ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອາມາດີເນຈາດ ພວມກ້າວໄປສູ່ ການໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ


ອີຣ່ານ - ເລືອກຕັ້ງ: ທ່ານ MAHMOUD AHMADINEJAD ຜູ້ສະມັກ ຫົວແຂງກະດ້າງ ກຳລັງກ້າວໄປສູ່ ການໄດ້ຮັບ ໄຊຊະນະ ຢ່າງ ຖ້ວມລົ້ນ ໃນການເລືອກຕັ້ງ ປະທານາທິບໍດີ ອີຣ່ານ ຂະນະທີ່ ຜູ້ທ້າທາຍ ນິຍົມແນວທາງ ປານກາງ ຄົນສຳຄັນ ໄດ້ປະນາມ ຜົນການນັບ ຄະແນນສຽງນີ້ວ່າ ເປັນການທໍຣະຍົດ ຕໍ່ຊາດ ແລະການຈັດການ ທີ່ເປັນພັຍ ອັນຕະລາຍ. ຜົນການນັບ ຄະແນນສຽງ ຂັ້ນຕົ້ນ ໃນວັນເສົາ ມື້ນີ້ ສະແດງ ໃຫ້ເຫັນວ່າ ປະທານາທິບໍດີ AHMADINEJAD ໄດ້ຮັບຄະແນນສຽງ ເກືອບສອງເທົ່າ ຂອງຜູ້ສະມັກ ຫົວປະຕິຮູບ ທີ່ເປັນຄູ່ແຂ່ງ ທ່ານ MIR HOSSEIN MOUSAVI. ຜົນການນັບ ຄະແນນສຽງ ສະແດງວ່າ ທ່ານ AHMADINEJAD ໄດ້ຮັບ 63% ຂະນະທີ່ທ່ານ MOUSAVI ອະດີດ ນາຍົກຣັຖມຸນຕຣີ ອີຣ່ານ ໄດ້ຮັບປະມານ 34%. ທ່ານ MOUSAVI ອອກຖແລງຂ່າວ ສະບັບນຶ່ງ ກ່າວວ່າ ທ່ານໄດ້ທຳການ ປະທ້ວງຢ່າງແຂງຂັນ ຕໍ່ອັນທີ່ ທ່ານເວົ້າວ່າ ເປັນການລະເມີດ ຫຼາຍໆຢ່າງ ໃນການປ່ອນບັດ ມື້ວານນີ້. ທ່ານປະກາດວ່າ ທ່ານຈະບໍ່ຍອມຈຳນົນ ຕໍ່ການທຳທ່າ ທີ່ເປັນໜ້າຢາກຫົວນັ້ນ. ທີ່ກຸງເຕຫະຣ່ານ ໃນມື້ນີ້ ໄດ້ມີການ ຮັກສາຄວາມປອດພັຍ ຢ່າງເຄັ່ງຄັດ ຂະນະທີ່ປະຊາຊົນ ລໍຖ້າຟັງ ການປະກາດ ຄະແນນສຽງ ຂັ້ນສຸດທ້າຍ.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອໄດ້ ຂູ່ໃນວັນເສົາ ມື້ນີ້ວ່າ ຈະດຳເນີນມາຕການທາງ ດ້ານທະຫານ ຖ້າສະຫະຣັດ ຫລືປະເທດພັນທະ ມິດ ຫາກພະຍາຍາມທີ່ຈະບັງຄັບໃຫ້ມີ ການປິດ ລ້ອມ ຕາມທີ່ໄດ້ກຳນົດໄວ້ ໂດຍສະພາຄວາມ ໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ໃນມື້ວານນີ້. ອົງການຂ່າວ ສູນກາງ ຂອງທາງການ ເກົາຫລີເໜືອ ໄດ້ອ້າງຄຳເວົ້າ ຂອງກະຊວງ ການຕ່າງປະເທດ ທີ່ກ່າວວ່າ ເກົາຫລີເໜືອ ຈະເລີ້ມໂຄງການ ກັ່ນທາດຢູເຣນຽມ ແລະນຳເອົາ ທາດປລູໂຕນຽມ ທີ່ຕົນມີຢູ່ທັງໝົດ ໄປສ້າງເປັນ ອາວຸດ ປະຣະມະນູ. ກະຊວງ ການຕ່າງປະເທດ ເກົາຫຼີເໜືອ ເວົ້າວ່າ ຕົນຈະບໍ່ປະຖິ້ມ ໂຄງການ ສ້າງອາວຸດນິວເຄລັຽ ຂອງຕົນ ແລະວ່າ ຕົນໄດ້ນຳເອົາ ນຶ່ງສ່ວນສາມ ຂອງທ່ອນເຊື້ອໄຟ ທີ່ໃຊ້ແລ້ວນັ້ນ ໄປກັ່ນ ຄືນໃໝ່ອີກ. ການຂົ່ມຂູ່ ຂອງເກົາຫລີເໜືອ ມີຂຶ້ນນຶ່ງມື້ ຫລັງຈາກ ສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ໄດ້ຂຍາຍ ການລົງໂທດ ຕໍ່ເກົາຫຼີເໜືອ ເພື່ອເປັນການ ຕອບໂຕ້ ຕໍ່ການທົດລອງ ອາວຸດນິວເຄລັຽ ແລະລູກສອນໄຟ ຂອງປະເທດ ດັ່ງກ່າວ ໃນເດືອນແລ້ວນີ້.

ອັຟການິສຖານ: ເຈົ້າໜ້າທີ່ໃນພາກໃຕ້ອັຟກາ ນິສຖານ ກ່າວວ່າ ມີການໂຈມຕີ ດ້ວຍລະເບີດ ສະລະຊີບ ໃສ່ຂະບວນຣົດ ລຳລຽງເຊື້ອໄຟ ທີ່ຕັ້ງໃຈ ຈະສົ່ງໄປໃຫ້ ກອງກຳລັງ ນາໆຊາດນັ້ນ ເຮັດໃຫ້ ຄົນຂັບຣົດ ອັຟການິສຖານ ຢ່າງນ້ອຍ 8 ຄົນເສັຽຊີວິດ. ໂຄສົກຄົນນຶ່ງ ຂອງເຈົ້າແຂວງໆ HELMAND ກ່າວວ່າ ການໂຈມຕີ ໃນຕອນເດິກ ຂອງຄືນວັນສຸກ ຢູ່ໃນເຂດ ເມືອງ GIRISHK ເຮັດໃຫ້ ຣົດບັນທຸກເຊື້ອໄຟ ຢ່າງນ້ອຍ 6 ຄັນ ລຸກໄໝ້ເ ປັນແປວໄຟ ແລະມີຜູ້ ໄດ້ຮັບບາດເຈັບ ອີກ 21 ຄົນ. ພວກຫົວຮຸນແຮງ ໄດ້ທຳການໂຈມຕີ ເປັນປະຈຳ ຕໍ່ເປົ້າໝາຍ ກຳລັງ ຮັກສາ ຄວາມສະງົບ ຂອງຕ່າງປະເທດ ແລະເຄີຍໂຈມຕີ ຂະບວນຣົດ ທີ່ລຳລຽງ ຍຸທປັດຈັຍ ໄປໃຫ້ ທະຫານອະເມຣິກັນ ແລະອົງການນາໂຕ້ ມາແລ້ວ ໃນອະດີດ. ສ່ວນໃນບ່ອນອື່ນໆ ທີ່ແຂວງ HELMAND ນັ້ນ ກະຊວງ ປ້ອງກັນປະເທດອັງກິດ ກ່າວວ່າ ມີທະຫານ ອັງກິດຄົນນຶ່ງ ເສັຽຊີວິດ ໃນຕອນເຊົ້າ ວານນີ້ ດ້ວຍເຫດຣະເບີດ ຂະນະທີ່ ພວມປະຕິບັດງານ ໃກ້ໆເມືອງ SANGIN. ອົງການນາໂຕ້ ກ່າວວ່າ ການໂຈມຕີ ໃນອັຟການິສຖານ ລະຫວ່າງ ເດືອນມັງກອນ ຫາເດືອນພຶສະພາ ຜ່ານມານີ້ ໄດ້ເພີ້ມຂຶ້ນ ເກືອບ 60% ປຽບໃສ່ ໄລຍະດຽວກັນ ຂອງປີກາຍ.

ສະຫະຣັດ - ລາວ - ກຳປູເຈັຽ: ສະຫະຣັດ ໄດ້ແຜ້ວທາງ ເພື່ອໃຫ້ທະນາຄານ ຂາອອກຂາ ເຂົ້າ ຂອງສະຫະຣັດ ໃຫ້ການຊ່ອຍເຫລືອ ທາງ ດ້ານການເງິນ ໃນການສົ່ງອອກ ສິນຄ້າ ຂອງ ສະຫະຣັດ ໄປຍັງລາວ ແລະກຳປູເຈັຽ. ໃນບົດ ບັນທຶກ ສອງສະບັບ ທີ່ນຳອອກເຜີຍແຜ່ ມື້ວານນີ້ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ປະເທດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ທັງສອງ ໄດ້ຢຸດເຊົາ ການເປັນ “ປະເທດມາກເລນິນ” ຕາມທີ່ໄດ້ ກຳນົດໄວ້ ໃນກົດໝາຍ ວ່າດ້ວຍ ທະນາຄານ ຂາອອກຂາເຂົ້າ ສະບັບປີ 1945 ນັ້ນແລ້ວ. ການເຄື່ອນໄຫວ ທີ່ວ່ານີ້ ຈະອຳນວຍໃຫ້ ບັນດາທຸຣະກິດ ຂອງສະຫະຣັດ ໄດ້ຮັບເງິນກູ້ຢືມ ແລະສິນເຊື່ອ ທີ່ຄ້ຳປະກັນ ໂດຍຣັຖບານ ເພື່ອສົ່ງອອກສິນຄ້າ ໄປຍັງ ປະເທດທັງສອງ. ໃນປີກາຍນີ້ ສະຫະຣັດ ໄດ້ສົ່ງອອກ ສິນຄ້າ ໃນມູນຄ່າ 154 ລ້ານໂດລາ ໄປຍັງ ປະເທດກຳປູເຈັຽ. ສ່ວນການສົ່ງອອກ ສິນຄ້າ ໄປຍັງລາວນັ້ນ ມີມູນຄ່າທັງໝົດ 18 ລ້ານໂດລາ.

ປາກິສຖານ: ເຮືອບິນຣົບປາກິສຖານໄດ້ຖິ້ມ ຣະເບີດ ໂຈມຕີ ບ່ອນຫລົບລີ້ ຂອງພວກຫົວ ຮຸນແຮງ ໃນທົ່ວເຂດ ພາກຕາເວັນຕົກ ສຽງເໜືອ ໃນວັນເສົາ ມື້ນີ້ ລຸນຫລັງທີ່ໄດ້ ມີການໂຈມຕີ ດ້ວຍຣະເບີດ ສະລະຊີບ 2 ຄັ້ງ ໃສ່ໂບດ ສາສນາອິສລາມ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 7 ຄົນ ຮວມທັງ ນັກສອນສາສນາ ທີ່ມີຊື່ສຽງ ຄົນນຶ່ງ. ເຈົ້າໜ້າທີ່ ກອງທັບ ປາກິສຖານ ກ່າວວ່າ ມີພວກຫົວຮຸນແຮງ ຢ່າງນ້ອຍ 7 ຄົນ ໄດ້ເສັຽຊີວິດ ໃນການໂຈມຕີ ທາງອາກາດ ໃນເຂດຊົນເຜົ່າ WAZIRISTAN ໃຕ້ ບ່ອນທີ່ນາຍ BAITULLAH MEHSUD ຜູ້ນຳກຸ່ມ ຫົວຮຸນແຮງ ທາລີບານ ຕັ້ງຄ້າຍຢູ່. ໂຄສົກຄົນນຶ່ງ ຂອງນາຍ MEHSUD ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ມື້ວານນີ້ ທີ່ໂບດ ສາສນາອິສລາມ ໃນນະຄອນ ລາຮໍ ທາງພາກຕາເວັນອອກ ແລະທີ່ເມືອງ NOWSHERA ທາງພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ. ນອກນັ້ນ ພວກທາລີບານ ຍັງເວົ້າວ່າ ຕົນເປັນຜູ້ ທຳການໂຈມຕີ ດ້ວຍຣະເບີດ ສະລະຊີບ ທີ່ໂຮງແຮມ PEARL CONTINENTAL ໃນເມືອງ PESHARWAR ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ 9 ຄົນນັ້ນ.

ຍານອະວະກາດໄປກັບ: ອົງການ ອະວະກາດ NASA ຂອງສະຫະຣັດ ປະກາດ ໃນເຊົ້າມື້ນີ້ວ່າ ຕົນໄດ້ເລື່ອນເວລາ ໃນການ ສົ່ງຍານອະວະກາດ ໄປກັບ ENDEAVOUR ຂຶ້ນສູ່ ຫ້ວງອະວະກາດ ຍ້ອນຖັງ ໄຮໂດຣເຈັນຮົ່ວ. ເຈົ້າໜ້າທີ່ເວົ້າວ່າ ໂອກາດໄວສຸດທີ່ຍານອະວະກາດໄປກັບດັ່ງກ່າວ ຈະກຽມພ້ອມ ໃນການສົ່ງ ແມ່ນພາຍໃນເວລາ 4 ມື້ື້ ແຕ່ວັນເວລາ ທີ່ວ່ານີ້ ແມ່ນຂັດແຍ້ງ ກັບໝາຍກຳນົດການ ໃນການຈັດສົ່ງ ອີກອັນນຶ່ງ ຂອງອົງການ NASA. ການສົ່ງຍານ ENDEAVOUR ຂຶ້ນໄປ ປະຕິບັດງານ ທີ່ສະຖານີ ອະວະກາດນາໆຊາດ ແມ່ນກຳນົດໃສ່ ເວລາ 7 ໂມງ 17 ນາທີ ໃນຕອນເຊົ້າ ວັນເສົາ ມື້ນີ້ ຕາມເວລາ ໃນພາກຕາເວັນອອກ ຂອງສະຫະຣັດ. ອົງການອະວະກາດ ສະຫະຣັດ ເວົ້າວ່າ ບ່ອນຮົ່ວ ຊຶ່ງເກີດຂຶ້ນໃນທໍ່ ທີ່ໄຮໂດຣເຈັນ ຖືກປ່ອຍອອກມາ ໄດ້ຖືກເຜົາໄໝ້ນັ້ນ ມີການຄົ້ນພົບ ໃນລະຫວ່າງ ການຕື່ມເຊື້ອໄຟ. ພວກຜູ້ຈັດການ ກ່ຽວກັບ ການປະຕິບັດງານ ຂອງອົງການ NASA ຈະປະຊຸມກັນ ໃນມື້ອື່ນນີ້ ເພື່ອປຶກສາຫາຣື ກ່ຽວກັບ ການສ້ອມແປງ ແລະວັນເວລາ ໃນການສົ່ງ ຍານດັ່ງກ່າວ ຄັ້ງໃໝ່.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG