ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະໂຍບາຍການປະຢັດເຊື້ອໄຟຂອງສະຫະລັດ


<!-- IMAGE -->

ໃນເດືອນພືດສະພາຜ່ານມານີ້ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດນະໂຍບາຍແຫ່ງ ຊາດຊຸດໃໝ່ທີ່ແນເປົ້າໝາຍໃສ່ທັງການປະຢັດ ນ້ຳມັນຫລາຍຂື້ນ ແລະຫລຸດຜ່ອນການປ່ອຍອາຍ ແກສເຮືອນແກ້ວລົງ ສຳຫລັບລົດໂອໂຕແລະລົດ ບັນທຸກທີ່ຜລິດອອກມາໃໝ່ທັງໝົດໃນສະຫະຣັຖ ອາເມຣິກາ. ມີການຄາດຄະເນກັນວ່າ ມາດຕະ ຖານໃໝ່ທີ່ວ່ານີ້ ຊຶ່ງກວມເອົາລົດລຸ້ນປີ 2010 ຫາ ລຸ້ນປີ 2016 ທີ່ຕ້ອງເປັນລົດທີ່ສາມາດປະຢັດນ້ຳ ມັນໄດ້ໂດຍສະເລັ່ຍປະມານ 35 ໄມເຄິ່ງຕໍ່ນຶ່ງແກລ ລອນ ຄືແລ່ນໄດ້ໄກ 35 ໄມເຄິ່ງຕໍ່ນ້ຳມັນນຶ່ງແກລລອນ ຫລືເກືອບ 16 ກິໂລແມັດຕໍ່ນຶ່ງ ລິດໃນປີ2016 ນັ້ນແມ່ນຈະສາມາດປະຢັດນ້ຳມັນລົດໄດ້ຮອດນຶ່ງພັນແປດຮ້ອຍລ້ານ ຖັງໃນຊົ່ວອາຍຸຂອງໂຄງການດັ່ງກ່າວ ໂດຍຈະສາມາດປະຢັດນ້ຳມັນໄດ້ເຖິງຫ້າເ ປີເຊັນຕໍ່ປີ ແລະພ້ອມດຽວກັນກໍຫລຸດຜ່ອນອາຍແກສເຮືອນແກ້ວລົງໄດ້ປະມານ 900 ລ້ານໂຕນ

ມາດຕະຖານ​ໃໝ່​ຂອງ​ການ​ສ້າງ​ລົດ​ລຸ້ນດັ່ງກ່າວ​ເຫລົ່າ​ນີ້ ​ແມ່ນ​ກວ້າງ​ໄກ​ກວ່າຂໍ້​ກຳໜົດ ຂອງກົດໝາຍວ່າ​ດ້ວຍ​ການ​ປະຢັດ​ນ້ຳມັນ ນໂດຍສະເລັ່ຍຂອງບໍລິສັດ ຫລື CAFE ທີ່​ໄດ້​ປະກາດ​ໃຊ້​ໂດຍ​ ສະພາ​ຄອງ​ແກຣສ ຫລືຣັຖສະພາສະຫະຣັຖ​ ​ໃນ​ປີ 2007 ຊື່​ງບັງຄັບ​ໃຫ້ຜລິດ​ລົດ​ທີ່​ປະຍັດ​ນ້ຳມັນ ​ແລ່ນ​ໄດ້ໄກ​ຮອດ 35 ​ໄມ​ຕໍ່​ນ້ຳມັນ​ນື່ງ​ແກ​ລລອນ ຫລື​ປະມານ 14 ຈຸດ 88 ກິ​ໂລ​ແມັດຕໍ່​ນື່ງລິດໃນ​ປີ 2020.ນະ​ໂຍບາຍໃໝ່ຂອງ ຣັຖບານ​ໂອ​ບາ​ມາ ​ແມ່ນ​ສະ​ທ້ອນໃ​ຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ກັນ ​ແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ລະ​ວ່າງ​ຫລາຍ​ຝ່າຍ ອັນ​ປະກອບ​ດ້ວຍກະຊວງ​ຂົນ​ສົ່ງ​ຂອງສະຫະຣັຖ ອົງການ​ພິທັກ​ສະພາບ​ແວດ​ລ້ອມ​ສະຫະຣັຖ ພວກ​ບໍລິ ສັດ​ຜລິດ​ລົດທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ສະຫະພັນ​ກຳມະບານ​ລົດ​ໂອ​ໂຕ ພວກ​ຜູ້ນຳ​ໃນ​ວົງ​ການ​ສະພາບແວດ​ລ້ອມ ຕະຫລອດ​ທັງຣັຖ​ແຄ​ລິ​ຟໍ​ເນຍ ​ແລະ ຣັຖບານ​ຂອງ​ລັດ​ອື່ນໆ​ໃນ​ສະຫະຣັຖອາ​ເມ​ຣິ​ກາ.

ທ່ານ​ນາງ Lisa Jackson ຜູ້ອຳນວຍການ​ອົງການ​ພິທັກ​ສະພາບ​ແວດ​ລ້ອມສະຫະຣັຖ ຫລື EPA ​ກ່າວ​ວ່າ ມາດ ຕະຖານ​ລົດຍົນ​ໃໝ່​ນີ້ ​“ແມ່ນ​ຈະ​ເຮັດ​ໃຫ້​ຊາວ​ອາ​ເມ​ລິ​ກັນ​ທຸກ​ຖ້ວນ​ໜ້າ​ມີ​ສຸຂະພາບ​ດີ​ຂື້ນ ແລະກຳຈັດອາກາດ​ເປັນ​ພິດ​ທີ່​ເຮົາ​ຫາຍ​ໃຈ​ເຂົ້າ​ໄປ​ນັ້ນລົງ​ໄດ້​ຫລາຍ​ໆ​ໂຕນ ​ພ້ອມ​ກັບ​ຜ່ອນສົ່ງການ​ລົງ​ທືນ​ໃສ່​ການ​ກຳຈັດ​ອາຍແກ໊​ສ​ເຮືອນ​ແກ້ວ​ຂອງ​ພວກ​ເຮົາຢ່າງ​ຖາວອນ​ນັ້ນ​ນຳ.”

ສ່ວນທ່ານ Ray LaHood ຣັຖມຸນຕຣີກະຊວງ​ຂົນ​ສົ່ງ​ກ່າວ​ວ່າ “​ໂຄງ ການ​ນີ້​ ຈະ​ເຮັດ​ໃຫ້​ພວກ​ເຮົາ​ອາ​ໃສ​ນ້ຳມັນ​ນຳ​ເຂົ້າຈາກ​ປະ​ເທດ​ອື່ນ​ນັ້ນໜ້ອຍ​ລົງ ​ແລະເປັນສິ່ງ​ທີ່​ດີ​ສຳ​ຫລັບ​ອາ​ເມ​ຣິກາ​ແລະ​ໂລກ.”

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ “​ແຕ່​ກ່ອນ​ນີ້ ການ​ຕົກລົງ​ກັນ​ກ່ຽວ​ກັບເລຶ່ອງທຳນອງ​ນີ້ ​ແມ່ນ​ຈະຖືກ​ພິຈາລະ​ນາ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້. ດ້ວຍ​ເຫດນີ້ ການ​ປະກາດ​ນະ​ໂຍບາຍ​ໃໝ່​ຂອງ​ຂ້າພະ​ເຈົ້າໃນຄັ້ງ​ນີ້​ຈື່ງຖື​ວ່າ​ສຳຄັນທີ່​ສຸດ ເພາະວ່າ ມັນ​ບໍ່ໄດ້​ໝາຍ​ເຖິງ​ສະ​ເພາະ​ແຕ່​ການ​ປ່ຽນ​ແປງ​ນະ​ໂຍບາຍ​ຢູ່ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ​ພຽງ​ເທົ່າ​ນັ້ນ ​ແຕ່​ຍັງ​ໝາຍ​ເຖິງ ການເລີ່​ມຕົ້ນກ້າວ​ໄປ​ສູ່ການ​ປ່ຽນ​ແປງ​ໃນ​ແນວ​ທາງການ​ດຳ​ເນີນ​ງານ ຂອງທຸລະ​ກິດ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ນຳ​ອີກ ຊື່​ງຜົນ​ທີ່​ຈະ​ໄດ້​ຮັບຈາກ​ການ​ຕົກລົງ​ດັ່ງກ່າວ​ນີ້ ກໍ​ແມ່ນ​ວ່າພວກ​ເຮົາຈະ​ສາມາດ​ປະຢັດ​ນ້ຳມັນ​ລົດ​ໄດ້ເຖິງນຶ່ງ​ພັນ​ແປດ​ຮ້ອຍ​ລ້ານ​ຖັງ​ ໃນ​ຊົ່ວ​ຊີວິດ​ຂອງ​ລົດຍົນ​ທີ່ໄດ້​ຂາຍ​ໃນລະຍະຫ້າ​ປີ​ຂ້າງ​ໜ້າ​ນີ້ ​ແລະ​ໃນ​ຊ່ວງເວລາ​ແຫ່ງ​ວິ​ກິດຄັ້ງ ປະວັດ​ສາດ​ຂອງ​ອຸດສາຫະກຳ​ລົດຍົນ​ຂອງ​ພວກ​ເຮົາ​ ທີ່​ເປັນ​ຢູ່​ໃນ​ເວລາ​ນີ້ ກົດ​ລະບຽບ​ທີ່​ອອກ​ໃໝ່​ແມ່ນ​ສະ​ນອງ​ຄວາມ​ແນ່ນອນ​ຢ່າງ​ແຈ້ງ​ຂາວ​ໃຫ້ ຊື່​ງຈະ​ອຳນວຍ​ໃຫ້​ພວກ​ບໍລິສັດ​ເຫລົ່າ​ນີ້​ ສາມາດວາງ​ແຜນການ​ໄວ້​ສຳລັບ​ອະນາຄົດ​ຂ້າງ​ໜ້າ ທີ່​ພວກ​ເຂົາ​ເຈົ້າຈະ​ໄດ້ສ້າງ​ລົດຍົນ​ແຫ່ງສັດຕະວັດ​ທີ່ 21 ນັ້ນ.

XS
SM
MD
LG