ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການຊອກຄົ້ນຫາ ເຮືອບິນອາຍພົ່ນໂດຍສານຝຣັ່ງ ທີ່ຫາຍສາບສູນ ໃນເຂດມະຫາສະມຸດອັດລັນຕິກ ຍັງດຳເນີນຢູ່ຕໍ່ມາ


ເຮືອບິນ - ຝຣັ່ງ: ການປະຕິບັດງານ ຂອງ ນາໆຊາດ ຍັງດຳເນີນ ຢູ່ຕໍ່ມາ ໃນວັນອັງຄານ ມື້ນີ້ ເພື່ອ ຊອກຄົ້ນຫາ ເຮືອບິນ ອາຍພົ່ນ ໂດຍສານ ຂອງ ສາຍການບິນ ຝຣັ່ງລຳນຶ່ງ ທີ່ໄດ້ຫາຍ ສາບສູນໄປ ຂະນະທີ່ ພວມບິນ ຢູ່ໃນລະຫວ່າງ ທີ່ເກີດລົມພາຍຸ ໃນເຂດມະ ຫາສະມຸດ ATLANTIC ມື້ວານນີ້. ເຮືອບິນ ຈາກຝຣັ່ງ ບຣາຊິລ ແລະສະເປັນ ກຳລັງ ຊອກຄົ້ນຫາ ຮ່ອງຮອຍຕ່າງໆ ທີ່ວ່າ ແມ່ນຫຍັງ ໄດ້ເກີດຂຶ້ນ ກັບເຮືອບິນ ອາຍພົ່ນ ແອຣ໌ບັສ A330 ທີ່ບັນທຸກ ຜູ້ຄົນ 228 ຄົນ ໃນຖ້ຽວບິນ ຈາກນະຄອນ RIO DE JANEIRO ໄປຍັງ ກຸງປາຣີ. ເຮືອບິນ ເຫລົ່ານີ້ ໄດ້ທຳການ ຊອກຄົ້ນ ໃນບໍຣິເວນ ທີ່ກວ້າງໃຫຍ່ ຫລາຍກວ່າ 1 ພັນ ກິໂລແມັດມົນທົນ ທາງກ້ຳ ຕາເວັນອອກ ສຽງເໜືອ ຂອງ ແຄມຝັ່ງ ທະເລ ເຂດໝູ່ເກາະ ຫີນປະກາຣັງ FERNANDO DE NORONHA ຂອງບຣາຊີລ. ເຮືອບິນ ທີ່ມີ ອຸບປະກອນ ພິເສດ ຫລາຍ​ລຳ ໄດ້ທຳການ ຊອກຄົ້ນຫາ ຕລອດທັງຄືນ. ນອກນັ້ນ ບຣາຊີລ ຍັງໄດ້ສົ່ງ ກຳປັ່ນຣົບ ຂອງຕົນ ໄປຍັງ ບໍຣິເວນ ບ່ອນທີ່ ຖ້ຽວບິນ 447 ຂອງຝຣັ່ງ ອາດຈະຕົກ ແຕ່ຍັງໄປ ບໍ່ທັນຮອດເທື່ອ ຊຶ່ງຄາດວ່າ ຈະເປັນ ແລງມື້ນີ້ ຫລືວັນພຸດ ມື້ອື່ນ.

ເກົາຫລີໃຕ້ - ອາຊ່ຽນ: ເກົາຫລີໃຕ້ ແລະ ພວກຜູ້ນຳ ຂອງສະມາຄົມ ບັນດາປະຊາຊາດ ໃນເຂດ ເອເຊັຽ ຕາເວັນອອກ ສຽງໃຕ້ ຫລື ອາຊ່ຽນ ໄດ້ມ້ວນທ້າຍ ກອງປະຊຸມ ສຸດຍອດ ພິເສດ ໃນວັນອັງຄານ ມື້ນີ້ ດ້ວຍການອອກ ຖແລງການຮ່ວມ ສະບັບນຶ່ງ ປະນາມການ ທົດລອງ ອາວຸດນິວເຄລັຽ ຂອງ ເກົາຫລີເໜືອ ເມື່ອໄວໆມານີ້. ໃນຖແລງການ ສະບັບ ດັ່ງກ່າວ ພວກຜູ້ນຳ ຂອງ ເກົາຫລີໃຕ້ ແລະອາຊ່ຽນ ເອີ້ນການ ທົດລອງ ອາວຸດນິວເຄລັຽ ຂອງ ເກົາຫລີເໜືອ ແລະການ​ຍິງ​ ທົດລອງລູກ ສອນໄຟ ທີ່ຕິດຕາມ ມານັ້ນວ່າ ເປັນການລະເມີດ ຢ່າງຈະແຈ້ງ ຕໍ່ມະຕິ ຂອງສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ແລະຂໍ້ຕົກລົງ ທີ່ໄດ້ ບັນລຸກັນ ໃນລະຫວ່າງ ການເຈຣະຈາ ປົດອາວຸດນິວເຄລັຽ 6 ຝ່າຍ. ພວກຜູ້ນຳ ຂອງ ເກົາຫຼີໃຕ້ ແລະອາຊ່ຽນ ຮຽກຮ້ອງໃຫ້ ພຽງຢາງ ກັບຄືນ ສູ່ໂຕະ ເຈຣະຈາ ແລະ ແກ້ໄຂບັນຫາ ການເຮັດໃຫ້ ແຫລມເກົາຫລີ​ເປັນເຂດປອດ ນິວເຄລັຽນັ້ນ ​ໂດຍສັນຕິວິທີ. ກອງປະຊຸມ ພູມີພາກ ຄັ້ງນີ້ ຊຶ່ງມີຂຶ້ນ ທີ່ເກາະ ຕາກອາກາດ JEJU ຂອງ ເກົາຫລີໃຕ້ນັ້ນ ແມ່ນເພື່ອ ເປັນຂີດໝາຍ ຄົບຮອບ 20 ປີ ໃນການ ເປັນພາຄີ ລະຫວ່າງ ເກົາຫລີໃຕ້ ກັບອາຊ່ຽນ ແລະ ໄດ້ເພັ່ງເລັງໃສ່ ການ​ເສີມຂຍາຍ ການຮ່ວມມື ທາງດ້ານ ເສຖກິດ ແລະການຄ້າ.

ເກົາຫລີເໜືອ - ການເມືອງ: ສະມາຊິກ ສະພາແຫ່ງຊາດ ເກົາຫລີໃຕ້ ຄົນນຶ່ງ ແລະ ລາຍງານຂ່າວ ສື່​ມວນ​ຊົນ ກ່າວວ່າ ທ່ານ KIM JONG IL ໄດ້ເລືອກເອົາ ລູກຊາຍຫລ້າ ຂອງທ່ານ ໃຫ້ເປັນຜູ້ນຳ ຄົນຕໍ່ໄປ ຂອງ ເກົາຫລີເໜືອ. ໃນການ ໃຫ້ສຳພາດ ທາງວິທຍຸ ໃນວັນອັງຄານ ມື້ນີ້ ທ່ານ PARK JIE WON ສະມາຊິກ ສະພາ ພັກຝ່າຍຄ້ານ ກ່າວວ່າ ເກົາຫລີເໜືອ ໄດ້ຮ້ອງຂໍ ໃຫ້ບັນດາ ອົງກອນ ທີ່ສຳຄັນ ທັງຫລາຍ ຂອງປະເທດ ແລະ ສະຖານທູດ ຂອງ​ຕົນ ​ໃນ​ຕ່າງປະ​ເທດ ໃຫ້ຄຳປະຕິຍານ ທີ່ຈະ ຈົງຮັກພັກດີ ຕໍ່ທ້າວ KIM JONG UN. ສື່ມວນຊົນ ຂອງເກົາຫຼີໃຕ້ ກໍໄດ້ ລາຍງານຂ່າວນີ້ ໂດຍອ້າງ ແຫລ່ງຂ່າວ ທີ່ບໍ່ປະສົງ ຈະອອກຊື່. ອົງການຂ່າວ ຢອນຮັບ ຂອງ ເກົາຫລີໃຕ້ ລາຍ​ງານວ່າ ທ່ານ PARK ແມ່ນຮ່ວມ​ຢູ່ໃນ ບັນດາ ສະມາຊິກ ສະພາກຸ່ມນື່ງ ທີ່​ໄດ້ຮັບແຈ້ງ ໃຫ້ຊາບ ໃນຄືນວານນີ້ ໂດຍ ອົງການ ສືບລັບ ຂອງເກົາຫລີໃຕ້ ກ່ຽວກັບເຣື່ອງ ການສືບທອດ ອຳນາດ ໃນເກົາຫລີເໜືອ. ສື່ມວນຊົນ ເກົາຫລີໃຕ້ ​ໄດ້ລາຍງານຂ່າວ ທີ່ຊີ້​ໄປ​ໃສ່ ທ້າວ KIM JONG UN ມາຕັ້ງ​ແຕ່​ ຕົ້ນປີ​ແລ້ວວ່າ ມີທ່າທາງວ່າ ຈະໄດ້ເປັນ ຜູ້ສືບທອດ ອຳນາດ ຕໍ່ຈາກ ບິດາ ຂອງທ່ານ.

ບໍຣິສັດຈີເອັມ - ຈີນ: ຫົວໜ້າ ຂອງບໍຣິສັດ GENERAL MOTORS ຫລື GM ສາຂາ ປະເທດຈີນ ກ່າວວ່າ ພາກສ່ວນ ຂອງບໍ ຣິສັດ GM ໃນປະເທດຈີນ ຈະບໍ່ໄດ້ຮັບ ຜົນກະທົບ ໃດໆ ຈາກການ ຍື່ນຂໍ ລົ້ມລະລາຍ ຂອງບໍຣິສັດແມ່ ທີ່ມີສູນກາງ ຢູ່ສະຫະຣັດນັ້ນ. ທ່ານ KEVIN WALES ປະທານ ຂອງບໍຣິ ສັດ GM ສາຂາ ປະເທດຈີນ ກ່າວວ່າ ສາຂາ ຂອງບໍຣິສັດ ໃນປະເທດຈີນ ແມ່ນໄດ້ກຳໄຣ ສາມາດ ກຸ້ມຕົນເອງ ແລະບໍ່ຕ້ອງການ ເງິນຈາກ ສຳນັກງານໃຫຍ່ ຂອງ ບໍຣິສັດ ໃນສະຫະຣັດ ທີ່ເມືອງ DETROIT ໃນຣັດ MICHIGAN. ທ່ານ WALES ກ່າວວ່າ ບໍຣິສັດ GM ສາຂາ ປະເທດຈີນ ຂາຍຣົດໄດ້ 156 ພັນຄັນ ໃນເດືອນ ພຶສະພາ ເພີ້ມຂຶ້ນ ຈາກປີ ຜ່ານມາ 75% ​ແລະຂາຍຣົດ ໄດ້ທັງໝົດ 670 ພັນຄັນ ໃນໄລຍະ 5 ເດືອນທຳອິດ ຂອງປີ 2009 ເພີ້ມຂຶ້ນ 33% ຈາກໄລຍະ ດຽວກັນ ຂອງປີ 2008. ທ່ານ WALES ເວົ້າວ່າ ສາຂາ ຂອງ ບໍຣິສັດ GM ຢູ່ຈີນ ຄາດວ່າ ຍອດຂາຍ ຈະແຂງ​ແຮງ ​ຕໍ່ໄປ​ອີກ ຢ່າງນ້ອຍ 2 ເດືອນ ຂ້າງໜ້າ ແລະຈະສືບຕໍ່ ໝາຍໝັ້ນ ຕໍ່ການ ດຳເນີນ ເປົ້າໝາຍ ຂອງຕົນ ໃນການເພີ້ມ ຍອດຂາຍ ປະຈຳປີ ຢູ່ຈີນ ຂຶ້ນສອງເທົ່າ ​ໃຫ້​ໄດ້ ສອງລ້ານຄັນ ໃນໄລຍະ 5 ປີຂ້າງໜ້າ.

ໂອບາມາ - ຕາເວັນອອກກາງ: ປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະອອກ ເດີນທາງ ໃນວັນອັງຄານ ມື້ນີ້ ໄປຍັງ ນະຄອນ RIYADH ເພື່ອຢ້ຽມຢາມ ພາກຕາເວັນ ອອກກາງ ແລະ ຢູໂຣບ ເປັນເວລາ 5 ມື້. ໃນ ມື້ອື່ນນີ້ ທ່ານ OBAMA ຈະພົບປະ ກັບກະ ສັດ ABDULLAH ແຫ່ງ ຊາອຸດີ ອາຣາເບັຽ. ໃນວັນ ພະຫັດ ທ່ານຈະເດີນທາງ ໄປຍັງ ກຸງໄຄໂຣ ປະເທດອີຈິບ ເພື່ອກ່າວ ຄຳປາສັຍ ຕໍ່ຊາວ ມຸສລິມ ທີ່ມີການ ຄອງຄອຍຖ້າ ມາເປັນ ເວລາດົນນານ ແລ້ວນັ້ນ. ປະທານາທິບໍດີ ສະຫະຣັດ ຈະກ່າວ ຄຳປາສັຍ ຂອງທ່ານ ທີ່ ມະຫາວິທຍາລັຍ ກຸງໄຄໂຣ. ໃນການ ໃຫ້ສຳພາດ ທີ່ອອກອາກາດ ໂດຍ BBC ໃນມື້ວານນີ້ ທ່ານ OBAMA ກ່າວວ່າ ທ່ານຢາກຈະໃຫ້ ການຢືນຢັນ ຕໍ່ໂລກອີກວ່າ ສະຫະຣັດ ຢຶດໝັ້ນ ໃນຄຸນຄ່າ ທີ່ສຳຄັນ ຂອງຕົນ ແມ່ນ​ແຕ່​ ໃນ​ເວລາ​ ທີ່​ຍຸ່ງຍາກ ບໍ່ແມ່ນແຕ່ ໃນຍາມ ທີ່ມັນສະບາຍໆ. ປະທານາທິບໍດີ ສະຫະຣັດ ຈະເດີນທາງ ຈາກອີຈິບ ໄປຍັງ ເຢັຽຣະມັນ ບ່ອນທີ່ ທ່ານຈະໄປຢ້ຽມ ຄ້າຍສັພທຸກ BUCHENWALD.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ທະຫານ ຣັຖບານ ໄດ້ບຸກ ເຂົ້າໄປຊ່ອຍ ພວກ ນັກສຶກສາ ທັງໝົດ ແລະ ພະນັກງານ ທີ່ຖືກ ລັກພາໂຕໄປ ໃນມື້ວານນີ້ ໂດຍພວກ ທີ່ສົງ ສັຍວ່າ ເປັນກຸ່ມ ຫົວຮຸນແຮງ ທາລີບານ ໃນພາກ ຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ. ເຈົ້າໜ້າທີ່ ກອງທັບ ແລະຣັຖບານ ປາກິສຖານ ກ່າວວ່າ ທະຫານ ໄດ້ບຸກ ເຂົ້າໄປຊ່ອຍ ພວກນັກສຶກສາ 71 ຄົນ ແລະ ພະນັກງານ ອີກ 9 ຄົນ ຫລັງຈາກ ການຕໍ່ສູ້ກັນ ຢ່າງດຸເດືອດ ກັບພວກຫົວຮຸນແຮງ ໃນຕອນເຊົ້າ ມື້ນີ້ ຢູ່ໃນເຂດ WAZIRISTAN ເໜືອ. ກອງທັບ ປາກິສຖານ ເວົ້າວ່າ ການປະທະກັນ ໄດ້ເລີ້ມຂຶ້ນ ເວລາ ທະຫານ ຣັຖບານ ໄດ້ຢຸດ ພວກຫົວ ຮຸນແຮງ ທີ່ຖນົນ ສາຍນຶ່ງ ຂະນະທີ່ ພວກເຂົາ ພະຍາຍາມ ຈະຍ້າຍ ພວກທີ່ຖືກຈັບ ໄປຍັງ WAZIRISTAN ໃຕ້. ບໍ່ມີລາຍງານວ່າ ມີການບາດເຈັບ ລົ້ມຕາຍ ເກີດຂຶ້ນ ແຕ່ປະການໃດ. ເຈົ້າໜ້າທີ່ ປາກິສຖານ ເວົ້າວ່າ ພວກຫົວຮຸນແຮງ ທາລີບານ ທີ່ປະກອບ ອາວຸດໜັກ ຈາກ WAZIRISTAN ເໜືອ ໄດ້ຂ້າມ ເຂົ້າໄປ ຍັງເຂດ ເມືອງ BANNU ໃນມື້ວານນີ້ ແລະ ລັກພາໂຕ ພວກນັກສຶກສາ ຈຳນວນນຶ່ງ ທີ່ພວມພາກັນ ເດີນທາງ ໄປນຳ ຂະບວນຣົດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG