ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອທົດສອບຄວາມອົດທົນຂອງນານາຊາດ


<!-- IMAGE -->

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດໄດ້ຖະ​ແຫລງ​ວ່າ ຕົນ​ປະນາມ​ແລະ​ຄັດຄ້ານ​ຕໍ່ການ​ທົດ​ລອງ​ນີວ​ເຄລຍຂອງ​ເກົາ​ຫລີ​ເໜືອ​ເມື່ອ​ວັນ​ທີ່ 25 ​ເດືອນ​ພື​ດສະພາ​ຜ່ານ​ມາ ຕາມ​ທີ່​ເກົາຫລີ​ເໜືອ​ປະກາດ​ໃຫ້​ຊາບ​ນັ້ນ.ທ່ານ ພັນ ຄີ​ມູນ ​ເລ​ຂາ​ທິການ​ອົງການ​ສະຫະ​ປະຊາ​ຊາດ​ ​ເອີ້ນ​ການ​ກະທຳ​ຂອງ​ເກົາຫລີເໜືອ​ໃນ​ຄັ້ງ​ນັ້ນ​ວ່າ “​ເປັນ​ການ​ຝ່າຝືນຢ່າງແຈ້ງຂາວ​ແລະຢ່າງ​ຮ້າຍ​ແຮງຕໍ່​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.”​ ແຕ່​ກໍ​ມີ​ລາຍ​ງານຂ່າວວ່າເກົາ​ຫລີ​ເໜືອໄດ້​ທົດລອງ​ຍິງ​ລູກ​ສອນ​ໄຟ​ ລະຍະໄກ້​ອີກ​ລູກ​ນຶ່ງ ຫລັງ​ຈາກ​ການ​ປະນາມ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ນັ້ນ.

ປະທານາທິບໍດີ ບາ​ຣັກ ​ໂອບ​າມາ ​ກໍໄດ້​ອອກ​ຖະ​ແຫລງ​ການ​ສະ​ບັບນຶ່ງ ​ປະນາມການ​ກະທຳ​ແບບ​ເກາະ​ຜິດ​ຂອງ ເກົາຫລີ​ເໜືອ ຊຶ່ງ​ປະທານາທິບໍ ດີ​ໂອ​ບາ​ມາ​ກ່າວ​ວ່າ “​ປາກົດ​ວ່າ ​ເກົາ​ຫລີ​ເໜືອໄດ້​ພະຍາຍາມທີ່ຈະ​ຍິງ​ລູກ​ສອນ​ໄຟ​ລະຍະ​ສັ້ນ​ອີກ​ລູກ​ນຶ່ງ ຊຶ່ງ​ການ​ກະທຳ​ເຫລົ່າ​ນີ້ ເຖິງ​ແມ່ນບໍ່ ທີ່​ໜ້າ​ແປກ​ໃຈ​ເລີຍ​ ຖ້າ​ພິຈາລະນາ​ເບິ່ງ​ຄຳ​ຖະ​ແຫລ​ງ​ແລະ​ການ​ກະທຳ​ຕ່າງໆ​ຂອງ​ເກົາ​ຫລີ​ ມາເຖິງ​ປັດຈຸບັນ​ນີ້​ແລ້ວ ​ແຕ່ມັນ​ກໍ​ເປັນ​ເລື່ອງ​ທີ່ສ້າງ ຄວາມ​ເປັນ​ຫ່ວງ​ຢ່​າງ​ໃຫຍ່​ຫລວງ ​ໃຫ້​ແກ່ໝົດ​ທຸກ​ປະ​ເທດ​ໃນ​ໂລກ ຊຶ່ງ​ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ຕໍ່​ໄປ​ວ່າ “​ຄວາມ​ພະຍາຍາມຂອງ​ເກົາ​ຫລີ​ເໜືອ​ທີ່​ຈະ​ພັທະນາ​ອາ​ວຸດ​ຕ່າງໆ​ ຕະຫລອດ​ທັງໂຄງການ​ສ້າງລູກ​ສອນ ຂີ​ປະ​ນາ​ວຸດ​ຂອງເກົາຫລີ​ເໜືອ​ນັ້ນ ​ແມ່ນ​ປະກອບ​ເປັນ​ໄ​ພ​ຂົ່ມຂູ່​ຕໍ່​ສັນຕິພາບແລະ​ຄວາມ​ໝັ້ນຄົງຂອງ​ສາກົນ.​ເກົາຫລີ​ເໜືອ​ເຄີຍ​ໄດ້​ທຳ​ການທົດ​ລອງ​ນີວເຄລຍ​ມາ​ແລ້ວໃນ​ເດືອນ​ຕຸລາ​ປີ 2006. ຕົກ​ມາ​ໃນ​ເດືອນ​ເມສາ​ຂອງ​ປີ​ນີ້ ​ເກົາຫລີເໜືອ​ກໍໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ລູກ​ນຶ່ງ ຊື່​ງ​ໄດ້ພາ​ໃຫ້ນານາ​ຊາດ​ປະນາມ​ຢ່າງ​ແຮງ​ ​ຕໍ່​ການ​ກະທຳ​ດັ່ງກ່າວ. ​ມັນ​ເປັນ​ເລຶ່ອງຍາກ​ລຳບາກ​ພໍ​ສົມຄວນ​ ທີ່​ຈະ​ປານີ​ປານ​ອມການ​ກະທຳ​ ​ຕ່າງໆເຫລົ່າ​ນີ້ຂອງ​ເກົາ​ຫລີ​ເໜືອ ກັບ​ຂໍ້​ຕົກລົງ​ທີ່​ເກົາຫລີ​ເໜືອ​ໄດ້​ເຊັນ​ຮັບ​ເອົາໃນ​ເດືອນ​ກັນຍາ​ປີ 2005ກັບ​ສະຫະຣັດ ຈີນ ​ເກົາຫລີ​ໄຕ້ ຍີ່ປຸ່ນ ​ແລະຣັດເຊຍ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ເຮັດ​ໃຫ້ແຫລມ​ເກົາ​ຫລີປອດນີວ​ເຄລຍໃນ​ແບບ​ທີ່​ພິສູດ​ໄດ້ນັ້ນ.

ສະຫະຣັຖ​ແມ່ນໄດ້ສະ​ນັບ​ສະນຸນການ​ເຈລະຈາ​ຫົກຝ່າຍ​ ຢ່າງ​ສະ​ມ່ຳສະມີ​ຕະຫລອດ​ມາໃນ​ຖານະ​ເປັນ​ວິທີ​ທາງ​ທີ່​ດີ​ທີ່​ສຸດ​ ​ເພື່ອຈັດການ​ກັບການ​ ທ້າ​ທາຍ​ຈາກໂຄງການ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ ​ແລະບັນຫາສຳຄັນ​ອື່ນໆ​ ທີ່​ເປັນ​ພາກສ່ວນ​ຂ​ອງ​ໂຄງ​ການ​ທັງ​ໝົດຂອງ​ເກົາຫລີ​ເໜືອນັ້ນ. ມີ​ແຕ່ການ​ເຈລະຈາ​ແບບ​ເສີມ​ສ້າງເທົ່າ​ນັ້ນ ບໍ່​ແມ່ນການ​ກະທຳ​ແບບ​ເກາະ​ຜິດ​ ​ທີ່ຈະ​ຮັບ​ໃຊ້ຜົນ​ປະ​ໂຍດອັນດີ​ທີ່​ສຸດ​ຂອງ​ເກົາຫລີ​ເໜືອ.

ປະທານາທິບໍດີໂອ​ບາ​ມາ​ກ່າວ​ຕື່ມ​ວ່າ “​ໂດຍ​ການ​ກະທຳ​ທີ່ເປັນ​ການ​ຝ່າຝືນ​ຢ່າງ​ເປີດ​ແປນ ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ນັ້ນ ​ແມ່ນ​ເກົາຫລີ​ເໜືອ​ກຳລັງ​ທ້າ​ທາຍ​ໂດຍ​ກົງ​ແລະ​ຢ່າງຂາດ​ຄວາມ​ຢັ້ງ​ຄິດ​ຕໍ່​ປະຊາ​ຄົມ​ໂລກ. ການ​ປະ​ພຶດ​ໃນ​ທຳນອງ​ນີ້​ຂອງ​ເກົາຫລີ​ເໜືອແມ່ນ​ເພີ່ມ​ຄວາມ​ເຄັ່ງຕຶງ ​ແລະ​ບ່ອນ​ທຳລາຍ​ສະຖຽນ​ລະ​ພາບ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ເໜືອ.ປະທານາທິບໍດີສະຫະຣັດກ່າວ​ຕໍ່​ໄປວ່າ “ເກົາ​ຫລື​ເໜືອ ​ແມ່ນ​ຈະ​ບໍ່​ໄດ້​ຮັບ​ການຮັບຮອງ​ເອົາ​ຈາກ​ນານາ​ຊາດ​ໄດ້ ເວັ້ນ​ໄວ້​ແຕ່​ວ່າ ​ເກົາ​ຫລີ​ເໜືອ​ຈະປະຖິ້ມການ​ສະ​ແ​ຫວງ​ຫາ​ອາວຸດ​ແບບ​ທຳລາຍ​ລ້າງຜານ​ຢ່າງ​ຂະໜານ​ໃຫຍ່ນັ້ນ​ ​ຕລອດ​ທັງ​ພາຫາ​ນະ​ໃນ​ການ​ຍິງ​ອາວຸດ​ດັ່ງກ່າ​ວ.”

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ໃນ​ທີ່​ສຸ​ດວ່າ “​ໃນ​ພາກສ່ວນ​ຂອງ​ຕົນນັ້ນ ສະຫະຣັຖ​ແມ່ນ​ໄດ້​ທຳ​ງານ ​ແລະກໍ​ຈະ​ສືບ​ຕໍ່​ປະຕິບັດ​ງານ​ກັບ​ພັນທະ​ມິດ​ ແລະ​ພາຄີ​ຂອງ​ຕົນໃນ​ການ ເຈລະຈາ​ຫົກ​ຝ່າຍນັ້ນ ພ້ອມ​ກັບສະມາຊິກ​ອື່ນໆ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ ສະຫະປະຊາຊາດໃນຕໍ່ໜ້າ .

XS
SM
MD
LG