ຢູ່ໃນສະຫະຣັດ ອາເມຣິກາ ມີມະຫາວິທະຍາ ໄລນ້ອຍ ແລະ ໃຫຍ່ ຫລາຍແຫ່ງທີ່ທຳການ ສິດສອນວິຊາການທະຫານ. ຫາກແຕ່ວ່າ ນອກຈາກ ມະຫາວິທະຍາໄລເຫລົ່ານີ້ແລ້ວ ນັກສຶກສາ ຕ່າງປະເທດຍັງສາມາດໄປຮຽນ ຢູ່ໃນວິທະຍາຄານທະຫານ ຫລື ໂຮງຮຽນ ນາຍຮ້ອຍທະຫານແຫ່ງຊາດໄດ້ ອີກ 5 ແຫ່ງ.
ໃນຈຳນວນໂຮງຮຽນນາຍຮ້ອຍທະຫານ 5 ແຫ່ງຂອງສະຫະຣັດ ອາເມຣິການັ້ນ ມີ 3 ແຫ່ງທີ່ຢູ່ພາຍໃຕ້ກະຊວງປ້ອງກັນປະເທດ ສະຫະຣັດ. ນັ້ນກໍຄື ວິທະຍາຄານທະຫານ ແຫ່ງສະຫະຣັດ ຫລື The United States Military Academy ຢູ່ West Point, ຢູ່ຣັດ ນີວຢອກ, ຊື່ງທຳການສິດສອນເພື່ອກະກຽມນາຍທະຫານໃຫ້ແກ່ ກອງທັບບົກ, ວິທະຍາຄານທະຫານອາກາດ ຫລື The Air Force Academy ຢູ່ໃນເມືອງ Colorado Springs, ຣັດ Colora-do (ໂຄໂລຣາໂດ) ແລະ ວິທະຍາຄານ ທະຫານເຮືອ ທີ່ຕັ້ງຢູ່ ເມືອງ ແອນນາໂພລິສ (Annapolis) ຢູ່ຣັດ ເມຣີແລນ ຊຶ່ງເປັນ ມະຫາວິທະຍາໄລ ທີ່ກະກຽມນາຍທະຫານໃຫ້ແກ່ກອງທັບເຮືອ ແລະ ກອງທັບນາວິກະໂຍທິນ ຫລື ທະຫານມາຣິນສ໌.
ຜູ້ທີ່ຖືກສົ່ງໄປຮຽນໃນໂຮງຮຽນນາຍທະຫານເຫລົ່ານີ້ ຕ້ອງມີ ອາຍຸໃນລະຫວ່າງ ສິບເຈັດປີ ຫາ ຊາວສາມປີ, ເປັນໂສດ ແລະ ບໍ່ມີລູກ. ໂດຍປົກກະຕິແລ້ວ ຜູ້ສະໝັກຂໍເຂົ້າຮຽນໃນ ວິທະຍາຄານທະຫານເຫລົ່ານີ້ ຕ້ອງຖືກສະເໜີຊື່ໂດຍສະມາ ຊິກຣັດຖະສະພາ ຫລື Congress. ສ່ວນຜູ້ສະໝັກທີ່ເປັນຊາວ ຕ່າງປະເທດ ແມ່ນໄດ້ຖືກນຳສະເໜີ ໂດຍ ລັດຖະບານປະເທດຂອງເຂົາເຈົ້າ ທີ່ເປັນຜູ້ຈ່າຍຄ່າການສຶກສາໃຫ້ເຂົາເຈົ້າ.
ລັດຖະບານແຕ່ລະປະເທດ ມີຂໍ້ກຳນົດຂອງຕົນເອງ ກ່ຽວກັບວ່າ ນັກສຶກສາທີ່ຮຽນຈົບ ຈາກວິທະຍາຄານທະຫານຂອງສະຫະຣັດ ນັ້ນ ຕ້ອງເຂົ້າຮັບໃຊ້ໃນກອງທັບ ເປັນເວລາດົນນານສ່ຳໃດ.ສຳລັບນັກສຶກສາອາເມຣິກັນທີ່ເຂົ້າຮຽນໃນມະຫາວິທະຍາໄລ 4 ປີ ເຫລົ່ານີ້ ຕ້ອງໄດ້ຮັບໃຊ້ໃນກອງທັບເປັນທະຫານປະຈຳ ຢ່າງ ໜ້ອຍ 5 ປີ ຫລັງຈາກ ຮຽນຈົບແລ້ວ.
ກະຊວງ ປ້ອງກັນປະເທດສະຫະຣັດ ເລືອກ ເອົາຫລາຍກວ່າ 100 ປະເທດ ໃນແຕ່ລະປີ ແລະ ເຊື້ອເຊີນໃຫ້ເຂົາເຈົ້າສະເນີຊື່ ຂອງນັກສຶກ ສາຂອງຕົນເຂົ້າມາຮຽນໃນວິທະຍາຄານເຫລົ່ານີ້. ນັກສຶກສາຕ່າງປະເທດ ສາມາດເຂົ້າຮຽນ ໃນແຕ່ລະ ໂຮງຮຽນ ພ້ອມກັນໄດ້ບໍ່ກາຍ 60 ຄົນ ໃນເວລານື່ງໆ.
ຕົວຢ່າງເຊັ່ນ: ໃນຊຸດນັກຮຽນລຸ້ນຕໍ່ໄປນີ້ ຢູ່ໃນວິທະຍາຄານທະ ຫານເຮືອ ຫລື Naval Academy ນັ້ນ ຈະມີນັກຮຽນຕ່າງປະ ເທດ 18 ຄົນ ເຊິ່ງໃນນັ້ນ 4 ຄົນເປັນເພດຍິງ ເຮັດໃຫ້ຈຳນວນ ສຶກສາຕ່າງປະເທດ ທີ່ຮຽນໃນວິທະຍາຄານດັ່ງກ່າວໃນສົກສຶກ ສາ ປີໜ້ານີ້ ເພີ່ມຂຶ້ນເປັນ ຫ້າສິບສາມຄົນ.
ທ່ານ ທິມ ດີຊເສີ້ (Tim Disher) ຫົວໜ້າໂຄງການການສຶກສາ ສາກົນ ຂອງໂຮງຮຽນທະຫານເຮືອສະຫະຣັດ ເວົ້າວ່າພວກທີ່ມີ ຄວາມສົນໃຈຢາກມາຮຽນໃນມະຫາວິທະຍາໄລນີ້ ຄວນຕິດຕໍ່ໄປຍັງພະແນກກ່ຽວຂ້ອງ ທີ່ຮວມທັງພະແນກກອງທັບເຮືອຂອງປະເທດເຂົາເຈົ້າເອງ. ນອກນັ້ນ ທຸກວິທະຍາຄານ ຫລື ໂຮງຮຽນ ນາຍຮ້ອຍທະຫານ ຈະມີຂໍ້ມູນກ່ຽວກັບການຮັບເອົານັກຮຽນເຂົ້າ ຮຽນ ຢູ່ເວັບໄຊ໌ຂອງເຂົາເຈົ້ານຳອີກ.
ນອກນັ້ນອີກ ນັກຮຽນຕ່າງປະເທດ ຍັງສາມາດເຂົ້າສຶກສາໃນ ອີກສອງໂຮງຮຽນທະຫານຂອງສະຫະຣັດ ຄື ວິທະຍາຄານທະ ຫານຍາມຝັ່ງ ຫລື Coast Guard Academy ຢູ່ເມືອງ ນິວລອນ ດອນ, ຣັດ Connecticut ແລະ ວິທະຍາຄານທະຫານເຮືອພານິດ ຫລື Merchant Marine Academy ຢູ່ທີ່ເມືອງ ຄິ່ງສ ພັ້ອຍ(Kings Point) ຣັດ ນິວຢັອກ. ວິທະຍາຄານທະຫານຍາມຝັ່ງ ຫລື Coast Guard Academy ສາມາດຮັບເອົານັກຮຽນຕ່າງ ປະເທດ ມາຮຽນໃນເວລາດຽວກັນ ໄດ້ ເຖິງສາມສິບຫ້າຄົນ ສ່ວນຢູ່ ໂຮງຮຽນ Merchant Marine ແມ່ນຮັບເອົາໄດ້ເຖິງສາມສິບຄົນ.
ໂຮງຮຽນສອງແຫ່ງນີ້ ກໍມີມາດຕະການຂອງຕົນເອງໃນການຮັບເອົານັກຮຽນ ເຂົ້າຮຽນໃນ ໂຮງຮຽນເຂົາເຈົ້າ. ວິທະຍາຄານ ທະ ຫານຍາມຝັ່ງ ຫລື Coast Guard Academy ເວົ້າວ່າ ນັກຮຽນທີ່ ສົນໃຈເຂົ້າຮຽນໃນໂຮງຮຽນຂອງເຂົາເຈົ້າ ຄວນຕິດຕໍ່ໄປຍັງທູດ ທະຫານ ປະຈຳສະຖານທູດສະຫະຣັດ ອາເມຣິກາ ຢູ່ໃນປະເທດຂອງເຂົາເຈົ້າ. ສ່ວນນັກຮຽນຕ່າງປະເທດ ທີ່ມີຄວາມສົນໃຈຢາກ ເຂົ້າຮຽນໃນ ວິທະຍາຄານ Merchant Marine Academy ນັ້ນ ຕ້ອງຂໍຟອມຄຳຮ້ອງສະໝັກເຂົ້າຮຽນ ນຳຫ້ອງການຮັບເອົານັກ ຮຽນ ຂອງໂຮງຮຽນນີ້ ທີ່ Kings Point ຣັດ New York ນັ້ນ ໂດຍກົງ.
ຟັງສຽງ ເປັນພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ.