ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັຖສ້າງຄວາມສຳພັນຫລາຍຂື້ນກັບວຽດນາມ


<!-- IMAGE -->

ສະຫະຣັຖ​ແລະ​ວຽດນາມ​ໄດ້​ເອົາ​ບາດ​ກ້າວອີກ​ບັ້ນ​ນຶ່ງ ​ເພື່ອ​ສ້າງຄວາມ​ສຳພັນ​ທີ່​ໄກ້​ຊິດກັນ​ຫລາຍ​ຂື້ນ ​ຄືເມື່ອ​ໝໍ່ໆ​ມາ​ນີ້​ ທັງ​ສອງປະເທດໄດ້ທຳ​ການ​ເຈລະຈາ​ຫາລື​ດ້ານຄວາມ​ໝັ້ນຄົງປອດ​ພັຍ ​ໃນ​ລະດັບນະ​ໂຍບາຍກ່ຽວ​ກັບ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ສຳຄັນ​ຕ່າງໆ​ເຊັ່ນ ການບັນເທົາ​ພັຍ​ພິບັດ ການຮັກສາ​ສັນຕິພາບ ​ແລະ​ການ​ຄົ້ນ​ຫາ​ແລະກູ້​ພັຍ. ການ​ໂອ້​ລົມ​ສົນທະນາກັນດັ່ງກ່າວ ຊື່​ງບັດ​ນີ້ໄດ້​ດຳ​ເນີນ​ມາເປັນ​ປີ​ທີ່​ສອງ​ແລ້ວ ແມ່ນມີເປົ້າໝາຍເພື່ອ​ຊຸກຍູ້​ຄວາມ​ຈິງ​ໃຈ​ກົງ​ໄປ​ກົງ​ມາ​ລະວ່າງ​ກັນ ​ ຄວາມ​ເຂົ້າອົກ​ເຂົ້າ​ໃຈຊື່​ງກັນ​ແລະ​ກັນ ​ແລະ​ຜົນ​ປະ​ໂຍດ​ທີ່​ທັງ​ສອງ​ປະ​ເທດ​ມີ​ນຳກັນ ​ກ່ຽວ​ກັບ​ບັນຫາ ຕ່າງໆ​ທີ່ຢູ່​ໃນຄວາມ​ເປັນ​ຫ່ວງ​ຂອງກັນ​ແລະ​ກັນ ​ແລະ​ເພື່ອ​ສົ່ງ​ເສີມ​ຊຸກຍູ້​ໃຫ້ຄວາມ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ກ້າວ​ໜ້າ ໄປ​ຢ່າງ​ສະ​ມ່ຳສະ​ເມີ ​ເພື່ອ​ໃຫ້​ສອດຄ່ອງ​ແລະ​ຄຽງ​ຄູ່​ກັນ​ໄປກັບ​ຄວາມກ້າວ​ໜ້າ​ທີ່​ສຳຄັນ​ທາງ​ດ້ານ​ອື່ນໆໃນ​ຄວາມ​ສຳພັນ​ລະ​ວ່າງສະຫະຣັຖ​ກັບ​ວຽດນາມນັ້ນ.

ທ່ານ Greg Delawie ຮັກສາ​ການ​ຕາງໜ້າຣັຖມຸນຕຣີຊ່ວຍ​ວ່າການຕ່າງປະ​ເທດສະຫະຣັຖ ຮັບຜິດຊອບ​ຝ່າຍ​ກິດຈະ​ການ​ທະຫານ​ແລະການ​ເມືອງ​ ​ແລະ​ທ່ານ​ຟາ​ມບິນ​ມິນ ຮອງຣັຖ​ມຸນຕຣີຕ່າງປະ​ເທດ​ວຽດນາມ ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວກັບ​ເລຶ່ອງຕ່າງໆ​ໃນ​ລະ​ວ່າງການເຈລະຈາປະຈຳ​ປີນີ້ ຊື່​ງ​ໄດ້​ສຸມໃສ່​ການ​ຊອກ​ຫາວິທີ​ທາງຕ່າງໆ​ເພື່ອສົ່ງ​ເສີມ​ການ​ຮ່ວມ​ມື​ກັນ​ໃຫ້​ກ້າວໄປ​ໜ້າ​ກ່ຽວ​ກັບ​ການ​ປະຕິບັດ​ງານ​ຮັກສາ​ສັນຕິພາບໃນ​ລະ​ວ່າງ​ປະ​ເທດແລະການ​ບັນ​ເທົາ​ພັຍ​ພິບັດ ການ​ປະຕິບັດ​ການ​ຮັກ ສາຄວາມ​ໝັ້ນຄົງ​ດ້ານການ​ເດີນ​ເຮືອແລະ​ດ້ານ​ມະ​ນຸດ​ສະ​ທຳ ຄວາມ​ພະຍາຍາມເພື່ອ​ປາບ​ປາມ​ການ​ລັກລອບ​ຂົນ​ສົ່ງ​ຢາ​ເສບຕິດ ​ແລະ​ອາຊຍາ ກຳ​ຂ້າມປະ​ເທດ. ນອກຈາກ​ນີ້​ແລ້ວ ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກັນກ່ຽວ​ກັບ​ການ​ເສີມຂະຫຍາຍ​ ການ​ພົວພັນ​ແລະ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ກັນ​ ລະ​ວ່າງກອງທັບ​ຂອງ​ທັງ​ສອງ​ຝ່າຍ ​ແລະ​ແລກປ່ຽນ​ທັສະ​ນະ​ຊຶ່ງ​ກັນ​ແລະ​ກັນ ກ່ຽວ​ກັບ​ບັນຫາຕ່າງໆ​ຢ່າງ​ກວ້າງ​ຂວາງໃນ​ເລື່ອງ​ຄວາມ​ໝັ້ນຄົງຂອງ​ຂົງ​ເຂດ.

ທ່ານ Delawie ຮັກສາ​ການ​ຕາງໜ້າຣັຖມຸນຕຣີຊ່ວຍ​ວ່າການຕ່າງປະ​ເທດສະຫະຣັຖກ່າວ​ວ່າ “ຖ້າ​ຫາກ​ພວກ​ເຮົາ​ຄິດ​ເຖິງ​ປະວັດ​ສາດ​ຂອງ​ປະ​ເທດ​ຂອງ​ພວກ​ເຮົາ​ທັງ​ສອງ​ ​ແລະ​ຄວາມ​ຍາກ​ລຳບາກ​ຕ່າງໆນາໆ​ທີ່​ປະ​ເທດ​ຂອງ​ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ມາໃນ​ອະດີດເມື່ອ​ບໍ່​ນານ​ມາ​ນີ້​ແລ້ວ ​ ການ​ເຈລະຈາ​ກັນໃນ​ວັນ​ນີ້​ແມ່ນ​ຖື​ວ່າ​ເປັນ​ສັນຍະລັກ​ອັນ​ມີ​ພະລັງແຮງອັນ​ນື່ງທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ໄດ້​ກ້າວ​ມາ​ໄກ​ປານ​ໃດ​ແລ້ວ.​ ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ອີກ​ວ່າ ສະຫະຣັຖ​ຖື​ວ່າການ​ພົວພັນຂອງຕົນ​ກັບ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ນັ້ນ ມີ​ຄວາມ​ສຳຄັນ​ເທົ່າໆ​ກັນ ​ສຳ​ຫລັບ​ຄວາມ​ໝັ້ນຄົງ​ຂອງ​ຕົນ ​ແລະ​ກໍ​ສອດຄ່ອງ​ກັນກັບ​ຜົນ​ປະ​ໂຍດ​ແຫ່ງ​ຊາດ​ຂອງ​ຕົນ.

ແລະ​ຄວາມຈິງແລ້ວ ປະທານາທິບໍດີ​ບາ​ຣັກ​ໂອ​ບາ​ມາ ​ແລະ​ຣັຖມຸນຕຣີຕ່າງປະ​ເທດ​ສະຫະຣັຖ ທ່ານ​ນາງ Hillary Clinton ​ຕ່າງ​ກໍໄດ້​ເນັ້ນຍ້ຳ​ ແລະ​ໃຫ້​ຄວາມ​ສຳຄັນຢ່າງ​ແຂງ​ຂັນຕໍ່​ການເຂົ້າພົວພັນແລະ​ຮັບ​ຟັງບັນດາ​ພາຄີ​ຂອງ​ສະຫະຣັຖໃນ​ຂົງ​ເຂດນັ້ນ.

XS
SM
MD
LG