ປະຊາຊົນລາວຢູ່ເຂດບ້ານນາທາມ ໃນເຂດ ເມືອງປາກງື່ມ ນະຄອນຫລວງວຽງຈັນໄດ້ຮັບ ຜົນກະທົບ ຢ່າງໜັກຫນ່ວງ ຈາກບັນຫາ ການຮົ່ວໄຫລ ຂອງນ້ຳເປື້ອນຈາກໂຮງງານຜະະ ຫລິດແປ້ງມັນຕົ້ນເພາະນອກຈາກນ້ຳເປື້ອນຈະ
ເຮັດໃຫ້ປາຕາຍ ຢ່າງຫລວງຫລາຍແລ້ວຊາວ ບ້ານຍັງຖືກຫ້າມຈັບປາເພື່ອນຳໄປຂາຍອີກດ້ວຍ.
ທ່ານ ແສງມະລີ ແສງວັດທະນາ ປະທານບໍລິ ສັດລາວ-ອິນໂດ ຊາຍນາຊຶ່ງເປັນເຈົ້າຂອງໂຮງງານຜະຫລິດແປ້ງມັນຕົ້ນຢູ່ໃນເຂດ ເມືອງ ປາກງື່ມນະຄອນຫລວງວຽງຈັນໄດ້ໃຫ້ການຍອມຮັບວ່ານ້ຳເປື້ອນຂອງໂຮງງານທີ່ໄຫລລົງສູ່
ໜອງຫານ ຢູ່ໃນເຂດບ້ານນາທາມເມືອງປາກງື່ມນັ້ນ ຄືສາເຫດທີ່ເຮັດໃຫ້ປາແລະສັດນ້ຳ
ຢູ່ໃນເຂດໜອງຫານ
ທີ່ມີເນື້ອທີ່ກວ້າງປະມານ 210 ເຮັກຕ້າ ນັ້ນ ຕ້ອງຕາຍໄປ ເປັນ ຈຳນວນຢ່າງຫລວງຫລາຍ ໃນໄລຍະສອງສັບປະດາມານີ້ ແລະໃນຂັ້ນເບື້ອງຕົ້ນທາງ ໂຮງງານ ກໍໄດ້ແກ້ໄຂບັນຫາ ດ້ວຍການດູດເອົານ້ຳເປື້ອນອອກລວມໄປເຖິງການເກັບຊື້
ປາຕາຍຈາກປະຊາຊົນທີ່ທ ເກັບຂຶ້ນມາຈາກໜອງຫານດັ່ງກ່າວໂດຍໄດ້ດຳເນີນການຄຽງ ຄູ່ກັນໄປກັບ ການດູດນ້ຳເປື້ອນອອກຈາກໜອງຫານນັ້ນເອງ.
ແຕ່ຢ່າງໃດກໍຕາມ ທ່ານ ແສງມະລີ ກໍໄດ້ ຢືນຢັນວ່າ ການຮົ່ວໄຫລຂອງນ້ຳເປື້ອນ ຈາກໂຮງງານດັ່ງກ່າວ ໄດ້ເກີດຂຶ້ນຍ້ອນນ ການທີ່ປະກົດວ່າມີຝົນຕົກລົງມາຢ່າງ ໜັກໜ່ວງ ຊຶ່ງກໍເຮັດໃຫ້ເກີດນ້ຳຖ້ວມ ອ່າງບຳບັດນ້ຳ ເປື້ອນຂອງໂຮງງານ ແລະກໍໄດ້ໄຫລລົງສູ່ແຫລ່ງນ້ຳ ທຳມະຊາດດັ່ງກ່າວ.
ຫາກແຕ່ກໍເປັນໜ້າສັງເກດວ່າ ຕາມແຜນການ ຂອງ ກຸ່ມລົງທຶນໃນ ໂຮງງານຜະຫລິດ ແປ້ງມັນຕົ້ນ ແລ້ວ ຈະຕ້ອງມີການກໍ່ສ້າງອ່າງບຳບັດນ້ຳເປື້ອນທັງໝົດ ຈຳນວນ 11 ອ່າງ ບົນເນື້ອທີ່ 20 ເຮັກຕ້າ ໂດຍແຕ່ລະອ່າງນັ້ນ ກໍຈະຕ້ອງມີຂະໜາດກວ້າງ 50 ແມັດ ຍາວ 250 ແມັດ ແລະ ເລິກ 8 ແມັດ ຊຶ່ງມາຮອດປະຈຸບັນ ກັບປະກົດວ່າການກໍ່ສ້າງອ່າງບຳ ບັດນ້ຳເປື້ອນໄດ້ສຳເລັດ ແລະ ກໍນຳໃຊ້ແລ້ວ ພຽງແຕ່ 4 ອ່າງເທົ່ານັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຂອງຫ້ອງການ ຊັບພະຍາກອນນ້ຳ ແລະ ສິ່ງເວດລ້ອມປະຈຳນະ ຄອນຫລວງວຽງຈັນ ມີຄວາມຫວັ່ນເກງວ່າຈະມີການຮົ່ວໄຫລຂອງ ນ້ຳເປື້ອນ ຈາກ ໂຮງງານດັ່ງກ່າວ ເກີດຂຶ້ນອີກ ກໍເປັນໄປໄດ້ ຖ້າຫາກວ່າ ມີຝົນຕົກລົງມາອີກຢ່າງໜັກໜ່ວງ ໃນໄລຍະຕໍ່ໄປ. ທັງນີ້ກໍເນື່ອງຈາກວ່າ ການກໍ່ສ້າງອ່າງບຳບັດ ນ້ຳເປື້ອນຂອງໂຮງງານຜະຫລິດ ແປ້ງ ມັນຕົ້ນຈະແລ້ວເສັດທັງ ໝົດນັ້ນກໍຈະຕ້ອງລໍຖ້າອີກເຖິງ 4 ປີ ນັ້ນເອງ.
ຍິ່ງໄປກວ່ານັ້ນ ສຳລັບບັນຫາທີ່ກະທົບຕໍ່ປະຊາຊົນລາວ ຢູ່ໃນເຂດບ້ານນາທາມ ໃນເວລານີ້ ກໍຄື ພວກເຂົາເຈົ້າຕ້ອງຂາດລາຍໄດ້ ທີ່ຈະນຳມາຈຸນເຈືອຄອບຄົວໃນແຕ່ລະວັນ, ທັງນີ້ກໍເນື່ອງຈາກວ່າ ໂດຍປົກກະຕິແລ້ວ ປະຊາຊົນ ທີ່ຢູ່ໃນເຂດບ້ານນາທາມ ຈະມີລາຍຮັບ ຈາກການຈັບປາ ຢູ່ໃນ ໜອງຫານ ໄປຂາຍໃຫ້ກັບບັນດາພໍ່ຄ້າແມ່ຄ້າ ຢູ່ຕະຫລາດ ໃນນະຄອນຫລວງວຽງຈັນ ຊຶ່ງ ສາມາດ ສ້າງລາຍຮັບໄດ້ສະເລ່ຍ ເຖິງ 1ແສນ ກີບຕໍ່ຄອບຄົວໃນແຕ່ລະວັນ.
ຫາກແຕ່ ຍ້ອນວ່ານ້ຳເປື້ອນໄດ້ຮົ່ວໄຫລລົງສູ່ໜອງຫານ ໃນໄລຍະກວ່າສອງສັບປະດາມານີ້ ປະຊາຊົນຢູ່ໃນເຂດໝູ່ບ້ານນາທາມກໍຕ້ອງຂາດລາຍໄດ້ດັ່ງກ່າວໄປ ຢ່າງສິ້ນເຊີງ ເນື່ອງຈາກວ່າ ທາງການລາວ ໄດ້ສັ່ງຫ້າມຈັບປາໄປຂາຍຢ່າງເດັດຂາດ ເພາະສານປົນເປື້ອນ ຈະສົ່ງຜົນກະທົບ ທີ່ເປັນ ອັນຕະລາຍຕໍ່ຊີວິດ ແລະ ຮ່າງກາຍຂອງປະຊາຊົນ ທີ່ບໍລິໂພກປານັ້ນເອງ. ໂດຍອີງຕາມ ຂໍ້ມູນຕາມ ທ່ານ ຈັນສີ ສົມຫວັງ ຮອງນາຍບ້ານ ບ້ານນາທາມນນ ຢູ່ໃນເຂດບ້ານດັ່ງກ່າວ ມີຈຳນວນ 340 ຄອບຄົວ ແລະ ຫລາຍກວ່າ 70% ໃນຈຳນວນ ຄອບຄົວທັງໝົດດັ່ງກ່າວ ມີລາຍໄດ້ມາຈາກການຈັບ ປາໃນເຂດໜອງຫານ ເພື່ອນຳໄປຂາຍ ໃຫ້ແກ່ພໍ່ຄ້າ ແມ່ຄ້າ ຢູ່ໃນນະຄອນຫລວງວຽງຈັນ ໃນຂະນະທີ່ ການຄອງຊີບ ໃນຊີວິດປະຈຳວັນນັ້ນ ແຕ່ລະຄອບຄົວ ກໍມີຄວາມຈຳເປັນ ທີ່ຈະຕ້ອງໃຊ້ຈ່າຍບໍ່ໜ້ອຍ ກວ່າ 50 ພັນກີບຕໍ່ວັນ ອີກດ້ວຍ.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນວັນທີ 10 ມິຖຸນາ 2009