ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າໜ່ວຍສືບລັບສະຫະຣັດກ່າວວ່າ ການທົດລອງອາວຸດ ຂອງເກົາຫລີເໜືອແລະການສືບທອດອຳນາດ ເປັນການປະສົມ ປະສານ ທີ່ອາດເປັນອັນຕະລາຍ


ສະຫະຣັດ - ເກົາຫລີເໜືອ: ເຈົ້າໜ້າທີ່ ສືບລັບ ຂັ້ນສູງ​ສຸດ ​ທ່ານ​ນື່ງ ຂອງ ສະຫະຣັດ ກ່າວວ່າ ການທົດລອງ ອາວຸດນິວເຄລັຽ ແລະ ການຍິງ ລູກສອນໄຟ ຂອງ ເກົາຫລີເໜືອ ເມື່ອບໍ່ດົນມານີ້ ຕລອດທັງ ສະຖານະການ ທາງດ້ານການເມືອງ ຂອງ ເກົາຫລີເໜືອນັ້ນ ແມ່ນເປັນການ ປະສົມ ປະສານ ທີ່ອາດເປັນ ພັຍອັນຕະລາຍໄດ້. ຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດ ຂອງ ສະຫະຣັດ ທ່ານ DENNIS BLAIR ກ່າວວ່າ ​ເຖິງ​ແມ່ນ​ວ່າ ແນວໂນ້ມ ຫລືທ່າອຽງ ໂດຍລວມ ຂອງ ​ເກົາຫລີ​ເໜືອ ແມ່ນເປັນສິ່ງ ທີ່ເຄີຍໄດ້ ພົບເຫັນ ມາກ່ອນແລ້ວ ກໍຈິງ ແຕ່ຣະດັບ ຂອງຄວາມສ່ຽງ ໄດ້ເພີ້ມສູງຂຶ້ນ ຍ້ອນພຽງຢາງ ກຳລັງທຳການ ທ້າທາຍ ເກາະຜິດຕ່າງໆ ໃນເວລາທີ່ ກຳລັງມີຄຳຖາມ ກ່ຽວກັບການ ສືບທອດອຳນາດ ໃນເກົາຫລີເໜືອ. ທ່ານ BLAIR ໃຫ້ທັສນະດັ່ງກ່າວ ທີ່ກຸງວໍຊິງຕັນ ໃນລະຫວ່າງ ການກ່າວ ຄຳປາສັຍ ແລງວານນີ້ ຕໍ່ພວກຜູ້ນຳ ທາງທຸຣະກິດ ທີ່ມີຄວາມສັມພັນ ກັບປະຊາຄົມ ສືບລັບ. ໃນສັບປະດາແລ້ວ ສື່ມວນຊົນ ລາຍງານວ່າ ຜູ້ນຳຂອງ ເກົາຫລີເໜືອ ທ່ານ KIM JONG IL ໄດ້ແຕ່ງຕັ້ງ ລູກຊາຍຫລ້າ ຂອງທ່ານ ທ້າວ KIM JON UN ອາຍຸ 26 ປີ ​ໃຫ້ເປັນຜູ້ ສືບທອດ ອຳນາດ ຕໍ່ຈາກທ່ານ.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອ ກ່າວ ວ່າ ຕົນຈະໃຊ້ ອາວຸດນິວເຄລັຽທັງໃນການປ້ອງກັນ ໂຕແລະການບຸກໂຈມຕີພວກທີ່ ຊອກຫາຊ່ອງທາງ ຈະໂຈມຕີ ອຳນາດການປົກຄອງ ຂອງຕົນ. ບົດບັນນາທິການ ທີ່ພິມເຜີຍແຜ່ ໂດຍໜັງສືພິມ ຂອງທາງການ ເກົາຫລີເໜືອ ສະບັບທີ່ອອກ ໃນມື້ນີ້ ກ່າວວ່າ ຄັງອາວຸດ ນິວເຄລັຽ ຂອງຕົນ ຈະເປັນເຄື່ອງ ຢັບຢັ້ງ ທີ່ເຂັ້ມແຂງ ຕ້ານສັດຕຣູ ແລະຍັງຈະຖືກ ນຳໃຊ້ ເພື່ອບຸກໂຈມຕີ ຢ່າງໄຮ້ຄວາມປານີ ຕໍ່ພວກທີ່ ລ່ວງລະເມີດ ອະທິປະໄຕ ແລະຜືນແຜ່ນດິນ ອັນຄົບຖ້ວນ ຂອງຕົນ. ການສ້າງສຽງ ນອງນັນ ຄັ້ງລ່າສຸດ ຈາກອຳນາດ ການປົກຄອງ ຄອມມູນິສ ເກົາຫລີເໜືອ ມີຂຶ້ນຂະນະທີ່ ສະມາຊິກຖາວອນ 5 ປະເທດ ຂອງສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ທີ່ປະກອບດ້ວຍ ສະຫະຣັດ ອັງກິດ ຝຣັ່ງ ຈີນ ແລະ ຣັດເຊັຽ ບວກຍີ່ປຸ່ນ ແລະ ເກົາຫລີໃຕ້ ກຳລັງເຈຣະຈາ ຫາຣື ກ່ຽວກັບ ມະຕິສະບັບໃໝ່ ເພື່ອລົງໂທດໜັກຂຶ້ນ ຕໍ່ພຽງຢາງ ທີ່​ໄດ້​ທຳການ ທົດລອງ ອາວຸດນິວເຄລັຽ ໃຕ້ດິນ ໃນເດືອນແລ້ວນີ້.

ມຽນມາ - ອົພຍົບ: ເຈົ້າໜ້າທີ່ໄທ ໃຫ້ ການຢືນຢັນວ່າ ມີພວກຊົນກຸ່ມນ້ອຍ ຊາວມຽນມາ ຈຳນວນ ຫລາຍພັນຄົນ ໄດ້ຂ້າມຊາຍແດນ ເຂົ້າໄປໃນໄທ ເພື່ອຫລົບໜີ ການສູ້ຣົບ ລະຫວ່າງກຳລັງ ຂອງພວກກະບົດ ຊົນກຸ່ມນ້ອຍ ແລະ ທະຫານຣັຖບານ. ບັນດາກຸ່ມ ປົກປ້ອງສິດທິມະນຸດ ກ່າວວ່າ ອາດມີຊາວບ້ານ ເຜົ່າກະຫລ່ຽງ ຫລາຍເຖິງ 3 ພັນຄົນ ໄດ້ຫລົບໜີ ເຂົ້າໄປໃນໄທ ນັບແຕ່ ທະຫານມຽນມາ ເລີ້ມທຳການໂຈມຕີ ກຳລັງສະຫະພັນ ແຫ່ງຊາດກະຫລ່ຽງ. ທະຫານ ຣັຖບານມຽນມາ ໄດ້ສູ້ຣົບ ກັບພວກກະບົດ ເຜົ່າກະຫລ່ຽງ ມາໄດ້ຫລາຍ ທົສວັດແລ້ວ ແລະໄດ້ເພີ້ມ ການກົດດັນ ຕໍ່ພວກກະບົດ ໃຫ້ຢຸດເຊົາ ການສູ້ຣົບ ແລະສນັບສນຸນ ການເລືອກຕັ້ງ ທີ່ກຳນົດ ຈະມີຂຶ້ນ ໃນປີໜ້າ. ທ່ານປະນິທານ ວັຕນະຍາກອນ ໂຄສົກຂອງ ຣັຖບານໄທ ໃຫ້ການຢືນຢັນ ກ່ຽວກັບ ລາຍງານຂ່າວ ຂອງ ອົພຍົບ ມຽນມາຕໍ່ VOA. ທ່ານເວົ້າວ່າ ໄທຈະສາມາດ ຮັບມືກັບ ພວກອົພຍົບ ມຽນມາເຫລົ່ານີ້ໄດ້. ໄທມີອົພຍົບ ຈຳນວນ ຫລາຍສິບພັນຄົນ ອາສັຍຢູ່ຕາມສູນຕ່າງໆ ໃນບໍຣິເວນຊາຍແດນ ຂອງປະເທດທັງສອງ ຮວມທັງ ພວກອົພຍົບ ມຸສລິມ ເຜົ່າໂຣຮິງຢາ ຈຳນວນ ຫລວງຫລາຍ ນຳດ້ວຍ.

ໄທ - ຄວາມຮຸນແຮງ: ໃນອີກຂ່າວນຶ່ງນັ້ນ ເຈົ້າໜ້າທີ່ ໃນເຂດພາກໃຕ້ ຂອງໄທກ່າວວ່າ ມືປືນ ໄດ້ຣະດົມຍິງ ໃສ່ໂບດ ສາສນາອິສລາມ ແຫ່ງນຶ່ງ ໃນລະຫວ່າງ ການສວດມົນ ພາວະນາ ໃນຕອນແລງ ວານນີ້ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 11 ຄົນ ແລະບາດເຈັບ ບໍ່ຕ່ຳກວ່າ 12 ຄົນ. ໃນ​ເບື້ອງຕົ້ນ ຕຳຣວດເວົ້າວ່າ ຜູ້ຊາຍ 5 ຄົນ ທີ່ມີປືນຍາວ ເປັນອາວຸດ ໄດ້ຍິງປືນ ສາດເຂົ້າໃສ່ ພວກສວດມົນ ພາວະນາ ໃນຕອນແລງ ຂອງມື້ວານນີ້. ແຕ່ໃນເວລາຕໍ່ມາ ເຈົ້າໜ້າທີ່ ທະຫານ ກ່າວວ່າ ມີພວກໂຈມຕີ ແຕ່ພຽງ 2 ຄົນ ເທົ່ານັ້ນ. ນຶ່ງໃນຈຳນວນ ພວກທີ່ເສັຽຊີວິດ ແມ່ນນັກສອນສາສນາ ຫລືອີໝາມ ປະຈຳໂບດ ທີ່ຈັງຫວັດ ນະຣາທິວາດ. ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ດັ່ງກ່າວນີ້ເທື່ອ. ໂຄສົກຂອງ ກອງທັບໄທ ພັນ​ເອກ PARINYA CHAIDILOK ກ່າວວ່າ ເປັນທີ່ປາກົດວ່າ ພວກໂຈມຕີ ໄດ້ພະຍາຍາມ ທີ່ຈະເຮັດໃຫ້ ເບິ່ງຄືວ່າ ເປັນການ ກະທຳ ຂອງກຳລັງ ຮັກສາ ຄວາມສະງົບ ຂອງໄທ. ທ່ານກ່າວວ່າ ມັນເປັນໄປໄດ້ຍາກ ທີ່ວ່າ ກອງທັບໄທ​ໄດ້ມີສ່ວນ ພົວພັນ ໃນການໂຈມຕີ ຄັ້ງນີ້.

ອີຣ່ານ - ການເລືອກຕັ້ງ: ຊາວອີຣ່ານ ຈຳນວນຫລາຍສິບພັນຄົນ ໄດ້ໂຮມຊຸມນຸມກັນ ຢູ່​ຄົນ​ລະ​ບ່ອນ ໃນມື້ວານນີ້ ເພື່ອໃຫ້ການ ສນັບສນຸນ ຕໍ່ປະທານາທິບໍດີ MAHMOUD AHMADINEJAD ແລະຜູ້ທ້າທາຍ ຂອງທ່ານ ຄື​ທ່ານ MIR HOSSEIN MOUSAVI ກ່ອນການເລືອກຕັ້ງ ປະທານາທິບໍດີ ຊຶ່ງຈະມີຂຶ້ນ ໃນມື້ວັນສຸກນີ້. ພວກສນັບສນຸນ ທ່ານ AHMADINEJAD ໄດ້ໄປໂຮມຊຸມນຸມ ກັນຢູ່ຂ້າງໃນໂບດ IMAM RUHOLLAH KHOMEINI ຂະນະທີ່ ພວກສນັບສນຸນ ອະດີດ ນາຍົກຣັຖມຸນຕຣີ MOUSAVI ໄດ້ຈັບມື ຕໍ່ກັນເປັນລູກໂສ້ ທີ່ເນັ່ງຜ່ານ ໂຕເມືອງ. ການໂຮມຊຸມນຸມກັນ ຢ່າງໃຫຍ່ທີ່ວ່ານີ້ ສະທ້ອນໃຫ້ເຫັນ ເຖິງການ ທຳນາຍ ຂອງທາງການ ທີ່ວ່າຈະມີ ຜູ້ໄປປ່ອນບັດ ເປັນຈຳນວນ ຫລວງຫລາຍ. ການຢັ່ງຫາງສຽງ ຊາວອີຣ່ານ 1001 ຄົນ ທາງໂທສະສັບ ໃນເດືອນແລ້ວນີ້ ພົບວ່າ 34% ມີແຜນການ ທີ່ຈະປ່ອນບັດ ໃຫ້ປະທານາທິບໍດີ AHMADINEJAD. ສ່ວນຄູ່ແຂ່ງ ຄົນສຳຄັນ ຂອງທ່ານ ຄືນັກປະຕິຮູບ MIR HOSSEIN MOUSAVI ໄດ້ຮັບການ ສນັບສນຸນ 14% ແລະ 27% ຂອງພວກທີ່ຖືກຖາມ ຍັງບໍ່ທັນ ຕັດສິນໃຈເທື່ອ.

ປາກິສຖານ: ຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດ ຂອງສະຫະຣັດ ທ່ານ DENNIS BLAIR ກ່າວວ່າ ກອງທັບ ປາກິສຖານ ກຳລັງ ໄດ້ຮັບ ຄວາມກ້າວໜ້າ ໃນການສູ້ຣົບ ກັບພວກມຸສລິມ ຫົວຮຸນແຮງ ຍ້ອນ ປະຊາຊົນ ປາກິສຖານ ໃຫ້ການສນັບສນຸນ ຕໍ່ການ​ຕໍ່ສູ້ ຕ້ານພວກຫົວຮຸນແຮງ ທີ່ວ່ານີ້. ໃນການຖແລງ ທີ່ກຸງວໍຊິງຕັນ ແລງວານນີ້ ລຸນຫລັງ ການເດີນທາງ ໄປຢ້ຽມຢາມ ປາກິສຖານ ທ່ານ BLAIR ກ່າວວ່າ ນີ້ແມ່ນເທື່ອທຳອິດ ໃນການປະຕິບັດ​ງານ ​ຕ້ານ​ພວກ​ຫົວ​ຮຸນແຮງ ທີ່ກອງທັບ ປາກິສຖານ ໄດ້ຮັບການ ສນັບສນຸນ ຈາກທັງຣັຖບານ ແລະປະຊາຊົນ. ໃນມື້ນີ້ ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ກອງທັບແຫ່ງຊາດ ໄດ້ສົ່ງເຮືອບິນ ເຮຣີຄອບເຕີ້ ທະຫານ ຈຳນວນນຶ່ງ ໄປຍັງເຂດ ພາກຕາເວັນຕົກ ສຽງເໜືອ ເພື່ອໃຫ້ການ ສນັບສນຸນ ຕໍ່ພວກຊາວບ້ານ ທີ່ໄດ້ພາກັນ ຈັບອາວຸດ ລຸກຂຶ້ນຕໍ່ຕ້ານ ພວກຫົວຮຸນແຮງ ທາລີບານ. ເຈົ້າໜ້າທີ່ ທ້ອງຖິ່ນ ໃນເຂດເມືອງ UPPER DIR ກ່າວວ່າ ຊາວບ້ານ ບໍ່ຕ່ຳກວ່າ 1200 ຄົນ ໄດ້ຮ່ວມສົມທົບ ກັບກຳລັງ ທະຫານ​ບ້ານ ສັງຫານ ພວກຫົວຮຸນແຮງ ແລະຈູດເຜົາ ບ້ານເຮືອນ ຂອງພວກເຂົາເຈົ້າ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG