ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາພິທັກຕຽມພ້ອມທ່ີຈະນັບບັດຄະແນນສຽງຄືນໃໝ່




ການເມືອງອິຣ່ານ: ​ສື່ມວນ​ຊົນ​ທາງ​ການ​ຂອງ​ອິຣ່ານລາຍ​ງານ​ວ່າ ສະພາ​ພິທັກ​ອິຣ່ານຕຽມ ພ້ອມ​ທ່ີ​ຈະ​ທຳ​ການ​ນັບ​ບັດ​ຄະ​ແນນ​ສຽງ​ຄືນ​ໃໝ່​ໃນ​ຫີບ​ບັດ​ ທ່ີ​ເປັນ​ບັນຫາ ຂັດ​ແຍ້​ງກັນ​ ຈາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້. ຂ່າວ​ທີ່​ວ່າ​ຈະ​ມີ​ການ​ນັບບັດ​ຄະ​ແນນ​ສຽງ​ຄືນ​ໃໝ່​ເປັນ​ບາງ​ສ່ວນໃນ​ວັນ​ອັງຄານມື້​ນີ້​ ມີ​ຂຶ້ນ​ຫລັງ​ຈາກມີ​ການ​ເດີນ​ຂະ​ທ້ວງ ຊຶ່ງ​ບາງຄັ້ງ​ດຳ​ເນີນ​ໄປ​ຢ່າງ​ຮຸນແຮງ​ມາ​ເປັນ​ເວລາ 3 ມື້​ ທ່ີ​ກຸງ​ເຕ່ຣ່ານ​ ​ໂດຍພວກ​ປະ​ທ້ວງ​ທີ່ ພາກັນ​ປະນາມ​ອັນ​ທ່ີ​ເຂົາ​ເຈົ້າກ່າວ​ວ່າ ​ໄຊຊະນະໃນ​ການ​ເລືອກ​ຕັ້ງທ່ີ​ສໍ້​ໂກງ​ຂອງປະທານາທິບໍດີ ມັກ​ມຸດ ອະ​ມາ​ດີ​ເນ​ຈາດ​ນັ້ນ. ທ່ານ ອາຢາໂຕລາ ອາລີ ຄາເມນີ ຜູ່​ນຳ​ສູງ​ສຸດ​ຂອງ​ອິຣ່ານ ​ໄດ້​ຮ້ອງ​ຂໍ​ໃຫ້ສະພາ​ພິທັກ​ຂອງ​ອິຣ່ານ ທີ່​ປະກອບນັກບວດ​ອີສລາມ​ທ່ີ​ມີ​ອຳນາດ​ ໃຫ້​ທຳ​ການ​ສືບສວນ​ການ​ກ່າວ​ຫາ​ຕ່າງໆ​ທ່ີ​ວ່າ​ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ນັ້ນ. ​ແຕ່​ທ່ານ Mir Hossein Mousavi ຜູ້​ສມັກ​ແຂ່ງຂັນ​ປະທານາທິບໍດີ​ທ່ີ​ໄດ້​ຮັບ​ການ​ປາ​ໄຊ​ໄປ​ນັ້ນ ​ໄດ້​ກ່າວ​ຄຳ​ຮຽກຮ້ອງ​ທີ່ໜັກໄປ​ກວ່າ​ນັ້ນອີກ ຄືຮຽກຮ້ອງ​ໃຫ້​ສະພາ​ດັ່ງກ່າວ​ລົບ​ລ້າງ​ການ​ເລືອກ​ຕັ້ງ​ຄັ້ງນີ້ ​ແຕ່​ປະທານາທິບໍດີອະ​ມາ​ດີ​ເນ​ຈາດ​ ທີ່​ທາງ​ການ​ອິຣ່ານປະກາດ​ໃຫ້​ເປັນ​ຜູ້​ຊນະ​ນັ້ນ ກ່າວ​ວ່າ ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເສຣີ​ແລະ​ຍຸຕິ​ທັມ.
​ປະຕິກິລິຍາ​ຂອງ​ໂລກ ກ່ຽວ​ກັບການ​ເລືອກ​ຕັ້ງ​ທີ່​ອິຣ່ານ:
ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດກ່າວ​ວ່າ ທ່ານ​ມີ​ຄວາມເປັນ​ຫ່ວງກ່ຽວ​ກັບ​ສະຖານະ​ການ​ໃນ​ອິຣ່ານ ​ໂດຍ​ສະ​ເພາະ​ຫລັງ​ຈາກ​ພວກ​ມື​ປືນຈຸ​ນຶ່ງ​ ໄດ້ສັງຫານ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ໃນ​ການໂຮມ​ຊຸມນຸມຕໍ່ຕ້ານ ຣັຖບານ​ໃນ​ກຸງເຕ່ຣ່ານ​ໃນ​ວັນ​ຈັນ​ວານ​ນີ້. ​ໃນ​ການປາ​ໄສ​ຕໍ່​ບັນດາ​ນັກ​ຂ່າວ​ທ່ີ​ທຳນຽບຂາວ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ ໂອ​ບາ​ມາກ່າວ​ວ່າ ມັນ​ຈະ​ເປັນຄວາມ​ຜິດ​ພາດ ຖ້າ​ພວກເຮົາ​ຫາກມິດ​ງຽບຢູ່ ​ກ່ຽວ​ກັບຄວາມ​ຮຸນ​ແຮງ​ທ່ີ​ເກີດ​ຂຶ້ນລຸນ​ຫລັງ​ການ​ເລືອກ​ຕັ້ງ ​ແລະ​ການ​ກ່າວ​ຫາຕ່າງໆ​ ກ່ຽວ​ກັບ​ຄວາມ​ບໍ່​ເປັນ​ລະບຽບ​ແລະ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງອິຣ່ານໃນ​ວັນ​ສຸກ​ຜ່ານ​ມາ​ນັ້ນ. ທ່ານໂອ​ບາ​ມາຍັງ​ໄດ້​ກ່າວ​ເຊັ່ນ​ກັນ​ວ່າ ມັນ​ຂຶ້ນ​ຢູ່​ກັບ​ອິຣ່ານ​ເອງ​ທ່ີ​ຈະ​ເລືອກ​ເອົາພວກຜູ້ນຳຂອງ​ຕົນ ​ແລະວ່າການ​ດຳ​ເນີນ​ການສືບສວນ​ ໃດໆ​ກໍ​ຕາມ​ ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ ຈະ​ຕ້ອງ​ບໍ່ເສັດ​ສິ້ນ​ລົງ​ດ້ວຍການ​ນອງ​ເລືອດ.
ກອງປະຊຸມສຸດຍອດກຸ່ມຮ່ວມມືຊຽງໄຮ້ທີ່ມອສກູ:ທ່ານ​ອະ​ມາ​ດີ​ເນ​ຈາດ​ເດີນທາງ​ໄປ​ຮອດ​ເມືອງ Yekaterinburg ໃນ ເຂດພູ​ເຂົາ Ural ​ໃນ​ວັນ​ອັງຄານ​ມື້​ນີ້​ ອັນ​ເປັນ​ມື້​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ສຸດ​ຍອດຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້ ຫລື SCO ຊຶ່ງ​ເປັນ​ກຸ່ມ ຈັດຕັ້ງ​ທີ່​ປະກອບ​ດ້ວຍຣັດ​ເຊັຍ ຈີນແລະ 4 ປະ​ເທດໃນເຂດ​ເອ​ເຊັຍ ກາງ​ ທີ່ເຄີຍເປັນແຄ້ວ​ນ​ເກົ່າ​ຂອງ​ອະດີດສະຫະພາບ​ໂຊ​ວຽດ​. ​ຄາດ​ວ່າ ທ່ານ​ອາມາ​ດີ​ເນ​ຈາດ ຈະ​ທຳ​ການ​ພົບ​ປະ​ກັບ​ປະທານາທິບໍດີ Dmitri Medvedev ​ແຫ່ງຣັດ​ເຊັຍ​ ​ນອກ​ກອງ​ປະຊຸມ​ສຸດຄັ້ງນີ້.
ອິຣ່ານ ອິນ​ເດັຍ ປາ​ກິ​ສຖານ ​ແລະ​ມົງ​ໂກ​ເລັຍ ​ໄປຮ່ວມກອງ​ປະຊຸມ ສຸດ​ຍອດ SCO ຄັ້ງນີ້​ ໃນ​ຖານະ​ຜູ້​ສັງ​ເກດ​ການ​ເທົ່າ​ນັ້ນ. ​ປະທານາທິ ບໍດີອັຟກາ​ນິສະຖານ ທ່ານ Hamid Karzai ກໍ​ໄດ້​ຖືກ​ເຊີນ​ໃຫ້​ໄປ​ຮ່ວມ ກອງ​ປະຊຸມ​ຄັ້ງນີ້​ນຳ.
ກ່ຽວ​ກັບເຣື່ອງນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ:ທ່ານຫລີ​ມິ​ອອງພັກ ປະທານາທິບໍດີ​ເກົາຫລີ​ໃຕ້​ ຈະ​ທຳ​ການ​ພົບ​ປະ​ຫາລື​ກັບ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ ແຫ່ງ​ສະຫະຣັດ ທ່ີກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ອັງຄານ​ມື້​ນີ້ ຊື່​ງຄາດ​ກັນວ່າ ​ການ​ຂົ່ມຂູ່​ດ້ານ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ ຈະຄອບ​ງຳ​ການ​ໂອ້​ລົມ​ສົນທະນາ​ຂອງ​ພວກ​ທ່ານ​ທັງ​ສອງ. ທ່ານ​ຫລີ​ມິ​ອອງພັກ ​ໄດ້​ພົບ​ປະກັບ​ທ່ານ​ນາງ​ຮີ​ລລາຣີ ຄລິນ​ຕັນ ຣັຖມຸນ ຕີ​ການ​ຕ່າງປະ​ເທດ​ສະຫະຣັດ​ໃນແລງ​ວັນ​ຈັນ​ວານ​ນີ້​ ​ແລະ​ໄດ້​ສົນທະນາ​ກັນ ກ່ຽວ​ກັບ​ສະຖານະ​ການ​ຂອງ​ເກົາຫລີ​ເໜືອ​. ​ໂຄສົກ​ປະຈຳປະທານາ ທິບໍດີ​ເກົາຫລີ​ໃຕ້​ ບອກ​ກັບ​ອົງການ​ຂ່າວ Yonhap ວ່າ ທ່ານ​ນາງຄລິນ​ ຕັນໄດ້ກ່າວ​ວ່າ ​ເກົາຫລີ​ເໜືອ​ຈະ​ຕ້ອງ​ເຂົ້າ​ໃຈ​ວ່າ ພຶດຕິກຳ​ທ່ີ​ບໍ່​ດີ​ ມັກຈະ​ສົ່ງ​ຜົນ​ສະທ້ອນ​ທ່ີ​ບໍ່​ດີ​ ຕິດຕາມ​ພາຍຫລັງ​ເລື້ອຍໆ.

ຍີ່ປຸ່ນ​ແລະ​ເກົາຫລີ​ເໜືອ: ຍີ່ປຸ່ນ​ຫ້າມ​ສົ່ງອອກ​ສິນຄ້າທຸກ​ຢ່າ​ງ​ໄປ​ໃຫ້​ເກົາຫລີ​ເໜືອ​ ເພື່ອ​ເປັນ​ການ​ຕອບໂຕ້ຕໍ່​ການ​ທົດ​ລອງ​ຍິງ​ອາວຸດ​ນີວ​ເຄລັຍ​ແລະ​ລູກ​ສອນ​ໄຟ​ເທື່ອ​ຫລ້າ​ສຸດ​ຂອງ​ກຸງ​ພຽງ​ຢ້າງ. ຄນະຣັຖບານ​ຂອງນາ ຍົກຣັຖມຸນຕີຕາ​ໂຣອາ​ໂຊະ ໄດ້​ອະນຸມັດ​ໃຫ້​ເອົາ​ມາດ​ຕະການ​ໂຕ້​ຕອບ​ດັ່ງກ່າວ​ໃນ​ວັນ​ອັງຄານມື້​ນີ້ ຫລັງ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ປະກາດ ການ​ລົງ​ໂທດ​ຄັ້ງ​ໃໝ່​ຕໍ່ຣັຖບານ​ກຸງ​ພຽງ​ຢ້າງ​ ໃນ​ສັບປະດາ​ຜ່ານ​ມາ. ກ່ອນ​ໜ້າ​ນີ້ ຍີ່​ປຸ່ນກໍ​ໄດ້​ຫ້າມ​ສົ່ງ​ສິນຄ້າ​ບາງ​ຢ່າງ​ແກ່​ເກົາຫລີ​ເໜືອ​ມາ​ແລ້ວ ຊື່​ງສ່ວນ​ໃຫຍ່​ແມ່ນ​ພວກ​ສິນຄ້າຣາຄາ​ແພງ ເຊັ່ນ​ພວກ​ໄຂ່​ປາ caviar ​ເປັນຕົ້ນ. ການ​ຕັດສິນ​ໃຈ​ຂອງ​ຍີ່​ປຸ່ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ຂຍາຍ​ການ​ຫ້າມ​ສົ່ງ ອອກ​ສິນຄ້າ​ປະ​ເພດ​ອື່ນໆ​ອີກ ​ເຊັ່ນ ​ສິນຄ້າ​ປະ​ເພດ​ເຄື່ອງ​ຈັກ ​ເຄ່ືອງ ອຸດສາຫະກັມ ​ແລະ​ອຸປະກອນຂົ່ນສົ່ງ. ການສົ່ງ​ອອກ​ຂອງ​ຍີ່ປຸ່ນ​ໄປ​ຍັງ​ເກົາຫລີ​ເໜືອ ​ຕົກ​ເປັນ​ມູນ​ຄ່າ​ 8 ລ້ານ​ດອນ​ລ້າ​ປາຍ​ເລັກ​ນ້ອຍ ໃນ​ປີ​ແລ້ວ​ນີ້.

XS
SM
MD
LG