ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີດ້ວຍຣະເບີດ ໃນພາກໃຕ້ອີຣັກ ເຮັດໃຫ້ມີຜູ້ເສັຽຊີວິດ 32 ຄົນ


ອີຣັກ: ເຈົ້າໜ້າທີ່ ອີຣັກ ກ່າວວ່າ ຣະເບີດຣົດ ທີ່ແຕກຂຶ້ນ ຢູ່ໃນເຂດພາກໃຕ້ ຂອງປະເທດ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 32 ຄົນ ແລະ ໄດ້ຮັບບາດເຈັບ ອີກ 45 ຄົນ. ຕຳຣວດກ່າວວ່າ ເຫດຣະເບີດ ທີ່ວ່ານີ້ ແມ່ນແນໃສ່ ຄຸ້ມຕລາດ ທີ່ມີຜູ້ຄົນຊື້ ຂາຍ ເປັນຈຳນວນຫຼວງຫຼາຍ ໃນເມືອງ BATHAA ໃກ້ໆເມືອງ NASIRIYA ໃນພາກໃຕ້ ປະເທດອີຣັກ. ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຄັ້ງນີ້ເທື່ອ. ຫົວເມືອງດັ່ງກ່າວ ຊຶ່ງປະຊາຊົນ ສ່ວນໃຫຍ່ ນັບຖື ສາສນາອິສລາມ ນິກາຍຊີໄອທ໌ ແມ່ນຕັ້ງຢູ່ ຫ່າງຈາກ ນະຄອນຫລວງ ແບັກແດັດ ໄປທາງທິດຕາເວັນອອກ ສຽງໃຕ້ ປະມານ 300 ຫລັກ ກິໂລແມັດ ແລະ ເປັນບ່ອນທີ່ ມີການສູ້ຣົບກັນ ພາຍໃນຢ່າງດຸເດືອດ ລະຫວ່າງ ພັກຝ່າຍຕ່າງໆ ຂອງກຳລັງ ທະຫານບ້ານຊີໄອທ໌ ກ່ອນຈະມີການ ຢຸດຍິງກັນ. ການໂຈມຕີ ດ້ວຍຣະເບີດ ແມ່ນມີຂຶ້ນ ເປັນປະຈຳ ຢູ່ໃນປະເທດອີຣັກ ແຕ່ໂດຍທົ່ວໄປແລ້ວ ຄວາມຮຸນແຮງ ໄດ້ຫລຸດລົງ ຢ່າງຫລວງຫລາຍ ໃນໄລຍະ ສອງສາມເດືອນ ຜ່ານມານີ້.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກຳລັງ ຊອກຄົ້ນຫາ ພວກເຄາະຮ້າຍ ເພີ້ມຕື່ມ ຕາມ ຊາກໄຟໄໝ້ ຂອງໂຮງແຮມ ຫຣູຫຣາ ແຫ່ງນຶ່ງ ທີ່ເມືອງ PESHARWAR ລຸນຫຼັງ ການໂຈມຕີ ສະລະຊີບ ທີ່ນັ້ນ ​ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 15 ຄົນ ໃນຕອນເດິກ ຂອງ ຄືນວັນອັງຄານ ຜ່ານມາ. ນອກນັ້ນ ຍັງມີອີກ 70 ຄົນ ໄດ້ຮັບບາດເຈັບ ເວລາພວກ ທຳການໂຈມຕີ ບີບຄະນວນ ຣະເບີດ ທີ່ຫ້າງໄວ້ ຢູ່ໃນຣົດບັນທຸກ ໃຫ້ແຕກຂຶ້ນ ຢູ່ນອກໂຮງແຮມ PEARL CONTINENTAL ທີ່ເມືອງເອກ ຂອງແຂວງ ພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ. ກ້ອງຖ່າຍຮູບ ທີ່ຈັບພາບ ການເຄື່ອນໄຫວ ໃນບໍຣິເວນ ໂຮງແຮມ ໄດ້ຖືກນຳມາ ເປີດເຜີຍ ໃນວັນພຸດ ມື້ນີ້ ຊຶ່ງສະແດງ ໃຫ້ເຫັນວ່າ ຄົນຮ້າ​ຍ ໄດ້ຂັບຣົດ ໄປຈົນຮອດ ປະຕູທາງເຂົ້າ ຂອງໂຮງແຮມ ແລ້ວກໍ​ມີ​ການ​ ລະດົມ​ຍິງປືນ ອອກ​ມາຈາກຣົດ ແລະຫລັງຈາກນັ້ນ ຣົດບັນທຸກ ທີ່ເຕັມໄປດ້ວຍ ດິນຣະເບີດ ກໍແລ່ນຢ່າງວ່ອງໄວ ຜ່ານດ່ານກວດ ເຂົ້າໄປໃນ ເຂດໂຮງແຮມ. ສ່ວນນຶ່ງ ຂອງໂຮງແຮມ ໄດ້ຖືກທຳລາຍ ຍ້ອນເຫດຣະເບີດ ດັ່ງກ່າວນີ້.

ກວານຕານາໂມ - ວີເກີ້: ປະເທດເກາະ PALAU ໃນເຂດ ມະຫາສະມຸດ ປາຊີຟິກ ໄດ້ຕົກລົງ ທີ່ຈະຮັບເອົາ ເປັນການຊົ່ວຄາວ ຊາວຈີນກຸ່ມນຶ່ງ ທີ່ນັບຖື ສາສນາ ອິສລາມ ທີ່ໄດ້ຖືກ ຄວບຄຸມໂຕໄວ້ ທີ່ສະຖານຄຸມຂັງ ອ່າວ GUANTANAMO ປະເທດຄິວບາ ຍ້ອນສົງສັຍວ່າ ເປັນພວກ ກໍ່ການຮ້າຍນັ້ນ. ທ່ານ JOHNSON TORIBIONG ປະທານາທິບໍດີ ຂອງ PALAU ໄດ້ອອກຖແລງຂ່າວ ສະບັບນຶ່ງ ທີ່ກ່າວວ່າ ປະເທດຂອງທ່ານ ຈະຮູ້ສຶກ ເປັນກຽດ ແລະ ພາກພູມໃຈ ທີ່ຈະໄດ້ໃຫ້ ບ່ອນພັກພາ ຊົ່ວຄາວ ແກ່ຊາວ UIGHURS ຈຳນວນ 17 ຄົນ. ຜູ້ພິພາກສາ ຄົນນຶ່ງ ຂອງຣັຖບານກາງ ສະຫະຣັດ ໄດ້ສັ່ງໃຫ້ປ່ອຍ ຊາວ UIGHURS ຈຸນີ້ ເຂົ້າມາຢູ່ ໃນສະຫະຣັດໄດ້ ໃນປີກາຍ ແຕ່ສານອຸທອນ ໄດ້ຕ່າວປີ້ນ ການຕັດສິນ ດັ່ງກ່າວ ໃນເດືອນເມສາ ຜ່ານມາ. ຣັຖບານ ປະທານາທິບໍດີ OBAMA ໄດ້ເຈຣະຈາ ຫາຣື ກັບຫລາຍໆປະເທດ ເພື່ອໃຫ້ຮັບເອົາ ຊາວ UIGHURS ທີ່ມາຈາກ ແຂວງຊີນຈຽງ ໃນພາກຕາເວັນຕົກ ຂອງຈີນ. ປັກກິ່ງ ໄດ້ກ່າວຫາ ຊາວ UIGHURS ຊຶ່ງເປັນ ປະຊາຊົນກຸ່ມໃຫຍ່ ໃນແຂວງຊິນຈຽງ ນັ້ນວ່າ ຢາກສ້າງຕັ້ງ ປະເທດ ເອກກະຣາດ TURKESTAN ຕາເວັນອອກ.

ເກົາຫລີເໜືອ - ນິວເຄລັຽ: ມີລາຍງານວ່າ ຣັດເຊັຽ ມີຂໍ້ມູນ ກ່ຽວກັບ ແຜນການ ຂອງເກົາ ຫລີເໜືອ ທີ່ຈະຍິງ ລູກສອນໄຟ ຂີປະນາວຸດ ແຕ່ບໍ່ຮູ້ຈັກ ເວລາ ທີ່ຄັກແນ່. ແຫຼ່ງຂ່າວ ທາງທະຫານ ຂອງຣັດເຊັຽ ແຈ້ງໃຫ້ ອົງການຂ່າວ INTERFAX ຊາບ ໃນມື້ນີ້ວ່າ ຕົນມີຂໍ້ມູນ ກ່ຽວກັບ ຊະນິດ ແລະລັກສະນະ ຂອງລູກສອນໄຟ ແຕ່ບໍ່ຮູ້ວ່າ ຈະມີການຍິງ ໃນເວລາໃດເທື່ອ. ແຫລ່ງຂ່າວ ຍັງແຈ້ງໃຫ້ຊາບ ຕື່ມວ່າ ຣັດເຊັຽ ຈະຕິດຕາມ ເບິ່ງການຍິງ ຂອງ ເກົາຫລີເໜືອ ແຕ່ບໍ່ໄດ້ແຈ້ງ ໃຫ້ຊາບວ່າ ມັນເປັນລູກສອນໄຟ ທີ່ຍິງໄດ້ ໃນໄລຍະໃກ້ ຫລືໄລຍະໄກ. ເກົາຫລີເໜືອ ໄດ້ຍິງທົດລອງ ລູກສອນໄຟ ຈຳນວນນຶ່ງ ທັງໄລຍະໃກ້ ແລະໄລຍະໄກ ນັບແຕ່ໄດ້ມີ ການທົດລອງ ອາວຸດນິວເຄລັຽ ໃນວັນທີ 25 ພຶສະພາ ຜ່ານມາ ຊຶ່ງການກະທຳດັ່ງກ່າວ ຂອງພຽງຢາງ ພາໃຫ້ນາໆຊາດ ປະນາມ ແລະຂູ່ວ່າ ຈະທຳການ ລົງໂທດຄັ້ງໃໝ່ ຕໍ່ຄອມມູນິສ ເກົາຫລີເໜືອ. ໃນມື້ວານນີ້ ສະມາຊິກຖາວອນ 5 ປະເທດ ຂອງ ສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ທີ່ປະກອບດ້ວຍ ສະຫະຣັດ ອັງກິດ ຝຣັ່ງ ຈີນ ແລະຣັດເຊັຽນັ້ນ ໄດ້ພົບປະ ກັບເຈົ້າໜ້າທີ່ ຍີ່ປຸ່ນ ແລະເກົາຫລີໃຕ້ ເພື່ອເຈຣະຈາ ຫາຣື ກ່ຽວກັບ ມະຕິສະບັບໃໝ່ ເພື່ອເປັນການ ຕອບໂຕ້ ຕໍ່ການທົດລອງ ອາວຸດນິວເຄລັຽ ຂອງ ເກົາຫລີເໜືອ ເມື່ອບໍ່​ດົນ ​ຜ່ານ​ມານັ້ນ.

ຈີນ - ເສຖກິດ: ຣາຄາສິນຄ້າ ບໍຣິໂພກຢູ່ ໃນປະເທດຈີນ ໄດ້ຫລຸດລົງ ເປັນເດືອນທີ 4 ລຽນຕິດ ໃນເດືອນ ພຶສະພາ ຜ່ານມາ ຂະນະທີ່ ເສຖກິດຂນາດໃຫຍ່ ຂອງຈີນ ຍັງສືບຕໍ່ ໄດ້ຮັບຜົນກະທົບ ຈາກວິກິຕການ ທາງດ້ານການເງິນ ຂອງໂລກ. ສຳນັກງານ ສະຖິຕິ ແຫ່ງຊາດ ຂອງຈີນ ໄດ້ປະກາດ ໃນມື້ນີ້ວ່າ ດັຊນີ ຣາຄາສິນຄ້າ ບໍຣິໂພກ ຂອງຈີນ ໄດ້ຫລຸດລົງ 1.4% ໃນເດືອນແລ້ວນີ້. ໃນເດືອນເມສາ ຜ່ານມາ ດັຊນີຣາຄາ ສິນຄ້າບໍຣິໂພກ ຂອງຈີນ ໄດ້ຫລຸດລົງ 1.5% ປຽບໃສ່ ໄລຍະດຽວກັນ ຂອງເມື່ອນຶ່ງປີກ່ອນ ​ແລະ​ ໄດ້​ຫລຸດ​ລົງ 1.2% ໃນເດືອນມີນາ ແລະ 1.6% ​ໃນເດືອນກຸມພາ. ກ່ອນເກີດວິກິຕການ ທາງດ້ານເສຖກິດ ຂອງໂລກນັ້ນ ເສຖກິດຂອງຈີນ ໄດ້ຂຍາຍໂຕອອກ ໃນອັດຕຣາ ສູງກວ່າ 10% ແລະຄວາມວິຕົກກັງວົນ ອັນໃຫຍ່ ຂອງຣັຖບານ​ ໃນ​ເວລາ​ນັ້ນ ກໍຄືເຮັດໃຫ້ ການເຕີບໂຕ ຂອງເສຖກິດ ຊັກ​ຊ້າລົງ. ຣາຄາສິນຄ້າ ທີ່ຫລຸດລົງ ຢູ່ໃນປະເທດຈີນ ແມ່ນຮວມທັງ ສິນຄ້າບໍຣິໂພກ ອາຫານ ແລະເຮືອນຊານ.

ຈີນ - ສື່ມວນຊົນ: ໜັງສືພິມ ຂອງທາງການ ຈີນ ກ່າວວ່າ ຄວາມສົນໃຈ ທີ່ຫລຸດນ້ອຍ ຖອຍລົງ ໃນລາຍການ ຂ່າວໃຫຍ່ ຂອງໂທຣະພາບ ສູນກາງ ຫລື CCTV ຂອງຈີນ ພາໃຫ້ ທາງໂທຣະພາບດັ່ງກ່າວ ຕ້ອງໄດ້ປັບປຸງ ກ່ຽວກັບ ການອອກອາກາດໃໝ່. ລາຍງານຂ່າວ ຂອງໜັງສືພິມ CHINA DAILY ສະບັບທີ່ອອກ ໃນມື້ນີ້ ແຈ້ງວ່າ ເຖິງແມ່ນ ໄດ້ມີການຜູກຂາດ ກໍຈິງ ແຕ່ການຄວບຄຸມຕລາດ ຂອງລາຍການ ໂທຣະພາບ CCTV ໄດ້ຫລຸດນ້ອຍ ຖອຍລົງ ຈາກ 40% ໃນປີ 1998 ມາເປັນໜ້ອຍກວ່າ 10% ໃນປັດຈຸບັນ. ລາຍງານ ກ່າວຕື່ມວ່າ CCTV ຈະປ່ຽນເນື້ອນັຍ ຂອງລາຍການ ຂ່າວໃຫຍ່ XINWEN LIANBO ເພື່ອໃຫ້ຮວມເອົາ ເຣື່ອງຣາວ ທີ່ໃຫ້ຄວາມສົນໃຈ ເພິ້ມຂຶ້ນ ສຳລັບມະນຸດ ຮວມທັງ ລາຍງານ ທີ່ມີການຕິຊົມ ຫລືວິຈານນຳດ້ວຍ. ເນື້ອນັຍ ຂອງ ລາຍການຂ່າວ ດັ່ງກ່າວ ທີ່​ອອກ​ອາກາດ ເປັນເວລາເຄິ່ງ ຊົ່ວໂມງ ໃນຕອນ 7 ໂມງແລງນັ້ນ ສ່ວນໃຫຍ່ ແມ່ນໄດ້ເພັ່ງເລັງ ໃສ່ກິຈກັມຕ່າງໆ ຂອງທ່ານ HU JINTAO ປະທານ ປະເທດຈີນ ແລະຜູ້ນຳ ຄົນສຳຄັນອື່ນໆ ຕລອດທັງ ປະກາດແຈ້ງການ ຂອງທາງ​ການ ແລະຂ່າວ ການບັນລຸຜົນ ທາງດ້ານ ເສຖກິດ ຂອງຈີນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG