ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ພຶດສະພາ ໒໐໒໔

ສານຂອງລາວ ຕັດສິນໂທດ ຈຳຄຸກຕລອດຊີວິດ ແມ່ຍິງ ຄົນອັງກິດ


ລາວ - ອັງກິດ: ໂຄສົກຄົນນຶ່ງ ຂອງສະຖານ ທູດ ອັງກິດ ກ່າວວ່າ ສານຂອງລາວ ໄດ້ຕັດສິນ ຈຳຄຸກ ຕລອດ ຊີວິດ ແມ່ຍິງ ຄົນອັງກິດ ທີ່ຖື ພາມານ ໃນຂໍ້ຫາ ລັກລອບ ຄ້າຢາເສບຕິດນັ້ນ. ໂຄສົກກ່າວວ່າ ໃນລະຫວ່າງ ການດຳເນີນ ຄະດີ ເປັນເວລາ ສັ້ນໆ ໃນວັນພຸດ ມື້ນີ້ ຄະນະຜູ້ພິພາກສາ ຂອງລາວ ພົບເຫັນວ່າ ນາງ SAMANTHA OROBATOR ອາຍຸ 20 ປີ ມີຄວາມຜິດ ໃນການ ພະຍາຍາມ ລັກລອບ ເຮໂຣອີນ 680 ກຣາມ ໃນຖ້ຽວບິນ ເດີນທາງ ອອກໄປ ຈາກລາວ. ຕາມປົກກະຕິແລ້ວ ຢູ່ລາວ ຜູ້ໃດກໍຕາມ ທີ່ຖືກພົບເຫັນວ່າ ມີເຮໂຣອີນ ຫລາຍກວ່າ 500 ກຣາມ ຢູ່ໃນຄວາມ ຄອບຄອງ ຜູ້ນັ້ນ​ແມ່ນຈະໄດ້ຮັບໂທດ ປະຫານຊີວິດ. ນາງ OROBATOR ບໍ່ໄດ້ຮັບໂທດ ທີ່ໜັກທີ່ສຸດ ກໍຍ້ອນວ່າ ນາງຖືພາມານ. ນາງໄດ້ຖືພາ ຂະນະທີ່ ກຳລັງ ຢູ່ໃນຄຸກ. ມີທ່າທາງວ່າ ນາງອາດ ຈະຖືກສົ່ງ ກັບຄືນໄປຍັງ ປະເທດອັງກິດ ໃນໄວໆນີ້ ເພື່ອຮັບໃຊ້ໂທດ ທີ່ນັ້ນ. ໃນເດືອນແລ້ວ ເຈົ້າໜ້າທີ່ອັງກິດ ແລະລາວ ໄດ້ຕົກລົງ ກັນວ່າ ຖ້ານາງ OROBATOR ຫາກຖືກ ຕັດສິນໂທດ ນາງສາມາດ ໄປຮັບໃຊ້ໂທດ ຂອງນາງ ທີ່ປະເທດອັງກິດໄດ້ ພາຍໃຕ້ ຂໍ້ຕົກລົງ ສົ່ງ​ນັກ​ໂທດ​ ຂ້າມ​ແດນ ທີ່ຫາກໍ ມີການລົງນາມ ກັນໃໝ່ໆ.

ໂອບາມາ - ຕາເວັນອອກກາງ: ປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ໄດ້ເດີນທາງ ໄປເຖິງ ຊາອຸດີອາຣາເບັຽ ຊຶ່ງເປັນ ບ່ອນຢຸດແວ່ ​ແຫ່ງທຳອິດ ໃນການເດີນທາງ ທີ່ແນໃສ່ ເພື່ອຍື່ນມື ໄປຫາ ຊາວມຸສລິມ ຢູ່ໃນທົ່ວໂລກ. ທ່ານ OBAMA ທີ່ເດີນທາງ ໄປເຖິງ ນະຄອນຣິຢາດ ໃນມື້ນີ້ ຈະພົບປະ ເຈຣະຈາ ກັບກະສັດ ABDULLAH ຊຶ່ງຄາດວ່າ ຈະລວມຈຸດ​ໃສ່ ບັນຫາ ການຂັດແຍ້ງ ລະຫວ່າງ ອິສຣາແອລ ກັບ ປາແລສໄຕນ໌ ບົດບາດ ຂອງ ອີຣ່ານ ໃນພາກ ຕາເວັນອອກກາງ ແລະ ຣາຄານ້ຳມັນ ທີ່ພວມແພງຂຶ້ນ. ຫລັງຈາກນັ້ນ ປະທານາທິບໍດີ ສະຫະຣັດ ກໍຈະເດີນທາງ ໄປຍັງ ປະເທດອີຈິບ ໃນມື້ອື່ນ ເພື່ອກ່າວ ຄຳປາສັຍ ທີ່ມີການ ຄອງຄອຍຖ້າ ມາເປັນເວລາ ດົນນານ ແລ້ວນັ້ນ ຕໍ່ປະຊາຄົມ ມຸສລິມ ຊຶ່ງຈະເວົ້າເຖິງ ຂັ້ນຕອນ ໃນການສ້າງ ສັນຕິພາບ ຢູ່ໃນ ພາກຕາເວັນອອກກາງ ແລະບັນຫາ ພວກນິຍົມ ສາສນາ ຫົວຮຸນແຮງ ແລະ ການກໍ່ ຄວາມຮຸນແຮງ ຍ້ອນ​ສາສນາ ນຳດ້ວຍ. ໂຄສົກ ຂອງ ທຳນຽບຂາວ ກ່າວໃນ ມື້ວານນີ້ວ່າ ເປົ້າໝາຍ ຂອງທ່ານ OBAMA ໃນການ ປັບປຸງ ຄວາມສັມພັນ ຂອງ ສະຫະຣັດ ກັບຊາວ ມຸສລິມນັ້ນ ແມ່ນພາກ ສ່ວນນຶ່ງ ຂອງຂັ້ນຕອນ ທີ່ຍາວນານ ແລະບໍ່ຄາດວ່າ ຈະມີວິທີ ປົວແປງ ໄດ້ຢ່າງ ວ່ອງໄວໃດໆ ຢູ່​ໃນ ຄຳປາສັຍ ຂອງທ່ານ.

ບຣາຊີລ - ຝຣັ່ງ: ຣັຖມຸນຕຣີ ປ້ອງກັນປະ ເທດ BRAZIL ທ່ານ NELSON JOBIM ກ່າວວ່າ ບໍ່ມີ ຄວາມສົງສັຍ ໃດໆເລີຍວ່າ ຊາກເສດເຫລືອ ທີ່ພົບເຫັນ ໃນເຂດ ມະຫາສະມຸດ ອັດລັນຕິກ ຕອນໃຕ້ນັ້ນ ເປັນຂອງ ສາຍການບິນ ຝຣັ່ງ ທີ່ຫາຍສາບສູນໄປ ພ້ອມດ້ວຍ ຜູ້ໂດຍສານ 228 ຄົນ ໃນສັບປະດານີ້. ເຮືອບິນ ຊອກຄົ້ນ ຂອງ BRAZIL ໄດ້ແນມເຫັນ ບ່ອນນັ່ງ ຂອງເຮືອບິນ ເສດໂລຫະ ແລະນ້ຳມັນ ເຮືອບິນອາຍພົ່ນ ໄຫລຢູ່ ເທິງໜ້ານ້ຳ ໃນມື້ວານນີ້ ປະມານ 1 ພັນຫລັກ ກິໂລແມັດ ຫ່າງຈາກ ແຄມຝັ່ງທະເລ ທາງກ້ຳ ຕາເວັນອອກສຽງເໜືອ ຂອງ BRAZIL. ທ່ານ JOBIM ກ່າວວ່າ ການສຳຣວດ ໃນໄລຍະໃກ້ ໃຫ້ການ ຢືນຢັນວ່າ ຊາກເສດເຫລືອ ທີ່ຟູນ້ຳຢູ່ນັ້ນ ເປັນຊາກ ຂອງຖ້ຽວບິນ 447 ຂອງຝຣັ່ງ. ບໍ່ມີ ຮ່ອງຮອຍວ່າ ມີຜູ້ລອດ ຊີວິດ ມາໄດ້. ເຮືອບິນ ອາຍພົ່ນ ແອຣ໌ບັສ ຂອງຝຣັ່ງ ໄດ້ຫາຍ ສາບສູນໄປ ຈາກຈໍເຣດ້າ ໃນເຊົ້າ ວານນີ້ ປະມານ 4 ຊົ່ວໂມງ ຫລັງຈາກ ບິນຂຶ້ນຈາກ ນະຄອນ RIO DE JANEIRO ໃນຕອນກາງຄືນ ຂອງ ວັນອາທິດ ເພື່ອເດີນທາງ ໄປຍັງ ກຸງປາຣີ. ສາເຫດ ທີ່ພາໃຫ້ ເຮືອບິນ ປະສົບ ອຸບັດຕິເຫດ ຍັງບໍ່ທັນ ເປັນທີ່ ຈະແຈ້ງເທື່ອ.

ຈີນ - ທຽນອັນເໝິນ: ຈີນ ໄດ້ປິດ​ເວ​ບ​ໄຊ້ທ໌ ສົນທະນາ​ ທາງອິນເຕີແນັດ ແລະ ສະຖານທີ່ ໂຮມຊຸມນຸມ ທາງສັງຄົມ ຂອງສື່ມວນຊົນ ແລະ ໄດ້ສົ່ງກຳລັງຮັກສາຄວາມສະງົບ ໄປປະຈຳການ ທີ່ຈະຕຸຣັດ ທຽນອັນເໝິນ ໃນວັນພຸດ ມື້ນີ້ ນຶ່ງມື້ ກ່ອນວັນຄົບຮອບ 20 ປີ ໃນການປາບປາມ ການປະທ້ວງ ຮຽກຮ້ອງເອົາ ປະຊາທິປະໄຕ ໃນວັນທີ 4 ມິຖຸນາ. ພວກທີ່ເຫັນ ເຫດການ ກ່າວວ່າ ໄດ້ມີການເພີ້ມ ກຳລັງ ຮັກສາ ຄວາມສະງົບ ທີ່ຈະຕຸຣັດ ທຽນອັນເໝິນ ໂດຍມີ ຣົດຕູ້ສີດຳ ຂອງຕຳຣວດ ຈອດຢູ່ໃກ້ໆ ແລະຕຳຣວດ ນອກເຄື່ອງແບບ ລາຕເວນ ຢູ່ໃນບໍຣິ​ເວນ ດັ່ງກ່າວ. ການເຂົ້າໄປ ພາຍໃນ ບໍຣິເວນ ຈະຕຸຣັດ ຂອງ ພວກນັກຂ່າວ ໄດ້ຖືກຈຳກັດ. ໃນວັນທີ 4 ມິຖຸນາປີ 1989 ຣົດຖັງ ໄດ້ແລ່ນ ເຂົ້າໄປ ໃນບໍຣິເວນ ຈະຕຸຣັດ ທຽນອັນເໝິນ ກ່ອນ ຕາເວັນຂຶ້ນ ເພື່ອປາບປາມ ພວກນັກສຶກສາ ແລະ ກັມມະກອນ ທີ່ພາກັນ ປະທ້ວງມາ ໄດ້ຫລາຍ ອາທິດ ແລ້ວນັ້ນ. ຈີນ ບໍ່ເຄີຍ ອະນຸຍາດໃຫ້ ມີການ ສືບສວນ ຢ່າງເປັນ ອິສຣະ ເບິ່ງການ ປາບປາມ ທີ່ວ່ານີ້ ແລະ ຈຳນວນ ພວກເຄາະຮ້າຍ ທີ່ເສັຽຊີວິດ ແມ່ນຍັງ ເປັນເຣື່ອງ ທີ່ຕ້ອງຫ້າມຢູ່. ມີພວກປະທ້ວງ ຈຳນວນ ຫລາຍຮ້ອຍ ຫລືບໍ່ ກໍຫລາຍພັນຄົນ ໄດ້ຖືກ ຂ້າຕາຍ. ສື່ມວນຊົນ ຂອງ ຕ່າງປະເທດ ທີ່ລາຍງານ ໃຫ້ຊາບ ກ່ຽວກັບ ວັນຄົບຮອບ ດັ່ງກ່າວ ກໍໄດ້ຖືກ ຂັດຂວາງ ບໍ່​ໃຫ້​ມີ​ການ​ເຜີຍ​ແຜ່ ຢູ່ໃນປະເທດຈີນ.

ເກົາຫລີເໜືອ: ນັກການທູດ ອະວຸໂສ ທ່ານນຶ່ງ ຂອງ ສະຫະຣັດ ເຕືອນໃນມື້ນີ້ວ່າ ການທົດລອງ ອາວຸດ ນິວເຄລັຽ ຂອງ ເກົາຫລີເໜືອ ພ້ອມທັງ ທົດລອງ ຍິງຈະຣວດ ຫຼາຍໆລູກ ແລະ ກະກຽມ ທີ່ຈະທົດລອງ ຍິງລູກສອນໄຟ ໄລຍະຍາວນັ້ນ ແມ່ນໄດ້​ ນຳ​ພາ ເກົາຫລີ​ເໜືອ ກ້າວ​ເດີນ​ໄປ ໃນ​ທິດທາງ ທີ່ບໍ່ຖືກຕ້ອງ. ໃນການຖແລງ ຕໍ່ພວກ ນັກຂ່າວ ທີ່ກຸງໂຊລນັ້ນ ຮອງຣັຖມຸນຕຣີການ ຕ່າງປະເທດສະຫະຣັດ ທ່ານ JAMES STEINBERG ກ່າວວ່າ ທ່ານ ແລະເຈົ້າໜ້າທີ່ ໃນເກົາຫລີໃຕ້ ໄດ້ເຫັນພ້ອມ ນຳກັນ ເຖິງຄວາມຈຳເປັນ ທີ່ຕ້ອງ ສະແດງອອກ ຢ່າງຈະແຈ້ງວ່າ ເກົາຫລີເໜືອ ຕ້ອງໄດ້ ຕ່າວປີ້ນ ທິດທາງ ຂອງຕົນ. ທ່ານ STEINBERG ກ່າວວ່າ ທັງວໍຊິງຕັນ ແລະກຸງໂຊລ ຢາກໃຫ້ ເກົາຫຼີເໜືອ ກັບຄືນ ເຂົ້າສູ່ ໂຕະເຈຣະຈາ ເພື່ອຍຸຕິ ໂຄງການ ສ້າງອາວຸດ ນິວເຄລັຽ ຂອງຕົນ. ທ່ານ STEINBERG ກຳລັງ ຢູ່ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ຂົງເຂດ​ ເອ​ເຊັຽ ຕາ​ເວັນ​ອອກ ໃນສັບປະດານີ້ ໂດຍມີ​ກຳນົດ ຢຸດແວ່ ຢູ່ທີ່ຍີ່ປຸ່ນ ກຸງໂຊລ ແລະປັກກິ່ງ ຂະນະທີ່ ຄວາມເຄັ່ງຕຶງ ເພີ້ມທະວີຂຶ້ນ ຍ້ອນການ ທົດລອງ ອາວຸດ ນິວເຄລັຽ ຂອງ ເກົາຫຼີເໜືອ. ລາຍງານຂ່າວ ແຈ້ງວ່າ ເກົາຫລີເໜືອ ກຳລັງ ກະກຽມ ທີ່ຈະທົດລອງ ຍິງລູກສອນໄຟ ໄລຍະຍາວ ພ້ອມທັງ ລູກສອນໄຟ ໄລຍະປານກາງ ນຳດ້ວຍ.

ອິນເດັຽ - ການເມືອງ: ສະພາຕ່ຳທີ່ຫາກໍໄດ້ ຖືກຮັບເລືອກໃໝ່ໆ ຂອງອິນເດັຽ ໄດ້ຮັບຮອງ​ເອົາ ການແຕ່ງຕັ້ງ ປະທານ ສະພາແມ່ຍິງ ຄົນທຳອິດ ຂອງປະເທດ ໃນວັນພຸດ ມື້ນີ້. ທ່ານນາງ MEIRA KUMAR ຊຶ່ງເປັນ ສະມາຊິກ ຂອງ ປະຊາຄົມ DALIT ທີ່ເປັນຄົນ ຊັ້ນຕ່ຳ ຂອງ ອິນເດັຽນັ້ນ ​ເປັນຜູ້​ແທນ​ ມາ​ໄດ້ 5 ສມັຍ​ແລ້ວ ຈາກຣັດ BIHAR ທີ່ທຸກຍາກ ໃນພາກ ຕາເວັນອອກ ຂອງ ອິນເດັຽ. ທ່ານນາງ ໄດ້ຖືກ ແຕ່ງຕັ້ງ ເປັນປະທານ ສະພາ ໂດຍພັກ ຄອງແກຣັສ ຊຶ່ງເປັນພັກ ຣັຖບານ ຂອງອິນເດັຽ ແຕ່ກໍໄດ້ ກາຍເປັນ ຜູ້ສະມັກ ທີ່ໄດ້ຮັບສຽງ ສນັບສນຸນ ຢ່າງເປັນ ເອກກະສັນ ໂດຍໄດ້ຮັບ ການເຫັນພ້ອມ ຈາກພັກຝ່າຍຄ້ານ ທີ່ສຳຄັນ ຄືພັກ BHARATIYA JANATA ແລະກຸ່ມອື່ນໆ. ພວກນັກວິເຄາະ ການເມືອງ ເວົ້າວ່າ ການແຕ່ງຕັ້ງ ທ່ານນາງ KUMAR ເປັນປະທານ ສະພາແຫ່ງຊາດນີ້ ຈະສ້າງ ຄວາມໄດ້ປຽບ ໃຫ້ແກ່ ພັກຄອງແກຣັສ ໃນຫລາຍໆ ຣະດັບ. ພວກທ່ານ ເວົ້າວ່າ ມັນຈະເປັນ ການສ້າງ ພາບພົດ ໃຫ້ພັກ ຄອງແກຣັສວ່າ ບໍ່ພຽງແຕ່ ເປັນພັກ ທີ່ນິຍົມ ແມ່ຍິງເທົ່ານັ້ນ ແຕ່ຫາກຍັງ ເປັນພັກ ທີ່ມີຄວາມ ວິຕົກກັງວົນ ກ່ຽວກັບ ຊີວິດ ການເປັນຢູ່ ຂອງພວກ ຄົນຊັ້ນຕ່ຳ DALIT ທີ່ໄດ້ຮັບ ການຈຳແນກ ກີດກັນ ຈາກພວກຄົນ ຊັ້ນສູງ ຂອງ ສາສນາ ຮິນດູ ມາເປັນເວລາ ຫລາຍໆ ສັຕວັດແລ້ວ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG