ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງສະພາຊຸດໃໝ່ຂອງເລບານອນໄຂຂຶ້ນໃນວັນອາທິດມື້ນີ້



ການເລືອກຕັ້ງທີ່ເລບານອນ: ປະທານາທິບໍດີ​ຂອງ​ເລ​ບາ​ນອນ​ກໍ​ຮວມຢູ່​ໃນ​ຈຳນວນ​ພວກ​ຜູ້ຄົນ​ທ່ີ​ອອກ ໄປ​ປ່ອນ​ບັດ ໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ໃນ​ການເລືອກ​ຕັ້ງ​ທ່ີ​ມີ​ການ​ແຂ່ງຂັນ​ກັນ​ຢ່າງເຜັດ​ຮ້ອນ ​ເພື່ອເລືອກເອົາ​ສະພາ​ຊຸດ​ໃໝ່. ຫລັງ​ຈາກ​ປ່ອນບັດ​ທ່ີບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ ທາງ​ທິດ​ເໜືອ​ຂອງ​ກຸງ​ເບຣຸດ​ແລ້ວ ປະທານາທິບໍດີ Michel Suleiman ກ່າວ​ຕໍ່​ບັນດາ ນັກ​ຂ່າວ​ວ່າ ລະບອບ​ປະຊາທິປະ​ໄຕ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ອັນ​ນຶ່ງ​ທ່ີເຮັດ​ໃຫ້​ ເລ​ບາ​ນອນ ​ແຕກ​ຕ່າງ​ໄປ​ຈາກ​ປະ​ເທດ​ອື່ນໆ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.
ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້ ​ເປັນ​ການແຂ່ງຂັນ​ກັນ​ລະ​ວ່າງສມາ​ຊິກ​ສ່ວນ​ຫລາຍ​ຂອງ​ສະພາ​ຊຸດປັດຈຸບັນ ທ່ີ​ໄດ້ຮັບການ​ໜຸນ​ຫລັງ​ຈາກສະ ຫະຣັດນັ້ນ ​ກັບຄນະ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ກຸ່ມ Hezbollah ຂອງ​ພວກຫົວ​ຮຸນ​ແຮງ​ນິກາຍ Shi’ite ຊຶ່ງ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ອິຣ່ານ​ແລະຊີ​ເຣັຍ ຊື່​ງຜົນ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ອາດສາມາດ​ກຳໜົດ​ ​ພັນທະ​ມິດ​ໃນ​ອານາ​ຄົດ​ຂອງ​ປະ​ເທດ​ໄດ້. ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ​ທຳນາຍ​ວ່າ ການ​ແຂ່ງຂັນ​ຈະ​ດຳ​ເນີນ​ໄປ​ຢ່າງ​ສູ​ສີ​ ​ເພື່ອ​ຍາດເອົາ​ບ່ອນ​ນັ່ງ 128 ບ່ອນ​ຢູ່​ໃນ​ສະພາ ຊຶ່ງ​ເບິງ​ຄື​ວ່າ ທັງ​ສອງ​ກຸ່ມ​ຈະ​ໄດ້​ຮັບ​ບ່ອນ​ນັ່ງ​ ລື່ນ​ກັນ​ພຽງ​ບໍ່​ເທົ່າ​ໃດ​ບ່ອນ​ເທົ່າ​ນັ້ນ.
ອີສຣາແອນແລະປາເລສໄຕນ໌: ນາ​ຍົກຣັຖມຸນຕຣີອີສຣາ​ແອ​ລ ທ່ານ ​ເບ​ນຈາ​ມິນ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ ​ໃນ​ບໍ່​ຊ້າ​ນີ້ ທ່ານ​ຈະ​ກ່າວ​ຄຳ​ປາ​ໃສທີ່​ສຳຄັນ ກ່ຽວ​ກັບ​ນະ​ໂຍບ​າຍ​ຂອງທ່ານ​ ໃນດ້ານສັນຕິພາບແລະ​ຄວາມ​ໝັ້ນຄົງ. ທ່ານ​ເນ​ຕັນ​ຢາ​ຮູ​ໄດ້​ບອກ​ຄະນະຣັຖມຸນຕຣີ​ຂອງ​ທ່ານໃນ​ວັນ​ອາທິດ​ມື້​ນີ້ ວ່າ ທ່ານ​ຈະ​ກ່າວ​ຄຳ​ປາ​ໄສ “​ໃນ​ອາທິດ​ໜ້າ​ນີ້” ​ແຕ່​ບໍ່​ໄດ້​ແຈ້ງ​ໃຫ້ຊາບ​ວ່າ​ຈະ​ເປັນ​ມື້​ໃດ​ແທ້. ທ່ານ​ນາຍົກຣັຖມຸນຕຣີ​ອີສຣາ​ແອ​ລກ່າວ​ວ່າ ຣັຖບານ​ຂອງ​ທ່ານຕັ້ງ​ໃຈ​ທີ່ຈະ​ໃຫ້​ບັນລຸ​ສັນຕິພາບ​ກັບ​ຊາວ​ປາ​ເ​ເລ​ສຕາຍ ​ແລະ​ບັນດາ​ປະ​ເທດ​ອາ​ຫລັບ​ທັງຫລາຍ ໃນ​ຂະນະ​ດຽວ​ກັນ​ກໍ​ຈະພະ​ຍາ​ຍາມ​ສ້າງ​ຄວາມ​ເຂົ້າ​ໃຈ​ອັນ​ດີ​ກັບ​ສະຫະຣັດ. ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະຣັຖ ​ໄດ້​ຮຽກຮ້ອງ​ໃຫ້​ອີສ ຣາ​ແອ​ລ ຍຸຕິ​ການ​ກໍ່ສ້າງ​ບ່ອນຢູ່​ອາ​ໃສ​ໃໝ່​ຂອງ​ຊາວ​ຍິວ ​ໃນ​ດິນ​ແດນ​ຂອງຊາວ​ປາ​ແລ​ສ​ຕາຍ ໃນ​ຖານະເປັນ​ບາດກ້າວໄປສູ່​ການ​ເຈລະ​ຈາ​ສັນຕິພາບ​ກັບປາເ​ເລ​ສຕາຍ ຊຶ່ງ​ທ່ານ​ເນ​ຕັນ​ຢາ​ຮູໂຕ້​ຕອບ​ວ່າ ຄຳ​ຮຽກຮ້ອງ​ດັ່ງກ່າວ​ ​ແມ່ນ​ບໍ່​ມີ​ເຫດມີຜົນ​ໃດໆ​ເລີຍ. ນາ​ຍົກຣັຖມຸນຕຣີອີສຣາ​ແອ​ລ ທ່ານ ​ເບ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ ​ໃນ​ບໍ່​ຊ້າ​ນີ້ ທ່ານ​ຈະ​ກ່າວ​ຄຳ​ປາ​ໃສທີ່​ສຳຄັນ ​ກ່ຽວ​ກັບ​ນະ​ໂຍບ​າຍ​ຂອງ ທ່ານ​ ໃນດ້ານສັນຕິພາບແລະ​ຄວາມ​ໝັ້ນຄົງ. ທ່ານ​ເນ​ຕັນ​ຢາ​ຮູ​ໄດ້​ບອກ​ຄະນະຣັຖມຸນຕຣີ​ຂອງ​ທ່ານໃນ​ວັນ​ອາທິດ​ມື້​ນີ້ ວ່າ ທ່ານ​ຈະ​ກ່າວ​ຄຳ​ປາ​ໄສ “​ໃນ​ອາທິດ​ໜ້າ​ນີ້” ​ແຕ່​ບໍ່ໄດ້​ແຈ້ງ​ໃຫ້ຊາບ​ວ່າ​ຈະ​ເປັນ​ມື້​ໃດ​ແທ້. ທ່ານ​ນາຍົກຣັຖມຸນຕຣີ​ອີສຣາ​ແອ​ລກ່າວ​ວ່າ ຣັຖບານ​ຂອງ​ທ່ານຕັ້ງ​ໃຈ​ທີ່ຈະ​ໃຫ້​ບັນລຸ​ສັນຕິພາບ​ກັບ​ຊາວ​ປາ​ເ​ເລ​ສຕາຍ ​ແລະ​ບັນດາ​ປະ​ເທດ​ອາ​ຫລັບ​ທັງຫລາຍ ໃນ​ຂະນະ​ດຽວ​ກັນ​ ກໍ​ຈະພະ​ຍາ​ຍາມ​ສ້າງ​ຄວາມ​ເຂົ້າ​ໃຈ​ອັນ​ດີ​ກັບ​ສະຫະຣັຖ. ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິ
ບໍດີ​ສະຫະຣັຖ ​ໄດ້​ຮຽກຮ້ອງ​ໃຫ້​ອີສຣາ​ແອ​ລ ຍຸຕິ​ການ​ກໍ່ສ້າງ​ບ່ອນຢູ່​ອາ​ໃສ​ໃໝ່​ຂອງ​ຊາວ​ຍິວ ​ໃນ​ດິນ​ແດນ​ຂອງຊາວ​ປາ​ແລ​ສ​ຕາຍ ໃນ​ຖານະເປັນ​ບາດກ້າວໄປສູ່​ການ​ເຈລະ​ຈາ​ສັນຕິພາບ​ກັບປາເ​ເລ​ສຕາຍ ຊຶ່ງ​ທ່ານ​ເນ​ຕັນ​ຢາ​ຮູໂຕ້​ຕອບ​ວ່າ ຄຳ​ຮຽກຮ້ອງ​ດັ່ງກ່າວ​ ​ແມ່ນ​ບໍ່​ມີ​ເຫດມີຜົນ​ໃດໆ​ເລີຍ.
ຄີວບາແລະສະຫະຣັດ: ອະດີດ​ປະທານາທິບໍດີ​ຄີວບາ ທ່ານຟີ​ແດນ​ກາສ​ໂຕຣ ​ ກ່າວ​ວ່າກໍລະນີ ກ່ຽວ​ກັບ​ຄົນ​ອະ​ເມຣິກັນ 2 ຄົນ​ ທ່ີ​ຖືກ​ກ່າວ​ຫາ​ວ່າ​ທຳ​ການ​ສອດ​ແນມ​ໃຫ້ ຄີວບາ​ນັ້ນ ເປັນ​ເຣື່ອງທ່ີ​ໝ້າ​ຢາກຫົວ​ຫລາຍ​ທ່ີ​ສຸດ. ໃນ​ບົດ​ຂຽນ​ສັ້ນໆ​ທ່ີ​ຂຽນ​ລົງ​ໃນ Web site ຂອງ​ຄີວບາ ທ່ານ​ກາສ ໂຕຣ ບໍ່​ໄດ້​ຢືນຢັນ ຫລື​ປະຕິ​ເສດ​ຕໍ່ ການກ່າວ​ຫາຂອງເຈົ້າ​ໜ້າ​ທ່ີ​ສະຫະ ຣັດ ​ຕໍ່​ອະດີດ​ເຈົ້າ​ໜ້າ​ທ່ີ​ກະຊວງການ​ຕ່າງປະ​ເທດ​ຄົນ​ນຶ່ງ​ ທ່ີ​ໄດ້​ຜ່ານ ການກວດ​ປວັດ​ດ້ານ​ຄວາມ​ປອດ​ໄພ​ຂັ້ນ​ສູງ​ສຸດ ພ້ອມ​ທັງ​ພັນ​ລະ​ຍາ​ຂອງ​ຜູ້ກ່ຽວ​ ມາ​ແລ້ວນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດ​ໄດ້​ກ່າວ​ຫາ​ຜົວ​ເມັຍ​ຄູ່​ນີ້​ວ່າ​ທຳ​ການ​ສອດ​ແນມ ໃຫ້​ຄີວບາ​ ມາ​ໄດ້​ເກືອບ30 ປີ​ແລ້ວ ​ແລະ​ວ່າທັງ​ສອງເຄີຍ​ພົບ​ປະ​ກັບ​ອະດີດປະທານາທິບໍດີ​ກາສ​ໂຕຣ​ໃນ​ສ​ໄມ​ປີ 1955. ​ແຕ່ທ່ານ​ກາສ​ໂຕຣ ກ່າວ​ວ່າ ທ່ານຈື່ບໍ່​ໄດ້​ວ່າ​ໄດ້​ພົບ​ປະ​ກັບ​ຜົວ​ເມັຍ​ຄູ່ນີ້. ທ່ານ Walter Kendall Myers ​ແລະ​ນາງ Gwendolyn Stein-​graber Myers ​ໄດ້​ໃຫ້ການ​ຕໍ່ສານ​ຣັຖບານ​ກາງ​ແຫ່ງນຶ່ງ​ ທ່ີ​ກຸງ​ວໍ​ຊິງ​ຕັນ​ ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ວ່າ​ຕົນບໍ່​ໄດ້​ຮັບຜິດ​ຕໍ່​ຂໍ້​ກ່າວ​ຫາເຫລົ່າ​ນັ້ນ ຊື່​ງ​ຮວມທັງ​ຂໍ້ກ່າວ​ຫາ ສົມຮູ້​ຮ່ວມ​ຄິດ​ກັນ​ວາງ​ແຜນ​ເປັນ​ສາຍ​ລັບ​ທ່ີ​ຜິດ​ກົດ ໝາຍ​ໃຫ້ຣັຖບານ​ຄີວບາ​ ແລະ​ສົ່ງຂ່າວຂໍ້​ມູນ​ທ່ີ​ເປັນຄວາມ​ລັບ​ໃຫ້​ແກ່ບັນດາ​ເຈົ້າ​ໜ້າ​ທ່ີ​ຄີວບາ​ທ່ີ​ກຸງ​ຮາ​ວາ​ນາ​. ທັງ​ສອງສາມາດ​ຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ໄດ້​ເຖິງ 20 ປີ​ ຖ້າ​ມີຄວາມຜິດ​ແທ້.
ອົງດາໄລລາມະທ່ີຢູໂຣບ: ອົງ​ດາ​ໄລລາ​ມະ ຜູ້ນຳ​ທາງ​ດ້ານຈິດໃຈ​ຂອງ​ຊາວທິ​ເບ​ດ ​ໄດ້​ກ່າວ​ຫາ​ຈີນວ່າ ​ຕັດສິນ​ໂທດໃຫ້​ມີ “ການ​ຕັດສິນ​ປະຫານ​ຊີວິດ” ​ທິ​ເບ​ດ". ອົງ​ດາໄລລາ​ມະ ໄດ້​ສະ​ແດງ​ຄວາມ​ເຫັນ​ນີ້ ​ຫລັງ​ຈາກເດີນທາງໄປ​ຮອດນະຄອນຫລວງ​ປາຣີ ​ຂອງ​ປະ​ເທດ​ຝຣັ່ງ ເມື່ອວັນ​ເສົາ​ວານ​ນີ້ ຊຶ່ງພະ​ອົງ​ໄດ້ຊົງ​ກ່າວຕື່ມ​ວ່າ ພະ​ອົງ​ເຊື່ອ​ວ່າ​ເວລາ​ນີ້ ມູນເຊື້ອມໍ​ລະ​ດົກ​ແລະ​ວັດທະນະທຳ​ຂອງ​ທິ​ເບ​ດ ​ແມ່ນ​ຕົກ​ຢູ່​ພາຍ​ໃຕ້​ອັນຕະລາຍ.ທ່ານ ຕາ​ຊີວັງ​ດູ ຜູ້​ຕາງ​ໜ້າຣັຖບານ​ພັດ​ຖິ່ນ​ຂອງ​ຊາວທິ​ເບ​ດ ບອກ​ຜູ້​ສື່​ຂ່າວວີ​ໂອ​ເອ ຈາກນະຄອນຫລວງ Brussels ຂ​ອງ​ປະ​ເທດ​ແບ​ລຢ່ຽມວ່າ ນອກຈາກ​ເລຶ່ອງທີ່​ກ່າວ​ມາ​ນີ້​ແລ້ວ ອົງ​ດາ​ໄລ​ລາ​ມະຍັງ​ມີ​ຄວາມ​ເປັນ​ຫ່ວງນຳ​ ເລື່ອງທີ່​ຊາວ​ພື້ນ​ເມືອງຈີນ​ ຈຳນວນ​ຫລວງຫລາຍໄດ້​ພາກັນ​ຍົກ​ຍ້າຍ​ເຂົ້າ​ໄປຢູ່​ໃນ​ທິ​ເບ​ດນັ້ນ
ອົງ​ດາ​ໄລລາ​ມະ ຜູ້​ໄດ້​ຮັບ​ລາງວັນໂນ​ແບ​ລ​ຂະ​ແນ​ງສັນຕິພາບກຳລັງ​ຢູ່​ທີ່​ກຸງ​ປາຣີ ​ເພື່ອ​ຮັບ​ສັນຊາດກິ​ຕິ​ມະ​ສັກ​ທີ່ມອບ​ຖວາຍ​ໃຫ້​ໂດຍ​ອຳນາດປົກຄອງກຳ​ແພງ​ນະຄອນຫລວງ​ປາຣີ ທີ່​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ ຖວາຍ​ສັນຊາດໃຫ້​ພະ​ອົງເມື່ອ​ເດືອນ​ເມສາ​ຜ່ານ​ມາ​ ລຸນ​ຫລັງການກວດ ​ລ້າງ​ຄື້ນ​ຟອງແຫ່ງ​ການ​ປະ​ທ້ວງ​ຕໍ່ຕ້ານຣັຖບານ​ຈີນ​ ໃນທິ​ເບ​ດເມື່ອ​ເດືອນ​ຜ່ານ​ມາ​ນີ້ ຈີນ​ໄດ້​ກ່າວເຕືອນ​ປາຣີ ຕໍ່​ການ​ຖວາຍ​ສັນຊາດ​ໃຫ້​ ອົງ​ດາ​ໄລລາ​ມະ. ສາຍສຳ​ພັນ​ລະ​ວ່າງ​ຈີນກັບຝລັ່ງ​ໄດ້​ຊຸດ​ໂຊມລົງຢ່າງ​ ໄວ​ ເມື່ອເດືອນ​ທັນວາປີຜ່ານມາ ຫລັງ​ຈາກທີ່ປະທານາທິບໍດີຝລັ່ງ ທ່ານ Nicholas Sarkozy ໄດ້​ໄປ​ພົບ​ປະ​ກັບ​ອົງດາ​ໄລ​ລາ​ມະ​ ທີ່​ປະ​ເທດ​ໂປ​ໂລ​ຍ.
ໂອບາມາກັບຄືນປະເທດ: ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ ​ກຳລັງເດີນທາງ​ກັບ​ຄືນ​ສູ່ສຫະຣັຖ​ໃນ​ມື້​ນີ້ ຫລັງຈາກ​ຢ້ຽມຢາມ​ນະຄອນຫລວງ​ປາຣີກັບ​ຄອບຄົວ​ຂອງ​ທ່ານ ຊື່​ງ ພວກ​ທ່ານ​ໄດ້​ໄປ​ຊົມ​ຫໍພິພິທພັນ​ສິລປະສ​ໄໝ​ໃໝ່ Pompidou Center ​ໃນ ​ເຊົາມື້​ນີ້. ໃນ​ແລງ​ວານ​ນີ້ ທ່ານ​ໂອ​ບາ​ມາ​ແລະ​ຄອບຄົວ ​ໄດ້​ໄປ​ຊົມ​ໂບດ Notre Dame ທີ່​ມີ​ຊື່​ສຽງ​ຂອງຝຣ່ັງ ​ແລະ​ຫລັງ​ຈາກນັ້ນ ກໍ​ໄປ​ກິນ​ເຂົ້າ​ແລງ​ຢູ່​ໃກ້ໆ​ກັບ​ຫໍ Eiffel Tower.
​ໃນ​ມື້ວັນ​ເສົາ ກ່ອນ​ໜ້ານັ້ນ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ໄປ​ຮ່ວມ​ກັບປະທານາທິບໍດີ​ຝຣັ່ງທ່ານ Nicolas Zarkozy ​ແລະ​ພວກ​ຜູ້ນຳ​ປະ​ເທດ ອື່ນໆ​ທ່ີ​ເມືອງ Normandy ​ໃນພິທີ​ເຄັ່ງ​ຂຶມເພື່ອສລອງ​ວັນ​ຄົບຮອບ​ 65 ປີ​ ຂອງ​ມື້ D-Day ຫລື​ມື້ບຸກຂິ້ຶນຝັ່ງ​ຂອງ​ພວກ​ທະຫານ​ພັນທະ​ມິດ​ເພື່ອ​ຂັບ​ໄລ່​ພວກ​ທະຫານ Nazi ​ເຢຣະມັນ​ ທ່ີ​ຄອບ​ຄອງເຂດ​ດັ່ງກ່າວ​ຂອງຝຣັ່ງ​ ໃນ​ສ​ໄມ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ນັ້ນ. ປະທານາທິບໍດີ​ໂອ​ບາ​ມາ​ໄດ້ກ່າວ​ຕໍ່​ພວກ​ທີ່​ໄປ​ຮ່ວມໃນ​ພິທີ ຢູ່ປ່າຊ້າ​ທະຫານ​ອະ​ເມຣິກັນວ່າ ໂລກ​ຈະ​ບໍ່​ລືມ​ການ​ກະທຳຂອງ​ພວກ​ທະຫານ​ຝ່າຍ​ພັນທະ​ມິດ​ທີ່ພາກັນ​ບຸກຂຶ້ນ​ຝັ່ງ​ທະ​ເລ​ແຫ່ງ​ຕ່າງໆ​ຂອງ Normandy ໃນ​ປີ 1944 ນັ້ນ.

XS
SM
MD
LG