<!-- IMAGE -->
ຄວາມຍຸຕິທຳຂອງມຽນມາ ຫລືຖ້າຈະເວົ້າໃຫ້ຖືກຕ້ອງ ກ່ວານັ້ນ ກໍແມ່ນການຂາດຄວາມຍຸຕິທຳຫລາຍກວ່າ ແມ່ນ ກຳລັງສະແດງໃຫ້ເຫັນຢ່າງເຕັມສ່ວນຢູ່ນະຄອນຢ່າງກຸ້ງ ເມືອງເອກຂອງມຽນມາ ໃນການດຳເນີນຄະດີທ່ານນາງ ອອງຊານຊູຈີ ນັກເຄຶ່ອນໄຫວເພື່ອປະຊາທິປະໃຕໃນຂໍ້ຫາຝ່າຝືນເງຶ່ອນໄຂຂອງການກັກບໍລິເວນນັ້ນ.
ທ່ານນາງອອງຊານ ຊູຈີ ຊື່ງເປັນເລຂາທິການພັກສັນນິບາດເພື່ອປະຊາທິປະໃຕຂອງມຽນມາ ຫລື NLD ແລະເຄີຍໄດ້ຮັບລາງວັນໂນແບລຂະແຫນງສັນຕິພາບ ປະເຊີນກັບການຖືກກັກຂັງອີກເຖິງຫ້າປີ ຖ້າຖືກຕັດ ສິນວ່າມີ ຄວາມຜິດແທ້ໃນຂໍ້ຫາທີ່ວ່າທ່ານນາງປ່ອຍໃຫ້ແຂກທີ່ບໍ່ໄດ້ຮັບເຊີນຄົນນື່ງເຂົ້າໄປບ້ານພັກຂອງທ່ານນາງ ແລະພັກຢູ່ທີ່ນັ້ນນື່ງຄືນເພາະຜູ້ກ່ຽວມີຮ່າງກາຍອ່ອນເພຍ ແລະເຈັບປ່ວຍຈົນບໍ່ສາມາດທີ່ຈະປະຕິບັດຕາມຄຳສັ່ງໃຫ້ໜີອອກຈາກບ້ານຂອງທ່ານນາງໄປ.
ພັກສັນນິບາດເພື່ອປະຊາທິປະໃຕມຽນມາ ໄດ້ຮັບໄຊຊະນະການເລືອກຕັ້ງຄັ້ງລ່າສຸດ ໃນປີ 1990 ແຕ່ຣັຖບານທະຫານມຽນມາບໍ່ຍອມຮັບຮູ້ຜົນການເລືອກຕັ້ງຄັ້ງນັ້ນ.ລັດຖະ ບານມຽນມາວາງແຜນຈະຈັດການເລືອກຕັ້ງຄັ້ງໃໝ່ຂື້ນໃນປີໜ້ານີ້ ຊຶ່ງທ່ານນາງອອງຊານ ຊູຈີ ຈະບໍ່ສາມາດມີປາກມີສຽງໃນການເລືອກຕັ້ງຄັ້ງນີ້ໄດ້ຖ້າຫາກທ່ານນາງຍັງຖືກທາງການມຽນມາຄວບຄຸມໂຕໄວ້ຢູ່. ປະທານາທິບໍດີສະຫະຣັດ ທ່ານ ບາຣັກ ໂອບາມາ ໄດ້ສົມທົບກັບນານາຊາດທີ່ປະນາມເປັນສຽງດຽວກັນ ການຈັບກຸມທ່ານນາງອອງຊານ ຊູຈີ ໂດຍລັດຖະບານທະຫານມຽນມານັ້ນ ແລະຮຽກຮ້ອງໃຫ້ປ່ອຍຕົວທ່ານນາງໂດຍທັນທີ ຊຶ່ງປະທານາທິບໍດີໂອບາມາ ກ່າວວ່າ:
“ການກະທຳໃນທຳນອງນັ້ນ ຈະຖືວ່າເປັນບາດກ້າວໃນທາງບວກ ແລະສຳຄັນຫລາຍ ໃນສ່ວນຂອງມຽນມາ ເພື່ອເລີ່ມຕົ້ນກອບກູ້ເອົາຖານະຂອງຕົນກັບຄືນມາໃນສາຍຕາຂອງສະຫະຣັດ ແລະປະຊາຄົມໂລກ ແລະເດີນໜ້າຕໍ່ໄປເພື່ອອະນາຄົດທີ່ດີກວ່າເກົ່າຂອງປະຊາຊົນຂອງຕົນນັ້ນ.”
ພາຍໃຕ້ລັດຖະບານຊຸດໃໝ່ນີ້ ສະຫະຣັດກຳລັງທົບທວນຄືນເບິ່ງນະໂຍບາຍຂອງຕົນ ກ່ຽວກັບມຽນມາ ທີ່ໄດ້ຕົກຢູ່ພາຍໃຕ້ການລົງໂທດດ້ານ ການຄ້າແລະການລົງທືນ ຂອງສະຫະຣັດ ຍ້ອນລັດຖະບານທີ່ກົດຂີ່ປາບປາມຂອງມຽນມານັ້ນ ແລະຍ້ອນການຝ່າຝືນສິດທິມະນຸດຊ້ຳແລ້ວຊ້ຳອີກ.
ການກັກຂັງແລະການໂດດດ່ຽວທ່ານນາງອອງຊານ ຊູຈີ ມາເປັນເວລາດົນນານ ແລະມາບັດນີ້ ໄດ້ເກີດມີການຟ້ອງຮ້ອງທ່ານນາງ ໃນອັນທີ່ເທົ່າກັບເປັນການດຳເນີນຄະດີແບບຈອມປອມຫລອກລວງຂອງລັດຖະບານນັ້ນ ໄດ້ພາໃຫ້ມີຄວາມບໍ່ແນ່ໃຈຢ່າງໃຫຍ່ຫລວງກ່ຽວກັບຄວາມຕັ້ງໃຈຂອງລັດຖະບານທະຫານມຽນມາ ທີ່ຈະເປັນສະມາຊິກທີ່ມີຄວາມຮັບຜິດຊອບປະເທດນຶ່ງຂອງປະຊາຄົມໂລກ.ສະຫະຣັຖບໍ່ແມ່ນແຕ່ປະເທດດຽວເທົ່ານັ້ນ ທີ່ເປັນຫ່ວງຕໍ່ການກັກຂັງທ່ານນາງອອງຊານ ຊູຈີ ຜູ້ໄດ້ຮັບລາງວັນໂນແບລນັ້ນ.ບັນດາຜູ້ນຳປະເທດເອເຊຍ ແລະສະຫະພາບຢຸໂຣບ ທີ່ ປະຊຸມກັນຢູ່ວຽດນາມເມື່ອບໍ່ນານມານີ້ ກໍໄດ້ຮ່ວມກັນຮຽກຮ້ອງໃຫ້ປ່ອຍຕົວທ່ານນາງ ແລະພວກນັກໂທດການເມືອງຊາວມຽນມາທັງໝົດນັ້ນນຳ. ປະເທດເພື່ອນບ້ານຂອງມຽນມາບາງປະເທດໄດ້ຮຽກຮ້ອງໃຫ້ງົດການສະມາຊິກຂອງລັດຖະບານທະຫານມຽນມາ ໃນສະມາຄົມກຸ່ມປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫລື ອາຊ່ຽນນັ້ນໄວ້ຊົ່ວຄາວ ຖ້າຫາກວ່າທ່ານນາງຍັງຖືກກັກຂັງຢູ່ຕໍ່ໄປ.
ເວລານີ້ພວກຜູ້ນຳມຽນມາ ແມ່ນມີໂອກາດອັນສຳຄັນທີ່ຈະສະແດງໃຫ້ ເຖິງຄວາມໝັ້ນໝາຍຂອງຕົນຕໍ່ການປົກຄອງດ້ວຍໂຕບົດກົດໝາຍຢ່າງແທ້ຈິງ ຊຶ່ງນັ້ນກໍຄື ລັດຖະບານທະຫານມຽນມາຄວນປ່ອຍຕົວທ່ານນາງອອງຊານ ຊູຈີ ໂດຍທັນທີ.