ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ເລີ້ມຕົ້ນໃໝ່ ໃນຄວາມສັມພັນ ກັບຊາວມຸສລິມ


ໂອບາມາ - ຕາເວັນອອກກາງ: ປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ຮຽກຮ້ອງ ໃຫ້ເລີ້ມຕົ້ນໃໝ່ ໃນຄວາມສັມພັນ ລະຫວ່າງ ສະຫະຣັດ ແລະ ຊາວມຸສລິມ ທີ່ມີ ຈຳນວນ 1 ພັນລ້ານຄົນ ໃນໂລກ ໂດຍເວົ້າວ່າ ວົງຈອນ ແຫ່ງ ຄວາມລະ​ແວງ ສົງສັຍ ແລະ ຄວາມບາດໝາງ ຕ້ອງຍຸຕິລົງ. ໃນຄຳປາສັຍ ທີ່ມະຫາ ວິທຍາລັຍ ກຸງໄຄໂຣ ໃນວັນພະຫັດ ມື້ນີ້ ທ່ານ OBAMA ກ່າວວ່າ ພວກຫົວຮຸນ ແຮງຈັດ ໄດ້ສວຍໃຊ້ ການສ້າງ ຄວາມເຄັ່ງຕຶງ ລະຫວ່າງ ຊາວມຸສລິມ ແລະ ປະເທດ ຕາເວັນຕົກ. ທ່ານກ່າວວ່າ ສະຫະຣັດ ແລະ ໂລກມຸສລິມ ຕ້ອງໄດ້ ດຳເນີນງານ ຮ່ວມກັນ ເພື່ອປະເຊີນໜ້າ ກັບພວກ ຫົວຮຸນແຮງຈັດ ໃນທຸກໆດ້ານ. ທ່ານ OBAMA ​ໄດ້ໃຫ້ຂໍ້ສັງເກດ ​ກ່ຽວ​ກັບ ແຜນການ ຂອງທ່ານ ທີ່ຈະຖອນ ທະຫານ ອະເມຣິກັນ ອອກຈາກ ອີຣັກ ແລະ ປະປ່ອຍໃຫ້ ອີຣັກ ເປັນຂອງປະຊາຊົນ ຊາວອີຣັກເອງ. ທ່ານເວົ້າວ່າ ສະຫະຣັດ ຢ່າກໃຫ້ ກຳລັງ ທະຫານ ຂອງຕົນ ໃນອັຟການິສຖານ ກັບຄືນ ປະເທດ ຄືກັນ ແຕ່ທ່ານເວົ້າວ່າ ທ່ານມີຄວາມ ໝາຍໝັ້ນ ຕັ້ງໃຈ ທີ່ຈະ ສືບຕໍ່ ການຕໍ່ສູ້ ຕ້ານຢັນ ກັບພວກ ຫົວຮຸນແຮງຈັດ ທີ່ນັ້ນ ທີ່ມີຄວາມ ຕັ້ງໃຈ ຈະສັງຫານ ຊາວອະເມຣິກັນ ແລະອື່ນໆ.

ຈີນ - ທຽນອັນເໝິນ: ຕຳຣວດຈີນໄດ້ທຳການ ຂັດຂວາງ ຢ່າງແຂງຂັນຕໍ່ພວກຄັດຄ້ານຣັຖບານ ເນື່ອງໃນໂອກາດ ວັນຄົບຮອບ 20 ປີ ຂອງ ການປາບປາມ ພວກນັກເຄື່ອນໄຫວ ເພື່ອ ປະຊາທິປະໄຕ ທີ່ຈະຕຸຣັດ ທຽນອັນເໝິນ ໃນວັນພະຫັດ ມື້ນີ້ ຂະນະທີ່ຈີນ ກຳລັງ ປະເຊີນກັບ ການຮຽກຮ້ອງ ຄັ້ງໃໝ່ ເພື່ອ​ໃຫ້ ແຈ້ງໃຫ້ຊາບ ກ່ຽວກັບ ລາຍລະອຽດ ຂອງ​ເຫດການ ນອງເລືອດ ດັ່ງກ່າວ. ຕຳຣວດຈີນ ໄດ້ຫ້າມ ບໍ່ໃຫ້ແມ່ນກະທັງ ພວກນັກຂ່າວ ເຂົ້າໄປໃນ ບໍຣິເວນ ຈະຕຸຣັດ ທຽນອັນເໝິນ ໃນວັນພະຫັດ ມື້ນີ້ ແລະຕຳຣວດ ທັງໃນ ແລະນອກ ເຄື່ອງແບບ ພ້ອມທັງ ເຈົ້າໜ້າທີ່ ຮັກສາ ຄວາມສະງົບ ອື່ນໆ ໄດ້ຍາມ ຮັກສາການ ຢ່າງເຕັມອັດຕຣາ ເພື່ອປ້ອງກັນ ບໍ່ໃຫ້ມີ ການຈັດ ການໄວ້ອາລັຍ ໃດໆກໍຕາມ ເນື່ອງໃນໂອກາດ ຄົບຮອບມື້ນີ້. ສະຫະຣັດ ໄດ້ຮຽກຮ້ອງ ໃຫ້ຈີນ ທຳການ ກວດສອບ ຢ່າງເປັນການ ເປີດເຜີຍ ເບິ່ງການ ປາບປາມ ພວກເດີນຂະບວນ ຮຽກຮ້ອງເອົາ ປະຊາທິປະໄຕ ທີ່ນະຄອນ ປັກກິ່ງ ໃນປີ 1989 ນັ້ນ ແລະແຈ້ງໃຫ້ຊາບ ກ່ຽວກັບຈຳນວນ ພວກທີ່ເສັຽຊີວິດ ຫາຍສາບສູນ ຫລື ຖືກຈັບກຸມ ຄຸມຂັງ ໃນການ ປະຕິບັດງານ ດັ່ງກ່າວ ຂອງ ພວກທະຫານ.

ເກົາຫລີເໜືອ: ນັກຂ່າວ ອະເມຣິກັນ 2 ຄົນ ກຳລັງ ປະເຊີນກັບ ການຖືກ ດຳເນີນຄະດີ ໃນ ເກົາຫລີເໜືອ ໃນຂໍ້ຫາ ເຂົ້າເມືອງ ຜິດກົດ ໝາຍ ແລະທຳ​ການ ​ເຄື່ອນ​ໄຫວ ທີ່ເປັນປໍຣະປັກ ຕໍ່ປະເທດ ດັ່ງກ່າວ. ຄອບຄົວ ຂອງພວກ ນັກຂ່າວ ທັງສອງ ຢູ່ສະຫະຣັດ ໄດ້ຮ້ອງຂໍ ໃຫ້ມີການ ຜ່ອນຜັນໂທດ ແຕ່ການ ດຳເນີນຄະດີ ອາດຈະສົ່ງ ບຸກຄົນ ທັງສອງ ໄປເຂົ້າຄ້າຍ ສັພທຸກ ອອກແຮງງານ ດົນເຖິງ 10 ປີ ກໍ​ໄດ້. ອົງການຂ່າວ ສູນກາງ ຂອງ ເກົາຫລີເໜືອ ລາຍງານ ໃນມື້ນີ້ວ່າ ການດຳເນີນ ຄະດີ ຈະເລີ້ມຂຶ້ນ ໃນຕອນບ່າຍ 3 ໂມງ ຕາມເວລາທ້ອງຖິ່ນ. ນັກຂ່າວ ທັງສອງ ຄືນາງ EUNA LEE ແລະນາງ LAURA LING ທີ່ເຮັດວຽກ ໃຫ້ໂທຣະພາບ CURRENT ໄດ້ຖືກຈັບ ຂະນະທີ່ ພວມລາຍງານຂ່າວ ໃກ້ໆຊາຍແດນ ເກົາຫລີເໜືອ ກັບຈີນ. ການດຳເນີນ ຄະດີ ຈະມີຂຶ້ນ ທີ່ສານສູງແຫ່ງ ນຶ່ງຂອງເກົາຫລີເໜືອ. ບຸກຄົນ ທັງສອງ ໄດ້ຖືກ ທະຫານຍາມ ຊາຍແດນ ເກົາຫລີເໜືອ ຈັບ ໃນວັນທີ 17 ມີນາ ປີນີ້ ຂະນະທີ່ພວມ ທຳການ ຄົ້ນຄວ້າ ​ເອົາ​ຂ່າວ ກ່ຽວກັບ ພວກອົພຍົບ ທີ່ຫລົບໜີ ອອກ​ມາຈາກ ເກົາຫລີເໜືອ.

ມຽນມາ: ພວກທີ່ເຫັນ ເຫດການ ຢູ່ນະຄອນ ຢ່າງກຸ້ງກ່າວວ່າ ເຈົ້າໜ້າທີ່ໄດ້ຈັບກຸມ ບຸກຄົນ ກຸ່ມນ້ອຍໆ ກຸ່ມນຶ່ງ ທີ່ທຳການ ປະທ້ວງ ເປັນ ເວລາສັ້ນໆ ຢູ່ນອກ ສະຖານທູດ ສະຫະຣັດ ໃນວັນພະຫັດ ມື້ນີ້. ແມ່ຍິງ ສອງຄົນ ແລະເດັກນ້ອຍ ບໍ່ຕ່ຳກວ່າ 3 ຄົນ ໄດ້ພາກັນຢືນ ຢູ່ຕໍ່ໜ້າ ສະຖານທູດ ສະຫະຣັດ ແລະຖືປ້າຍ ຮຽກຮ້ອງໃຫ້ ປ່ອຍສາມີ ຂອງແມ່ຍິງ ຄົນນຶ່ງ ໃນສອງຄົນນັ້ນ ທີ່ໄດ້ຖືກ ຣັຖບານ ທະຫານມຽນມາ ຈັບ​ໄປ. ໂຄສົກ ຄົນນຶ່ງ ຂອງ ສະຖານທູດ ສະຫະຣັດ ກ່າວວ່າ ບໍ່ມີຈຸດປະສົງ ທາງດ້ານການເມືອງ ຢູ່ເບື້ອງຫລັງ ການປະທ້ວງ ໃນເທື່ອນີ້. ໂຄສົກເວົ້າວ່າ ຜູ້ຄົນຈຸນີ້ ໄດ້ໜີໄປ ຫລັງຈາກ ທຳ​ການປະທ້ວງ ເປັນເວລາ 15 ນາທີ ໂດຍປາສຈາກ ເຫດຮ້າຍໃດໆ ​ແລະ​ໄດ້​ຖືກ​ຈັບ​ໄປ.

ອີຣັກ: ກະຊວງພາຍໃນ ຂອງ ອີຣັກ ກ່າວວ່າ ມີ 9 ຄົນ ເສັຽຊີວິດ ແລະ 31 ຄົນ ບາດເຈັບ ໃນການ ວາງຣະເບີດ ໃສ່ຮ້ານ ກາເຟ ແຫ່ງນຶ່ງ ທີ່ນະຄອນຫລວງ ຂອງອີຣັກ. ເຈົ້າໜ້າທີ່ ກະຊວງ ກ່າວວ່າ ຣະເບີດ ໄດ້ແຕກຂຶ້ນ ໃນຕອນເດິກ ຂອງຄືນ ວັນພຸດ ທີ່ຄຸ້ມໆນຶ່ງ ຊຶ່ງປະຊາຊົນ ສ່ວນໃຫຍ່ ນັບຖື ສາສນາ ອິສລາມ ນິກາຍຊີໄອທ໌ ທາງພາກ ຕາເວັນຕົກ ສຽງໃຕ້ ຂອງ ນະຄອນຫລວງ ແບັກແດັດ. ​ເຖິງ​ແມ່ນ ໄດ້ເກີດຄວາມ ຮຸນແຮງ ເມື່ອໄວໆມານີ້ ກໍຈິງ ແຕ່ຣັຖບານ ອີຣັກ ກ່າວວ່າ ຈຳນວນ ພວກທີ່ ບາດເຈັບ ລົ້ມຕາຍ ໄດ້ຫລຸດລົງ ສູ່ຣະດັບ ຕ່ຳສຸດ ໃນເດືອນແລ້ວນີ້ ສົມ​ທຽບ​ກັບ ເດືອນເມສາ ຜ່ານມາ ຊື່​ງ​ເປັນ​ເດືອນ​ນື່ງທີ່​ນອງ​ເລື​ອດ ທີ່​ສຸດ. ລາຍງານ ທີ່ນຳອອກ ເຜີຍແຜ່ ໃນມື້ວັນອາທິດ ຜ່ານມາ ແຈ້ງວ່າ ມີຊາວອີຣັກ 165 ຄົນ ຮວມທັງ ພົລເຮືອນ 134 ຄົນ ໄດ້ເສັຽຊີວີດ ຍ້ອນຄວາມ ຮຸນແຮງ ທີ່ພົວພັນ ກັບການກໍ່ ກະບົດ ​ໃນ​ເດືອນ​ ພຶ​ສພາ ຂນະ​ທີ່ ໃນເດືອນ ເມສາ ມີຜູ້ເສັຽຊີວິດ ທັງໝົດ 355 ຄົນ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ພວກນັກຮຽນ ແລະນາຍຄຣູ ທີ່ຖືກ ພວກທາລີ ບານລັກພາໂຕ​ໄປໃນຕົ້ນອາທິດນີ້ ໄດ້ຖືກປ່ອຍ ເປັນອິສຣະແລ້ວ. ເຈົ້າໜ້າທີ່ ເວົ້າວ່າ ພວກນັກຮຽນ 46 ຄົນ ແລະນາຍຄຣູ 2 ຄົນ ໄດ້ຖືກປ່ອຍ ຫລັງຈາກ ພວກຜູ້ນຳ ອະວຸໂສ ຂອງຊົນເຜົ່າ ໄດ້ທຳການ ເຈຣະຈາ ກັບພວກ ທາ​ລີ​ບານ. ເຈົ້າໜ້າທີ່ ຂອງກຸ່ມ ທາລີບານ ແຈ້ງໃຫ້ ອົງການຂ່າວຝຣັ່ງ ຊາບວ່າ ໂຕປະກັນ ໄດ້ຖືກປ່ອຍ ກໍເພື່ອ ເຫັນແກ່ ສັນຕິພາບ ຢູ່ໃນຂົງເຂດ. ການເຄື່ອນໄຫວ ທີ່ວ່ານີ້ ມີຂຶ້ນ ຫລັງຈາກ ໄດ້ມີລາຍງານຂ່າວ ທີ່ບໍ່ຖືກຕ້ອງ ກ່ຽວກັບ ການບຸກ ເຂົ້າໄປຊ່ອຍ ພວກນັກຮຽນ ແລະນາຍຄຣູ ອອກມາ. ໃນມື້ນີ້ ​ເຊ່ນ​ກັນ ທ່ານ RICHARD HOLBROOKE ທູດພິເສດ ຂອງ ສະຫະຣັດ ຮັບຜິດຊອບ ກ່ຽວກັບ ເຣື່ອງ ອັຟການິສຖານ ແລະ ປາກິສຖານ ໄດ້ເດີນທາງ ໄປຢ້ຽມ ພວກອົພຍົບ ທີ່ຫລົບໜີ ການສູ້ຣົບ ຣະຫວ່າງ ທະຫານ ປາກິສຖານ ກັບພວກ ກອງໂຈນ ທາລີບານ. ໃນມື້ວານນີ້ ຫຼັງຈາກ ໄດ້ເຈຣະຈາ ຫາຣືກັບ ປະທານາທິບໍດີ ປາກິສຖານ ທ່ານ ASIF ALI ZARDARI ທີ່ນະຄອນຫລວງ ອິສລາມາບັດແລ້ວ ທ່ານ HOLBROOKE ກ່າວວ່າ ສະຫະຣັດ ໄດ້ຮັບປາກ ທີ່ຈະໃຫ້ເງິນ ເພີ້ມຕື່ມ 200 ລ້ານໂດລາ ​ແ​ກ່ປາ​ກິ​ສຖານ ເພື່ອຊ່ອຍ ພວກອົພຍົບ 2 ລ້ານ 5 ແສນຄົນ ທີ່ໄດ້ຫລົບໜີ ການສູ້ຣົບກັນ ເມື່ອໄວໆມານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG