ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊິມບາບເວຍັງຕ້ອງການໄດ້ສ້າງຄວາມກ້າວໜ້າ


<!-- IMAGE -->

ເມື່ອໝໍ່ໆມານີ້ ລັຖບານຂ້າມຜ່ານຂອງຊິມ ບາບເວ ໄດ້ກ້າວຜ່ານ​ຊ່ວງ​ເວລານຶ່ງຮ້ອຍ ວັນເທື່ຶອ ທຳອິດທີ່ໄດ້ເຂົ້າມາບໍລິຫານປະ ເທດ​ເມື່ອ​ໝໍ່ໆ​ມາ​ນີ້​ເອງ​ແລະ ພວກຜູ້ນຳທັງ ຫລາຍຂອງລັຖບານ​ຊຸດ​ນີ້ກໍ​ສາມາດສະ ແດງຄວາມພູມໃຈທີ່​ພວກ​ເຂົາ​ເຈົ້າ​ໄດ້​ ກະທຳ​ມາ​ຈົນ​ຮອດ​ປັດຈຸບັນ.ນັບຕັ້ງແຕ່ປະທານາ ທິບໍດີ Robert Mugabe ​ໄດ້​ຕົກລົງ​ຢ່າງ​ບໍ່​ເຕັມແມ່ນ​ແຕ່​ນ້ອຍແບ່ງປັນ ອຳນາດ​ໃຫ້ ທ່ານ ມໍຣ໌ກັນ ຊວັງກີຣາຍ ​ເຂົ້າມາ​ດຳລົງ ຕຳແໜ່ງນາຍົກຣັຖມຸນຕຣີຂອງຣັຖບານ ​ໄລຍະ​ຂ້າມ​ຜ່ານ​ຊຸດ​ໃໝ່​ນີ້ ເສດຖະກິດຂອງ​ຊິ​ມບາບ​ເວ​ ກໍ​ໄດ້ເລິ່ມມີ ຄວາມຄຶກຄັກແລະ ມີສຖຽນລະພາບຂື້ນ​ມາແລ້ວ ໂຮງໝໍ ໂຮງ ຮຽນຫລາຍໆ ແຫ່ງກໍທະຍອຍເປີດບໍລິການ ພວກພະນັກງານຣັຖບານ ກໍໄດ້ເງິນເດືອນພໍ​ສົມ​ມາ​ສົມຄວນ ແລະອາຫານກໍມີວາງຂາຍຕາມຮ້ານ ຂາຍອາຫານຕ່າງໆ ເພີ່ມ ຫລາຍຂື້ນອີກຄັ້ງນຶ່ງ. ​ເມື່ອ​ພິຈາລະນາ ​ເບິ່ງ​ວ່າຊິມ ບາບເວໄດ້ປະສົບກັບສະພາວະພັງ ທະລາຍລົງຢ່າງ​ສິ້ນ​ເຊີງ ໃນປີ 2008 ຜ່ານມານີ້ ກໍນັບ ວ່າຊິມບາບເວໄດ້ປະສົບ​ຄວາມ​ກ້າວໜ້າ​ຫລາຍ ພໍສົມຄວນ

ແຕ່​ເຖິງ​ແມ່ນ​ໄດ້​ມີ​ການ​ປັບປຸງ​ໃຫ້​ດີ​ຂື້ນ​ໃນ​ດ້ານ​ຕ່າງໆ​ເຫລົ່າ​ນີ້​ກໍ​ຕາມ ພວກກຸ່ມຫົວ​ແຂງ​ກະດ້າງທັງຫລາຍພາຍໃນຣັຖບານກໍຍັງພາກັນສືບຕໍ່ ຂັດຂວາງການປະຕິຮູບຢ່າງ​ຮອບ ດ້ານ​ນັ້ນຢູ່. ເວລານີ້ຍັງ​ມີຊາວຊິມບາບ ເວທັງຫລາຍຖືກ​ກັກ​ຂັງ​ຍ້ອນຄວາມເຊື່ອ ຖື ແລະກິດກະກຳດ້ານການ ເມືອງຂອງພວກເຂົາເຈົ້າ ແລະພາກສ່ວນການກະເສດ ຂອງປະເທດຊຶ່ງ ຄັ້ງນຶ່ງ ເຄີຍຮວມຢູ່​ໃນ​ບັນດາ​ພາກສ່ວນ​ການ​ກະ​ເສດ ທີ່​ມີ​ຜົນ​ຜລິດ​ຫລາຍ​ທີ່​ສຸດ​ໃນຂົງ​ເຂດ​ອາ​ຟຣິກາ​ນັ້ນ ​ແມ່ນ​ຕົກ​ຢູ່​ໃນ​ສະພາບ​ທີ່​ວຸ້ນວາຍ ອັນສືບເນຶ່ອງ ມາຈາກການບຸກລຸກຍຶດເອົາດິນດອນປູກຝັງ ແລະການ ບໍລິຫານຄຸ້ມ​ຄອງຢ່າງບໍ່ຖືກ ຕ້ອງຂອງລັຖບານ. ​ແລະ​ໃນ​ບັນ ດາ​ສະພາ ວະ​ທີ່​ຮ້າຍ​ແຮງ​ອື່ນໆ​ນັ້ນ ສະຖານະ​ການ​ດ້ານມະນຸດສະທຳ​ຂອງ​ປະ​ເທດ ກໍສືບຕໍ່ຊຸດໂຊມລົງໄປນັບມື້ລຸນ​ຫລັງ​ການ​ເກີດລະ ບາດຢ່າງໜັກຂອງ ພະຍາດທ້ອງຊຸ ຫລືໂຣກອະຫິວາ

ຜ່ານມາປະເທດເພື່ອນມິດທັງຫລາຍຂອງ​ຊິ​ມບາບ​ເວ​ຢູ່ ໃນປະຊາຄົມ ໂລກຂອງຊິມ ບາບເວ ແມ່ນໄດ້ປະຕິບັດການຢ່າງໄວເພື່ອແກ້ໄຂບັນ ຫາຄວາມຕ້ອງການດ້ານມະ ນຸດສະທຳຂອງປະເທດ ແລະ ກໍຈະສືບ ຕໍ່ປະຕິບັດການເຊັ່ນນີ້ໄປເລື້ອຍໆ. ອີງຕາມ ອົງການສະຫະປະຊາ ຊາດປະເທດທີ່ໃຫ້ ການບໍລິຈາກທັງຫລາຍໄດ້​ໃຫ້ການ​ຊ່ວຍ​ເຫລືອຄິດ ເປັນມູນຄ່າຫລາຍກວ່າ 246 ລ້ານໂດລາ ນັບຕັ້ງແຕ່ເດືອນ ພະຈິກປີ 2008 ເປັນຕົ້ນມາ ສຳ​ຫລັບ​ໂຄງການ​ບັນ​ເທົາ​ທຸກ​ດ້ານ​ການ​ແພດ ​ເຂົ້າປາ​ອາ ຫານ ​ແລະ​ດ້ານ​ອື່ນໆ​ອີກຢູ່​ໃນ​ຊິ​ມບາບເວ​ນັ້ນ. ສ່ວນ ສະຫະຣັດ ມາ​ຮອດປັດຈຸບັນ ​ແມ່ນໄດ້ໃຫ້ການ ຊ່ວຍເຫລືອ ໃນດ້ານມະນຸດສະທຳ ຫລາຍ ກວ່າ 150 ລ້ານໂດລາແລ້ວໃນສົກງົບປະ ມານ ປີ 2009

ໃນຂະນະຣັຖບານຂ້າມຜ່ານຊຸດໃໝ່ຂອງຊິມວາບເວໄດ້ຮ້ອງຂໍຄວາມຊ່ວຍ ເຫລືອດ້ານ ການເງິນຕື່ມ​ອີກນອກຈາກ ດ້ານມະນຸດສະທຳແລ້ວນັ້ນບັນ ຫາສຳຄັນຫລາຍໆ ບັນຫາ ທີ່ຍັງແກ້ໄຂກັນບໍ່ໄດ້ໃນ​ເລຶ່ອງ ການຈັດ​ຕັ້ງປະຕິບັດຂໍ້ຕົກລົງແບ່ງປັນອຳນາດ ນັ້ນ ຈຶ່ງພາ​ໃຫ້ເກີດມີຄວາມສົງໃສ ຂື້ນມາວ່າງົປມານຊ່ວຍເຫລືອໃດໆ ທີ່ ມອບໃຫ້ຣັຖບານໂດຍກົງນັ້ນ ຈະ​ ໄປ​ຮອດ​ໄປ​ເຖິງມືຂອງ​ພວກ​ປະຊາ​ຊົນທີ່ມີຄວາມ ຕ້ອງການຄວາມຊ່ວຍ ເຫລືອທີ່ສຸດນັ້ນຫລືບໍ່? ຕໍ່ໜ້າປະວັດທີ່​ຂີ້ຮ້າຍ​ທີ່​ສຸດ​ຂອງລັຖ ບານ​ມູກາ​ເບ ໃນ​ດ້ານ​ຄຸ້ມ​ຄອງດ້ານ​ການ​ເງິນ ແລະການຊ່ວຍເຫລືອພວກທີ່ຕ້ອງການ ແທ້ນັ້ນ​ແມ່ນ​ເວົ້າ​ໄດ້​ວ່າ ຄວາມລະ ແວງທີ່​ວ່າ​ນີ້ມີ​ເຫດ​ມີ​ຜົນ

ປັດຈຸບັນນີ້ ສະຫະຣັຖແມ່ນກຳລັງຕິດຕາມເບິ່ງຄວາມກ້າວໜ້າຂອງການ ບໍລິຫານປະ ເທດຂອງຣັຖບານຊຸດໃໝ່ນີ້ຢູ່ຢ່າງໃກ້ຊິດເພື່ອ​ໄຊ້ເປັນ​ເຫດ ຜົນໃນການພິຈາລະນາໃຫ້ຄວາມຊ່ວຍເຫລືອດ້ານ​ການພັທະນາ​ແກ່ ຊິມບາບ ເວອີກ ໃນອະນາຄົດ ແຕ່ສຳຫລັບເວ ລານີ້ແລ້ວຍັງມີຕື່ມ​ອີກ ຫລາຍສິ່ງ ຫລາຍຢ່າງ ທີ່ຈະຕ້ອງ​ໄດ້ປະຕິບັດ​ໃຫ້​ສຳເລັດທີ່ສຳຄັນທີ່​ສຸດ​ນັ້ນ ກໍຄື ການເຄຶ່ອນໄຫວໄປສູ່ປະຊາທິປໄຕ ການແບ່ງປັນອຳນາດກັນ ຢ່າງ​ແທ້​ຈິງ ແລະມີຄວາມໝັ້ນໝາຍຕໍ່ການປະຕິບັດ ສິດທິມະ ນຸດ ແລະ ເຄົາລົບນັບຖືຂະ​ບວນການ​ຍຸດຕິ​ທຳຊິມບາບເວ ໃນຂະນະນີ້ ແມ່ນ ກຳ ລັງຫລິງເຫັນຄວາມປ່ຽນແປງ ຢ່າງແທ້ຈິງ ​ເກີດ​ຂື້ນ​ແລ້ວ ແຕ່ມັນກໍ ເປັນພຽງຈຸດເລິ່ມຕົ້ນເທົ່ານັ້ນ.

XS
SM
MD
LG