ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາວິກິດການເສດຖະກິດ ກະທົບຕໍ່ລາວແຜ່ກວ້າງຂຶ້ນ


ບັນຫາວິກິຕະການທາງເສດຖະກິດການເງິນ ໂລກໄດ້ສົ່ງຜົນກະທົບ ຕໍ່ລາວຢ່າງກວ້າງຂວາງ ຫລາຍຂຶ້ນ ໂດຍສະເພາະແມ່ນໃນດ້ານການ ສົ່ງອອກສິນຄ້າໄປ ຕ່າງປະເທດຂອງເຂດ ແຂວງຕ່າງໆ ນັ້ນກໍໄດ້ຫລຸດລົງຢ່າງຕໍ່ເນື່ອງ ໃນຂະນະທີ່ລາຍຮັບທາງດ້ານ ງົບປະມານ ຂອງລັດຖະບານລາວ ກໍຫລຸດລົງ ແລະ ກໍໄດ້ສົ່ງຜົນກະທົບຕໍ່ການດຳເນີນໂຄງການ ພັດທະນາຕ່າງໆ ໃນທົ່ວປະເທດອີກດ້ວຍ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການຄະນະລັດຖະ ບານລາວ ໄດ້ຖະແຫລງຍອມຮັບວ່າ ບັນຫາວິກິດການທາງເສດຖະກິດການເງິນໂລກ ບໍ່ພຽງແຕ່ຈະໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ໂດຍລວມຂອງລາວເທົ່ານັ້ນ ຫາກແຕ່ຍັງ ໄດ້ສົ່ງຜົນກະທົບຕໍ່ເນື່ອງໄປເຖິງເຂດແຂວງຕ່າງໆ ໃນທົ່ວປະເທດລາວຢ່າງກວ້າງ ຂວາງອີກດ້ວຍ, ໂດຍສະເພາະແມ່ນໃນພາກການສົ່ງອອກສິນຄ້າ ຂອງລາວໄປຍັງ ຕ່າງປະເທດນັ້ນກໍປະກົດວ່າ ໄດ້ຫລຸດລົງແລ້ວໃນອັດຕາສະເລ່ຍທີ່ເກີນກວ່າ 41% ໃນໄລຍະສາມເດືອນຕົ້ນປີທີ່ຜ່ານມາ ໂດຍທີ່ຖືວ່າ ໄດ້ຮັບຜົນກະທົ ຢ່າງໜັກຫນ່ວງ ທີ່ສຸດນັ້ນກໍຄື ພາກຂຸດຄົ້ນ ບໍ່ແຮ່ ເນື່ອງຈາກວ່າລາຄາທອງແດງໃນຕະຫລາດໂລກ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ຈຶ່ງໄດ້ສົ່ງຜົນເຮັດໃຫ້ລາຍຮັບ ຈາກການສົ່ງອອກແຮ່ທອງ ແດງຂອງລາວ ໄປຕ່າງປະເທດນັ້ນຫລຸດລົງເຖິງ 60% ສ່ວນຄວາມຕ້ອງການ ຊົມໃຊ້ ພະລັງງານໄຟຟ້າໃນຕ່າງປະເທດທີ່ຫລຸດລົງ ໂດຍສະເພາະແມ່ນຢູ່ໃນປະເທດໄທນັ້ນ ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ການສົ່ງອອກໄຟຟ້າຂອງລາວໄປໄທຫລຸດລົງ ຫລາຍກວ່າ 30% ອີກດ້ວຍ.

ນອກຈາກນີ້ ການສົ່ງອອກກາ​ເຟກໍ ຫລຸດລົງແລ້ວ ເກີນກວ່າ 20% ແລະ ການສົ່ງອອກເສື້ອຜ້າສຳເລັດຮູບ ກໍຫລຸດລົງໃນລະດັບທີ່ເກີນກວ່າ 20% ເຊັ່ນດຽວກັນ ໃນຂະນະຜົນຜະຫລິດ ທາງການກະເສດນັ້ນ ນອກຈາກ ຈະ ຕ້ອງປະເຊີນກັບບັນຫາລາຄາຕົກຕໍ່າລົງ ຢ່າງໜັກຫນ່ວງແລ້ວກໍຍັງຫາຕະຫລາດ ສົ່ງອອກໄດ້ ຍາກຫລາຍສົ່ງຜົນ ທີ່ຕິດຕາມມາກໍຄືມີຜົນຜະຫລິດຕົກ ຄ້າງ ຢູ່ໃນ ເຂດແຂວງພາກເໜືອ ຂອງລາວໃນປະລິມານ ຢ່າງຫລວງຫລາຍ ໂດຍສະເພາະແມ່ນຜົນຜະຫລິດ ສາລີນັ້ນ ມີການຕົກຄ້າງຢູ່ໃນປະເທດ ລາວຫລາຍແສນໂຕນ ເວລານີ້.

ສ່ວນຜົນຜະຫລິດມັນຕົ້ນນັ້ນ ເຖິງແມ່ນວ່າຈະມີບໍລິສັດຈາກຈີນເຂົ້າໄປຮັບຊື້ຈາກກະເສດ ຕະກອນລາວ ຢ່າງບໍ່ມີ ການຈຳກັດປະລິມານກໍຕາມ ຫາກແຕ່ວ່າກະເສດຕະກອນລາວ ກໍຈະຕ້ອງຖືກກົດລາຄາຢ່າງໜັກ ກໍຄືແທນທີ່ວ່າຈະຂາຍໄດ້ ໃນລາຄາ 400.000ກີບ ຕໍ່ໂຕນ ກັບຕ້ອງຍອມຂາຍໃຫ້ພໍ່ຄ້າຈີນໄປ ໃນລາຄາພຽງ 320.000 ກີບ ຕໍ່ໂຕນເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບການຕົກຕໍ່າທາງ ເສດຖະກິດດັ່ງກ່າວ ກໍຍັງໄດ້ສົ່ງຜົນກະທົບຕໍ່ ເນື່ອງເຖິງລະດັບລາຍຮັບດ້ານງົບປະມານ ຂອງ ລັດຖະບານລາວອີກດ້ວຍໂດຍທ່ານ ສົມສະຫວາດ ໄດ້ລະບຸວ່າ ລາຍຮັບງົບປະມານ ຂອງລັດຖະບານໃນແຜນການປະຈຳປີ 2008 ຫາ 2009 ນີ້ ຈະຫລຸດລົງບໍ່ໜ້ອຍກວ່າ 700 ຕື້ ກີບ ຊຶ່ງກໍຈະເຮັດ ໃຫ້ລັດຖະບານລາວ ຕ້ອງປະເຊີນ ກັບບັນຫາການຂາດດຸນທາງດ້ານ ງົບປະມານເພີ້ມຂຶ້ນຫລາຍກວ່າ 3.000 ຕື້ກີບ. ເພາະສະນັ້ນ ຜົນກະທົບທີ່ຕິດຕາມມາຢ່າງຫລີກລ້ຽງບໍ່ໄດ້ກໍຄື ສະພາວ່າການ ຂາດ​ແຄນ ທາງດ້ານງົບປະມານທີ່ຈະນຳໃຊ້ສຳລັບດຳເນີນໂຄງການ ພັດທະນາຕ່າງໆ ທັງທີ່ຢູ່ໃນ ເຂດນະຄອນຫລວງວຽງຈັນ ແລະ ໃນເຂດຕ່າງແຂວງ ໂດຍສະເພາະແມ່ນເຂດ ແຂວງນັ້ນ ໄດ້ເລີ້ມໄດ້ຮັບຜົນກະທົບຫລາຍຂຶ້ນນັບມື້ແລ້ວ ໃນປະຈຸບັນນີ້ ດັ່ງທີ່ ທ່ານ ບຸນປອນ ບຸດຕະນະວົງ ເຈົ້າແຂວງອຸດົມໄຊ ໄດ້ຖະແຫລງຊີ້ແຈງເຖິງ ສະພາບການ ທີ່ເກີດຂຶ້ນຢູ່ພາຍໃນແຂວງ ອຸດົມໄຊ ໃນເວລານີ້ວ່າ:

ສຳລັບແຂວງອຸດົມໄຊ ພວກຂ້າພະເຈົ້າເປັນແຂວງພູດອຍ ກໍມີຜົນກະທົບຈຳນວນໜຶ່ງຍ້ອນວ່າ ການພັດທະນາເສດ ຖະກິດສັງຄົມຢູ່ແຂວງນີ້ ມັນຕິດພັນເຖິງໂຄງການຕິດພັນ ເຖິງງົບປະມານທີ່ສະພາ ແລະ ລັດຖະບານໄດ້ຮັບຮອງ ປະກາດໄດ້ໄປແລ້ວ ດັ່ງນັ້ນ ໂຄງການໃຫຍ່ຈຳນວນໜຶ່ງ ຊຶ່ງຈະຈັດຕັ້ງປະຕິບັດຢູ່ພາຍໃນແຂວງ ນີ້ ກໍອາດຈະ ມີອັນລວມເຖິງ ແຜນງົບປະມານລວມ.

ສຳລັບກ່ຽວກັບສະພາບການຂະຫຍາຍຕົວທາງເສດຖະກິດໂດຍລວມ ຫລື ຍອດຜົນ ຜະຫລິດຕະພັນລວມ ພາຍໃນປະເທດ ຫລື ມູນຄ່າ GDP ຂອງລາວໃນຕະຫລອດ ໄລຍະແຜນການປະຈຳປີ 2008 ຫາ 2009 ນີ້ ໃນເບື້ອງຕົ້ນ ທາງການລາວກໍໄດ້ ປະເມີນວ່າ ຈະຫລຸດລົງຈາກປີກາຍປະມານ 1% ຊຶ່ງກໍຄືຈະມີການຂະ ຫຍາຍຕົວ ໃນອັດຕາບໍ່ເກີນ 6.9% ເທົ່ານັ້ນ ໃນຂະນະທີ່ທະນາຄານພັດທະນາແຫ່ງເອ ເຊຍ ຫລື ADB ກໍໄດ້ຄາດໝາຍວ່າ ເສດຖະກິດຂອງລາວໃນປີນີ້ຈະຂະຫຍາຍຕົວ ໃນອັດຕາບໍ່ເກີນ 5.7% ເທົ່ານັ້ນ.


ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 02 ມີຖຸນາ 2009

XS
SM
MD
LG