ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຢາໂຕລາ ອາລີ ຄາເມນີ ສເນີແນະໃຫ້ແກ້ໄຂບັນຫາການເລືອກຕັ້ງທີ່ອີຣ່ານ ຜ່ານວິທີກົດໝາຍ


ການ​ເມືອງ​ອິຣ່ານ: ​ໂທລະພາບ​ແຫ່ງຣັດຂອງ​ອິຣ່ານລາຍ​ງານວ່າ Ayatollah Ali Kha-menei ຜູ່​ນຳ​ສູງ​ສຸດ​ຂອງ​ອິຣ່ານ ​ໄດ້​ບອກ​ທ່ານ Mir Hossein Mousawi ທ່ີ​ໄດ້​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີນັ້ນ​ ໃຫ້​ດຳ​ເນີນການ​ຮ້ອງຮຽນ​ຂອງ​ທ່ານ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທ່ີ​ເກີດ​ເປັນ​ບັນ​ຫາ​ໂຕ້​ແຍ່ງ​ກັນ​ນັ້ນ​ ​ຜ່ານ​ວິທີທາງ​ກົດໝາຍ. ລາຍ​ງານ​ດັ່ງກ່າວ​ນີ້​ ມີ​ຂຶ້ນ ​ຫລັງ​ຈາກ​ມີ​ການ​ປະ​ທ້ວງ​ຢູ່​ຕາມ​ຖນົນ​ຫົນທາງ ​ເປັນ​ເວລາ ​2 ມື້ ຊຶ່ງ​ບາງ​ຄັ້ງ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ຮຸນ​ແຮງ​ ໃນ​ນະຄອນ​ຫລວງ​ເຕ່ຣ່ານ ຫລັງ​ຈາກ​ພວກເຈົ້າ​ໜ້າ​ທ່ີ​ປະກາດວ່າ ປະ​ທາ​ນາ​ທິບໍດີ​ມັກ​ມຸດ​ ອະ​ມາ​ດີ​ເນ​ຈາດ ​ໄດ້ຮັບໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ ເລືອກ​ຕັ້ງ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້. ປະທານາທິບໍດີ​ອະ​ມາ​ດີ​ເນ​ຈາດເອງ ໄດ້​ອອກ​ມາກ່າວ​ວ່າ ການ​ເລືອກ​ຕັ້ງ​ໄດ້​ດຳເນີນ​ໄປ​ຢ່າງ​ເສຣີ​ແລະ​ຍຸ​ຕິ​ທັມ.
ອີສຣາແອນແລະປາເລສໄຕນ໌ : ສະຫະພາບ​ຢູ​ໂຣບ​ແລະ​ສະຫະຣັດກ່າວ​ວ່າການສນັບ​ສນຸນ​ແບບ​ມີ​ເງື່ອນໄຂ​ຂອງ​ນາຍົກຣັຖມຸນຕີ​ອີສຣາ​ແອນ​ ຂໍ່​ການ​ສ້າງ​ຕັ້ງ​ຣັດ​ປາເເລ​ສ​ໄຕ​ນ໌​ນັ້ນ​ ຖື​ວ່າເປັນ​ບາດກ້າວ​ສຳຄັນ​ໄປ​ສູູ່ສັນຕິພາບ​ໃນ​ພາກຕາ​ເວັນ​ອອກ​ກາງ. ທ່ານ​ເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ ນາຍົກຣັຖມຸນຕີ​ອີສຣາ​ແອນ ​ໄດ້​ສນັບສນຸນ​ເປົ້າ​ໝາຍຂອງ​ການ​ສ້າງ​ຕັ້ງ​ປະ​ເທດ​ປາເເລສ​ໄຕ​ນ໌ ​ໂດຍ​ຕັ້ງ​ເງື່ອນ​ໄຂ​ທ່ີ​ເຂັ້ມ​ງວດຂຶ້ນ​ເປັນ​ເທື່ອ​ທຳ​ອິດ ໃນ​ຄຳ​ປາ​ໄສ​ກ່ຽວ​ກັບ​ນະໂຍບາຍ​ຂອງ​ທ່ານ​ ​ໃນ​ວັນ​ອາທິດວານ​ນີ້. ທ່ານ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ ທ່ານ​ຈະ​ຮັບ​ເອົາ​ປະ​ເທດ​ປາເເລ​ສ​ໄຕ​ນ໌ ຕາບໃດ​ທ່ີ​ປະ​ເທດ​ດັ່ງກ່າວ​ບໍ່​ມີ​ກຳລັງ​ທະຫານ​ ແລະ​ຮັບ​ຮູ້​ອີສຣາ​ແອນໃນ​ຖານະເປັນປະ​ເທດ​ນື່ງຂອງ​ປະຊາ ຊົນ​ຊາວ​ຢີວ. ໂຄສົກ​ຂອງ​ທ່ານມັກ​ມຸດ ອັບ​ບັສ ປະທານາທິບໍດີປາ​ແລ​ສ​ໄຕ​ນ໌ປະນາມ​ ຄຳ​ປາ​ໄສ​ຂອງທ່ານ​ເນ​ຕັນ​ຢາ​ຮູ​ວ່າ ​ເປັນ​ການ​ລອບທຳລາຍ​ຄວາມ​ພະຍາ ຍາມ​ເພື່ອ​ສ້າງສັນ​ຕິ​ພາບ. ​ແຕ່​ສະຫະພາບ​ຢູ​ໂຣບ​ແລະ​ສະຫະຣັດ ຕ່າງ​ກໍເວົ້າ​ວ່າ ການ​ທີ່ທ່ານ​ເນ​ຕັນ​ຢາ​ຮູ ເວົ້າ​ເຖິງ​ການ​ສ້າງ​ຕັ້ງ​ປະ​ເທດ​ປາ​ເ​ເລ​ສໄຕ​ນ໌ນັ້ນ ກໍ​ຖື​ວ່າ​ເປັນ ​ບາດກ້າວ​ ໄປຂ້າງ​ໜ້າ​ແລ້ວ.
ກ່ຽວກັບອັຟການີສຖານ: ທະຫານ​ນາໆ​ຊາດ​ໃນ​ອັຟກາ​ນີສຖານ​ມີ​ຜູ້​ບັນຊາ​ການ​ໃໝ່ ສຳລັບ​ນຳພາເຂົາ​ເຈົ້າໃນ​ການ​ຕໍ່ສູ້ກັບ​ການ​ກະບົດ ທ່ີ​ຮຸນ​ແຮງຂຶ້ນ​ນັບ​ມື້ຂອງ​ກຸ່ມ​ຕາ​ລີ ບັນ. ນາຍ​ພົນ Stanley McChrystal​ ໄດ້​ເຣີ່ມດຳຣົງຕຳ​ແໜ່​ງ​ເປັນ​ຜູ້​ບັນຊາ​ການສູງ​ສຸດ​ຂອງ​ກຳລັງ​ສະຫະຣັດ​ແລະ​ຂອງ​ກຸ່ມ​ເນ​ໂຕ​ໃນ​ອັຟການີສຖານ​ຢ່າງ​ເປັນ​ທາງ​ການ​ແລ້ວ ຫລັງ​ຈາກຮ່ວມພິທີ​ມອບ​ຕຳ​ແໜ່​ງນ້ອຍໆ​ ທ່ີ​ຈັດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້​ຢູ່​ນະຄອນຫລວງ​ຄາ​ບູລ. ນາຍ​ພົນ McChrystal ​ໄດ້ກ່າວເນັ້ນ​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ​ ທ່ີ​ຈະ​ຕໍ່​ສູ້​ພວກ​ຫົວ​ຮຸນ​ແຮງ​ ໂດຍ​ຈະ​ເພ່ງ​ເລັງໃສ່​ການ​ເຮັດ​ໃຫ້​ການ​ຕາຍ​ຂອງພົນລະ​ເຮືອນ ຫລຸດນ້ອຍ​ລົງ ​ຊື່​ງທ່ານ​ເອີ້ນ​ປະຊາຊົນ​ອັຟກາ​ນີສຖານ​ວ່າ ​ເປັນ​ຈຸດ​ລວມ​ຂອງ​ການ​ປະກອບ​ພາລະກິດ​ຂອງ​ທ່ານ. ແຕ່ທ່ານໄດ້​ກ່າວເຕືອນ​ພວກ​ຫົວ​ຮຸນ ແຮງ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຖິງ​ແມ່ນພວກ​ທະຫານ​ນາໆ​ຊາດ​ຈະ​ປະຕິບັດ ງານໄປ​ດ້ວຍ​ຄວາມລະມັດລະວັງ​ກໍ​ຕາມ ​ແຕ່​ເຂົາ​ເຈົ້າ​ກໍຈະ​ຮັບ​ມືກັບ ພວກສັດຕູ​ຢ່າງ​ບໍ່​ມີ​ຄວາມ​ຢ້ານ​ກົວ​ໃດໆ. ໃນ​ວັນອາທິດວານ​ນີ້ ຜູ້​ບັນຊາ​ການ​ຄົນ​ໃໝ່​ໄດ້​ທຳ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ກັບປະທາ​ນາ​ທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ​ ຢູ່​ນະຄອນຫລວງຄາ​ບູລ.

ກ່ຽວກັບນີວເຄລັຍເກົາຫລີເໜືອ: ຮອງ​ປະທານາທິບໍດີ​ສະຫະຣັດ ທ່ານ Joe Biden ກ່າວ​ວ່າ ຣັຖບານ​ກຸງ​ວໍ​ຊິງ​ຕັນ​ ມີ​ຄວາມ​ໝາຍ​ໝັ້ນ​ທ່ີ​ຈະ​ປະຕິບັດ​ການ​ລົງ​ໂທດ​ທ່ີ​ເຂັ້ມ​ງວດ ຂຶ້ນ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ເກົາຫລີ​ເໜືອນັ້ນ ​ເຖິງ​ແມ່ນ​ມີ​ຄຳ​ແຖ​ລງທີ່ ​ເປັນການ​ທ້າ​ທາຍມາຈາກ​ກຸງ​ພຽງ​ຢ້າງ​ກໍ​ຕາມ. ໃນໂອກາດ​ໃຫ້​ສຳພາດ​ຂ່າວ​ທາງໂທລະພາບ​ສະຫະຣັດ​ ໃນ​ວັນ​ອາທິດວານ​ນີ້ ທ່ານ Biden ກ່າວ​ວ່າ ​ເກົາຫລີ​ເໜືອ​ເປັນ​ກຳລັງ​ທ່ີ​ທຳລາຍ​ສະ ຖຽນ​ລະ​ພາບຢູ່ໃນ​ເອ​ເຊັຍ ​ແລະ​ວ່າພວກ​ອາວຸດ​ນີວ​ເຄລັຍ​ແລະ​ລູກ​ສອນ​ໄຟ​ຂອງ​ກຸງ​ພຽງ​ຢ້າງ​ ທີ່​ກຳລັງ​ຂຍາຍ​ກ້ວາງ​ອອກ​ໄປ​ນັ້ນ ​ແມ່ນເປັນ​ໄພ​ຂົ່ມຂູ່​ທີ່ຮ້າຍ​ແຮງ​ຕໍ່​ໂລກ​ທັງ​ໝົດ.
​ເກົາຫລີ​ເໜືອ​ກ່າວ​ວ່າ ການ​ລົງ​ໂທ​ດຄັ້ງ​ໃໝ່​ຂອງ​ສະຫະ​ປະຊາ​ຊາດ​ຈະ​ບໍ່ເຮັດ​ໃຫ້​ໂຄງການ​ຜລິດ​ນີວ​ເຄລັຍ​ຂອງ​ຕົນຊັກ​ຊ້າ​ລົງ. ​ໃນ​ວັນເສົາ​ແລ້ວ​ນີ້ ກຸງ​ພຽງ​ຢ້າງ​ກ່າວ​ວ່າ ຕົນ​ຈະ​ຫັນປ່ຽນ​ທາດ plutonium ທ່ີ​ຍັງ​ເຫລືອ ຂອງ​ຕົນໃຫ້​ເປັນ​ອາວຸດ​ ແລະ​ເຣີ່ມຫລອມ​ທາດຢູຣານຽມຄືນ​ໃໝ່​ເພື່ອ​ ຜລິດ​ອາວຸດ​ນີວ​ເຄລັຍ​ ​ຕື່ມ​ອີກ.

​ເກົາຫລີ​ໃຕ້​ແລະ​ມຽນມ້າ: ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ 2 ກຸ່ມ​ເປີດ​ເຜີຍ​ລາຍ​ງານ​ສະບັບ​ນຶ່ງ​ໃນ​ວັນ​ຈັນ ມື້​ນີ້ ກ່າ​ວຫາ​ເກົາຫລີ​ໃຕ້​ວ່າ ​ບໍ່​ໄດ້​ກຳກັບ​ເບິ່ງ​ນຳ​ພວກ​ບໍລິສັດ​ຂອງ​ຕົນ​ໃນ​ການລະ​ເມີດ​ສິດທິ​ມະນຸດ​ຕ່າງໆ​ ທ່ີ​ພົວພັນ​ກັບ​ການ​ພັດທະນາ​ບໍ່ແກ​ສ ທັມມະ​ຊາດ​ໃນ​ມຽນມ້າ​ນັ້ນ. ລາຍ​ງານ​ຂອງ​ອົງການ​ປ້ອງ​ກັນ​ສິດທິ​ມະນຸດ EarthRights​ ສາກົນ ແລະ​ອົງການ Shwe Gas Movement ​ໃຫ້​ລາຍ​ລະອຽວກ່ຽວ​ກັບ​ວິທີ​ການ​ທ່ີຣັຖບານ​ກຸງ​ໂຊນ​ ປະຕິ​ເສດ​ຕໍ່​ການ​ຈົ່ມ​ວ່າແລະ​ຮ້ອງ​ຮຽນຂອງ ສອງ​ກຸ່ມ​ນີ້​ ແລະຂອງ​ຜູ້​ຟ້ອງ​ຮ້ອງ​ຮ່ວມ​ກັນອີກ 9 ຄົນ ຊື່​ງຮວມທັງ​ 2 ອົງການ​ແຮງ​ງານ​ໃຫຍ່​ທ່ີ​ສຸດຂອງ​ເກົາຫລີ​ໃຕ້ ທ່ີໄດ້ຍ່ືນເອກ​ກະສາ​ນ ຮ້ອງຮຽນ​ຂອງ​ເຂົາ​ເຈົ້າ​ໃນ​ເດືອນ​ຕຸລາ​ ​ປີ​ແລ້ວ​ນີ້. ​ເອກ​ກະສາ​ນດັ່ງກ່າວ ໄດ້​ເລົ່າ​ເຖິງ​ການລະ​ເມີດ​ສິດ​ຕ່າງໆ​ທ່ີ​ພົວພັນ​ກັບ​ໂຄງການ Shwe Gas ຊຶ່ງ​ເປັນ​ໂຄງການ​ພັດທະນາ​ອາຍແກ​ສທັມມະ​ ຊາດ​ທີ່ໃຫຍ່​ທ່ີ​ສຸດ​ໃນ​ມຽນມ້າ​ ພາຍ​ໃຕ້​ການ​ນຳພາ​ຂອງບໍລິສັດ Dae-woo International ຂອງ​ເກົາຫລີ​ໃຕ້.

XS
SM
MD
LG