປະເທດ.

ນອກຈາກການຮ່ວມມືໃນດ້ານການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງ ເຊື້ອໂຣກໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ ສາຍພັນໃໝ່ດັ່ງກ່າວແລ້ວ ທາງການ ລາວ ແລະ ສະຫະລັດ ອາມຣິກາ ກໍຍັງໄດ້ ສືບຕໍ່ການຮ່ວມມືໃນດ້ານການ ປາບປາມການຄ້າຢາເສບຕິດຂ້າມຊາດ ການເກັບກູ້ ລະເບີດບໍ່ທັນແຕກ ຫລື UXO ຢູ່ໃນລາວ ລວມໄປເຖິງການຊອກຄົ້ນຫາຊາກກະດູກ ແລະ ສິ່ງເສດເຫລືອຂອງ ທະຫານອາເມຣິກັນ ທີ່ເສຍຊີວິດ ແລະ ຫາຍສາບສູນໄປຢູ່ໃນດິນລາວ ໃນໄລຍະຂອງສົງຄາມອິນດູຈີນອີກດ້ວຍ.

ສຳລັບໃນການຊອກຫາຊາກກະດູກ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກັນ ຢູ່ ໃນປະເທດລາວ ດັ່ງກ່າວນີ້ ກໍປາກົດວ່າ ໃນໄລຍະນັບຈາກປີ 1983 ເປັນຕົ້ນມາ ຈົນເຖິງປະຈຸບັນນີ້ ໄດ້ມີການຄົ້ນພົບ ແລະ ສົ່ງ ມອບໃຫ້ກັບທາງການສະຫະລັດ ອາເມ ຣິກາ ໄປແລ້ວ ຈຳນວນທັງໝົດ 230 ກໍລະ ນີ ຈາກທີ່ໄດ້ມີການລາຍງານການ ຫາຍ ສາບສູນ ຫລື ເສຍຊີວິດໄປໃນ ດິນລາວ ທັງໝົດ 570 ກໍລະນີ ແລະ ຫລ້າສຸດກໍຄື ໃນ ສັບປະດາທີ່ ຜ່ານມານີ້ ກໍໄດ້ມີການ ສົ່ງມອບ ໃຫ້ກັບທາງການ ສະຫະລັດເພີ້ມຕື່ມຂຶ້ນ ອີກຫ້າກໍລະນີ. ສ່ວນທີ່ ເຫລືອອີກ 340 ກໍລະນີນັ້ນ ທາງການ ຂອງທັງສອງຝ່າຍ ກໍໄດ້ຢືນຢັນວ່າ ຈະຮ່ວມມືກັນຊອກຫາ ຕໍ່ໄປຢ່າງບໍ່ຢຸດຢັ້ງ ໂດຍໃນແຕ່ລະປີ ກ່ຽວກັບກາoຊອກຫານັ້ນ ທາງການ ຂອງທັງ ສອງຝ່າຍ ກໍຈະມີການແບ່ງການປະຕິບັດງານຮ່ວມກັນອອກເປັນສີ່ໄລຍະ ແລະ ໃນ ແຕ່ລະໄລຍະນັ້ນ ກໍຈະໃຊ້ເວລາດຳເນີນການປະມານສາມເດືອນ.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ໃນວັນທີ 16 ມິຖຸນາ 2009

XS
SM
MD
LG