ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອີຣ່ານ ພາກັນໄປປ່ອນບັດ ໃນການເລືອກຕັ້ງປະທານາທິບໍດີ ທີ່ມີຄະແນນສຽງ ໃກ້ຄຽງກັນ


ອີຣ່ານ - ເລືອກຕັ້ງ: ຊາວອີຣ່ານ ໄດ້ເຂົ້າ ແຖວຍາວຢຽດ ເພື່ອໄປປ່ອນບັດໃນວັນສຸກມື້ນີ້ ໃນການເລືອກຕັ້ງປະທານາທິບໍດີ ຊຶ່ງເປັນການ ແຂ່ງຂັນທີ່ມີຄະແນນສຽງໃກ້ຄຽງກັນ ລະຫວ່າງ ທ່ານ MAHMOUD AHMADINEJAD ຜູ້ສະມັກ ນິຍົມແນວທາງເດີມ ແລະ ອະດີດ ນາຍົກຣັຖມຸນຕຣີ MIR HOSSEIN MOUSAVI ຜູ້ສະມັກ ນິຍົມ ການປະຕິຮູບ. ຫົວໜ້າ ຄະນະກັມມາທິການ ເລືອກຕັ້ງ ທ່ານ KAMRAN DANESHJOU ກ່າວວ່າ ມີຜູ້ໄປ ປ່ອນບັດ ເປັນຈຳນວນ ຫຼວງຫລາຍ “ແບບທີ່ ບໍ່ເຄີຍເຫັນ ມາກ່ອນ” ແລະກ່າວຕື່ມວ່າ ການປ່ອນບັດ ຈະໃຫ້ເວລາເພີ້ມຕື່ມ 2 ຊົ່ວໂມງ. ໄດ້ມີການທຳ ນາຍວ່າ ຈະມີຜູ້ໄປປ່ອນບັດ ຫຼາຍເປັນປະວັດການ ໃນບັນດາ ຜູ້ມີີສິດປ່ອນບັດ ທັງໝົດ 46 ລ້ານຄົນ ຂອງອີຣ່ານ. ຜູ້ນຳສູງສຸດ ຂອງອີຣ່ານ AYATOLLAH ALI KHAMENEI ໄດ້ໄປປ່ອນບັດ ໃນຕອນເຊົ້າ ມື້ນີ້ ແລະຮຽກຮ້ອງໃຫ້ ບັນດາ ຜູ້ມີສິດປ່ອນບັດ ພາກັນໄປໃຊ້ສິດໃຊ້ສຽງ. ທ່ານຮຽກຮ້ອງ ໃຫ້ປະຊາຊົນອີຣ່ານ ຕັ້ງຢູ່ໃນຄວາມສະງົບ ແລະທັບມ້າງ ທຸກການ ດຳເນີນ ຄວາມພະຍາຍາມ ທີ່ຈະສ້າງ ຄວາມວຸ້ນວາຍຂຶ້ນ ທີ່ໜ່ວຍປ່ອນບັດ.

ປາກິສຖານ: ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍຣະເບີດສະລະຊີບ 2 ຄັ້ງທີ່ ຫ່າງກັນ ບໍ່ເທົ່າໃດນາທີ ໄດ້ມີຂຶ້ນ ໃນສອງ ຫົວເມືອງ ໃນວັນສຸກມື້ນີ້ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 5 ຄົນ ຮວມທັງ ນັກສອນສາສນາ ອິສລາມ ມີຊື່ສຽງຄົນນຶ່ງ ທີ່ໄດ້ກ່າວໂຈມຕີ ພວກຫົວຮຸນແຮງ ທາລີບານນັ້ນ. ຕຳຣວດເວົ້າ ວ່າ ນັກສອນສາສນາ SARFRAZ NAEEMI ໄດ້ເສັຽຊີວິດ ໃນການໂຈມຕີ ດ້ວຍຣະເບີດ ສະລະຊີບທີ່ໂຮງຮຽນສອນສາສນາ ອິສລາມ ແຫ່ງນຶ່ງ ໃນນະຄອນລາຮໍ ທີ່ຕັ້ງຢູ່ ໃນພາກ ຕາເວັນອອກ ຂອງປາກິສຖານ ບໍ່ດົນ ລຸນຫລັງທີ່ໄດ້ມີ ການສວດມົນພາວະນາ ໃນວັນສຸກມື້ນີ້. ມີຜູ້ເສັຽຊີວິດ ຕື່ມອີກ ຢ່າງນ້ອຍ 1 ຄົນ ແລະບາດເຈັບ 6 ຄົນ. ການໂຈມຕີ ສະລະຊີບ ຄັ້ງທີ 2 ມີຂຶ້ນ ເກືອບພ້ອມໆກັນ ເວລາຜູ້ໂຈມຕີ ໄດ້ນຳຣົດ ທີ່ບັນຈຸ ດິນຣະເບີດ ແລ່ນເຂົ້າຕ ຳໂບດສາສນາອິສລາມ ທີ່ເມືອງ NOWSHERA ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ຊຶ່ງລາຍງານ ເວົ້າວ່າ ມີຢ່າງນ້ອຍ 3 ຄົນ ເສັຽຊີວິດ ແລະຫລາຍກວ່າ 90 ຄົນ ໄດ້ຮັບບາດເຈັບ.

ອັຟການິສຖານ: ຜູ້ບັນຊາການກຳລັງສະຫະ ຣັດ ໃນເຂດເອເຊັຽໃຕ້ ແລະ ພາກຕາເວັນອອກ ກາງ ກ່າວວ່າ ສັບປະດາແລ້ວນີ້ ເປັນສັບປະດາ ທີ່ມີການກໍ່ຄວາມຮຸນແຮງ ຫລາຍທີ່ສຸດ ໃນອັຟ ການິສຖານ ນັບແຕ່ໄດ້ມີ ການບຸກເຂົ້າໄປ ໃນ ປະເທດດັ່ງກ່າວ ພາຍໃຕ້ການນຳພາ ຂອງສະຫະຣັດ ໃນປີີ 2001 ນັ້ນ. ໃນລະຫວ່າງ ການກ່າວຄຳປາສັຍ ທີ່ກຸງວໍຊິງຕັນ ມື້ວານນີ້ ນາຍພົນ DAVID PETRAEUS ເວົ້າວ່າ ມີທ່າທາງວ່າ ການກໍ່ຄວາມຮຸນແຮງ ຈະມີເພີ້ມຂຶ້ນ ຂະນະທີ່ ກອງກຳລັງນາໆຊາດ ທຳການບຸກໂຈມຕີ ບ່ອນຫລົບລີ້ ຂອງພວກຫົວຮຸນແຮງ. ລາຍງານສະບັບນຶ່ງ ຂອງອົງການນາໂຕ້ ແຈ້ງວ່າ ການໂຈມຕີ ຂອງພວກກະບົດ ລະຫວ່າງເດືອນມັງກອນ ຫາເດືອນພຶສະພາ ໄດ້ເພີ້ມຂຶ້ນ ເກືອບ 60% ຈາກໄລຍະດຽວກັນ ຂອງປີຜ່ານມາ. ນາຍພົນ PETRAEUS ກ່າວວ່າ ການສົ່ງກຳລັງ ທະຫານສະຫະຣັດ ໄປເພີ້ມຕື່ມ ໃນອັຟການິສຖານ ຄວນຈະເຮັດໃຫ້ ສະຖານະການ ທາງດ້ານຄວາມໝັ້ນຄົງ ດີຂຶ້ນ. ແຕ່ທ່ານເວົ້າວ່າ ການດຳເນີນ ຄວາມພະຍາຍາມ ໃນຂອບເຂດ ທີ່ກວ້າງຂວາງ ຂອງພົລເຮືອນ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ ຄວາມກ້າວໜ້າ ທີ່ໄດ້ຮັບນັ້ນ ດຳເນີນຕໍ່ໄປ ຢ່າງເປັນການຖາວອນ.

ເກົາຫລີເໜືອ - ນິວເຄລັຽ: ສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ມີກຳນົດ ທີ່ຈະປະຊຸມກັນ ໃນວັນສຸກ ມື້ນີ້ ເພື່ອລົງຄະແນນສຽງ ກ່ຽວກັບຮ່າງຍັດຕິທີ່ ຈະຂຍາຍ ການລົງໂທດ ຕໍ່ເກົາຫລີເໜືອ ໃນການ ຕອບໂຕ້ ຕໍ່ການທົດລອງ ຣະເບີດ ປະຣະມະນູ ໃຕ້ດິນ ຂອງປະເທດດັ່ງກ່າວ ເມື່ອໄວໆມານີ້. ສະມາຊິກ 15 ປະເທດ ຂອງສະພາ ຄວາມໝັ້ນຄົງ ມີກຳນົດ ທີ່ຈະປະຊຸມກັນ ໃນເວລາ 11 ໂມງເຊົ້າ ມື້ນີ້ ເພື່ອປຶກສາຫາຣື ກ່ຽວກັບຮ່າງຍັດຕິ ທີ່ໄດ້ມີການ ຕົກລົງກັນ ໂດຍສະມາຊິກ ຖາວອນ 5 ປະເທດ ຊຶ່ງສາມາດ ໃຊ້ສິດຢັບຢັ້ງ ຢູ່ໃນສະພາ ຄວາມໝັ້ນຄົງ ທີ່ປະກອບດ້ວຍ ສະຫະຣັດ ອັງກິດ ຝຣັ່ງ ຈີນ ແລະຣັດເຊັຽ ບວກກັບຍີ່ປຸ່ນ ແລະ ເກົາຫລີໃຕ້. ຮ່າງຍັດຕິ ທີ່ວ່ານີ້ ໄດ້ປະນາມ ການທົດລອງ ຂອງເກົາຫລີເໜືອວ່າ ເປັນການລະເມີດ ຕໍ່ມະຕິ ຂອງສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ກ່ອນໜ້ານີ້ ແລະ ໄດ້ທຳການ ລົງໂທດເພີ້ມຕື່ມ ຮວມທັງ ການກວດກາ ການສົ່ງສິນຄ້າ ອອກໄປຂາຍ ຕ່າງປະເທດ ການຫ້າມຄ້າຂາຍ ອາວຸດທັງໝົດ ແລະການລົງໂທດ ທາງດ້ານການເງິນ ທີ່ໜັກກວ່າເກົ່າ.

ມຽນມາ - ຊູຈີ: ການດຳເນີນຄະດີ ທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ໄດ້ຖືກ ເລື່ອນເວລາ ໄປໃສ່ ວັນທີ 26 ມິຖຸນາ. ສານໄດ້ສັ່ງໃຫ້ ເລື່ອນເວລາ 2 ອາທິດ ໃນການ ຮັບຟັງ ຄຳໃຫ້ການ ເປັນເວລາສັ້ນໆ ໃນວັນສຸກ ມື້ນີ້ ທີ່ຄຸກໃຫຍ່ INSEIN ໃກ້ໆນະຄອນຢ່າງກຸ້ງ. ທ່ານນາງອອງຊານ ຊູຈີ ໄດ້ຖືກນຳໂຕ ຂຶ້ນສານ ຍ້ອນໄດ້ລະເມີດ ເງື່ອນໄຂ ໃນການກັກບໍຣິເວນ ຂອງທ່ານນາງ ທີ່ໄດ້ອະນຸຍາດໃຫ້ ຜູ້ຊາຍຊາວ ອະເມຣິກັນ ຄົນນຶ່ງ ພັກຢູ່ທີ່ເຮືອນ ຂອງທ່ານນາງ ທີ່ຕັ້ງຢູ່ ແຄມທະເລສາບ ໃນນະຄອນ ຢ່າງກຸ້ງນັ້ນ ຫລັງຈາກຜູ້ກ່ຽວ ໄດ້ລອຍນ້ຳ ໄປທີ່ນັ້ນ ໂດຍບໍ່ໄດ້ຖືກ ເຊື້ອເຊີນໃຫ້ໄປ ໃນເດືອນແລ້ວນີ້. ທ່ານນາງ ປະເຊີນ ກັບໂທດ ຈຳຄຸກ 5 ປີ ຖ້າຖືກພົບເຫັນວ່າ ມີຄວາມຜິດ. ພວກທະນາຍຄວາມ ຂອງທ່ານນາງ ອອງຊານ ຊູຈີ ຜູ້ທີ່ເຄີຍ ໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໄດ້ຍື່ນຂໍອຸທອນ ຕໍ່ສານສູງສຸດ ຂອງມຽນມາ ໃນມື້ວານນີ້ ເພື່ອອະນຸຍາດໃຫ້ ພະຍານຂອງຈຳເລີຍ ຕື່ມອີກ 2 ຄົນ ໄປໃຫ້ການ ໃນການດຳເນີນຄະດີ ຂອງທ່ານນາງ. ສານ ທີ່ຮັບຟັງຄຳໃຫ້ການ ກ່ຽວກັບຄະດີ ຂອງທ່ານນາງ ໄດ້ຫ້າມບໍ່ໃຫ້ ພະຍານ 3 ໃນຈຳນວນທັງໝົດ 4 ຄົນ ໄປໃຫ້ການ ເປັນພະຍານ ຂະນະທີ່ ໄອຍະການ ຝ່າຍຣັຖບານ ໄດ້ຮັບອະນຸຍາດ ໃຫ້ພະຍານທັງໝົດ 14 ຄົນ ໄປໃຫ້ການໄດ້.

ຍີ່ປຸ່ນ - ການເມືອງ: ຣັຖມຸນຕຣີ ກິຈການພາຍໃນ ຂອງຍີ່ປຸ່ນ ທ່ານ KUNIO HATOYAMA ຊຶ່ງເປັນ ພັນທະມິດ ທີ່ໃກ້ຊິດ ຂອງນາຍົກຣັຖມຸນຕຣີ TARO ASO ໄດ້ລາອອກ ໃນວັນສຸກ ມື້ນີ້. ທ່ານ HATOYA MA ໄດ້ລາອອກ ຍ້ອນການ ຜິດຂ້ອງຕ້ອງຖຽງ ທີ່ມີມາ ເປັນເວລາດົນນານ ກ່ຽວກັບ ການໂອນ ບໍຣິການ ດ້ານໄປສະນີ ຂນາດໃຫຍ່ ຂອງຍີ່ປຸ່ນ ໃຫ້ໄປເປັນ ຂອງພາກ ເອກກະຊົນ ທີ່ຍັງເປັນບັນຫາ ຖົກຖຽງ ໂຕ້ແຍ້ງ. ການລາອອກ ມີຂຶ້ນ ໃນຂະນະທີ່ ທ່ານ ASO ພວມກະກຽມ ໃສ່ການເລືອກຕັ້ງ ຊຶ່ງຈະມີຂຶ້ນ ໃນເດືອນຕຸລານີ້. ພັກເສຣີ ປະຊາທິປັດ ຂອງທ່ານ ASO ກຳລັງປະເຊີນກັບ ການແຂ່ງຂັນ ທີ່ຍາກຫລາຍ ໃນການເລືອກຕັ້ງ ກັບພັກປະຊາທິປັດ ທີ່ເປັນພັກຝ່າຍຄ້ານ ຊຶ່ງກຳລັງ ມີຄະແນນສຽງນຳໜ້າ ໃນການຢັ່ງ ຫາງສຽງນັ້ນ. ການໄດ້ຮັບໄຊຊະນະ ຂອງພັກຝ່າຍຄ້ານ ຈະເຮັດໃຫ້ ການປົກຄອງ ທີ່ມີມາ ຢ່າງຕໍ່ເນື່ອງ ເປັນເວລາ ເຄິ່ງສັຕວັດ ຂອງພັກ ເສຣີປະຊາທິປັດ ທີ່ນິຍົມແນວທາງເດີມນັ້ນ ສິ້ນສຸດລົງ. ທ່ານ HATOYAMA ບໍ່ແມ່ນພັນທະມິດ ຄົນທຳອິດ ຂອງທ່ານ ASO ທີ່ໄດ້ລາອອກ ຈາກຄະນະຣັຖບານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG