ເກົາຫລີເໜືອຕັດສິນລົງໂທດນັກຂ່າວອະເມຣິກັນ: ອົງການຂ່າວສານຂອງທາງການເກົາຫລີເໜືອກ່າວວ່າ ສານແຫ່ງນຶ່ງໄດ້ຕັດສິນລົງໂທດນັກຂ່າວແມ່ຍິງອະເມຣິກັນ 2 ຄົນ ໃຫ້ຈຳຄຸກອອກແຮງງານສັບພະທຸກເປັນເວລາ12 ປີ. ສຳນັກງານຂ່າວກາງຂອງເກົາຫລີເໜືອ ລາຍງານຂ່າວໃນວັນຈັນມື້ນີ້ວ່າ ສານຕັດສິນວ່າແມ່ຍິງສອງຄົນນີ້ມີຄວາມຜິດ ໃນຂໍ້ກ່າວຫາຖານກໍ່ອາຊຍາກັມທ່ີຮ້າຍແຮງ ແຕ່ບໍ່ບອກໃຫ້ຮູ້ຢ່າງເຈາະຈົງ ແລະຂ້າມຊາຍແດນເຂົ້າໄປໃນເກົາຫລີເໜືອຢ່າງຜິດ ກົດໝາຍ. ສື່ມວນຊົນຂອງທາງການເກົາຫລີເໜືອ ປະກາດໃຫ້ຮູ້ໃນວັນພະຫັດແລ້ວນີ້ ຂ່າວການເຣີມຕົ້ນດຳເນີນຄະດີນາງ Euna Lee ແລະນາງ Laura Ling ນັກຂ່າວຂອງໂທລະພາບ Current TV ໃນສະຫະຣັດ. ເຈົ້າໜ້າທ່ີເກົາຫລີເໜືອ ໄດ້ຈັບນາງ Lee ແລະນາງ Ling ໃນເດືອນມິນາຜ່ານມາ ໃນຂະນະທ່ີພວກເຂົາເຈົ້າກຳລັງໄປຄົ້ນຄວ້າເອົາຂ່າວ ເຣື່ອງນຶ່ງ ຢູ່ໃກ້ໆກັບຊາຍແດນຈີນແລະເກົາຫລີເໜືອ.
ກ່ຽວກັບເກົາຫລີເໜືອ:ໃນຂະນະດຽວກັນ ຣັຖບານປະທານາທິບໍດີໂອບາມາກ່າວໃນວັນອາທິດ ວານນີ້ວ່າ ເກົາຫລີເໜືອສາມາດກັບຄືນໄປຢູ່ໃນບັນຊີລາຍຊື່ພວກປະເທດ ທ່ີໃຫ້ການອຸບປະຖັມແກ່ພວກກໍ່ການຮ້າຍໄດ້ ຫລັງຈາກທີ່ເກົາຫລີ ເໜືອໄດ້ທຳການທົດລອງອາວຸດນີວເຄລັຍແລະລູກສອນໄຟຫວ່າງໄວໆ ຜ່ານມານີ້.
ທ່ານນາງຮີນລາຣີ ຄລິນຕັນ ຣັຖມຸນຕີການຕ່າງປະເທດສະຫະຣັດກ່າວວ່າ ການທົດລອງອາວຸດທີ່ວ່ານັ້ນເປັນການເກາະຜິດຢ່າງທ່ີສຸດ ແລະບັງຄັບໃຫ້ຣັຖບານກຸງວໍຊິງຕັນ ຕ້ອງພິຈາຣະນາການຕັດສິນໃຈຂອງຕົນໃນເດືອນຕຸລາປີແລ້ວນີ້ຄືນໃໝ່ ທ່ີໄດ້ຖອນຊື່ເກົາຫລີເໜືອອອກຈາກບັນຊີພວກປະເທດ ທ່ີໃຫ້ການສນັບສນຸນແກ່ການກໍ່ການຮ້າຍນັ້ນ. ສະຫະຣັດໄດ້ປົດຊື່ເກົາຫລີເໜືອອອກຈາກບັນຊີດັ່ງກ່າວ ຫລັງຈາກທາງເກົາຫລີເໜືອໄດ້ຕົກລົງ ຮັບເອົາມາດຕະການພິສູດການທັບມ້າງໂຄງ ການນິວເຄລັຍ ທ່ີໂຮງງານນີວເຄລັຍແຫ່ງຕ່າງໆຂອງຕົນນັ້ນ. ຣັຖມຸນ ຕີການຕ່າງປະເທດ ຮີນລາຣີ ຄລິນຕັນ ກ່າວວ່າ ສະຫະຣັດກຳລັງດຳເນີນການ ຢູ່ໃນອົງການສະຫະປະຊາຊາດກ່ຽວກັບຮ່າງຍັດຕິສະບັບນຶ່ງ ທ່ີຈະສ້າງກົນໄກອັນນຶ່ງ ເພື່ອສະກັດກັ້ນບໍ່ໃຫ້ເກົາຫລີເໜືອສົ່ງພວກອາ ວຸດເຫລົ່ານີ້ ອອກນອກປະເທດ. ຫົວໜ້ານັກການທູດຂອງສະຫະຣັດ ກ່າວວ່າ ການບໍ່ເຮັດຫຍັງເລີຍກ່ຽວກັບເຣື່ອງນີ້ ອາດສາມາດກະຕຸ້ນໃຫ້ມີການແຂ່ງຂັນອາວຸດກັນຂຶ້ນໃນພາກເອເຊັຍຕາເວັນອອກສຽງເໝືອນັ້ນ ແລະທ່ານນາງກ່າວຕື່ມວ່າ ການລົງໂທດເພ່ີມຂຶ້ນຕໍ່ຣັຖບານກຸງພຽງຢ້າງ ແມ່ນໄດ້ຮັບການສນັບສນຸນໂດຍເຕັມ ຈາກທັງຣັດເຊັຍແລະຈີນ.
ການເລືອກຕັ້ງທີ່ເລບານອນ: ພັກປະສົມນິຍົມຕາເວັນຕົກຂອງເລບານອນ ໄດ້ອ້າງເອົາໄຊຊະນະໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຂອງເລບານອນໃນວັນອາທິດວານນີ້. ໃນການປາໄສຕໍ່ບັນດາຜູ້ສນັບສນຸນ ທ່ານ Saad Al-Hariri ຜູ້ນຳສຽງຂ້າງຫລາຍໃນສະພາແຫ່ງຊາດຂອງເລບານອນ ປະກາດໄຊຊະນະເໜືອກຸ່ມພັນທະມິດ Hezbollah ທ່ີໄດ້ຮັບການໜຸນຫລັງຈາກຊີເຣັຍແລະອິຣ່ານນັ້ນ. ທ່ານ Hariri ເອີ້ນໄຊຊະນະຂອງພັກ ປະສົມຂອງທ່ານວ່າ ເປັນມື້ທ່ີຍິ່ງໃຫຍ່ສຳລັບລະບອບປະຊາທິປະໄຕ ໃນເລບານອນ. ພວກຜູ້ແທນຂອງພັກພັນທະມິດໃຫຍ່ຄຣີສຕຽນຂອງກຸ່ມ Hezbollah ໄດ້ຍອມຮັບເອົາການປາໄຊຂອງພວກຕົນ. ຍັງບໍ່ເປັນທ່ີຈະແຈ້ງເທື່ອວ່າ ພັກປະສົມແຕ່ລະຝ່າຍໄດ້ຮັບບ່ອນນັ່ງຈັກບ່ອນ ເພາະຍັງບໍ່ທັນມີການປະກາດຜົນຂອງການເລືອກຕັ້ງຢ່າງເປັນທາງການໃຫ້ຮູ້ເທື່ອ.
ທີ່ປາກີສຖານ: ບັນດາເຈົ້າໜ້າທ່ີໃນພາກຕາເວັນຕົກສຽງເໜືອຂອງປາກີສຖານກ່າວວ່າ ພວກຊາວບ້ານຈຳນວນຫລາຍກວ່າ 1000 ຄົນໄດ້ພາກັນທຳການໂຈມ ຕີພວກນັກຕໍ່ສູ້ກຸ່ມຕາລີບັນຫົວຮຸນແຮງໃນເຂດ Upper Dir ໃນມື້ທີສາມຂອງການກໍ່ຄວາມຮຸນແຮງທ່ີມີວັດຖຸປະສົງເພື່ອທຳການແກ້ແຄ້ນການວາງລະເບີດສະລະຊີບໂຈມຕີໃນໂບດອີສລາມແຫ່ງນຶ່ງໃນທ້ອງຖ່ິນ ໃນວັນສຸກຜ່ານມາ ທ່ີພາໃຫ້ມີຄົນເສັຍຊີວິດໄປຫລາຍສິບຄົນ. ບັນດາເຈົ້າໜ້າທ່ີປະຈຳທ້ອງຖ່ິນກ່າວໃນວັນຈັນມື້ນີ້ວ່າ ມີພວກຊາວບ້ານ ຢ່າງນ້ອຍ 1200 ຄົນຈາກເຂດນັ້ນ ໄດ້ຮ່ວມກັບກຸ່ມທະຫານບ້ານ ທຳການໂຈມຕີພວກຫົວຮຸນແຮງ ໂດຍໄດ້ສັງຫານຢ່າງນ້ອຍ 9 ຄົນ ແລະໄດ້ຈູດໄຟເຜົາບ້ານເຮືອນຂອງພວກນັກຕໍ່ສູ້ຫົວຮຸນແຮງກຸ່ມຕາລີບັນ 20 ຫລັງ. ນອກນັ້ນ ພວກທະຫານບ້ານຍັງໄດ້ຂັບໄລ່ກຸ່ມຕາລີບັນອອກໄປຈາກຢ່າງນ້ອຍ 3 ໝູ່ບ້ານ ແລະທຳການປິດລ້ອມອີກ 2 ໝູ່ບ້ານທ່ີຮູ້ຈັກກັນວ່າ ເປັນທ່ີໝັ້ນຂອງກຸ່ມຕາລີບັນ. ຂົງເຂດດັ່ງກ່າວແມ່ນຕັ້ງຢູ່ໃກ້ໆກັບເຂດຮ່ອມພູ Swat ບ່ອນທ່ີທະຫານຂອງປາກີສຖານ ທຳການສູ້ຣົບກັບພວກນັກຕໍ່ສູ້ຫົວຮຸນແຮງກຸ່ມຕາລີບັນມາໄດ້ດົນກວ່າ 1 ເດືອນແລ້ວ.
ທີ່ຈີນ: ເຈົ້າໜ້າທີ່ຈີນໄດ້ເກັບໂຕເຈົ້າຄອງກຳແພງນະຄອນ News Orleans ຣັດ Louisiana ທາງພາກໃຕ້ຂອງສະຫະຣັດ ໄວ້ໃນຫ້ອງກວດພະ ຍາດ ຫລັງຈາກຜູ້ໂດຍສານຄົນນຶ່ງໃນຖ້ຽວບິນດຽວກັນກັບທ່ານ ມີອາ ການຕິດເຊື້ອໄຂ້ຫວັດໃຫຍ່ ສາຍພັນ A-H1N1. ທ່ານ Ray Nagin ເຈົ້າຄອນກຳແພງ News Orleans ພ້ອມດ້ວຍພັນລະຍາຂອງທ່ານແລະພນັກງານຄົນນຶ່ງໃນຫ້ອງການຂອງທ່ານ ກຳລັງຖືກກັກໂຕໄວ້ໃນ ນະຄອນຊຽງໄຮ້ໃນເວລານີ້. ທາງຫ້ອງການຂອງທ່ານ Nagin ປະກາດໃຫ້ຮູ້ໃນວັນອາທິດວານນີ້ວ່າ ພວກທ່ານທັງສາມຄົນຖືກກັກໃຫ້ຢູ່ໃນຫ້ອງກວດກາພະຍາດ ເພື່ອເປັນການປ້ອງກັນຫລັງຈາກຄົນໂດຍ ສານຄົນນຶ່ງໃນຖ້ຽວບິນດຽວກັນ ລົ້ມປ່ວຍລົງດ້ວຍອາການທ່ີສົງໄສວ່າເປັນອາການຕິດເຊື້ອໄຂ້ຫວັດໃຫຍ່ ສາຍພັນ A-H1N1 ນັ້ນ. ໂຄສົກປະຈຳຫ້ອງການທ່ານ Nagin ກ່າວວ່າ ບໍ່ຜູ້ໃດໃນຄນະຂອງທ່ານ Nagin ສະແດງອາການຕິດເຊື້ອໄຂ້ ຫວັດໃຫຍ່ດັ່ງກ່າວ. ທ່ານ Nagin ເດີນທາງໄປຈີນເພື່ອທຳການໂອ້ລົມສົນທະນາເຣື່ອງໂອກາດໃນການພັດທະນາເສດຖະກິດ ແລະທ່ານມີໝາຍກຳນົດທ່ີຈະໄປຢ້ຽມຢາມ Australia ເຊັ່ນກັນ.