ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັຖບານຈີນວາງຂໍ້ຈຳກັດຮັດແຄບດ້ານອິນເທີເນັທຫລາຍຂື້ນ


<!-- IMAGE -->

ທາງການຣັຖບານຈີນ ກຳລັງ​ເພິ່ມທະ ວີຄວາມພະຍາຍາມຂື້ນ​ອີກ ເພື່ອຈຳ ກັດຮັດແຄບເສລີພາບໃນການປາກເວົ້າ ສະແດງ ຄວາມຄິດເຫັນໂດຍການສັ່ງ ປິດ​ເວ​ບ​ໄຊ້ທ໌ ສົນທະນາຕ່າງໆ ເຊັ່ນ​ເວ​ບ​ໄຊ້ທ໌ Twitter, Flickr, ແລະ Hotmail ເປັນຕົ້ນ. ການວາງ ຂໍ້ຈຳກັດຮັດແຄບ ຕໍ່ເຄືອ ຂ່າຍອິນເຕີ​ແນັດ ທີ່​ກ່າວ​ມານັ້ນ ​ແມ່ນໂຮມ​ຢູ່​ໃນ​ພວກມາດຕະການຕ່າງໆ ຈຳນວນ​ນື່ງ ທີ່ລັຖບານຈີນ ໄດ້ປະຕິບັດ ເມື່ອ ຫລາຍໆ ອາທິດຜ່ານມານີ້ ເພື່ອ ປາບປາມການສະ​ແດງ​ອອກ​ເຖິງ ​ຄວາມບໍ່ພໍໃຈ ​ແລະ​ຄັດຄ້ານ ຕໍ່ລັຖບານ ໃນ​ໂອກາດວັນຄົບຮອບ ການປາບປາມຢ່າງ​ຮຸນ​ແຮງ ຕໍ່ການປະທ້ວງຢູ່ ຈະຕຸ ລັດຕຽນ​ອັນ​ເໝິນ (Tienanmen) ເມືອວັນທີ່ 4 ມິຖຸນາ ​ໃນ​ປີ 1987 ນັ້ນ.

ທ່ານນາງ Jennifer Windsor ຜູ້ອຳນວຍການຝ່າຍບໍລິຫານຂອງ​ອົງການ ສົ່ງ​ເສີມ​ເສຣີພາບ Freedom House ກ່າວວ່າ ການ​ທີ່ພວກຊາວໜຸ່ມໃນ ປະເທດຈີນ ບໍ່ໄດ້ຮັບ​ການບອກ​ເລົ່າ ຫລື​ສິດສອນ​ໃຫ້ຮູ້ກ່ຽວກັບການປະ ທ້ວງເພື່ອປະຊາທິປະ​ໃຕໃນປີ 1987 ແລະການສັງຫານໝູ່ພວກປະທ້ວງ ຢ່າງສັນຕິ​ເປັນ​ຈຳນວນ​ຫລວງຫລາຍ​ ຖ້າບໍ່ຮອດຫລາຍພັນຄົນ ກໍຫລາຍ ຮ້ອຍຄົນນັ້ນ ຖືວ່າ​ເປັນ​ເລື່ອງ​ທີ່​ໜ້າ​ເສຍ​ໃຈ​ຢ່າງ​ຍິ່ງ​ຢູ່​ແລ້ວ ​ແຕ່ການທີ່ຈີນ ຕັດສິນໃຈຂັດຂວາງ​ເວ​ບ​ໄຊ້ທ໌ເຫລົ່ານີ້ ​ແມ່ນ​ເປັນ​ການ​ໂຈມ​ຕີຄັ້ງລ່າ ສຸດຂອງ ຈີນ ໃນການປຸກລະດົມຢ່າງບໍ່ມີການລົດ​ລະຜ່ອນຜັນໃດໆ ເພື່ອທີ່ຈະ ລືບ ອະດີດນັ້ນ.

ປົກກະຕິແລ້ວ ທາງການຈີນຈະປິດເຄືອຂ່າຍອິນເທີ​ເເນັທ ​ເປັນ​ບາງ​ສ່ວນ ​ເປັນ​ປະຈຳ ໃນລະວ່າງເຫດການຕ່າງໆທີ່ມີ​ລັກສະ​ນະ​ລໍ່​ແຫລມ​ທາງ​ການ​ເມືອງ ເຊັ່ນ​ໃນ​ລະ​ວ່າງ​ທີ່​ຈີນເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ​ລະດູ​ຮ້ອນ ແລະລະ​ວ່າງ​ກອງ​ປະຊຸມ​ຫລວງຂອງພັກ​ຄອມ​ມິ​ວນີສ​ເປັນ​ຕົ້ນ.ອິງ​ຕາມອົງການ Freedom House ນັ້ນ ຣັຖບານ​ຈີນແມ່ນນຳໃຊ້ກົນ​ໄກ​ສອດ​ແນມເບິ່ງ​ແລະ​ກວດ​ກາ ການ​ເຄື່ອນ​ໄຫວ​ທາງອິນ​ເທີ​ເ​ເນັທ ​ທີ່​ກ້າວ ໜ້າທັນ​ສະ​ໄໝທີ່​ສຸດໃນໂລກ.

ອີ​ງຕາມ​ລາຍ​ງານ​ສະບັບລ່າ​ສຸດຂອງ​ກະຊວງ​ຕ່າງປະ​ເທດ​ສະຫະ​ລັດວ່າ​ດ້ວຍການ​ປະຕິບັດສິດທິ​ມະ​ນຸດ​ຂ​ອງປະ​ເທດ​ຕ່າງໆ​ໃນ​ໂລກນັ້ນ​ ກໍ​ແມ່ນ​ວ່າເຈົ້າ ໜ້າທີ່ຕຳຫ​ລວດກວດກາ​ອິນ​ເທີເເນັທຂອງ​ຈີນ​ ສາມາດ​ຂັດຂວາງ​ແລະຍັບ​ຍັ້ງໄດ້​ໂດຍ​ອັດຕະ​ໂນ​ມັດ ​ ອີ​ເມລ​ແລະ​ການ​ສົນທະນາ​ກັນ​ທາງ​ອິນ​ເທີເເນັທ​ ທີ່​ອິງ​ໃສ່ລະຫັດ​ທີ່​ສຳຄັນໆທີ່​ປ່ຽນ​ໄປ​ປ່ຽນ​ມາ​ຢູ່​ເລື້ອຍໆ ​ເຊັ່ນຄຳ​ວ່າ ຟາ​ລຸນ​ກົງ ​ແລະ​ເອກ​ກະລາດ​ຂອງ​ທິ​ເບ​ດ​ເປັນ​ຕົ້ນ.ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ຈະ​ມີ​ການ​ຄວບ​ຄຸມ​ຢ່າງ​ເຄ່ງ​ຄັດເຊັ່ນ​ນີ້​ກໍ​ຕາມ ​ເຄືອ​ຂ່າຍ​ອິນ​ເທີ​ແນັທ ຂອງ​ຈີນ​ກໍໄດ້ຂະຫຍາຍໂຕ​ຂື້ນ​ມາເປັນ​ເວທີ​ສົນທະນາ​ອັນກວ້າງ​ໃຫຍ່ ​ທີ່​ມີ​ຜູ້​ຊົມ​ໃຊ້​ເຂົ້າໄປສະ​ແດງຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າຫລາຍ​ລ້ານ​ຄົນຢູ່​ໃນເວ​ລາ​ນີ້.

ສະຫະຣັຖ​ອາ​ເມ​ລິ​ກາເປັນ​ຫ່ວງ​ກ່ຽວ​ກັບ​ພືດ​ຕິ​ການເຊັ່ນ​ນີ້​ຂອງຈີນ​ ທີ່​ພະຍາ ຍາມຈະຈຳກັດ​ຮັດ​ແຄບ​ການເຂົ້າຫາອິນເທີ​ເ​ເນັດ ພ້ອມ​ທັງ​ຈຳ​ກັດ​ຮັດ​ແຄບ ການ​ຊົມ​ໃຊ້​ສິດທິ​ເສລີພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ ທີ່​ຮັບຮູ້​ໂດຍ​ນານາ​ຊາດນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າປ​ະຊາ​ທິປ​ະ​ໃຕ ການ​ປົກຄອງ​ດ້ວຍກົດ​ໝາຍ ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສນາ ທັງໝົດ​ນັ້ນ ບໍ່​ແມ່ນ​ຫລັກການຂອງ​ສະ​ເພາະ​ແຕ່ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ​ແຕ່​ຝ່າຍດຽວເທົ່າ​ນັ້ນ ​ແຕ່ ຂ້າພະ​ເຈົ້າເຊື່ອ​ຖືວ່າມັນ​ເປັນ​ຫລັກການ​ຂອງ​ທຸກປະ​ເທດ​ໃນ​ໂລກ.
XS
SM
MD
LG