ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນກະທົບຂອງນ້ຳເປື້ອນຈາກໂຮງງານມັນຕົ້ນຕໍ່ປະຊາຊົນ


ປະຊາຊົນລາວຢູ່ເຂດບ້ານນາທາມໃນເຂດເມືອງປາກງື່ມ ນະຄອນຫລວງວຽງຈັນໄດ້ຮັບຜົນກະທົບຢ່າງໜັກຫນ່ວງ ຈາກບັນຫາການ ຮົ່ວໄຫລຂອງນ້ຳເປື້ອນຈາກໂຮງງານຜະະ ຫລິດແປ້ງມັນຕົ້ນເພາະນອກຈາກນ້ຳເປື້ອນຈະເຮັດໃຫ້
ປາຕາຍໄປຢ່າງຫຼວງຫຼາຍແລ້ວຊາວບ້ານຍັງຖືກຫ້າມ
ຈັບປາເພື່ອນຳໄປຂາຍອີກດ້ວຍ.

ຮງງານຜະຫລິດແປ້ງມັນຕົ້ນ ລາວ-ອິນໂດຊາຍ ນາ ຈຳກັດຂໍອະທິບາຍຊີ້ແຈງກ່ຽວກັບຄວາມເປັນ ມາຂອງປາຕາຍຢູ່ໃນເຂດ ບ້ານນາ ທາມ, ​ແຖວຫ້ວຍກອຍ, ໜອງຫານຄື​ວ່າ ໃນເບື້ອງຕົ້ນນັ້ນກ່ຽວກັບປາຕາຍນີ້ນ໋ະ, ພໍດີບັງເອີນໃນ ໄລຍະສອງອາທິດກ່ອນ ຖື​ວ່າ​ຝົນຕົກ​ແຮງ ເມື່ອຝົນຕົກ ແຮງປຶບກໍ​ເຊາະນ້ຳ​ໂຕນີ້ລົງໄປກໍເລີຍເກີດມີບັນຫາ ວ່າມີປານີ້ຕາຍ. ບັດນີ້ເມື່ອ ເປັນເຊັ່ນນັ້ນ ກໍຖືວ່າໄດ້ປະຊຸມດ່ວນ ຮີບແກ້ໄຂກໍ​ໄດ້ເປີດກອງປະຊຸມຢູ່ທີ່ ໂຮງງານ ກໍມີຫລາຍພະແໜກ ຫລາຍພາກສ່ວນເຂົ້າ ຮ່ວມ ເພື່ອໄດ້ຫາວິທີ ແກ້ໄຂ ດ່ວນກໍຄືວ່າທາງໂຮງງານຮັບຜິດຊອບ ໃຫ້ປະຊາຊົນ ເກັບ ເອົາປານີ້ ຄືນມາໝົດທາງໂຮງງານຈະຊື້ເອົາ​ໂລ​ນຶ່ງສິບພັນ ກີບ ຊື້ມາແລ້ວມາຖົມຖີ້ມ ເພາະວ່າບໍ່ໃຫ້ປະຊາຊົນນີ້ນຳເອົາໄປ ບໍລິໂພກ.


ນີ້ກໍແມ່ນການຖະແຫລງໂດຍ ທ່ານ ແສງມະລີ ແສງວັດທະນາ ປະທານບໍລິສັດລາວ-ອິນໂດຊາຍນາ ຊຶ່ງ ເປັນເຈົ້າຂອງໂຮງງານຜະຫລິດແປ້ງມັນຕົ້ນ ຢູ່ໃນເຂດເມືອງປາກງື່ມ ນະຄອນຫລວງວຽງຈັນ ຊຶ່ງໄດ້ໃຫ້ ການຍອມ ຮັບວ່ານ້ຳເປື້ອນຂອງໂຮງງານທີ່ໄຫລລົງສູ່ໜອງຫານຢູ່ເຂດບ້ານນາທາມເມືອງປາກງື່ມນັ້ນຄືສາາ ເຫດທີ່ເຮັດໃຫ້ປາແລະສັດນ້ຳຢູ່ໃນເຂດໜອງຫານທີ່ມີເນື້ອທີ່ກວ້າງປະມານ210 ເຮັກຕ້າ ນັ້ນຕ້ອງຕາຍໄປ ຈຳນວນຫລວງຫລາຍ ໃນໄລຍະສອງສັບປະດາມານີ້ ແລະ ໃນຂັ້ນເບື້ອງຕົ້ນທາງໂຮງງານກໍໄດ້ແກ້ໄຂບັນ ຫາດ້ວຍການດູດເອົາ ນ້ຳເປື້ອນອອກລວມໄປເຖິງການເກັບຊື້ປາຕາຍຈາກປະຊາຊົນທີ່ເກັບຂຶ້ນມາຈາກໜອງງ ຫານດັ່ງກ່າວໂດຍໄດ້ດຳເນີນການຄຽງຄູ່ກັນໄປກັບການດູດນ້ຳເປື້ອນອອກຈາກເຂດໜອງຫານນັ້ນເອງ.

ແຕ່ຢ່າງໃດກໍຕາມ ທ່ານ ແສງມະລີ ກໍໄດ້ຢືນຢັນວ່າການຮົ່ວໄຫລຂອງນ້ຳເປື້ອນຈາກໂຮງງານດັ່ງກ່າວໄດ້ດ ເກີດຂຶ້ນຍ້ອນວ່າມີຝົນຕົກລົງມາຢ່າງໜັກຫນ່ວງຊຶ່ງກໍເຮັດໃຫ້ເກີດນ້ຳຖ້ວມອ່າງບຳບັດນ້ຳເປື້ອນຂອງໂຮງ

ງານແລະກໍໄດ້ໄຫລລົງສູ່ແຫລ່ງນ້ຳທຳາມະຊາດດັ່ງກ່າວ. ຫາກແຕ່ກໍເປັນໜ້າສັງເກດວ່າຕາມແຜນການ ຂອງກຸ່ມລົງທຶນໃນໂຮງງານຜະຫລິດແປ້ງມັນຕົ້ນແລ້ວຈະຕ້ອງມີການກໍ່ສ້າງອ່າງບຳບັດນ້ຳເປື້ອນທັງໝົດດ ຈຳນວນນ 11 ອ່າງ ບົນເນື້ອທີ່ 20 ເຮັກຕ້າໂດຍແຕ່ລະອ່າງນັ້ນກໍຈະຕ້ອງມີຂະໜາດກວ້າງ 50 ​ແມັດ ຍາວ 250ແມັດແລະເລິກ 8 ​ແມັດຊຶ່ງມາຮອດປະຈຸບັນ ກັບປະກົດວ່າການກໍ່ສ້າງອ່າງບຳບັດນ້ຳເປື້ອນໄດ້

ສຳເລັດແລະກໍນຳໃຊ້ແລ້ວພຽງແຕ່ສີ່ອ່າງເທົ່ານັ້ນ.ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຂອງຫ້ອງການຊັບ ພະຍາກອນນ້ຳແລະສິ່ງແວດລ້ອມປະຈຳນະຄອນຫລວງວຽງຈັນມີຄວາມຫວັ່ນເກງວ່າຈະມີການຮົ່ວວ ໄຫຼຂອງນ້ຳເປື້ອນຈາກໂຮງງານດັ່ງກ່າວເກີດຂຶ້ນອີກກໍເປັນໄປໄດ້ຖ້າຫາກວ່າມີຝົນຕົກລົງມາອີກຢ່າງ

ໜັກຫນ່ວງໃນໄລຍະຕໍ່ໄປ. ທັງນີ້ກໍເນື່ອງຈາກວ່າການກໍ່ສ້າງອ່າງບຳບັດນ້ຳເປື້ອນຂອງໂຮງງານນ ຜະຫລິດແປ້ງມັນຕົ້ນຈະແລ້ວເສັດທັງໝົດນັ້ນກໍຈະຕ້ອງລໍຖ້າອີກເຖິງ4ປີນັ້ນເອງ.


ຍິ່ງໄປກວ່ານັ້ນ ສຳລັບບັນຫາທີ່ກະທົບຕໍ່ປະຊາຊົນລາວ ຢູ່ໃນເຂດບ້ານນາທາມ ໃນເວລານີ້ ກໍຄື ພວກເຂົາເຈົ້າ ຕ້ອງຂາດລາຍໄດ້ ທີ່ຈະນຳມາຈຸນເຈືອຄອບຄົວໃນແຕ່ລະວັນ, ທັງນີ້ກໍເນື່ອງຈາກວ່າ ໂດຍປົກກະຕິແລ້ວປະຊາ ຊົນທີ່ຢູ່ໃນເຂດບ້ານນາທາມ ຈະມີລາຍຮັບຈາກການຈັບປາຢູ່ໃນໜອງ ຫານໄປຂາຍໃຫ້ກັບບັນດາພໍ່ຄ້າແມ່ຄ້າ ຢູ່ຕະຫລາດໃນນະຄອນຫລວງວຽງຈັນຊຶ່ງສາມາດສ້າງລາຍຮັບ ໄດ້ສະເລ່ຍເຖິງ 1ແສນ ກີບຕໍ່ຄອບຄົວໃນແຕ່ລະວັນ.


ຫາກແຕ່ວ່າແຕ່ນ້ຳເປື້ອນໄດ້ຮົ່ວໄຫລລົງສູ່ໜອງຫານໃນໄລຍະກວ່າສອງສັບປະດາມານີ້ປະຊາຊົນຢູ່ໃນເຂດດ ໝູ່ບ້ານນາທາມກໍຕ້ອງຂາດລາຍໄດ້ດັ່ງກ່າວໄປຢ່າງສິ້ນເຊີງເນື່ອງຈາກວ່າທາງການລາວໄດ້ສັ່ງຫ້າມຈັບປາາ ໄປຂາຍຢ່າງເດັດຂາດເພາະສານປົນເປື້ອນຈະສົ່ງຜົນອັນຕະລາຍຕໍ່ຊີວິດແລະຮ່າງກາຍຂອງປະຊາຊົນທີ່ບໍລິໂ ໂພກປານັ້ນເອງ. ໂດຍອີງຕາມຂໍ້ມູນຕາມທ່ານຈັນສີ ສົມຫວັງ ຮອງນາຍບ້ານບ້ານນາທາມກໍໄດ້ໃຫ້ ການຢືນຢັນວ່າຢູ່ໃນເຂດບ້ານດັ່ງກ່າວມີຈຳນວນ 340 ຄອບຄົວ ແລະ ຫລາຍກວ່າ 70% ໃນຈຳນວນ ຄອບຄົວທັງໝົດດັ່ງກ່າວມີລາຍໄດ້ມາຈາກການຈັບປາ ໃນເຂດໜອງຫານເພື່ອນຳໄປຂາຍໃຫ້ແກ່ພໍ່ຄ້າ ແມ່ຄ້າຢູ່ໃນນະຄອນຫລວງວຽງຈັນ ໃນຂະນະທີ່ການຄອງຊີບໃນຊີວິດປະຈຳວັນນັ້ນແຕ່ລະຄອບຄົວກໍມີ ຄວາມຈຳເປັນທີ່ຈະຕ້ອງໃຊ້ຈ່າຍບໍ່ໜ້ອຍກວ່າ 50 ພັນກີບຕໍ່ວັນອີກດ້ວຍ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນວັນທີ 10 ມິຖຸນາ 2009

XS
SM
MD
LG