ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາວ່າ ເວລາໄດ້ມາເຖິງແລ້ວ ເພື່ອກົດດັນ ໃຫ້ມີສັນຕິພາບ ໃນພາກຕາເວັນອອກກາງ


ໂອບາມາ - ຢູໂຣບ: ປະທານາທິບໍດີສະຫະ ຣັດທ່ານ BARACK OBAMA ກ່າວວ່າ ເວລາ ໄດ້ມາ ເຖິງແລ້ວ ເພື່ອກົດດັນ ໃຫ້ບັນລຸ ຂໍ້ຕົກລົງ ສັນຕິພາບ ສຳລັບ ພາກຕາເວັນອອກກາງ ແລະ ເຮັດໃຫ້ ຄວາມກ້າວໜ້າ ຢ່າງແທ້ຈິງ ສາມາດ ບັນລຸໄດ້ ພາຍໃນປີນີ້ ເພື່ອແກ້ໄຂ ບັນຫາຂັດ ແຍ້ງ ລະຫວ່າງ ອິສຣາແອລ ກັບ ປາແລສໄຕນ໌. ທ່ານ OBAMA ໃຫ້ທັສນະ ດັ່ງກ່າວ ລຸນຫລັງ ທີ່ໄດ້ ເຈຣະຈາ ຫາຣື ກັບ ນາຍົກຣັຖມຸນຕຣີ ເຢັຽຣະມັນ ທ່ານນາງ ANGELA MERKEL ທີ່ເມືອງ DRESDEN ໃນວັນສຸກ ມື້ື້ນີ້ ນຶ່ງມື້ ຫລັງຈາກທ່ານ ໄດ້ກ່າວ ຄຳປາສັຍ ທີ່ກຸງໄຄໂຣ ປະເທດອີຈິບ ໂດຍຮຽກຮ້ອງ ໃຫ້ມີການ ເລີ້ມ ຕົ້ນໃໝ່ ໃນຄວາມສັມພັນ ລະຫວ່າງ ສະຫະຣັດ ກັບ ຊາວມຸສລິມ. ທ່ານ OBAMA ກ່າວວ່າ ວໍຊິງຕັນ ບໍ່ສາມາດ ບັງຄັບໃຫ້ ຊາວອິສຣາແອລ ແລະ ປາແລສໄຕນ໌ ຮັບເອົາ ສັນຕິພາບ ແຕ່ສາມາດຊ່ອຍ ໃນການ ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ການເຂົ້າໃຈຜິດ ບາງຢ່າງ ເພື່ອເປັນການ ເລີ້ມຕົ້ນຂັ້ນຕອນ. ທັງທ່ານ OBAMA ແລະ ທ່ານນາງ MERKEL ຕ່າງກໍໃຫ້ ຄຳໝັ້ນສັນຍາ ທີ່ຈະ ໃຫ້ການ ສນັບສນຸນ ຕໍ່ການສ້າງຕັ້ງ ຣັດປາແລສໄຕນ໌ ທີ່ມີສະເຖັຽຣະພາບ ຄຽງຄູ່ໄປກັບ ປະເທດ ອິສຣາແອລ.

ເກົາຫລີເໜືອ - ນັກຂ່າວ: ເກົາຫລີເໜືອຍັງ ສືບຕໍ່ມິດງຽບ ໃນວັນສຸກມື້ນີ້ ກ່ຽວກັບຊະຕາກັມ ຂອງພວກນັກຂ່າວ ແມ່ຍິງ ອະເມຣິກັນ 2 ຄົນ ທີ່ໄດ້ຖືກ ດຳເນີນຄະດີ ໃນຂໍ້ຫາ ທີ່ສາມາດສົ່ງ ພວກເຂົາເຈົ້າ ໄປຍັງຄ້າຍສັພທຸກ ອອກແຮງ ງານ ເປັນເວລາ ຫລາຍໆປີໄດ້. ໃນມື້ວານນີ້ ສື່ມວນຊົນ ຂອງທາງການ ເກົາຫລີເໜືອ ໄດ້ ປະກາດວ່າ ນາງ EUNA LEE ແລະນາງ LAURA LING ຈາກບໍຣິສັດ ສື່ມວນຊົນ ໂທຣະພາບ CURRENT ຂອງສະຫະຣັດ ມີກຳນົດທີ່ຈະຖືກ ນຳໂຕຂຶ້ນສານ ໃນເວລາບ່າຍ 3 ໂມງ ຕາມເວລາທ້ອງຖິ່ນ. ພຽງຢາງ ຍັງບໍ່ທັນໃຫ້ ຄວາມເຫັນ ເພີ້ມຕື່ມໃດໆ ກ່ຽວກັບ ການດຳເນີນຄະດີ ທີ່ວ່ານີ້. ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ ເກົາຫລີເໜືອ ໄດ້ຫ້າມບໍ່ໃຫ້ ພວກນັກ ສັງເກດການ ເຂົ້າໄປເບິ່ງ ການດຳເນີນຄະດີ. ເຈົ້າໜ້າທີ່ ເກົາຫລີເໜືອ ໄດ້ຈັບນາງ LEE ແລະນາງ LING ໃນເດືອນ ມີນາຜ່ານມາ ຂະນະທີ່ ພວກນັກຂ່າວ ທັງສອງ ພວມລາຍງານຂ່າວ ເຣື່ອງນຶ່ງ ໃກ້ໆຊາຍແດນຈີນ ທີ່ຕິດກັບ ເກົາຫລີເໜືອ. ພຽງຢາງ ໄດ້ກ່າວຫາ ນັກຂ່າວອະເມຣິກັນ ທັງສອງວ່າ ດຳເນີນການ ທີ່ເປັນປໍຣະປັກ ຕໍ່ເກົາຫລີເໜືອ ແລະເຂົ້າເມືອງ ຜິດກົດໝາຍ.

ຈີນ - ດິນເຈື່ອນ: ສື່ມວນຊົນຂອງທາງການ ຈີນ ລາຍງານວ່າ ດິນເຈື່ອນ ໃນວັນສຸກ ມື້ນີ້ ໄດ້ຖົມຢ່າງນ້ອຍ 59 ຄົນ ໃນເຂດບໍ່ເຫຼັກ ແຫ່ງ ນຶ່ງ ທາງພາກຕາເວັນຕົກ ສຽງໃຕ້ ຂອງຈີນ. ອົງການຂ່າວ ຊິນຫວາ ຂອງ ທາງການຈີນ ລາຍງານວ່າ ດິນເຈື່ອນໄດ້ເກີດຂຶ້ນ ໃນບໍຣິເວນ ພູແຫ່ງນຶ່ງ ທີ່ກຳລັງມີການ ຂຸດຄົ້ນບໍ່ແຮ່ ໃນ ເຂດເມືອງ CHONG QING. ລາຍງານຂ່າວ ແຈ້ງວ່າ ຫີນ ຫລາຍລ້ານ ແມັດກ້ອນ ໄດ້ໄຫລ ລົງມາ ຕາມເຂດຮ່ອມພູ ແລ້ວກໍຖົມ ໂຮງງານ ຂຸດບໍ່ເຫລັກ ແລະເຮືອນ 6 ຫລັງ ໃນບໍຣິເວນ ດັ່ງກ່າວ. ນອກນັ້ນແລ້ວ ລາຍງານ ຍັງເວົ້າວ່າ ດິນເຈື່ອນ ທີ່ວ່ານີ້ ໄດ້ຕັດຂາດ ສາຍໄຟຟ້າ ແລະການສື່ສານ ຄົມມະນາຄົມ ກັບຫລາຍໆພາກ ຂອງເມືອງດັ່ງກ່າວ.

ກີເນັຽບິສໂຊ: ນຶ່ງໃນຜູ້ສະມັກ ເປັນປະທານາທິ ບໍດີ ທັງໝົດ 13 ຄົນ ໃນການເລືອກຕັ້ງ ຄັ້ງຈະ ມາ ຂອງ GUINEA BISSAU ໄດ້ຖືກຂ້າຕາຍ. ສະມາຊິກຶ ຂອງຄອບຄົວ ທ່ານ BACIRO DABO ແລະພະນັກງານ ເຮັດວຽກ ໃຫ້ທ່ານ ກ່າວວ່າ ພວກຜູ້ຊາຍ ໃນເຄື່ອງແບບ ໄດ້ບຸກ ເຂົ້າໄປ ໃນເຮືອນຂອງທ່ານ DABO ປະມານ 4 ໂມງເຊົ້າ ຂອງມື້ນີ້ ແລະກໍຍິງທ່ານ ເສັຽຊີວິດ. ເຈົ້າໜ້າທີ່ ຣັຖບານ ເວົ້າວ່າ ອະດີດຣັຖມຸນຕຣີ ກະຊວງ ປ້ອງກັນປະເທດ ທ່ານ HELDER PROENCA ກໍໄດ້ຖືກ ຍິງຕາຍ ຄືກັນ. ເຈົ້າ ໜ້າທີ່ ກ່າວຕໍ່ພວກ ນັກຂ່າວວ່າ ທ່ານ PROENCA ໄດ້ຖືກກ່າວຫາວ່າ ວາງແຜນ ກໍ່ການຣັຖປະຫານ ຮ່ວມກັບ ທ່ານ DABO ແລະ ບຸກຄົນອື່ນໆອີກ 2 ຄົນ. ເຂົາເຈົ້າອ້າງວ່າ ທ່ານ DABO ຖືກຂ້າຕາຍ ຍ້ອນຂັດຂືນ ການຈັບກຸມ. ທ່ານ DABO ເຄີຍຮັບຕຳແໜ່ງ ເປັນຣັຖມຸນຕຣີ ຣະດັບສູງມາແລ້ວ ແລະ ເປັນພັນທະມິດ ທີ່ໃກ້ຊິດ ຂອງມື້ລາງ ປະທານາທິບໍດີ JOAO VIEIRO. ທ່ານໄດ້ສະມັກ ເຂົ້າແຂ່ງຂັນ ເປັນປະທານາທິບໍດີ ໃນການເລືອກຕັ້ງ ຊຶ່ງກຳນົດ ຈະມີຂຶ້ນ ໃນວັນທີ 28 ມິຖຸນານີ້.

ປາກິສຖານ: ຣະເບີດລູກນຶ່ງໄດ້ແຕກຂຶ້ນທີ່ ໂບດ ສາສນາອິສລາມ ໃນພາກຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ ໃນລະຫວ່າງ ການສວດມົນ ພາວະນາ ໃນວັນສຸກ ມື້ນີ້ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 30 ຄົນ. ຕຳຣວດ ກ່າວວ່າ ເຫດຣະເບີດ ໄດ້ເກີດຂຶ້ນ ໃນເຂດເມືອງ UPPER DIR ໃກ້ໆຊາຍແດນ ອັຟການິສຖານ ບ່ອນທີ່ ກຳລັງທະຫານ ປາກິສຖານ ໄດ້ສູ້ຣົບ ກັບ ພວກກະບົດ ທາລີບານ. ໃນມື້ວານນີ້ ອົງການ ສະຫະປະ ຊາຊາດ ໄດ້ຮ້ອງຂໍ ການຊ່ອຍເຫລືອ ເພີ້ມຕື່ມ ເພື່ອນຳໄປຊ່ອຍ ພວກອົພຍົບ ຫລາຍກວ່າ 2 ລ້ານຄົນ ທີ່ພາກັນ ຫຼົບໜີ ການສູ້ຣົບ. ຫົວໜ້າ ອົງການ ຊ່ອຍເຫລືອ ທາງດ້ານ ມະນຸສທັມ ຂອງ ສະຫະປະຊາຊາດ ໃນປາກິສ ຖານ ເຕືອນວ່າ ປັດຈັຍບາງຢ່າງ ອາດຈະໝົດລົງ ພາຍໃນ ເດືອນກໍຣະກົດ ຈະມານີ້ ນອກຈາກວ່າ ປະຊາຄົມ ນາໆຊາດ ຈະໃຫ້ການ ສນອງຕອບ ຢ່າງວ່ອງໄວ. ໃນມື້ ວັນພຸດແລ້ວ ທ່ານ RICHARD HOLBROOKE ທູດພິເສດ ຂອງສະຫະຣັດ ຮັບຜິດຊອບ ກ່ຽວກັບ ອັຟການິສຖານ ແລະ ປາກິສຖານ ໄດ້ປະກາດ ໃຫ້ຊາບ ກ່ຽວກັບ ແຜນການ ໃຫ້ເງິນ ຊ່ອຍເຫລືອ ເພີ້ມຕື່ມ 200 ລ້ານໂດລາ ເພື່ອນຳໄປຊ່ອຍ ພວກອົພຍົບ.

ບໍຣິສັດຣິໂອຕິນໂຕ: ບໍຣິສັດ ບໍ່ແຮ່ຍັກໃຫຍ່ RIO TINTO ຂອງ ອອສເຕຣເລັຽ ແລະອັງກິດ ໄດ້ຍົກເລີກ ຂໍ້ຕົກລົງ ທີ່ເປັນບັນຫາ ຖົກຖຽງໂຕ້ ແຍ້ງ ມູນຄ່າ 19 ພັນ 500 ລ້ານໂດລາ ກັບ ບໍຣິສັດ CHINALCO ຂອງຈີນ ໃນວັນສຸກ ມື້ນີ້ ເພື່ອໄປເຂົ້າຮ່ວມ ເຮັດວິສາຫະກິດ ກັບບໍຣິສັດ BHP BILLITON ທີ່ເປັນຄູ່ແຂ່ງ ຢ່າງແຂງຂັນ ຂອງຕົນນັ້ນ. ບໍຣິສັດ ບໍ່ແຮ່ຍັກໃຫຍ່ ຂອງອັງກິດ ອອສເຕຣເລັຽ ກ່າວວ່າ ຕົນຈະຂາຍຮຸ້ນ ໃນມູນ ຄ່າ 15 ພັນ 200 ລ້ານໂດລາ ໃຫ້ແກ່ບໍຣິສັດ BHP BILLITON ແລະສ້າງຕັ້ງ ວິສາຫະກິດ ຮ່ວມກັບ ບໍຣິສັດ ທີ່ເຄີຍເປັນຄູ່ແຂ່ງ. ໃນຖແລງ ຂ່າວ ທີ່ພິມເຜີຍແຜ່ ໂດຍທາງ ເວັບໄຊທ໌ນັ້ນ ທ່ານ XIONG WEI PING ປະທານຂອງບໍຣິສັດ CHINALCO ກ່າວວ່າ ບໍຣິສັດ ຂອງທ່ານ ຮູ້ສຶກເສັຽໃຈ ເປັນທີ່ສຸດ ກ່ຽວກັບ ການຕັດສິນໃຈ ທີ່ວ່ານີ້. ທ່ານ BARNABY JOYCE ສະມາຊິກ ສະພາສູງ ພັກຝ່າຍຄ້ານ ທີ່ນິຍົມ ແນວທາງເດີມ ໄດ້ສະແດງ ຄວາມຊົມເຊີຍ ຕໍ່ຂໍ້ຕົກລົງໃໝ່ ແລະເອີ້ນ ຂໍ້ຕົກລົງນີ້ວ່າ ດີຫລາຍ ຍ້ອນຈະຮັກສາ ແຫລ່ງຊັພຍາກອນ ທັມມະຊາດ ຂອງ ອອສເຕຣເລັຽ ບໍ່ໃຫ້ຕົກ ຢູ່ໃນກຳມື ຂອງ ຣັຖບານ ຈີນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG