ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະເປັນເຈົ້າພາບຈັດກອງປະຊຸມຂອງບັນດາປະເທດຕໍ່ຕ້ານ ລະເບີດສັງຫານ


ບັນດາປະເທດພາຄີໃນສົນທິສັນຍາ OSLO ວ່າດ້ວຍການຕໍ່ຕ້ານລະເບີດ ສັງຫານໄດ້ຕົກລົງ ມອບໝາຍໃຫ້ທາງ ການລາວເປັນເຈົ້າພາບຈັດກອງປະຊຸມ ຄັ້ງທໍາອິດໃນປີໜ້າໃນຂະນະທີ່ທາງການ ລາວນັ້ນກໍຄາດ ຫວັງໄວ້ວ່າຈະເຮັດໃຫ້ ນາໆຊາດຊ່ອຍເຫລືອດ້ານງົບປະມານ ເພື່ອການເກັບກູ້ລະເບີດຢູ່ໃນລາວ ຫລາຍຂຶ້ນ.

ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີວ່າການຕ່າງປະເທດຂອງລາວໄດ້ຖະແຫລງ ສະຫລຸບ ຜົນການເຂົ້າຮ່ວມໃນກອງ ປະຊຸມລະດັບລັດຖະມົນຕີ ວ່າດ້ວຍຄວາມຮ່ວມມື ທາງດ້ານ ເສດຖະກິດ ລະຫວ່າງກຸ່ມອາຊຽນ ກັບ ສະຫະພາບຢູ​ໂຣບ ຢູ່ກຸງຮ່າໂນຍ ປະເທດຫວຽດ ນາມເມື່ອທ້າຍ ເດືອນພຶດສະພາທີ່ຜ່ານມານີ້ວ່າ ຫົວຂໍ້ສຳຄັນປະການໜຶ່ງທີ່ກອງປະຊຸມ ໄດ້ມອບໝາຍໃຫ້ທາງການລາວ ຮັບຜິດຊອບກໍຄືການນຳສະເໜີແຜນການຍຸດທະ ສາດວ່າດ້ວຍເປົ້າໝາຍແຫ່ງສະຫັດສະຫວັດ ກໍຄືແຜນການວ່າດ້ວຍການລົບລ້າງບັນ ຫາຄວາມທຸກຈົນ ແລະ ສະພາບດ້ອຍພັດທະນາໃຫ້ໄດ້ພາຍໃນປີ 2020 ຊຶ່ງທາງ ການລາວ ແລະ ທ່ານ ບັນ ຄີມູນ ເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດ ໄດ້ຮ່ວມກັນຮັບຮອງເອົາຢ່າງເປັນ ທາງການແລ້ວ ເມື່ອບໍ່ນານມານີ້. ນອກຈາກນັ້ນ ກໍມີອີກຫົວຂໍ້ ທີ່ສຳຄັນອີກປະການໜຶ່ງທີ່ບັນດາ ປະເທດສະມາຊິກໃນ ກອງປະຊຸມ ແລະ ກໍເປັນພາຄີໃນສົນທີສັນຍາອັອສໂລ້ວ່າດ້ວຍການຕໍ່ຕ້ານ ລະເບີດສັງຫານດ້ວຍນັ້ນ ໄດ້ມອບໝາຍໃຫ້ກັບທາງການລາວ ໃນໂອກາດດຽວກັນນີ້ ຊຶ່ງກໍຄືການ ມອບໝາຍ ໃຫ້ລາວເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງບັນດາປະເທດທີ່ເປັນພາຄີໃນສົນທີ ສັນຍາອັອສໂລ້ ຢູ່ໃນປະເທດລາວຢ່າງເປັນທາງການພາຍໃນປີໜ້າຊຶ່ງທາງການລາວ ກໍໄດ້ ສະແດງການຍອມຮັບຕາມການ ມອບໝາຍດັ່ງກ່າວ ດ້ວຍຄວາມຍິນດີອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫລງ ຢືນຢັນໃນຕອນໜຶ່ງວ່າ:

ເວລາທີ່ປຶກສາຫາລືກັນ​ແຕ່ລະບັນຫາ ແລະ ວັດທະນາທຳ ແລະ ຄວາມສີວີໄລນັ້ນ ໃນຖານະທີ່ລາວກຽ​ມເປັນເຈົ້າພາບກອງປະຊຸມ ກ່ຽວກັບບັນດາປະເທດ ທີ່ຮ່ວມລົງ ນາມສົນທິ ສັນຍາອັອສໂລ້ ກ່ຽວກັບລະເບີດບ່ອມບີ້ນັ້ນ ​ໃນປີໜ້ານີ້ ລາວຈະເປັນເຈົ້າ ພາບ ຂ້າພະ​ເຈົ້າກໍ​ໄດ້ລາຍງານສະພາບ ການລະເບີດບໍ່ທັນແຕກຢູ່ໃນ ປະເທດລາວ ຄວາມສຳຄັນ ໃນການຊ່ວຍເຫລືອລາວ​ໃຫ້ແກ້ ໄຂບັນຫານີ້. ແລະ ຫລາຍປະເທດ ກໍຍິນດີສະໜັບສະໜູນ ໃຫ້ລາວ ຈັດຕັ້ງກອງປະຊຸມບັນດາປະເທດພາຄີຂອງ ສົນທິ ສັນຍາ ອັອດສໂລ້ ຄັ້ງທຳອິດ.


ທັງນີ້ ໂດຍທາງການລາວກໍຄາດ ຫວັງວ່າການເປັນ ເຈົ້າພາບຈັດ ກອງປະຊຸມ ຄັ້ງທຳອິດຂອງບັນດາ ປະເທດ ພາຄີໃນສົນທິສັນຍາ ອັອສໂລ້ນັ້ນ ຈະມີສ່ວນຢ່າງສຳຄັນ ທີ່ຈະເຮັດ ໃຫ້ລາວມີໂອກາດໄດ້ ຮັບຄວາມຊ່ວຍ ເຫລືອດ້ານງົບ ປະມານຈາກນາໆ ຊາດຫລາຍ ຂຶ້ນ ເພື່ອນຳໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກ ຫລື ລະເບີດ UXO ທີ່ຕົກຄ້າງຢູ່ ໃນລາວ ເພີ້ມຫລາຍຂຶ້ນ ເນື່ອງຈາກວ່າການເປັນເຈົ້າພາບຈັດກອງ ປະຊຸມ ດັ່ງກ່າວຢູ່ ໃນລາວນັ້ນ ກໍຄືໂອກາດທີ່ຈະເຮັດໃຫ້ນາໆຊາດ ມີຄວາມເຂົ້າໃຈຕໍ່ສະ ພາບບັນຫາ ລະເບີດ UXO ທີ່ຕົກຄ້າງຢູ່ໃນລາວຫລາຍຂຶ້ນດ້ວຍນັ້ນເອງ.

ທາງການລາວໄດ້ຈັດຕັ້ງອົງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດຂຶ້ນມາ ນັບຈາກປີ 1996 ດ້ວຍຄວາມ ຊ່ວຍເຫລືອດ້ານງົບປະມານຈາກຕ່າງປະເທດໃນມູນຄ່າສະເລ່ຍ 12ລ້ານ ໂດລ້າ ສະຫະລັດ ຕໍ່ປີ ຊຶ່ງລວມເຖິງ ຄວາມຊ່ວຍເຫລືອຈາກລັດຖະບານ ສະຫະລັດອາເມຣິກາອີກດ້ວຍ.

ຫາກແຕ່ເນື່ອງຈາກວ່າໃນໄລຍະ ສົງຄາມອິນດູຈີນໃນຊ່ວງ ປີ 1964 ຫາປີ 1973​ ນັ້ນ ເຄື່ອງບິນ ບີ 52 ຂອງລັດ ຖະບານສະຫະລັດ ອາເມ ຣິກາ ຈຳນວນຫລາຍກວ່າ 5​ແສນ ຖ້ຽວບິນໄດ້ຖີ້ມລະເບີດລົງ ໃນດິນລາວ ເກືອບ 3 ລ້ານ​ໂຕນ ໂດຍຄຶດເປັນຈຳນວນລູກລະເບີດ ຫລາຍກວ່າ 270 ລ້ານໜ່ວຍ ແລະ ໃນຈຳນວນນີ້ ຄຶດເປັນສັດສ່ວນ ເຖິງ 30% ກໍຄື ເປັນລະເບີດທີ່ບໍ່ທັນແຕກ ແລະ ຕົກຄ້າງ ຢູ່ໃນດິນລາວຈົນ​ເຖິງທຸກມື້ນີ້ ໂດຍຄອບຄຸມພື້ນທີ່ກ້ວາງ ກວ່າ 87ພັນ ກິໂລເມັດ ມົນທົນ. ໃນຂະນະທີ່ການຊ່ວຍ ເຫລືອຈາກຕ່າງປະເທດໃນຕະຫລອດ ໄລຍະກວ່າ 13ປີ ທີ່ຜ່ານມາກັບປະກົດວ່າ ເຮັດໃຫ້ລາວ ສາມາດກັບກູ້ ລະເບີດ UXO ໄດ້ພຽງບໍ່ເຖິງ 1% ເທົ່ານັ້ນ ຂອງລະເບີດທີ່ຕົກຄ້າງ ຢູ່ທັງໝົດ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ ທາງ ການລາວ ມີຄວາມຕ້ອງການ ທີ່ຈະໄດ້ຮັບຄວາມຊ່ວຍເຫລືອດ້ານງົບປະມານ ຈາກຕ່າງປະເທດຫລາຍຂຶ້ນ, ຫາກບໍ່ສະ ນັ້ນແລ້ວ ດ້ວຍລະດັບຄວາມຊ່ວຍເຫລືອທີ່ເປັນຢູ່ ໃນໄລຍະທີ່ຜ່ານມາຈົນເຖິງປະຈຸບັນນີ້ ກໍຈະເຮັດໃຫ້ລາວ ຕ້ອງໃຊ້ເວລາອີກຫລາຍກວ່າ ໜຶ່ງສັດຕະວັດ ຈຶ່ງຈະສາມາດທຳການເກັບກູ້ລະເບີດ UXO ໃຫ້ໝົດໄປຈາກດິນລາວ ນັ້ນເອງ.

ຊົງຣິດ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ​ໃນ​ວັນ​ທີ 09 ມິຖຸນາ 2009

XS
SM
MD
LG