ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະພັດທະນາເມືອງວຽງໄຊໃຫ້ເປັນແຫລ່ງທ່ອງທ່ຽວ


ທາງການລາວຈະພັດທະນາເມືອງວຽງໄຊ ໃຫ້ເປັນ ແຫລ່ງທ່ອງທ່ຽວທາງປະຫວັດ ສາດກ່ຽວກັບການຕໍ່ສູ້ກູ້ຊາດ ຂອງບັນດາ ຜູ້ນຳພັກປະຊາຊົນປະຕິວັດລາວໂດຍຄາດ ຫວັງວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດ ນັບແສນຄົນເດີນທາງໄປຢ້ຽມ ຊົມ ຖໍ້າ ຕ່າງໆຢູ່ໃນເຂດເມືອງວຽງໄຊໃນແຕ່ລະປີ.

ທ່ານ ສົມພົງ ມົງຄົນວິໄລ ລັດຖະມົນຕີປະ ຈຳສຳນັກງານນາຍົກລັດຖະມົນຕີ ແລະ ປະທານອົງການ ທ່ອງທ່ຽວແຫ່ງ ຊາດລາວ ໄດ້ຖະແຫງຢືນຢັນວ່າ ທາງການລາວໂດຍອົງການທ່ອງທ່ຽວ ແຫ່ງຊາດລາວ ຈະດຳ ເນີນພັດທະນາເມືອງວຽງ ໄຊ​ໃຫ້ ເປັນເຂດສົ່ງເສີມການທ່ອງທ່ຽວທາງປະຫວັດສາດ ທີ່ກ່ຽວກັບການຕໍ່ສູ້ກູ້ຊາດຂອງບັນດາຜູ້ນຳ ແລະ ບັນດາສະມາຊິກພັກປະຊາຊົນປະ

ຕິວັດລາວ ໃນໄລຍະສົງຄາມອິນດູຈີນ. ໂດຍພາຍ​ໃຕ້ແຜນການດັ່ງກ່າວນີ້ ນອກຈາກຈະ ມີເປົ້າໝາຍເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການຕໍ່ສູ້ກູ້ຊາດທີ່ມີຄວາມອັດ ສະຈັນຂອງບັນດາຜູ້ນຳພັກຊຶ່ງໄດ້ພາກັນພັກອາໃສຢູ່ພາຍໃນຖ້ຳຕ່າງໆຢູ່ໃນເຂດເມືອງວ ວຽງໄຊນັບເປັນໄລຍະເວລາທີ່ຍາວນານກວ່າ 10 ປີ ເພື່ອໃຫ້ເປັນທີ່ຮັບຮູ້ຂອງປະຊາ ຊົນລາວ ແລະ ຊາວຕ່າງຊາດແລ້ວ ການດຳເນີນງານດັ່ງກ່າວນີ້ກໍຍັງຈະມີສ່ວນຢ່າງ ສຳຄັນຕໍ່ການ ຊ່ອຍຫລຸດຜ່ອນບັນຫາຄວາມທຸກຈົນຂອງປະຊາຊົນລາວບັນດາເຜົ່າ ຢູ່ໃນເຂດເມືອງວຽງໄຊລວມໄປເຖິງເມືອງອື່ນໆໃນເຂດແຂວງຫົວພັນອີກດ້ວຍ.


ທ່ານ ສົມພົງໄດ້ຖະແຫລງຊີ້ແຈງໃນຕອນ ໜຶ່ງວ່າ:

ຈາກຄວາມໂດດເດັ່ນຂອງບັນດາຖ້ຳ

ເມືອງວຽງໄຊໂດຍສະເພາະບັນດາ

ຖ້ຳທີ່ທ່ານຜູ້ນຳການປະຕິວັດໄດ້ຢູ່

ອາໃສເປັນເວລາເກືອບ 10 ຊຶ່ງບໍ່ເຄີຍມີ ໃນປະຫວັດສາດຢູ່ແຫ່ງໃດໃນໂລກ. ສິ່ງເຫລົ່ານີ້ ຈຶ່ງໄດ້ກາຍເປັນທ່າແຮງບົ່ມ​ຊ້ອນຂອງການ ພັດທະນາການທ່ອງ ທ່ຽວຢູ່ແຂວງຫົວພັນ. ບັນດາແຫລ່ງທ່ອງທ່ຽວປະຫວັດສາດຕ່າງໆເຫລົ່ານີ້ ຖ້າຫາກໄດ້ການພັດທະນາຢ່າງສົມບູນແລ້ວ ຈະສາມາດດຶງດູດເອົານັກທ່ອງ ທ່ຽວເຂົ້າມາທ່ຽວຊົມຢ່າງຫລວງຫລາຍຊຶ່ງຜູ້ຊ່ຽວຊານດ້ານການທ່ອງທ່ຽວ ຕ່າງປະເທດໄດ້ຄາດຄ​ະເນວ່າຈະມີນັກທ່ອງທ່ຽວມາຢ້ຽມຢາມໃນປີໜຶ່ງບໍ່ ຕ່ຳກວ່າໜຶ່ງແສນຄົນ.


ໂດຍຢູ່ໃນເຂດເມືອງວຽງໄຊ ຊຶ່ງບັນດາຜູ້ນຳພັກປະຊາຊົນປະຕິວັດລາວ ຫລື ຝ່າຍ ປະເທດລາວ ໃນເວລານັ້ນ ໃຊ້ເປັນເຂດຖານທີ່ໝັ້ນໃນການຕໍ່ສູ້ກູ້ຊາດໃນໄລຍະທົດ ສະວັດທີ່ 60 ຫາທົດສະວັດທີ່ 70 ນັ້ນ ປະກອບມີຖ້ຳທຳມະຊາດທີ່ຖືກເຈາະຂະຫຍາຍຍ ເພື່ອເຮັດເປັນຫ້ອງການ, ຫ້ອງປະຊຸມ ແລະ ທີ່ພັກອາໃສ ລວມໄປເຖິງບ່ອນຫລົບໄພ ຂອງບັນດາຜູ້ນຳ ​ແລະ ສະມາຊິກພັກ ຈຳນວນທັງໝົດ 28 ຖ້ຳ, ຊຶ່ງໃນປະຈຸບັນນີ້ ທາງການລາວກໍໄດ້ເປີດໃຫ້ບັນດານັກທ່ອງທ່ຽວທັງລາວ ແລະ ຕ່າງຊາດສາມາດເຂົ້າ ຢ້ຽມຊົມໄດ້ແລ້ວຈຳນວນ 7 ຖ້ຳທີ່ເປັນຫ້ອງການບ່ອນພັກອາໃສແລະບ່ອນຫລົບໄພພ ຂອງຜູ້ນຳພັກຄົນສຳຄັນຕົວຢ່າງກໍຄື: ຖ້ຳຂອງທ່ານໄກສອນນ ພົມວິຫານ, ທ່ານ ສຸພານຸວົງ ຫລື ເຈົ້າສຸພານຸວົງ, ທ່ານ ພູມີວົງ ວິຈິດ, ທ່ານ ໜູຮັກ ພູມສະຫວັນ ແລະ ທ່ານ ຄຳໄຕ ສີພັນດອນ ເປັນຕົ້ນ.

ສ່ວນໃນອານາຄົດໝໍ່ໆນີ້ ທາງການລາວ ໂດຍອົງການ ທ່ອງທ່ຽວແຫ່ງຊາດ ກໍຈະພັດ ທະນາ ແລະ ປັບປຸງຖ້ຳທັງ 28 ແຫ່ງເພື່ອອ ຮອງຮັບນັກທ່ອງທ່ຽວໃຫ້ໄດ້ຢ່າງຄົບຊຸດ. ແຕ່ ຢ່າງໃດກໍຕາມບັນຫາທີ່ຖືວ່າເປັນອຸປະສັກ ຢ່າງຍິງຕໍ່ການພັດ ທະນາເຂດເມືອງວຽງໄຊ ໃຫ້ເປັນເຂດສົ່ງເສີມການທ່ອງທ່ຽວໃນ ເວລານີ້ ກໍຄືຂໍ້ຈຳກັດໃນດ້ານການຄົມນະຄົມຂົນສົ່ງ ເນື່ອງຈາກວ່າ ການເດີນທາງໂດຍທາງລົດ ໂດຍສານຈາກນະຄອນຫລວງ ວຽງຈັນໄປຍັງເມືອງວຽງໄຊນັ້ນຈະຕ້ອງໃຊ້ເວລາໃນ ການເດີນທາງ ເຖິງ 13 ຊົ່ວໂມງ ເປັນຢ່າງໜ້ອຍ, ສ່ວນການເດີນທາງໂດຍສານ ທາງ ເຄື່ອງບິນນັ້ນ ກໍເປັນເຄື່ອງບິນຂະໜາດນ້ອຍທີ່ໃຫ້ບໍລິການສະເພາະ ວັນຈັນ, ວັນພະຫັດ ແລະ ວັນເສົາ ເທົ່ານັ້ນ, ແລະ ກໍຍັງປະກົດວ່າ ໄດ້ມີການຍົກເລີກຖ້ຽວບິນ ກີດຂຶ້ນ ຢູ່ເລື້ອຍໆ ເຊັ່ນໃນກໍລະນີທີ່ສະພາບ ອາກາດປິດ ຫລື ມີຈຳນວນຜູ້ໂດຍສານໜ້ອຍ ເກີນໄປ ຈົນບໍ່ຄຸ້ມຄ່າທາງທຸລະກິດເປັນຕົ້ນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີນັກທ່ອງທ່ຽວຊາວຕ່າງຊາດ ຈຳນວນພຽງແຕ່ໝື່ນກວ່າຄົນ ເທົ່ານັ້ນ ທີ່ເດີນທາງໄປທ່ອງທ່ຽວຢູ່ໃນເຂດ ແຂວງຫົວພັນ ແລະ ເມືອງວຽງໄຊ ໃນຕະຫລອດປີ 2008 ທີ່ຜ່ານມາ ຊຶ່ງພາຍ​ໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ ແຂວງຫົວພັນ ມີລາຍຮັບຈາກພາກບໍລິການ ແລະ ການທ່ອງທ່ຽວໃນລະດັບທີ່ຕ່ຳຫ ລາຍໃນຂະນະທີ່ປະຊາຊົນເກີນກວ່າ50% ຂອງຈຳນວນປະຊາກອນທັງໝົດ ທີ່ ມີຢູ່ຫລາຍກວ່າສາມແສນຄົນນັ້ນກໍຍັງຄົງມີລາຍໄດ້ສະເລ່ຍບໍ່ເຖິງໜຶ່ງໂດລ້າ ສະຫະລັດ ຕໍ່ຄົນ ຕໍ່ວັນ.

XS
SM
MD
LG