ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວແລະໄທ ຮ່ວມມືກັນເພີ້ມການຮັກສາຄວາມສະງົບ ຕາມຊາຍແດນ


ຝ່າຍຄວາມໝັ້ນຄົງຂອງລາວ ແລະ ໄທ ຕົກລົງເສີມສ້າງຄວາມຮ່ວມມືເຂົ້າໃນການ ຮັກສາຄວາມສະຫງົບ ຮຽບຮ້ອຍ ໃນຕະ ຫລອດແນວເຂດຕິດຕໍ່ຊາຍແດນລະຫວ່າງ ກັນ ໃຫ້ມີປະສິດຕິພາບຫລາຍຂຶ້ນດ້ວຍການ ຈັດວາງກຳລັງປະກອບ ອາວຸດເພື່ອທຳການ ລາດຕະເວນຊາຍແດນຮ່ວມກັນຢ່າງໃກ້ຊິດ.

ກອງປະຊຸມໄດ້ຕົກລົງກັນບາງ​ບັນ​ຫາ ແມ່ນການຮ່ວມມືດ້ານຄວາມ ໝັ້ນຄົງບໍລິເວນຊາຍ ແດນ ລາວ-ໄທ. ການຈັດວາງກຳລັງລາດ​ຕະເວນ​ຂອງກຳລັງປະກອບ​ອາວຸດ ຂອງທັງສອງຝ່າຍຕາມບໍລິ ເວນຊາຍແດນ ລາວ-ໄທ, ໄທ -ລາວ. ການຮ່ວມມືໃນກໍລະນີບຸກຄົນຂອງແຕ່ລະຝ່າຍຖືກ​ຈັບ​ກຸມ ​ຄຸ​ມຂັງ, ການເຂົ້າອອກບໍລິ ເວນຊາຍແດນ ລາວ-ໄທ, ໄທ- ລາວ, ການຮ່ວມມືໃນດ້ານແກ້ ໄຂບັນຫາບຸກຄົນຂອງສອງສັນ ຊາດ, ບັນຫາບຸກຄົນທີ່ບໍ່ຫວັງດີ ຕໍ່ສາຍພົວພັນ ລາວ-ໄທ ,ໄທ-ລາວ, ການປະຕິບັດງານຂອງໜ່ວຍ​ເຮືອຮັກສາ​ຄວາມສະ ຫງົບຮຽບ ຮ້ອຍ ຕາມລຳແມ່ນ້ຳຂອງ, ການຮ່ວມມືໃນການຮັກສາ​ເສັ້ນຊາຍແດນ ລາວ-ໄທ, ໄທ-ລາວ, ການກວດກາ​ພື້ນທີ່ຊາຍ ແດນ ຮ່ວມ ລາວ-ໄທ, ໄທ-ລາວ, ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ ແລະ ການຮ່ວມມືໃນການ ແກ້ ໄຂບັນຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ.

ນີ້ກໍແມ່ນການຖະແຫລງໂດຍ ທ່ານ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ຮອງຫົວ ໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນລາວ ໃນຖານະປະທານຄະນະອະນຸ ກຳມະການຮ່ວມມື ຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປລະຫວ່າງ ລາວກັບໄທ ຊຶ່ງທ່ານໄດ້ຖະແຫລງ​ເຖິງຜົນບາງສ່ວນທີ່ເກີດຂຶ້ນໃນ ກອງປະຊຸມ ກອງ ເລຂານຸການຂອງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລະຫວ່າງລາວກັບໄທ ຄັ້ງທີ 17 ຊຶ່ງທາງການລາວເປັນເຈົ້າພາບຈັດ ກອງປະຊຸມດັ່ງກ່າວຂຶ້ນ ເມື່ອບໍ່ນານມານີ້ຢູ່ນະຄອນຫລວງວຽງຈັນ. ໂດຍຈາກການຖະ ແຫລງດັ່ງກ່າວຂອງທ່ານ ພົນຈັດຕະວາ ບົວສ້ຽງ ກໍຈະເຫັນໄດ້ວ່າ ທາງການລາວ ແລະ ໄທນັ້ນ ໄດ້ໃຫ້ຄວາມສຳຄັນເປັນພິເສດກັບການທີ່ຈະເພີ້ມມາດ ຕະການເຂັ້ມງວດ ໃຫ້ຫລາຍຂຶ້ນ ເຂົ້າໃນການກວດກາເພື່ອການຮັກສາຄວາມສະຫງົບຮຽບຮ້ອຍໃຫ້ມີ ປະສິດທິພາບໃນທຸກໆດ້ານ ຢູ່ໃນຕະຫລອດແນວເຂດ ຕິດຕໍ່ຊາຍແດນລະຫວ່າງສອງ ປະເທດ ດ້ວຍການຮ່ວມມືກັນ ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ທີ່ຈະສົ່ງຜົນ ກະທົບຕໍ່ຄວາມສະຫງົບຮຽບຮ້ອຍ ແລະ ຄວາມໝັ້ນຄົງຢູ່ໃນຕະຫລອດແນວເຂດ ຊາຍແດນຂອງສອງປະເທດ.


ທັງນີ້ ດ້ວຍການຈັດວາງ ກຳລັງປະກອບ ອາວຸດ ໄວ້ຕາມແນວຊາຍແດນລະຫວ່າງ ສອງຝ່າຍ ເພື່ອຮ່ວມກັນປະຕິບັດ ການ ລາດຕາເວນຊາຍແດນທັງທາງບົກແລະ ທາງນໍ້າພາຍ​ໃຕ້ເປົ້າ ໝາຍທີ່ຈະຮ່ວມກັນ ສະກັດກັ້ນບັນດາຄວາມເຄື່ອນໄຫວຂອງ ບຸກຄົນ ທີ່ບໍ່ຫວັງດີຕໍ່ສາຍພົວພັນລະຫວ່າງ ລາວກັບໄທ ລວມໄປ ເຖິງການຮ່ວມມືເຂົ້າ ໃນການຮັກສາເສັ້ນຊາຍແດນ ລະຫວ່າງ ສອງປະເທດ ແລະ ການແກ້ໄຂບັນຫາບຸກຄົນສອງສັນຊາດຢູ່ຕາມ ຊາຍແດນການ ຮ່ວມມືເຂົ້າໃນການປ້ອງກັນ ແລະ ປາບປາມ ຢາເສບຕິດ ການຕິດຕໍ່ປະສານງານ ແລະ ແລກ ປ່ຽນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງ ແລະ ການຮ່ວມມືກັນແກ້ໄຂບັນຫາ ກ່ຽວກັບບຸກຄົນເຂົ້າເມືອງ ໂດຍຜິດກົດໝາຍເປັນຕົ້ນ. ໂດຍທັງໝົດນີ້ກໍເພື່ອຮັບປະກັນວ່າ ຊາຍແດນລະຫວ່າງສອງປະເທດຈະເປັນເຂດ ພື້ນທີ່ທີ່ມີຄວາມສະຫງົບຮຽບຮ້ອຍ ແລະ ມີຄວາມໝັ້ນຄົງປອດໄພໃນຕະຫລອດແນວເຂດຕິດຕໍ່ ຊາຍແດນ ລະຫວ່າງກັນຢ່າງ ແທ້ຈິງ.

ແຕ່ຢ່າງໃດກໍຕາມ ທາງການລາວ ແລະ ໄທ ກໍຍອມຮັບວ່າ ບໍ່ແມ່ນເລື່ອງງ່າຍເລີຍ ທີ່ຈະຮ່ວມມືກັນປະຕິບັດການ ເພື່ອ ເຮັດໃຫ້ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ ຈິງ, ເນື່ອງຈາກວ່າ ການທີ່ລາວກັບໄທ ມີເສັ້ນຊາຍແດນຕິດ ຕໍ່ກັນເປັນໄລຍະທາງຍາວກວ່າ 1.800 ກິໂລ ແມັດນັ້ນ ມັນ ເຮັດໃຫ້ຍາກຕໍ່ການທີ່ຈະກວດກາໄດ້ຢ່າງທົ່ວເຖິງ ໂດຍສະເພາະ ແມ່ນບັນຫາ ອາດສະຍາກຳນັ້ນ ນັບເປັນບັນຫາທີ່ໜັກຫນ່ວງ ຫລາຍຂຶ້ນນັບມື້ ທັງໃນດ້ານການ ລັກລອບຂົນສົ່ງ ແລະ ຄ້າຢາເສບຕິດ, ການ ຄ້າໄມ້ເຖື່ອນ, ການຄ້າສັດປ່າທີ່ຕ້ອງ ຫ້າມ, ການຄ້າໜີພາສີ ແລະ ການຄ້າແຮງງານ ໂດຍຜິດກົດໝາຍກໍຕາມ ຕ່າງກໍລ້ວນແລ້ວແຕ່ເປັນບັນຫາທີ່ມີ ຄວາມໜັກຫນ່ວງຫລາຍ ຂຶ້ນ.

ຍິ່ງໄປກວ່ານັ້ນ ດ້ວຍບັນຫາອາດສະຍາກຳໃນຫລາຍໆຮູບການ ທີ່ເກີດຂຶ້ນຢູ່ໃນຕະຫລອດ ແນວເຂດຕິດຕໍ່ຊາຍແດນລະຫວ່າງລາວ ກັບ ໄທ ໃນປະຈຸບັນນີ້ ກໍຍັງໄດ້ກໍ່ໃຫ້ເກີດບັນຫາ ໄພສັງຄົມ ຂຶ້ນຢູ່ໃນເຂດຕົວເມືອງໃຫຍ່ ຕາມແນວຊາຍແດນລະຫວ່າງສອງປະເທດ ອີກດ້ວຍ ໂດຍສຳລັບຢູ່ໃນປະເທດ ລາວນັ້ນ ກໍປະກົດວ່າ ນະຄອນຫລວງວຽງຈັນ ເປັນເຂດທີ່ມີບັນຫາ ໄພສັງຄົມ ຫລື ບັນຫາຍໍ້ທໍ້ ເກີດຂຶ້ນຫລາຍທີ່ສຸດ.

ລາຍງານຈາກບາງກອກ ​ໃນ​ວັນ​ທີ 03 ມີ​ຖຸນາ 2009

XS
SM
MD
LG