ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປາກິສຖານ ໂຈມຕີພວກຫົວຮຸນແຮງ ໃກ້ໆເຂດຊົນເຜົ່າ ທາງພາກຕາເເວັນອອກສຽງເໜືອ


ປາກິສຖານ: ກຳລັງ ຮັກສາຄວາມສະງົບ ປາກິສຖານ ທີ່ໄດ້ບຸກໂຈມຕີ ທີ່ໝັ້ນ ຂອງ ພວກຫົວຮຸນແຮງ ໃນທົ່ວເຂດ ພາກຕາເວັນຕົກ ສຽງເໜືອ ຂອງປະເທດ ໄດ້ສັງຫານ ພວກນັກຣົບ ທາລີບານ ຫລາຍສິບຄົນ ໃນໄລຍະ 24 ຊົ່ວໂມງ ຜ່ານມາ. ກອງທັບ ປາກິສຖານ ກ່າວວ່າ ຕົນໄດ້ໃຊ້ເ ຮືອບິນ ເຮຣີຄອບເຕີ້ ຕິດປືນກົນ ໃນເຂດເມືອງ BANNU ບ່ອນທີ່ ກຳລັງ ຮັກສາ ຄວາມສະງົບ ເປີດສາກໂຈມຕີ ພວກຫົວຮຸນແຮງ 600 ຄົນ ໃນມື້ວານນີ້. ມີພວກຫົວຮຸນແຮງ ຖືກຂ້າຕາຍ ຢ່າງນ້ອຍ 30 ຄົນ. ເມືອງ BANNU ຕັ້ງຢູ່ໃກ້ໆ ບໍຣິເວນຊາຍແດນ ປາກິສຖານ ທີ່ບ້ານເມືອງ ບໍ່ມີຂື່ມີແປ ໃນແຂວງ WAZIRISTAN ໃຕ້ ບ່ອນທີ່ ໃນມື້ນີ້ ພວກທະຫານ ໄດ້ໂຈມຕີຕອບໂຕ້ ຫລັງຈາກ ພວກຫົວຮຸນແຮງ ໄດ້ໂຈມຕີ ຄ້າຍທະຫານ ແຫ່ງນຶ່ງ ທີ່ເມືອງ SPLITOI ແລະ JANDOLA. ເຈົ້າໜ້າທີ່ ທະຫານ ກ່າວວ່າ ມີພວກຫົວຮຸນແຮງ ຢ່າງນ້ອຍ 20 ຄົນ ແລະທະຫານ 3 ຄົນ ເສັຽຊີວິດ ໃນການສູ້ຣົບກັນ. ກອງທັບ ປາກິສຖານ ຍັງບໍ່ທັນເລີ້ມ ການບຸກໂຈມຕີ ຢ່າງເປັນທາງການເທື່ອ ຢູ່ໃນເຂດ ຊົນເຜົ່າດັ່ງກ່າວ ຊຶ່ງຕັ້ງຢູ່ 200 ຫລັກກິໂລແມັດ ຫ່າງຈາກ ເຂດຮ່ອມພູ SWAT ໄປທາງຕາເວັນຕົກ ສຽງໃຕ້.

ເກົາຫລີ - ຄວາມເຕັ່ງຕຶງ: ເກົາຫລີເໜືອ ໄດ້​ຮຽກຮ້ອງ​ ເອົາເງິນ ຫລາຍຮ້ອຍລ້ານໂດລາ ຈາກ​ພວກບໍຣິສັດ ຂອງເກົາຫລີໃຕ້ ທີ່ເປີດໂຮງງານ ຢູ່ໃນເຂດເສຖກິດຮ່ວມ ຊຶ່ງໄດ້ຕົກເປັນ ຈຸດສູນກາງ ໃນຄວາມສັມພັນ ທີ່ພວມ ຊຸດໂຊມລົງນັບ​ມື້ ລະຫວ່າງ ຄູ່ປໍຣະປັກ ສອງປະເທດນີ້. ການຮຽກຮ້ອງດັ່ງກ່າວ ໄດ້ມີຂຶ້ນ ໃນມື້ນີ້ ລະຫວ່າງ ການເຈຣະຈາ ທີ່ເຂດ ອຸສາຫະກັມຮ່ວມ KAESONG ຊຶ່ງຕັ້ງຢູ່ ເໜືອເຂດຊາຍແດນ ຂຶ້ນໄປພຽງໜ້ອຍດຽວ. ໂຄສົກຄົນນຶ່ງ ຂອງກະຊວງ ທ້ອນໂຮມຊາດ ເກົາຫຼີໃຕ້ ກ່າວວ່າ ອຳນາດປົກຄອງ ເກົາຫລີເໜືອ ຕ້ອງການ ຢາກໃຫ້ຂຶ້ນເງິນເດືອນ ແກ່ພວກຄົນງານ ເກົາຫລີເໜືອ 40 ພັນຄົນ ທີ່ເຮັດວຽກ ໃນເຂດ ອຸສາຫະກັມຮ່ວມ ດັ່ງກ່າວ ຈາກ 75 ໂດລາ ເປັນ 300 ໂດລາ ຕໍ່​ເດືອນ. ນອກນັ້ນ ເກົາຫລີເໜືອ ຍັງຢາກໃຫ້ເພີ້ມ ອັດ​ຕາ​ການຂຶ້ນເງິນເດືອນ ໃນແຕ່ລະປີ ຈາກ 5% ໃນປັດຈຸບັນ ເປັນ 10 ຫາ 12%. ໂຄສົກ ເວົ້າອີກວ່າ ນອກເໜືອໄປຈາກ ການຂຶ້ນເງິນເດືອນແລ້ວ ເກົາຫຼີເໜືອ ຍັງຢາກ​ໄດ້ ​ຄ່າເຊົ່າອີກ 500 ລ້ານໂດລາ. ມີບໍຣິສັດ ເກົາຫລີໃຕ້ ຫຼາຍກວ່າ 100 ບໍຣິສັດ ເປີດໂຮງງານ ຂອງຕົນ ໃນເຂດອຸສາຫະກັມຮ່ວມ ເພື່ອຜລິດ ສິນຄ້າຕ່າງໆ ເຊັ່ນເສື້ອຜ້າ ເຄື່ອງໃຊ້ ສຳລັບເຮືອນຄົວ ແລະເຄື່ອງ ອີເລັກໂທຣນິກຕ່າງໆ.

ເກົາຫລີເໜືອ - ນິວເຄລັຽ: ໃນມື້ວານນີ້ 7 ປະເທດ ມະຫາອຳນາດໃນໂລກ ໄດ້ຕົກລົງ ຮັບເອົາຮ່າງຍັດຕິ ຂອງ ສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ເພື່ອເສີມຂຍາຍກ ານລົງໂທດ ຕໍ່ເກົາຫລີເໜືອ ທີ່ໄດ້ທຳການ ທົດລອງ ອາວຸດນິວເຄລັຽ ໃຕ້ດິນ ແລະຍິງ ລູກສອນໄຟ ຈຳນວນນຶ່ງ ເມື່ອໄວໆມານີ້. ຮ່າງຍັດຕິ ໄດ້ປະນາມ ການທົດລອງ ຂອງ ເກົາຫລີເໜືອ ນັ້ນວ່າ ເປັນການລະເມີດ ຕໍ່ມະຕິ ຂອງອົງການ ສະຫະປະຊາຊາດ ສະບັບກ່ອນ ແລະໄດ້ທຳການ ລົງໂທດ ເພີ້ມຕື່ມ ຮວມທັງ ການກວດກາສິນຄ້າ ທີ່ສົ່ງອອກໄປ ຕ່າງປະເທດ ຈາກເກົາຫຼີເໜືອ ການຫ້າມຊື້ຂາຍ ອາວຸດ ໂດຍທັງໝົດ ແລະການລົງໂທດ ທາງດ້ານການເງິນ ຢ່າງໜັກໜ່ວງ​ ຂື້ນ​ອີກ. ມີລາຍງານວ່າ ຈີນໄດ້ຄັດຄ້ານ ຕໍ່ການທີ່ ຈະເຮັດໃຫ້ ການ​ລົງໂທດ​ ໃນ​ດ້ານ ການກວດສິນຄ້າ ເປັນຂໍ້ບັງຄັບນັ້ນ. ຮ່າງຍັດຕິ ດັ່ງກ່າວ ແມ່ນໝາກຜົນ ຂອງ ການເຈຣະຈາກັນ​ຢ່າງຂຸ້ນຂ້ຽວ ມາເປັນເວລາ ຫລາຍໆອາທິດ ລະ​ວ່າງ 5 ປະເທດ ສະມາຊິກຖາວອນ ຂອງ ສະພາຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ ທີ່ປະກອບດ້ວຍ ສະຫະຣັດ ອັງກິດ ຝຣັ່ງ ຣັດເຊັຽ ແລະຈີນ ຮ່ວມ​ກັບ ຍີ່ປຸ່ນ ແລະເກົາຫລີໃຕ້ ທີ່ບໍ່​ແມ່ນ ສະມາຊິກ ຖາວອນນັ້ນ.

ກວານຕານາໂມ - ວີເກີ້: ປັກກິ່ງກ່າວວ່າ ຊາວຈີນກຸ່ມນຶ່ງ ທີ່ນັບຖື ສາສນາອິສລາມ ຈຳນວນ 17 ຄົນ ທີ່ສະຫະຣັດ ກຳລັງຈະສົ່ງ ໄປຍັງ ເກາະປາ​ລາວ ໃນເຂດ ມະຫາສະມຸດ ປາຊີຟິກນັ້ນ ແມ່ນເປັນພວກ ກໍ່ການຮ້າຍ ແລະຄວນ ມອບຄືນ ໃຫ້ຈີນ. ໃນການຖແລງ ຕໍ່ພວກນັກຂ່າວ ໃນວັນພະຫັດ ມື້ນີ້ ທ່ານ QIN GANG ໂຄສົກ ກະຊວງ ການຕ່າງປະເທດຈີນ ໄດ້ຮຽກຮ້ອງໃຫ້ວໍຊິງຕັນ ຢຸດເຊົາ ການມອບ ພວກທີ່ສົງສັຍວ່າ ເປັນຜູ້ກໍ່ການຮ້າຍ ໃຫ້ແກ່ ປະເທດທີ 3 ແລະມອບ ພວກເຂົາຄືນ ໃຫ້ຈີນ ໂດຍໄວ. ສະຫະຣັດ ໄດ້ປະກາດ ໄປແລ້ວວ່າ ພວກຜູ້ຊາຍ ຊາວຈີນເຫລົ່ານີ້ ບໍ່ມີຄວາມຜິດ ແຕ່ພວກເຂົາ ຍັງສືບຕໍ່ ຖືກກັກໂຕໄວ້ ທີ່ສູນຄຸມຂັງ ອ່າວ GUANTANAMO ໃນປະເທດຄິວບາ ຍ້ອນມີຄວາມ ຢ້ານກົວວ່າ ພວກເຂົາເຈົ້າ ຈະໄດ້ຮັບ ການທໍຣະມານ ຖ້າຫາກມອບສົ່ງ ພວກເຂົາເຈົ້າ ໃຫ້ແກ່ ທາງການຈີນ. ໃນມື້ວານນີ້ ປະເທດ PALAU ຊື່​ງ​ເປັນ ເກາະດອນນ້ອຍໆ ໃນເຂດ ມະຫາສະມຸດ ປາຊີຟິກ ໄດ້ຕົກລົງ ທີ່ຈະຮັບເອົາ ພວກຊົນເຜົ່າ ວີເກີ້ ທັງ 17 ຄົນ ຍ້ອນເຫດຜົນ ທາງດ້ານ ມະນຸສທັມ.

ຈີນ - ເສຖກິດ: ຈີນກ່າວວ່າ ການສົ່ງອອກ ຂອງຕົນ ໄດ້ຮັບຄວາມ ເສັຽຫາຍ ຮ້າຍແຮງ ເປັນປະວັດການ ໃນເດືອນ ພຶສະພາ ຜ່ານມາ ຂະນະທີ່ສະພາບ ເສຖກິດຫຼຸດຖອ ຍຂອງ ໂລກຍັງສືບຕໍ່ ສົ່ງ​ຜົນ​ກະທົບ ຢູ່ໃນຈີນ ຊຶ່ງມີເສຖກິດໃ ຫຍ່ເປັນອັນດັບ 3 ຂອງໂລກ. ໂຕເລກ ທີ່ຜແນກ ພາສີຂອງຈີນ ເປີດເຜີຍໃຫ້ຊາບ ໃນວັນພະຫັດ ມື້ນີ້ ສະແດງ ໃຫ້ເຫັນວ່າ ການສົ່ງອອກ ໃນເດືອນແລ້ວນີ້ ຫຼຸດລົງ 24% ຈາກໄລຍະດຽວກັນ ຂອງປີ 2008. ຄວາມຕ້ອງການ ສິນຄ້າສົ່ງອອກ ຂອງຈີນ ໄດ້ຫລຸດລົງ ຢູ່ທັງໃນ ສະຫະຣັດ ແລະຢູໂຣບ ຊຶ່ງພາໃຫ້ ມີການປົດ ຄົນງານ ເປັນຈຳນວນຫຼວງຫລາຍ ອອກຈາກໂຮງຈັກ ໂຮງງານຕ່າງໆ ຢູ່ໃນປະເທດຈີນ. ສະພາບເສຖກິດ ຫລຸດຖອຍ ທີ່ວ່ານີ້ ເຮັດໃຫ້ປັກກິ່ງ ຕ້ອງຮັບຜ່ານ ແຜນການ ກະຕຸກຊຸກຍູ້ ເສຖກິດ ມູນຄ່າ 585 ພັນ ລ້ານໂດລາ ທີ່ແນໃສ່ ໂຄງການກໍ່ສ້​າງ ໂຄງລ່າງພື້ນ ຖານຕ່າງໆ. ຂະນະດຽວກັນ ການນຳເຂົ້າຂອງຈີນ ໃນເດືອນແລ້ວ ກໍຫລຸດລົງ 25.2% ສົມ​ທຽບ​ກັບ 23% ໃນເດືອນກ່ອນນັ້ນ.

ໄຂ້ຫວັດໃຫຍ່: ເຈົ້າໜ້າທີ່ ຮົງກົງ ໄດ້ສັ່ງໃຫ້ປິດ ໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ທຸກໆ​ແຫ່ງ ເປັນເວລາ 2 ອາທິດ ຫລັງຈາກ ພວກນັກຮຽນ ສິບກວ່າຄົນ ໄດ້ຖືກກວດ ພົບວ່າ ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍ​ພັນ A H1N1. ທ່ານ DONALD TSANG ຫົວໜ້າປົກຄອງ ເຂດຮົງກົງ ກ່າວຕໍ່ ພວກນັກຂ່າວ ໃນມື້ນີ້ວ່າ ເຈົ້າໜ້າທີ່ ຍັງບໍ່ສາມາດ ຣະບຸໄດ້ ເຖິງແຫລ່ງ ທີ່ມາ ຂອງການ ແຜ່ລະບາດ ຊຶ່ງເຮັດໃຫ້ ຜູ້ປ່ວຍເຫລົ່ານີ້ ເປັນກໍຣະນີໝູ່​ ຈຸທຳອິດ ຂອງໄຂ້ຫວັດໃຫຍ່ ສາຍ​ພັນ A H1N1 ໃນ ມະນຸດ ທີ່ຮູ້ຈັກວ່າ ບໍ່ໄດ້ພົວພັນ ກັບບຸກຄົນໃດຄົນນຶ່ງ ທີ່ເດີນທາງ ໄປຕ່າງປະເທດ. ການປິດໂຮງຮຽນ ຢູ່ຮົງກົງ ມີຂຶ້ື້ນ ຂະນະທີ່ ອົງການ ອະນາມັຍໂລກ ພວມເປີດ ກອງປະຊຸມ ສຸກເສີນ ໃນມື້ນີ້ ເພື່ອສົນທະນາ ຫາຣື ກ່ຽວກັບວ່າ ທາງອົງການ ອະນາມັຍໂລກ ຄວນປະກາດ ຍົກ​ລະດັບ ໃຫ້ໄຂ້ຫວັດ ດັ່ງກ່າວ ເປັນໄຂ້ຫວັດໃຫຍ່ ຮ້າຍແຮງ ລະບາດໄປ ທົ່ວໂລກ ເປັນເທື່ອທຳອິດ ໃນຮອບ 40 ກວ່າປີ ຫລືບໍ່? ໃນມື້ວານນີ້ ຜູ້ອຳນວຍການ ອົງການ ອະນາມັຍໂລກ ທ່ານນາງ MAR-GARET CHAN ໄດ້ໂອ້ລົມກັບ ພວກເຈົ້າໜ້າທີ່ ການແພດ ຈາກເກືອບ 10 ປະເທດ ຊຶ່ງສ່ວນໃຫຍ່ ແມ່ນປະເທດ ທີ່ໄດ້ຮັບ ຜົນກະທົບ ຈາກໄຂ້ຫວັດ ໃຫຍ່ດັ່ງກ່າວ ໃຫ້ສຶກສາເບິ່ງວ່າ ມີຫລັກຖານ ທີ່ໂຕ້ແຍ້ງບໍ່ໄດ້ ຫຼືບໍ່ ທີ່ວ່າ ເຊື້ອໄວຣັສນີ້ ກຳລັງແຜ່ ລະບາດ ອອກ​ໄປ​ທົ່ວ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG