ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາວຈະປະກອບສ່ວນເຂົ້າຢ່າງຕັ້ງໜ້າ ໃນການຫລຸດຜ່ອນ ສະພາບໂລກຮ້ອນ


ນາຍົກລັດຖະມົນຕີລາວຢືນຢັນວ່າ ຈະ ດຳເນີນແຜນການຍຸດທະສາດ ເພື່ອເຮັດ ໃຫ້ລາວເປັນປະເທດໜຶ່ງ ທີ່ມີບົດບາດຢ່າງ ສຳຄັນໃນການຊ່ອຍຫລຸດຜ່ອນບັນຫາສະ ພາວະໂລກຮ້ອນ ດ້ວຍການຟື້ນຟູສະພາບ ປ່າໄມ້ ແລະ ການນຳໃຊ້ຊັບພະຍາກອນ ທຳມະຊາດຢ່າງຍືນຍົງ.

ລັດຖະບານກໍຄືປະຊາຊົນລາວ ມີຄວາມ ພາກພູມໃຈທີ່ ສ.ປ.ປ. ລາວ ໄດ້ຖືກຮັບຮອງວ່າ ເປັນໜຶ່ງໃນຈຳນວນສາມສິບປະເທດ ຂອງໂລກ ໃນການປະຕິບັດ ໂຄງການຮ່ວມມືໃນຂະແໜງປ່າ ໄມ້ ເພື່ອການຄຸ້ມຄອງປ່າໄມ້ໃຫ້ເປັນແຫລ່ງຊຶມຊັບດູດເອົາອາຍກາກ ໂບນິກ. ລັດຖະບານແຫ່ງ ສ.ປ.ປ. ລາວ ຈະປະຕິບັດພັນທະ ຕ່າງໆ ຂອງຕົນ ດ້ວຍຄວາມຮັບຜິດຊອບ ແລະ ພ້ອມທີ່ຈະປະ ສານສົມທົບໃຫ້ກັບການຮ່ວມມືກັບ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໃນຮູບແບບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອໃຫ້ເກີດກຳລັງແຮງສັງລວມ ໃນການຕໍ່ສູ້ກັບການ ປ່ຽນແປງ ຂອງດິນຟ້າອາກາດ. ສ.ປ.ປ. ລາວ ຈະສືບຕໍ່ຍຶດ ໝັ້ນປະຕິບັດລະບຽບກົດໝາຍ ດ້ານສິ່ງແວດລ້ອມ ແລະ ກົດໝາຍ ອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ພ້ອມກັນນັ້ນ ກໍຈະ ປະຕິບັດ ນະໂຍບາຍສົ່ງເສີມ ໃຫ້ເກີດການຜະຫລິດທີ່ສະອາດ ມີລະດັບ ກາກບ່ອນຕ່ຳຢ່າງແຜ່ຫລາຍ. ນຳໃຊ້ຊັບພະຍາກອນທຳມະຊາດ ໂດຍສະເພາະ ແມ່ນແຫລ່ງນ້ຳແລະປ່າໄມ້ໃຫ້ມີປະສິດທິຜົນ ແລະ ຍືນຍົງ.

ນີ້ກໍແມ່ນການຖະແຫລງໂດຍ ທ່ານ ບົນສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ຊຶ່ງໄດ້ຖະ ແຫລງເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ທີຫ້າ ມິຖຸນາ ປີ 2009 ເພື່ອເປັນການຢືນຢັນ ວ່າ ລັດຖະບານລາວ ກໍຄືປະຊາຊົນລາວນັ້ນ ຈະສືບຕໍ່ການດຳ ເນີນມາດຕະການ ແລະ ປະຕິບັດ ແຜນການຍຸດທະສາດ ເພື່ອເຮັດໃຫ້ລາວ ເປັນປະ ເທດໜຶ່ງໃນສາມສິບປະເທດຂອງໂລກທີ່ມີບົດບາດຢ່າງສຳຄັນ ແລະ ກໍມີສ່ວນປະກອບ ເຂົ້າໃນການຫລຸດຜ່ອນບັນຫາສະພາວະໂລກຮ້ອນຢ່າງຕໍ່ເນື່ອງ. ທັງນີ້ດ້ວຍການ ປະຕິບັດແຜນການຍຸດທະສາດ ທັງໃນດ້ານການອະນຸລັກ ແລະ ຟື້ນຟູສະພາບ ປ່າໄມ້ໃນລາວ ໃຫ້ຍັງຄົງຄວາມອຸດົມສົມບູນ ເພື່ອທີ່ວ່າຈະໄດ້ຊ່ອຍດູດຊັບເອົາແກັສ ຄາໂບນິກ ຫລື ຄາບອນໄດອັອກຊາຍ ທີ່ຖືກປ່ອຍຈາກບັນດາໂຮງງານອຸດສາຫະກຳ ແລະ ຍວດຍານພາຫະນະຂຶ້ນໄປທຳລາຍ ຊັ້ນບັນຍາກາດຂອງໂລກໃຫ້ໜ້ອຍລົງ.

ໂດຍພາຍໃຕ້ແຜນການຍຸດທະສາດດັ່ງກ່າວນີ້ ທາງການລັດຖະບານລາວ ກໍໄດ້ວາງເປົ້າ ໝາຍທີ່ຈະປູກຕົ້ນໄມ້ ແລະຟື້ນຟູສະພາບ ປ່າໄມ້ໃນທົ່ວປະເທດລາວ ໃຫ້ມີລະດັບ ຄວາມໜາແໜ້ນຫລືປົກຫຸ້ມໃຫ້ໄດ້ໃນສັດ ສ່ວນເຖິງ 70% ຂອງພື້ນທີ່ທັງໝົດຂອງ ປະເທດພາຍໃນປີ​ 2020 ຊຶ່ງກໍຈະດຳ ເນີນມາດຕະການດັ່ງກ່າວນີ້ຄຽງຄູ່ກັນໄປກັບ ການນຳໃຊ້ຊັບພະຍາກອນທຳມະຊາດຕ່າງ ໆຢ່າງຍືນຍົງ ໂດຍບໍ່ວ່າຈະເປັນຊັບພະຍາ ກອນນ້ຳແລະຊັບພະຍາກອນປ່າໄມ້ ກໍຕາມ.

ຍິ່ງໄປກວ່ານັ້ນ ນາຍົກລັດຖະມົນຕີລາວ ຍັງໄດ້ຢືນຢັນອີກດ້ວຍວ່າ ຈະໃຫ້ການສົ່ງເສີມ ການລົງທຶນ ໃນພາກອຸດສາຫະກຳການຜະຫລິດຕ່າງໆ ທີ່ເປັນມິດຕໍ່ສະພາບແວດລ້ອມ ທຳມະຊາດ ແລະ ກໍມີການນຳໃຊ້ພະລັງງານທີ່ສະອາດໂດຍຈະຮ່ວມມືກັບສາກົນທັງ ໃນລະດັບສອງຝ່າຍແລະຫລາຍ ຝ່າຍຢ່າງບໍ່ຢຸດຢັ້ງ. ລວມທັງຍັງຈະປະຕິບັດຕາມ ບັນດາຂໍ້ຕົກລົງແລະສົນທິສັນຍາທຸກສະບັບ ທີ່ທາງການລາວໄດ້ຮ່ວມເປັນພາຄີຢູ່ ດ້ວຍຢ່າງເຄັ່ງຄັດ.

ໃນປະຈຸບັນນີ້ ລາວນັບເປັນປະເທດ ໜຶ່ງທີ່ມີການປ່ອຍ ແກັສດຄາບອນໄດອັອກຊາຍຂຶ້ນ ໄປ ທຳລາຍຊັ້ນບັນຍາກາດຂອງໂລກ ໃນປະ ລິມານທີ່ໜ້ອຍທີ່ສຸດ. ທັງນີ້ກໍເນື່ອງຈາກວ່າ ລາວຍັງ ມີການລົງທຶນໃນພາກອຸດສາຫະກຳ ການຜະ ຫລິດສິນຄ້າຕ່າງໆໃນລະດັບທີ່ຕ່ຳ ຈຶ່ງເຮັດໃຫ້ຍັງຄົງ ມີໂຮງງານອຸດສາຫະກຳຈຳນວນໜ້ອຍ. ໂດຍສ່ວນຫລາຍກໍຍັງເປັນ ໂຮງງານຂະໜາດນ້ອຍ ແລະ ໃນຂະນະດຽວກັນ ການທີ່ລາວຍັງຄົງມີສະພາບຄວາມ ໜາແໜ້ນຂອງປ່າໄມ້ປົກຫຸ້ມຄຶດເປັນສັດສ່ວນເຖິງ 40% ຕາມຂໍ້ມູນຂອງກະຊວງ ກະສິ ກຳປ່າໄມ້ລາວນັ້ນ ຈຶ່ງເຮັດໃຫ້ລາວມີສ່ວນຢ່າງສຳຄັນ ໃນການຊ່ອຍຫລຸດ ບັນຫາ ສະພາວະໂລກຮ້ອນນັ້ນເອງ.

ແຕ່ຢ່າງໃດກໍຕາມ ສຳລັບບັນດານັກອະນຸລັກຊັບ ພະຍາກອນທຳມະຊາດໃນລະດັບສາກົນ ກໍຍັງ ຄົງມີຄວາມຫວັ່ນເກງວ່າ ການປະກອບສ່ວນ ດັ່ງກ່າວຂອງລາວ ຈະຫລຸດໜ້ອຍຖອຍລົງ ເລື້ອຍໆ ເນື່ອງຈາກວ່າໃນໄລຍະ 30 ປີ ກວ່າທີ່ຜ່ານມາ ສະພາບປ່າໄມ້ຂອງລາວ ໄດ້ ຫລຸດລະດັບຄວາມ ໜາແໜ້ນລົງຢ່າງໄວວາ ໂດຍມີສາເຫດສຳຄັນມາຈາກການ ໃຫ້ສຳປະ ທານຕັດໄມ້ ເພື່ອການສົ່ງ ອອກໄປຕ່າງປະເທດ ແລະ ໂດຍປົກກະຕິຄວາມເປັນຈິງນັ້ນ ກໍໄດ້ມີການຕັດໄມ້ເກີນໂຄຕ້າ ເກີດຂຶ້ນຢ່າງ ກວ້າງຂວາງ. ສ່ວນການລັກລອບຕັດໄມ້ເພື່ອ ການຄ້າຂາຍເຖື່ອນນັ້ນກໍໄດ້ເພີ້ມ ຫລາຍຂຶ້ນນັບມື້.

ຍິ່ງໄປກວ່ານັ້ນ ການໃຫ້ສຳປະທານຂຸດຄົ້ນແຮ່ທາດ ແລະ ການອະນຸມັດໂຄງການກໍ່ສ້າງ ເຂື່ອນ ເພື່ອຜະຫລິດກະແສໄຟຟ້າ ສຳລັບສົ່ງອອກໄປຕ່າງປະເທດນັ້ນ ກໍຍັງນັບເປັນອີກ ສາເຫດທີ່ສຳຄັນ ທີ່ເຮັດໃຫ້ຕ້ອງມີການຕັດໄມ້ທຳລາຍປ່າ ເກີດຂຶ້ນຢ່າງກວ້າງຂວາງ ອີກ ດ້ວຍ. ເພາະສະນັ້ນຈຶ່ງ ຍ່ອມທີ່ຈະສົ່ງຜົນກະທົບຕໍ່ລະດັບຄວາມໜາແໜ້ນຂອງສະພາບ ປ່າໄມ້ໃນລາວໃນໄລຍະຕໍ່ໄປຢ່າງຫລີກລ້ຽງບໍ່ໄດ້ນັ້ນເອງ.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ໃນວັນທີ 17 ມິຖຸນາ 2009

XS
SM
MD
LG