ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສະຫະເຊື້ອເຊີນນັກການທູດອີຣ່ານຮ່ວມສະຫລອງວັນຊາດ


<!-- IMAGE -->

ຊາວ​ອາ​ເມ​ລິ​ກັນ​ສະ​ເຫລີມ​ສະຫ​ລອງ​ວັນ​ເກີດ​ປະ​ເທ​ດຂອງເຂົາ​ເຈົ້າ​ໃນ​ວັນ​ທີ່ 4 ກໍລະກົດ ຫລື ຈູ​ລາຍ ​ຟໍທ໌ ດ້ວຍ​ການ​ຈູ​ດບັ້ງ​ໄຟ​ດອກ​ແລະ​ເດີນ​ສວນສະນາມ​ຕ່າງໆ​ເປັນ​ຕົ້ນ ພ້ອມ​ທັງ​ຊຸມເຂົ້າປິກ​ນິກ ​ແລະ​ປິ້ງ​ບາ​ບີ​ຄິວ ສັງ​ສັນ​ກັນລະ​ວ່າງ​ເພື່ອນ​ມິດ​ແລະ​ຄອບຄົວ. ສຳ​ຫລັບ​ປີ​ນີ້ ສະຖານທູດ​ສະຫະຣັຖ​ໃນທົ່ວ​ໂລກ​ມີ​ໂອກາດທີ່​ຈະ​ເຊື້ອ​ເຊີນແຂກ​ໜ້າ​ໃໝ່​ມາ​ຮ່ວມ​ງານ​ສະ​ເຫລີມສະຫ​ລອງນຳ ຊື່​ງກໍຄື ​ພວກ​ນັກ​ການ​ທູດ​ອີຣ່ານ.

ໃນ​ການ​ຫັນ​ເຫ​ອອກ​ຈາກນະ​ໂຍບາຍ​ທີ່ໄດ້​ດຳ​ເນີນມາ​ກ່ອນນັ້ນ ກະຊວງ​ຕ່າງປະ​ເທດສະຫະຣັຖ ​ໄດ້​ອະນຸຍາດ​ໃຫ້​ສະຖານທູດ​ຂອງ​ຕົນ​ໃນທົ່ວ​ໂລກ​ ​ເຊື້ອ​ເຊີນບັນດາ​ເຈົ້າໜ້າ​ທີ່ຂອງຣັຖບານ​ອີຣ່ານ ມາ​ຮ່ວມ​ໃນ​ງານ​ ສະ​ເຫລີມ​ສະ​ຫລອງ​ບຸນວັນ​ເອກ​ກະລາດ ຄືວັນ​ທີ່​ສີ່ ກໍລະກົດນັ້ນ. ສະຫະຣັຖ​ໄດ້​ຕັດສາຍສຳພັນ​ທາງ​ການ​ທູດຢ່າງ​ເປັນ​ທາງ​ການ ​ກັບ​ອີຣ່ານ ຫລັງຈາກ​ພວກ​ນັກ​ສຶກສາ​ຊາວ​ອີຣ່ານ​ໄດ້​ບຸກ​ເຂົ້າຍຶດ​ສະຖານທູດ​ສະຫະຣັຖ​ ໃນ​ນະຄອນຫລວງເຕຫະ ຣ່ານ​ໃນ​ປີ 1979 ​ແລະ​ຈັບພະນັກງານ​ການ​ທູດ​ສະຫະຣັຖ​ໄວ້​ເປັນຕົວ​ປະກັນເປັນ​ເວລາດົນນານ​ເຖິງສີ່​ຮ້ອຍ​ກວ່າ​ວັນ.

ການ​ຍື່ນ​ມື​ໄປ​ຫາ​ອີຣ່ານ​ໃນ​ຄັ້ງ​ໃໝ່​ນີ້ ​ມີ​ຂື້ນ​ໃນ​ຂນະ​ທີ່ສະຫະຣັຖກຳລັງ​ພະຍາຍາມ​ທີ່​ຈະ​ພົວພັນ​ກັບຣັຖບານ​ອີຣ່ານ​ໂດຍ​ກົງ ​ກ່ຽວ​ກັບ​ບັນຫາ​ສຳ​ຄັນ​ຫລາຍ​ປະການ ຊຶ່ງ​ໂຮມ​ທັງ​ບັນຫາ​ໂຄງການ​ນີວ​ເຄລຍຂອງອີຣ່ານ. ທ່ານ​ໂຣ​ເບີດ ​ວູດ ຮອງ​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະຣັຖ ກ່າ​ວວ່າການ​ເຊື້ອ​ເຊີນ​ພວກ​ນັກ​ການ​ທູດ​ອີຣ່ານມາ​ຮ່ວມ​ໃນ​ງານ​ສະ​ເຫລີ​ມ ສະ​ຫລອງ​ວັນ​ເອກ​ກະລາດ​ຂອງ​ສະຫະຣັຖນັ້ນ ​ແມ່ນເປັນ​ພາກສ່ວນ​ນື່ງຂອງ​ຄວາມ​ພະຍາຍາມຂອງ​ສະຫະຣັຖ ​ເພື່ອ​ໃຫ້ມີການ​ຕິດ​ຕໍ່​ພົວພັນ​ກັນໂດຍ​ກົງກັບ​ອີຣ່ານ ຊຶ່ງ​ທ່ານ​ວູດກ່າວ​ວ່າ:

“ນະ​ໂຍບາຍ​ຂອງ​ພວກ​ເຮົາ​ ແມ່ນພະຍາຍາມ​ຍື່ນ​ມື​ໄປ​ພົວພັນ​ກັບຣັຖ ບານ​ອິຣ່ານ ແລະ​ປະຊາຊົນ​ຂອງ​ອິຣ່ານ. ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ແລະ​ທ່ານ​ນາງ Hillary Clinton ຣັຖມຸນຕີ​ການ​ຕ່າງປະ​ເທດສະຫະຣັດ ​ໄດ້​ເວົ້າ​ອອກ​ມາຢ່າງ​ຈະ​ແຈ້ງ​ທີ່ສຸດ​ແລ້ວ​ວ່າ ອັນ​ນັ້ນ​ແມ່ນ​ສິ່ງ​ທີ່ພວກ​ເຮົາຕ້ອງການ​ຢາກ​ເຮັດ ​ແລະແນ່ນອນພວກ​ທ່ານ​ກໍຮູ້​ດີ​ວ່າຈະ​ມີ​ໂອກາດອື່ນໆ​ອີກ ​ສຳລັບຕິດ​ຕໍ່​ພົວພັນ​ກັບ​ອິຣ່ານນັ້ນ ​ແຕ່​ເວລາ​ນີ້ພວກ​ເຮົາ​ກໍກຳລັງ​ລໍຖ້າ​ການສນອງ​ຕອບ​ກັບ​ຄືນ​ມາຈາກ​ອິຣ່ານຢູ່.”

ທ່ານ​ໂຣ​ເບີດ​ ວູດ ຮອງ​ໂຄສົກ​ກະຊວງ​ຕ່າງປະເທດ​ສະຫະຣັຖກ່າວ​ວ່າ ​ໂດຍ​ສະ​ເພາະ​ແລ້ວ ສະຫະຣັຖ​ແມ່ນ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ທີ່ຈະ ໄດ້​ຍິນ​ການ​ຕອບ​ຮັບໃນ​ທາງ​ບວກຂອງ​ອີຣ່ານ ຕໍ່ຄຳ​ສະ​ເນີ​ໃຫ້ສະຫະຣັຖໄດ້ເຂົ້າປະກອບ ສ່ວນ​ໂດຍ​ເຕັມ ໃນການ​ເຈລະຈາຂອງ​ກຸ່ມ P5 Plus One ຫລື​ກຸ່ມ​ພີ​ຫ້າ ບວກນື່ງ ​ກັບ​ອີຣ່ານກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ. ກຸ່ມ​ພີ​ຫ້າ ບວກ​ນື່ງແມ່ນ​ໝາຍ​ເຖິງສະມາຊິກ​ຖາວອນ​ຫ້າ​ປະ​ເທດຂອງ​ສະພາ​ຄວາມໝັ້ນຄົງ​ອົງກາ​ນສະຫະ​ປະຊາ​ຊາດ ຄື ອັງກິດ ຈີນ ຝລັ່ງ ຣັສ​ເຊຍ ​ແລະ ສະຫະຣັຖ ​ບວກ​ກັບ​ອີກ​ປະ​ເທດ​ນຶ່ງ ຄື ​ເຢຍລະ​ມັນ.

ທ່ານ ວູດ ກ່າວ​ວ່າ “ການ​ເຊື້​ອ​ເຊີນ​ພວກ​ນັກ​ການ​ທູດ​ອີຣ່ານ​ໃຫ້​ມາ​ຮ່ວມ​ໃນການສະ​ເຫລີມ​ສະ​ຫລອງວັນເອກ​ກະລາດ​ຂອງສະຫະຣັຖນັ້ນ ​ແມ່ນ​ເປັນ​ອີກຮ່ອງຮອຍ​ນື່ງທີ່ສະ​ແດງ​ໃຫ້​ເຫັນ​ວ່າ ​ສະຫະຣັຖກຳລັງ​ກ້າວ​ໄປ​ສູ່​ທິດ​ທາງ​ໃໝ່​ ກ່ຽວ​ກັບ​ອີຣ່ານ ຊຶ່ງທ່ານ​ວູດ ກ່າວ​ຊີ້​ແຈງ​ວ່າ ພວກ​ເຮົາ​ຕ້ອງການ​ຢາກ​ພົວພັນ​ກັບຊາວ​ອີຣ່ານ ​ແລະຣັຖບານຂອງ​ເຂົາ​ເຈົ້າ ຜ່ານ​ພວ​ກ​ເຂົາ​ເຈົ້າ​ ​ແລະ​ນັ້ນ​ກໍ​ເປັນ​ພຽງວິທີ​ນຶ່ງ​ໃນ​ຫລາຍ​ໆວິທີ​ທີ່​ພວກ​ເຮົາ​ສາມາດ​ກະທຳ​ໄດ້.

XS
SM
MD
LG