ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ແລະທ່ານຊາຣ໌ໂກຊີ ລະລຶກເຖິງວັນດີເດ ຄົບຮອບ 65 ປີ ທີ່ປະເທດຝຣັ່ງ


ໂອບາມາ - ຢູໂຣບ: ປະທານາທິບໍດີ ຝຣັ່ງ ທ່ານ NICOLAS SARKOZY ແລະ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ເດີນທາງໄປເຖິງ ເມືອງນອກມັງດີ ໃນວັນເສົາ ມື້ນີ້ ເພື່ອເຂົ້າຮ່ວມ ພິທີ ລະລຶກເຖິງ ວັນຄົບຮອບ 65 ປີ ຂອງວັນດີເດ ຫລື ວັນບຸກຝຣັ່ງ ຊຶ່ງເປັນ ເຂດຢຶດຄອງ ຂອງພວກ ນາຊີເຢັຽຣະມັນ ໃນສົງຄາມໂລກ ຄັ້ງທີ 2 ຂອງຝ່າຍ ພັນທະມິດ. ປະທານາທິບໍດີ ທັງສອງ ຈະພົບປະກັນ ແລະ ຫລັງຈາກນັ້ນ ກໍຈະພາກັນ ໄປຢ້ຽມ ສຸສານ ອະເມຣິກັນ ທີ່ເມືອງ ນອກມັງດີ ຊຶ່ງຕັ້ງຢູ່ ໃກ້ໆກັບບ່ອນ ຍົກພົນຂຶ້ນບົກ ໃນວັນດີເດ ບ່ອນທີ່ ປະທານາທິບໍດີ ທັງສອງ ຈະໄດ້ພົບປະ ກັບຜູ້ນຳ ຂອງອັງກິດ ແລະ ການາດາ. ມີທະຫານອະເມຣິກັນ ການາດາ ແລະປະເທດ ເຄືອຈັກກະພົບອັງກິດ ຫຼາຍກວ່າ 150 ພັນຄົນ ໄດ້ຍົກພົນ ຂຶ້ນບົກ ທີ່ຫາດ ຫລາຍໆບ່ອນ ໃນພາກເໜືອ ຂອງ ປະເທດຝຣັ່ງ ໃນວັນທີ 6 ມິຖຸນາ ປີ 1944 ເພື່ອຊ່ອຍ ປົດປ່ອຍຢູໂຣບ ຈາກການຢຶດຄອງ ຂອງພວກ ນາຊີເຢັຽຣະມັນ.

ປາກິສຖານ: ກອງທັບ ປາກິສຖານ ກ່າວວ່າ ພວກຫົວຮຸນແຮງ ໄດ້ໂຈມຕີ ຣົດຂະບວນນຶ່ງ ໃນເຂດພາກຕາເວັນຕົກສຽງເໜືອ ຂອງປະເທດ ເຮັດໃຫ້ຜູ້ຊ່ອຍ 2 ຄົນ ຂອງ ນັກສອນສາສນາ ທີ່ເປັນຜູ້ຊ່ອຍ ໄກ່ເກັ່ຽ ຂໍ້ຕົກລົງ ສັນຕິພາບ ໃນເຂດຮ່ອມພູ SWAT ກັບຣັຖບານ ແຕ່ບໍ່ ປະສົບຜົນສຳເຣັດນັ້ນ ເສັຽຊີວິດ. ກອງທັບ ປາກິສຖານ ເວົ້າວ່າ ຂະບວນຣົດ ດັ່ງກ່າວ ໄດ້ລຳລຽງ ພວກນັກໂທດ ຈາກເມືອງ MALAKAND ໄປຍັງເມືອງ PESHAWAR ໃນຕອນເຊົ້າ ມື້ນີ້ ເວລາ ຂະບວນຣົດ ໄປຕຳເອົາ ຣະເບີດແຄມທາງ. ເຈົ້າໜ້າທີ່ ກ່າວວ່າ ຫລັງຈາກນັ້ນ ພວກຫົວຮຸນແຮງ ກໍຣະດົມຍິງໃສ່ ກຳລັງ ຮັກສາຄວາມສະງົບ ເຮັດໃຫ້ ທະຫານຄົນນຶ່ງ ເສັຽຊີວິດ ແລະ ບາດເຈັບອີກ 5 ຄົນ. ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ນັກໂທດ MUHAMMAD ALAM ແລະ AMEER IZZAT ໄດ້ເສັຽຊີວິດ. ນາຍ ALAM ເປັນອະດີດ ຮອງຫົວໜ້າກຸ່ມ ຫົວຮຸນແຮງ TEHRIK-E-NIFAZ-I-SHARIAT-E-MUHMADI ຂະນະທີ່ນາຍ IZZAT ເປັນໂຄສົກ ຂອງກຸ່ມດັ່ງກ່າວ. ບຸກຄົນທັງສອງ ໄດ້ຖືກຈັບ ໃນວັນພະຫັດ ຜ່ານມານີ້.

ອັຟການິສຖານ: ຕຳຣວດອັຟການິສຖານ ກ່າວ ວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ໃນເຂດ ພາກໃຕ້ ຂອງປະເທດ ເຮັດໃຫ້ ມີຜູ້ ເສັຽຊີວິດ ຢ່າງນ້ອຍ 3 ຄົນ. ທ່ານ JAWID AHMAD ຜູ້ບັນຊາການຕຳຣວດໃນເຂດທ້ອງຖິ່ນ ກ່າວວ່າ ຜູ້ໂຈມຕີ ກໍເສັຽຊີວິດຄືກັນ ເວລາລາວ ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ຂະນະທີ່ ພວມຂີ່ຣົດຈັກ ຢູ່ທີ່ເມືອງ SPIN BOLDAK ຊຶ່ງເປັນ ຫົວເມືອງຊາຍແດນ ໃນແຂວງການດາຮາ. ນອກນັ້ນແລ້ວ ຍັງມີ 8 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີຄັ້ງນີ້ ຮວມທັງແມ່ຍິງ ແລະເດັກນ້ອຍນຳ. ເມືອງ SPIN BOLDAK ເປັນຈຸດຂ້າມຊາຍແດນ ທີ່ສຳຄັນ ລະຫວ່າງ ອັຟການິສຖານ ແລະປາກິສຖານ. ໃນມື້ວັນພຸດ ຜ່ານມາ ການໂຈມຕີ ສະລະຊີບ ກໍເຮັດໃຫ້ ຍາມທີ່ຄຸ້ມກັນ ຂະບວນຣົດ ຂອງອົງການນາໂຕ້ ຢ່າງນ້ອຍ 5 ຄົນ ເສັຽຊີວິດ ໃນການໂຈມຕີ ທຳນອງດຽວກັນນີ້ ຢູ່ໃນເຂດດັ່ງກ່າວ.

ເກົາຫລີເໜືອ: ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG-BAK ກ່າວໃນມື້ນີ້ວ່າ ປະເທດຂອງທ່ານ ຈະບໍ່ປ່ອຍໃຫ້ ເກົາຫລີເໜືອ ໃຊ້ການຂົ່ມຂູ່ ທາງດ້ານນິວເຄລັຽ ເພື່ອໃຫ້ໄດ້ ຮັບການຜ່ອນຜັນ ແລະ ຮຽກຮ້ອງໃຫ້ ພຽງຢາງ ກັບຄືນເຂົ້າຮ່ວມ ການເຈຣະຈາ 6 ຝ່າຍ. ໃນຄຳປາສັຍ ເນື່ອງໃນໂອກາດ ວັນໄວ້ອາລັຍ ໃຫ້ແກ່ພວກທີ່ເສັຽຊີວິດ ໃນປາງສົງຄາມ ເກົາຫຼີນັ້ນ ທ່ານ LEE ກ່າວວ່າ ຈະບໍ່ມີການ ຜ່ອນສັ້ນຜ່ອນຍາວ ໃຫ້ແກ່ເກົາຫລີເໜືອ ໃນເມື່ອປະເທດດັ່ງກ່າວ ຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ຂອງເກົາຫລີໃຕ້. ການໃຫ້ທັສນະ ທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫລັງຈາກ ຣັຖບານສະຫະຣັດ ສະແດງຮ່ອງຮອຍ ໃຫ້ເຫັນວ່າ ຕົນອາດຈະ ທຳການລົງໂທດ ທາງດ້ານການເງິນ ຕາມລຳພັງ ຕໍ່ເກົາຫລີເໜືອ ເພີ້ມໃສ່ ການລົງໂທດ ຂອງອົງການ ສະຫະປະຊາຊາດ ທີ່ໄດ້ປະກາດໄປແລ້ ວເພື່ອເປັນການຕອບໂຕ້ ຕໍ່ການທົດລອງ ອາວຸດນິວເຄລັຽ ແລະລູກສອນໄຟ ຂອງ ພຽງຢາງ ເມື່ອໄວໆມານີ້.

ເມັກຊິໂກ: ເຈົ້າໜ້າທີ່ ເມັກຊິໂກ ກ່າວວ່າ ມີເດັກນ້ອຍ 29 ຄົນ ເສັຽຊີວິດ ແລະອີກ ຫຼາຍສິບຄົນ ໄດ້ຮັບບາດເຈັບ ໃນອັກຄີພັຍ ຢູ່ທີ່ສູນກາງ ເບິ່ງແຍງເດັກ ໃນມື້ວານນີ້. ພວກເຄາະຮ້າຍ ສ່ວນໃຫຍ່ ໄດ້ເສັຽຊີວິດ ຍ້ອນຫາຍໃຈ ເອົາຄວັນໄຟ. ເຈົ້າໜ້າທີ່ ເວົ້າວ່າ ສຳລັບພວກເດັກນ້ອຍ ທີ່ໄດ້ຮັບບາດເຈັບນັ້ນ ໄດ້ຖືກສົ່ງ ໄປຮັບການປິ່ນປົວ ຢູ່ໂຮງໝໍ ຫລາຍໆແຫ່ງ. ເຈົ້າໜ້າທີ່ ກ່າວວ່າ ມີເດັກນ້ອຍ ບໍ່ຕ່ຳກວ່າ 100 ຄົນ ຢູ່ທີ່ສູນກາງ ເບິ່ງແຍງເດັກ ABC ທີ່ເມືອງ HERMOSILLO ໃນພາກເໜືອ ຂອງເມັກຊິໂກ ເວລາໄຟເລີ້ມໃໝ້. ຣັຖບານກາງ ເມັກຊິໂກ ໄດ້ສົ່ງເຮືອບິນໂຮງໝໍ 3 ລຳ ແລະນາຍແພດ ທີ່ມີຄວາມ ຊ່ຽວຊານ 10 ກວ່າຄົນ ໄປຍັງ ເມືອງດັ່ງກ່າວ. ໃນເວລານີ້ ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່າ ແມ່ນຫຍັງ ຄືສາເຫດ ທີ່ພາໃຫ້ເກີດ ໄຟໃໝ້.

ເປຣູ - ການປະທ້ວງ: ເຈົ້າໜ້າທີ່ ເປຣູ ກ່າວວ່າ ພວກປະທ້ວງ ໄດ້ຈັບຕຳຣວດ 38 ຄົນ ໄວ້ເປັນໂຕ ປະກັນ ລຸນຫລັງ ທີ່ໄດ້ເກີດ ການປະທະກັນ ຢ່າງ ຮ້າຍແຮງ ໃນມື້ວານນີ້ ລະຫວ່າງ ພວກຊົນເຜົ່າ ພື້ນເມືອງ ແລະ ຕຳຣວດ. ມີຜູ້ເສັຽຊີວິດ 30 ກວ່າຄົນ ແລະບາດເຈັບ ອີກ 50 ຄົນ ໃນການປະທະກັນ ຊຶ່ງໄດ້ເກີດຂຶ້ນ ຂະນະທີ່ ພວກຊົນເຜົ່າພື້ນເມືອງ ພາກັນປະທ້ວງ ຕໍ່ຕ້ານ ການຊອກຄົ້ນຫາ ແຫລ່ງພະລັງງານ ຢູ່ໃນດິນດອນ ຂອງພວກເຂົາເຈົ້າ ໃນເຂດແມ່ນ້ຳ AMAZON. ຄວາມຮຸນແຮງ ໄດ້ເກີດຂຶ້ນ ໃນບໍຣິເວນ ພາກເໜືອ ຂອງເປຣູ ທີ່ຮູ້ກັນໃນນາມ CURVA DEL DIABLO ຫລື ທາງໂຄ້ງປີສາດ. ພວກຜູ້ນຳ ຂອງຊົນເຜົ່າພື້ນເມືອງ ກ່າວວ່າ ຕຳຣວດ ໄດ້ຍິງປືນ ເຂົ້າໃສ່ ພວກປະທ້ວງ ຫຼາຍຮ້ອຍຄົນ ຈາກເຮືອຈບິນ ເຮຣີຕອບເຕີ້ ແຕ່ເຈົ້າໜ້າທີ່ ກ່າວວ່າ ຕົນໄດ້ຖືກໂຈມຕີ ຂະນະທີ່ ພະຍາຍາມ ຈະສລາຍ ການອັດຫົນທາງ. ພວກຊົນເຜົ່າ ພື້ນເມືອງເປຣູ ໄດ້ພາກັນ ອັດຖນົນຫົນທາງ ແລະຮ່ອງນ້ຳ ເປັນໄລຍະໆ ນັບແຕ່ເດືອນເມສາ ເປັນຕົ້ນມາ ເພື່ອທວງໃຫ້ຣັຖບານ ຍົກເລີກກົດໝາຍ ທີ່ພວກເຂົາເຈົ້າ ເວົ້າວ່າ ສົ່ງເສີມໃຫ້ ບໍຣິສັດ ຕ່າງປະເທດ ສວຍໃຊ້ປໂຍດ ຈາກດິນດອນ ຂອງ ພວກເຂົາເຈົ້າ. ນອກນັ້ນ ພວກປະທ້ວງ ຍັງໄດ້ປິດ ການຜລິດນ້ຳມັນ ຢູ່ໃນຂົງເຂດດັ່ງກ່າວ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG