ການເລືອກຕັ້ງທ່ີອິຣ່ານ: ທ່ານມັກມຸດອະມາດີເນຈາດ ກ່າວວ່າການອອກ ໄປປ່ອນບັດຢ່າງຫລວງຫລາຍຂອງປະຊາຊົນ ໃນການເລືອກຕັ້ງປະທານາທິບໍດີນັ້ນ ສະທ້ອນໃຫ້ເຫັນເຖິງຄວາມ ຫວັງຂອງຊາວອິຣ່ານສຳລັບ ອະນາຄົດ ແລະທ່ານກ່າວຕື່ມວ່າ ປະຊາຊົນໄດ້ເລືອກເອົາບຸກຄົນທີ່ຈະເຮັດໃຫ້ຄວາມປາຖນາເຫລົ່ານັ້ນເປັນຄວາມຈິງຂຶ້ນມາໄດ້. ປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງໃໝ່ຂອງອິຣ່ານ ໄດ້ສະແດງຄວາມເຫັນດັ່ງກ່າວໃນວັນອາທິດມື້ນີ້ ໃນຄຳປາໄສທີ່ຖ່າຍທອດອອກທາງໂທ ລະພາບ ນຶ່ງມື້ຫລັງຈາກທີ່ ຣັຖມຸນຕີພາຍໃນຂອງອິຣ່ານປະກາດວ່າທ່ານ ອາມາດີເນຈາດ ໄດ້ຮັບໄຊຊະນະ ໂດຍໄດ້ຮັບຄະແນນສຽງ 62.6 ເປີເຊັນຂອງບັດເລືອກຕັ້ງທັງໝົດ ໃນຂະນທີ່ຄູ່ແຂ່ງນຳໜ້າຂອງທ່ານ ຄື ທ່ານຮຸສເຊນ ມຸດສາວີ ຫົວປະຕິຮູບ ໄດ້ຮັບສຽງສນັບສນຸນ ພຽງແຕ່ 33.75 ເປີເຊັນເທົ່ານັ້ນ. ພວກກຸ່ມຫົວປະຕິຮູບກ່າວວ່າ ສມາຊິກຂອງພວກຕົນຫລາຍຄົນຖືກຈັບ ໃນຕອນເຊົ້າມືດວັນອາທິດມື້ນີ້ ບໍ່ເທົ່າໃດຊົ່ວໂມງຫລັງຈາກປະທະກັນກັບຕຳຫລວດ ໃນນະຄອນຫລວງເຕ່ຣ່ານ.
ປະຕິກິລິຍາຂອງນາໆຊາດຕໍ່ການເລືອກຕັ້ງໃນອິຣ່ານ: ນານາຊາດໄດ້ສະແດງປະຕິກິລິຍາແບບປະປົນກັນ ຕໍ່ການຖືກເລືອກຕັ້ງຄືນໃໝ່ຂອງປະທານາທິບໍດີອີຣ່ານທ່ານ Mahmoud Ahmadinejad
ສະຫະພາບຢຸໂຣບກ່າວວ່າ ຕົນມີຄວາມເປັນຫ່ວງນຳການກ່າວຫາທີ່ວ່າການເລືອກຕັ້ງໃນອີຣ່ານຄັ້ງນີ້ ບໍ່ເປັນລະບຽບ ແຕ່ຕົນກໍຫວັງວ່າຜົນການເລືອກຕັ້ງ ຈະນຳໄປສູ່ການໂອ້ລົມສົນທະນາກັນຄືນໃໝ່ກ່ຽວກັບ ເລຶ່ອງໂຄງການນີວເຄລຍຂອງອີຣ່ານ ທີ່ເປັນບັນຫາຂັດແຍ້ງກັນກັບປະຊາຄົມໂລກນັ້ນ. ຖະແຫລງການສະບັບນຶ່ງຂອງສະຫະພາບຢຸໂຣບ ເວົ້າວ່າ ຄະນະປະທານາທິບໍດີຂອງ ອີຢູ ຫວັງວ່າ ຣັຖບານຊຸດໃໝ່ຂອງອີຣ່ານ ຈະເຄົາຣົບນັບຖືພັນທະຂອງຕົນທີ່ມີຕໍ່ສາກົນ.
ສະຫະຣັດແລະອິຣ່ານ: ສະຣັດກ່າວວ່າ ຕົນກຳລັງຕິດຕາມເບິ່ງສະຖານະການຢ່າງໃກ້ຊິດກ່ຽວ ກັບການເລືອກຕັ້ງປະທານາທິບໍດີ ທ່ີເປັນບັນຫາໂຕ້ແຍ່ງກັນໃນອິຣ່ານ ຮວມທັງລາຍງານຕ່າງໆທ່ີວ່າມີການລະເມີດກົດໝາຍການເລືອກຕັ້ງ ນັ້ນ. ໃນການກ່າວປາໄສໃນວັນເສົາວານນີ້ທ່ີການາດາ ທ່ານນາງຮີນ ລາຣີຄລິນຕັນ ຣັຖມຸນຕີການຕ່າງປະເທດສະຫະຣັດ ກ່າວວ່າ ສະຫະ ຣັດຫວັງວ່າຜົນຂອງການເລືອກຕັ້ງໃນອິຣ່ານ ສະທ້ອນເຖິງຄວາມມຸ່ງມາດປາດຖະໜາອັນແທ້ຈິງຂອງປະຊາຊົນອິຣ່ານ ແລະທ່ານນາງກ່າວຕື່ມວ່າ ພວກເຮົາກໍຄືປະຊາຊົນອື່ນໆໃນໂລກ ກຳລັງລໍຖ້າແລະສິ້ງຊອມເບິ່ງວ່າຈະມີຫຍັງເກີດຂຶ້ນ ໃນຂັ້ນຕໍ່ໄປໃນອິຣ່ານນັ້ນ.
ຣັຖມຸນຕີການຕ່າງປະເທດການາດາ ທ່ານ Lawrence Cannon ທີ່ ຢືນຢູ່ຄຽງຂ້າງກັນກັບທ່ານນາງຄລິນຕັນ ກ່າວວ່າ ປະເທດຂອງທ່ານມີຄວາມເປັນຫ່າງຢ່າງເລິກເຊິ່ງນຳລາຍງານທ່ີວ່າມີການລະເມີດກົດໝາຍ ການເລືອກຕັ້ງຕ່າງໆໃນອິຣ່ານນັ້ນ ແລະທ່ານໄດ້ຮຽກຮ້ອງໃຫ້ທາງການ ອິຣ່ານ ທຳການນັບບັດເລືອກຕັ້ງຢ່າງຍຸຕິທັມແລະໂປ່ງໃສ.
ປາກີສຖານ: ບັນດາເຈົ້າໜ້າທ່ີໃນພາກຕາເວັນຕົກສຽງເໜືອຂອງປາກີສຖານ ກ່າວວ່າ ມີປະຊາຊົນເສັຍຊີວິດ 8 ຄົນແລະໄດ້ຮັບບາດເຈັບຢ່າງໜ້ອຍ 20 ຄົນໃນເຫດການລະເບີດແຕກ ຢູ່ຕລາດແຫ່ງນຶ່ງ ທ່ີອັດແອໄປດ້ວຍຜູ້ຄົນ ໃນວັນອາທິດມື້ນີ້. ເຈົ້າໜ້າທ່ີເວົ້າວ່າ ເຫດລະເບີດໄດ້ເກີດຂຶ້ນທີ່ເມືອງ Dera Ismail Khan ທາງທິດໃຕ້ຂອງເມືອງ Peshawar ແລະປາກົດວ່າ ເປັນວັດ ຖຸລະເບີດ ທ່ີຫ້າງໄວ້ກ່ອນ.
ໃນແຫ່ງອື່ນໆອີກໃນວັນອາທິດມື້ນີ້ ເຈົ້າໜ້າທ່ີສືບລັບໃນປາກີສຖານ ກ່າວວ່າ ເຮືອບິນທ່ີບໍ່ມີຄົນຂັບລຳນຶ່ງທ່ີສົງໄສວ່າແມ່ນຂອງສະຫະຣັດໄດ້ຍິງລູກສອນໄຟໃສ່ລົດຄັນນຶ່ງ ທ່ີກຳລັງບັນທຸກພວກກະບົດຕາລີບັນໃນ ເຂດ Waziristan ໃຕ້ ເຮັດໃຫ້ພວກຫົວຮຸນແຮງເສັຍຊີວິດ ຢ່າງໜ້ອຍ 3 ຄົນ.
ທີ່ອັຟການີສຖານ: ກຳລັງກຸ່ມນາໂຕໃນພາກຕາເວັນອອກຂອງອັຟການີສຖານ ກ່າວວ່າ ພົນລະເຮືອນອັຟການີສຖານ 4ຄົນເສັຍຊີວິດ ແລະອີກ2 ຄົນໄດ້ຮັບບາດເຈັບຈາກການໂຈມຕີຂອງພວກຫົວຮຸນແຮງໃນວັນເສົາວານນີ້. ກຸ່ມເນໂຕ ອອກຖແລງການສະບັບນຶ່ງໃນວັນອາທິດມື້ນີ້ວ່າ ພວກກະບົດ ໄດ້ໄຊ້ປືກຄົກແລະອາວຸດໂຈມຕີຊນິດຕ່າງໆ ທຳການໂຈມຕີຢູ່ສູນກາງເມືອງ Waze Zadran ແລະປ້ອມຮັກສາຄວາມສງົບໃນເຂດຫ່າງໃກແຫ່ງນຶ່ງໃນແຂວງ Paktia ເຮັດໃຫ້ຊາວອັຟການີສຖານຄົນນຶ່ງເສັຍຊີວິດ ແລະວ່າ ພວກທະຫານອັຟການີສຖານແລະກຸມເນໂຕໄດ້ທຳການໂຈມຕີໂຕ້ຕອບໃນຂະນະທີກຸ່ມເນໂຕໃຫ້ການຊ່ອຍເຫລືອດ້ານພະຍາບານແກ່ຜູ້ຄົນທີ່ໄດ້ຮັບບາດເຈັບນັ້ນ.
ຖແລງການຂອງກຸ່ມເນໂຕເວົ້າວ່າ ໃນແຂວງ Paktia ເຊັ່ນກັນພວກຫົວຮຸນແຮງໄດ້ທຳການໂຈມຕີພວກແຮງງານອັຟການີສຖານທ່ີກຳລັງທຳການກໍ່ສ້າງຖນົນສາຍ Khost-Gardez ໃນເມືອງ Shawak ເຮັດໃຫ້ພວກເຈົ້າໜ້າີທ່ຮັກສາຄວາມປອດໄພໃນທີ່ນັ້ນ 3 ຄົນເສັຍຊີວິດ.