ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມົງກຸດຂອງເທພີ ອິດສະລະພາບຈະເປີດໃຫ້ຄົນຊົມອີກໃນວັນທີ 4 ເດືອນ 7 ປີນີ້


ລັດຖະບານອາເມລິກັນ ໄດ້ປະກາດວ່າ ​ໃນບໍ່​ຊ້າ​ນີ້ນັກທ່ອງທ່ຽວ ຈະສາມາດຂຶ້ນໄປທາງ ໃນອະນຸສາວະລີ ເທພີແຫ່ງອິດສະ ລະພາບໄດ້ອີກ​ແລ້ວ ​ແລະ​ຈະສາມາດໄປ​ຈົນຮອດມົງກຸດທີ່​ມີ​ຊື່ສຽງຂອງ​ນາງ ຊຶ່​ງ​ເປັນ​ບ່ອນ​ຊົມ​ວິວທີ່​ສວຍ​ງາມ​ຂອງ​ນະຄອນ ນິວຢອກ​ແລະ​ລັດ​ນິວ​ເຈີ​ຊີ. ຫລັງ​ຈາກການ ໂຈມຕີຂອງ​ພວກກໍ່ການຮ້າຍໃນວັນທີ 11 ​ເດືອນກັນຍາ ປີ 2001 ​ເປັນຕົ້ນມາ ຊານ​ຊົມ​ວິວນ້ອຍໆ​ແຫ່ງ​ນີ້ໄດ້ຖືກປິດຈົນ​ເຖິງແປດປີ ຕໍ່ມາຄືໃນວັນເອກກະລາດ ຂອງຊາວອາ ເມລິກັນ ຫລື ວັນ Fourth of July ຄືວັນທີ ສີ່ ກໍລະກົດ ​ເດືອນ​ໜ້າ​ນີ້ ລະບຽງຊົມ​ວີ​ວຢູ່ອ້ອມມົງ ກຸດຂອງ​ເທພີ​ແຫ່ງອິດສະລະພາບກໍຈະເປີດ ໃຫ້ປະຊາຊົນໄດ້​ຂື້ນ​ໄປຊົມຄືນ​ອີກ.

ອະນຸສາວະລີ ​ເທພີ​ແຫ່ງອິດສະລະພາບ ແມ່ນ​ເປັນຮູບປັ້ນໜຶ່ງ ທີ່ມີ​ຊື່ສຽງ ແລະ​ເປັນ​ທີ່​ຮູ້ຈັກ​ຫລາຍ​ທີ່​ສຸດ​ໃນໂລກ -- ​ເຊິ່ງປຽບ​ສະເໝືອນ ​ແສງ​ສວ່າງ​ແຫ່ງຄວາມຫວັງສຳລັບ ຄົນເຂົ້າເມືອງຫລາຍລ້ານ​ຄົນ ທີ່​ເຂົ້າມາ​ຢູ່​ປະ​ເທດ​ນີ້ ຜ່ານທາງລັດນິວຢັອກມາ​ ເປັນ​ເວລາດົນ​ກ່ວານື່ງສັດຕະວັດ ເພື່ອຊອກຫາຊີວິດໃໝ່ທີ່ ດີກວ່າເກົ່າ. ນອກ​ນັ້ນ ຮູບປັ້ນ ອະນຸສາວະລີ​ເທພີ​ແຫ່ງ​ອິດ​ສະ ລະ​ພາບນີ້ ກໍຍັງ​ເປັນສິ່ງດຶງດູດ ນັກທ່ອງທ່ຽວທີ່ສຳຄັນ​ອັນ​ນຶ່ງ.

ຫາກແຕ່ວ່າ ນັບຕັ້ງ​ແຕ່ມີການກໍ່ການຮ້າຍໂຈມຕີ ສູນກາງການ​ຄ້າ​ໂລກ ຫລື World Trade Center

ຂອງ ນິວຢັອກ​ໃນປີ 2001 ເປັນຕົ້ນມາ, ພາກສ່ວນນ້ອຍໆຂອງ​ອະນຸສາວະລີ​ແຫ່ງນີ້ ກໍ​ຄື​ຈອມ​ຂອງ​ມັນ ຫລື​ຊັ້ນມົງກຸດຂອງ​ເທພີອິດສະລະພາບນັ້ນ ໄດ້ ຖືກປິດ ບໍ່ໃຫ້ປະຊາຊົນ​ເຂົ້າຊົມ.

ຍ້ອນ​ຄວາມເປັນຫ່ວງທາງດ້ານຄວາມ​ສະ​ງົບ ​ແລະຄວາມປອດໄພ ນັກທ່ອງທ່ຽວຈື່ງ ບໍ່ສາມາດຂຶ້ນໄປຊົມ​ວິວ ຢູ່ບໍລິ​ເວນມົງກຸດຂອງ​ເທພີ​ອິດ​ສະລະ​ພາບໄດ້ເປັນ​ເວລາເກືອບ 8 ປີ ມາແລ້ວ. ຫາກແຕ່ວ່າ ໃນວັນທີ 4 ກໍລະກົດ ​ເດືອນ​ໜ້າ​ນີ້ ຊຶ່ງ​ເປັນ​ທີ່​ຮູ້​ກັນດີ​ວ່າ​ ແມ່ນວັນເອກກະລາດຂອງສະຫະລັດອາ​ເມ​ລິ​ການັ້ນ ຊັ້ນມົງກຸດຂອງ​ຮູບ​ປັ້ນນີ້ ຈະເປີດ ຄືນ ໝ່ໃຫ້ປະຊາຊົນ​ ຂື້ນໄປຊົມວິວ​ໄດ້ອີກ.

ທ່ານ ​ແດ​ເຣິນ ໂບຈ໌ (Darren Boch) ທີ່ເຮັດວຽກຢູ່ພະ​ແນ​ກບໍລິການ ສວນສາທາລະ ນະແຫ່ງຊາດ ຊຶ່ງຮັບຜິດ​ຊອບ​ແລະ​ກຳກັບເບິ່ງການດຳເນີນງານຢູ່​ຮູບປັ້ນ​ເທພີ ແຫ່ງອິດສະລະພາບນັ້ນ ກ່າວ​ວ່າ:

“ໃນວັນເກີດຂອງອາເມຣິກາ ຄືວັນທີ 4 ເດືອນກໍລະກົດ ປີ 2009 ທີ່ຈະມາເຖິງນີ້ ຫລື ເປັນແປດປີຕໍ່ມາ ພວກເຮົາມີຄວາມ ຕື່ນເຕັ້ນທີ່ຈະໃຫ້ໂອກາດແກ່ ຄົນອາເມຣິກັນ ແລະ ພວກຄົນໃນທົ່ວໂລກ ໄດ້ມາທ່ຽວຊົມອານຸສາວະລີແຫ່ງອິດສະລະພາບ”

ການຂຶ້ນອະນຸສາວະລີ ໄປເທິງຈອມຮູບປັ້ນນັ້ນ ບໍ່ແມ່ນວ່າ​ໃຜໆ​ກໍ​ຈະສາມາດ​ເຮັດໄດ້. ກ່ອນ​ອື່ນ ນັກທ່ອງທ່ຽວຕ້ອງຍ່າງຂຶ້ນຂັ້ນໄດ ທີ່ສູງຊັນຢູ່ທາງ​ໃນຫລືທາງກາງຂອງ ຮູບປັ້ນນັ້ນ​ເປັນຈຳນວນ ຫລາຍກວ່າ 200 ຂັ້ນ ຈື່ງ​ຈະ​ໄປ​ຮອດ​ຈອມ ຫລືຊັ້ນມົງກຸດ ​ທີ່​ມີ ປ່ອງ​ໃຫ້​ຄົນ​ຊົມ​ວິວ ແລະ ເມື່ອຂຶ້ນໄປ ຮອດເທິງຈອມແລ້ວ ບໍລິ​ເວນ​ຊົມ​ວິວນັ້ນ ​ກໍ​ຄັບ​ແຄບ​ ​ແລະແນມບໍ່​ເຫັນ​ອ້ອມ​ຂ້າງ​ເພາະບ່ອນຢືນເບິ່ງ ມີໜ້ອຍດຽວ ແຕ່ວ່າສິ່ງຫຍຸ້ງຍາກ​ເຫລົ່ານີ້ ກໍບໍ່​ໄດ້​ເຮັດ​ໃຫ້ຄົນ​ລົ້ມ​ເລີກ​ຄວາມພະຍາຍາມ ທີ່​ຈະຈົດຊື່ຈອງປີ້​ໄວ້ລ່ວງໜ້າ.

ເຈົ້າໜ້າທີ່ເວົ້າວ່າ ຄວາມຕ້ອງການ​ໄປ​ຊົມອະນຸສາວະລີ​ທີ່​ວ່າ​ນີ້ ມີສູງຫລາຍ ຈົນວ່າ ເວັບໄຊ້ທ໌ຂອງເຂົາ​ເຈົ້າລົ້ມ​ແຫລວ​ແລະຢຸດສະງັກລົງ ​ໃນມື້ທີ່ເຂົາ​ເຈົ້າປະກາດວ່າຈະເປີດ ຊັ້ນມົງກຸດໃຫ້ປະຊາຊົນ​ຂື້ນ​ໄປ​ຊົ​ມ ວິວໄດ້ອີກນັ້ນ ​ເນື່ອງ​ຈາກ​ມີ​ຫລາຍ​ຄົນ​ເກີນ​ໄປທີ່​ເຂົ້າ ​ໄປ​ເວ​ັບ​ໄຊ້ທ໌ ​ເພື່ອ​ຈົດ​ຊື່​ຈ່ອງ​ປີ້​ໄວ້​ລ່ວງ​ໜ້າ.

ຈະມີການຈຳກັດຈຳນວນຜູ້ຄົນ ທີ່ສາມາດຂຶ້ນໄປຮອດ​ຊັ້ນມົງກຸດ​ຂອງ​ອະນຸສາວະລີໄດ້. ​ທາງ​ການ​ຍັງ​ບໍ່​ທັນ​ໄດ້ເຮັດລາຍລະອຽດເທື່ອ,​ ແຕ່ກໍຄາດວ່າ ຈຳນວນນັກທ່ອງທ່ຽວ ທີ່ອະນຸຍາດໃຫ້ຂຶ້ນໄປໄດ້ນັ້ນ ຈະຈຳກັດ​ຢູ່ ປະມານ 150 ຄົນຕໍ່ມື້.

ໃນປະຈຸບັນນີ້ ​ເກາະອິດສະລະພາບ ຫລື Libety Island ບ່ອນ​ຕັ້ງຂອງ​ອະນຸສາວະລີ​ເທພີ​ແຫ່ງ​ອິດ​ສະລະ​ພາບ ຫລື the Statue of Liberty ທີ່​ສະຫະຣັດ​ໄດ້​ຮັບ​ເປັນ​ຂອງ​ຂວັນ​ຈາກ​ປະ​ເທດ​ຝຣັ່ງນັ້ນຮັບຕ້ອນ ນັກທ່ອງທ່ຽວ 3 ລ້ານ 6 ​ແສນຄົນ ຕໍ່ປີ, ເພາະສະນັ້ນ ເຖິງແມ່ນວ່າ ຈະ​ຕ້ອງ​ໄດ້​ປີນ​ຂັ້ນ​ໄດ​ຂື້ນ​ໄປ​ກໍ​ຕາມ ກໍ​ເບິ່ງ​ຊົງ​ວ່າ ປີ້ສຳລັບຂຶ້ນໄປຊົມ​ວິວຢູ່​ຊັ້ນມົງກຸດຂອງ​ເທພີ​ແຫ່ງອິດສະລະພາບນັ້ນ ຈະເປັນປີ້ທີ່ມີຜູ້ຄົນ ຊອກສະ​ແຫວ​ງຫາຫລາຍທີ່​ສຸດທີ່​ນະຄອນນິວຢອກ ​ໃນວັນທີ 4 ກໍລະກົດ ​ເດືອນ​ໜ້າ​ນີ້.

XS
SM
MD
LG