ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມງານກັນ ລະຫວ່າງສະຫະຣັດກັບມາເລເຊຍ


ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ຣັຖມຸນຕຣີຕ່າງປະ​ເທດ​ສະຫະຣັຖກ່າວ​ວ່າ “ມາ​ເລ​ເຊັຍ​ໄດ້​ເປັນ​ພາຄີ​ທີ່​ເຂັ້ມ​ແຂງ​ແລະສະ​ເມີ​ຕົ້ນ​ສະ​ເມີ​ປາຍຂອງສະຫະຣັຖ ມາ​ໂດຍຕລອດ. ​ໃນ​ການໃຫ້​ສຳພາດ​ຂ່າວ ​ຕໍ່​ສື່​ມວນ​ຊົນ ຮ່ວມ​ກັນກັບ​ທ່ານ​ອາ​ນີຟາ​ ບິນ​ຮາ​ຈີ ອາ​ຫມານ ຣັຖມຸນ ຕຣີຕ່າງປະ​ເທດ​ມາ​ເລ​ເຊຍ ໃນ​ນະຄອນ​ຫລວງ​ວໍ​ຊິງ​ຕັນ ທ່ານ​ນາງ ​ຄລິນ​ຕັນ​ກ່າວ​ວ່າ ບົດບາດທີ່​ມາ​ເລ​ເຊຍ​ກຳລັງ​ດຳ​ເນີນ​ຢູ່ ​ແລະ​ສາມາດ​ປະຕິບັດໄດ້ ໃນ​ລະດັບສ່ວນ​ມະຫາ​ພາກ ​ແລະ​ແມ່ນ​ແຕ່ໃນ​ລະດັບໂລກ ໃນ​ເວລາ​ນີ້ ກ່ຽວ​ກັບ​ບັນຫາ​ທີ່​ສຳຄັນ​ຫລາຍ​ຢ່າງ​ນັ້ນ​ ຖື​ວ່າ​ສຳຄັນ​ທີ່​ສຸດ ​ແລະເພາະ​ສະ​ນັ້ນ​ ພວກ​ເຮົາຈື່ງ​ຕ້ອງການ​ຢາກ​ຈະ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ຍຸ​ທະສາດຂອງ​ພວກ​ເຮົາ​ ​ໃຫ້ເລິກເຊິ່ງແລະ​ກວ້າງຂວາງ​ອອກ​ໄປ​ອີກ.​ "

ທ່ານ​ນາ​ງຣັຖມຸນຕຣີຕ່າງ​ປະ​ເທດ​ຄລິນ​ຕັນ​ ​ໄດ້ກ່າວ​ຍ້ອງຍໍ​ສັນລະ​ເສີນ​ຄວາມພະຍາຍາມ​ຂອງ​ມາ​ເລ​ເຊັຍ​ໃນ​ການ​ປາບ​ປາມ​ການ​ບຸກຈີ້​ເຮືອ​ກາງ​ທະ​ເລ ຊຶ່ງ​ທ່ານ​ນາງ​ໃຫ້​ຂໍ້ສັງ​ເກດ​ວ່າ ຜ່ານ​ມາ ກຳ​ປັ່ນຂອງກອງທັບ ເຮືອມາ​ເລ​ເຊຍ​ ແມ່ນໄດ້ປະຕິບັດ​ງານຢ່າງມີ​ປະສິດທິ​ຜົນຫລາຍ​ຢູ່​ໃນ​ເຂດອ່າວ​ເ​ອເດັນ​ນັ້ນ. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ “ສະຫະຣັຖມີ​ຄວາມ​ຍິນ​ດີ​ຫລາຍ ທີ່​ວ່າໃນ​ໄວໆ​ນີ້ ມາເລ​ເຊັຍ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ນາ ນາ​ຊາດ​ວ່າ​ດ້ວຍ​ບັນຫາການ​ຈີ້​ເຮືອ​ກາງ​ທະ​ເລ ​ແລະ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຂອງ​ກຸ່ມ​ຕິດ​ຕໍ່​ເລຶ່ອງການ​ຈີ້​ເຮືອ​ທະ​ເລ ຢູ່ນອກ​ຝັ່ງ​ທະ​ເລ​ຂອງ​ໂຊ​ມາ​ເລັຍ ທີ່​ຈະ​ຈັດ​ຂື້ນ​ທີ່​ນະຄອນ​ນີວຢ໊ອກນັ້ນ. ພວກ​ເຮົາ​ລໍຖ້າ​ທີ່​ຈະ​ໄດ້​ເຫັນ​ ມາ​ເລ​ເຊັຍເຂົ້າ​ເປັນ​ສະມາຊິກໃນ​ອົງການທີ່​ສຳຄັນ​ນີ້ ​ແລະເຫັນ​ມາ​ເລ​ເຊັຍ​ໄດ້​ຮັບ​ຜົນ​ປະ​ໂຍດ​ຈາກ​ການ​ແນະນຳ​ແລະ​ການ​ໃຫ້​ຄຳປຶກສາຫາ ລື ຂອງອົງການ​ດັ່ງກ່າວ.”

​ເວລາ​ນີ້​ ມາ​ເລ​ເຊັຍ​ເປັນພາຄີ​ການ​ຄ້າ​ທີ່​ໃຫຍ່​ອັນ​ດັບ 16 ຂອງສະຫະ ຣັຖ ໃນ​ຂະນະ​ທີ່ສະຫະຣັຖ​ເປັນ​ພາຄີການ​ຄ້າ​ທີ່​ໃຫຍ່​ທີ່​ສຸດຂອງ​ມາ​ເລ​ເຊັຍ ຊຶ່ງ​ທ່ານ​ນາງຄລິນ​ຕັນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ ສະຫະຣັຖທີ​ຄວາມ​ດີ​ໃຈ ນຳສາຍ​ພົວພັນ​ດ້ານ​ເສດຖະກິດ​ແລະ​ການ​ຄ້າ​ທີ່​ແຂງ​ແຮງອັນ​ນີ້ ທີ່​ໄດ້​ສ້າງ​ໜ້າ​ວຽກ​ຂື້ນ ຫລາຍ​ໝື່ນວຽກ​ ຢູ່ໃນ​ມາ​ເລ​ເຊັຍ​ແລະ​ສະຫະຣັຖ ​ແລະ​ພວກ​ເຮົາ​ລໍຄອຍ​ຢ່າງ​ຕັ້ງໜ້າ ທີ່​ຈະ​ໄດ້​ມີ​ການ​ຮ່ວມ​ມືຢ່າງ​ໄກ້​ຊິດ​ກັນ​ຍິ່ງ​ຂື້ນ​ໄປ​ອີກ.”

ຣັຖມຸນຕຣີຕ່າງປະ​ເທດ​ຄລິນ​ຕັນ ​ແລະ​ທ່ານ​ອະນີຟາ ຣັຖມຸນຕຣີຕ່າງ ປະ​ເທ​ດມາເລ​ເຊັຍ ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ຫລາຍ​ ປະ​ການ​ທີ່​ທັງ​ສອງ​ປະ​ເທດ​ມີ​ຄວາມ​ເປັນ​ຫ່ວງ​ເປັນໄຍນຳ​ກັນ ​ອັນໂຮມ​ທັງ​ບັນຫາການ​ເສດຖະ​ໂລກ​ຖົດຖອຍ ການ​ລັກລອບ​ຄ້າຂາຍມະນຸດ ​ແລະ​ການ​ປະຕິ​ບັດ​ຕໍ່​ຊາວ​ອົບພະຍົບ​ແລະ​ພວກ​ທີ່​ບໍ່​ມີ​ປະ​ເທດ​ ຢ່າງ​ມີ​ມະນຸດສະທຳ​. ຣັຖມຸນຕຣີຕ່າງປະ​ເທດ​ຄລິນ​ຕັນ​ ໄດ້ຊີ້ໃຫ້​ເຫັນ​ເຖິງປະ ວັດ​ສາດ​ອັນ​ຍາວ​ນານຂອງສາຍ​ພົວພັນລະ​ວ່າງ​ປະຊາຊົນ​ກັບປະຊາຊົນ ຂອງ​ປະ​ເທດ​ທັງ​ສອງ ​ແລະ​ຢືນຢັນ​ອີກ​ເທື່ອໃໝ່ເຖິງ​ຄວາມປາຖະ​ນາ​ຂອງ​ອາ​ເມ​ຣິກາ ທີ່​ຈະ​ເສີມສ້າງ​ສາຍ​ພົວພັນເຫລົ່າ​ນີ້ ​ໃຫ້ເຂັ້ມ​ແຂງຂື້ນ ຕື່ມ.

ທັງຣັຖມຸນຕຣີຕ່າງປະ​ເທດ ອະ​ນີຟາ ​ແລະຣັຖມຸນຕຣີຕ່າງປະ​ເທດ​ຄລິນ ຕັນ​ ຕ່າງ​ກໍໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບການ​ຕັດສິນ​ໃຈ​ຂອງ ຣັຖບານ​ທະຫານ​ມຽນມາ​ ​ໃນ​ການ​ຟ້ອງ​ຮ້ອງ​ທ່ານ​ນາ​ງອອງຊານ​ຊູ​ຈີ ​ໃນ ຂໍ້​ຫາຝ່າຝືນ​ເງຶ່​ອນ​ໄຂ​ຂອງ​ການ​ກັກ​ບໍລິ​ເວນ. ທ່ານນາງຣັຖມຸນຕຣີຄລິນ ຕັນ​ກ່າວ​ວ່າ ສະຫະຣັຖຄັດຄ້ານ​ຄວາ​ມພະຍາຍາມ​ຂອງ ຣັຖບານທະຫານ​ມຽນມາ​ ທີ່​ຈະ​ໃຊ້​ເຫດການ​ທີ່​ເກີດ​ຂື້ນ​ນັ້ນ​ ​ເປັນ​ຂໍ້​ແກ້​ຕົວ​ເພື່ອ​ຈະ​ວາງ​ຂໍ້​ຈຳກັດຮັດ​ແຄບ​ທີ່​ບໍ່​ຍຸຕິ​ ຕໍ່​ທ່ານ​ນາງ​ອອງຊານ​ສືບ​ຕໍ່​ອອກ​ໄປ​ອີກ ​ແລະ​ສະຫະຣັຖ​ຮຽກຮ້ອງທາງ​ການມຽນມາ​ ໃຫ້​ປ່ອຍ​ຕົວ​ທ່ານ​ນາງ​ໂດຍ​ທັນທີ ​ແລະ​ໂດຍ​ບໍ່​ມີ​ເງຶ່​ອນ​ໄຂ​ໃດໆ ພ້ອມ​ທັງ​ນາຍໝໍ​ປະຈຳ​ຕົວ​ທ່ານ​ນາງ ​ແລະ​ນັກ​ໂທດ​ການ​ເມືອງ​ອີກ​ຫລາຍ​ກວ່າ 2,100 ຄົນທີ່​ຖືກ​ຈຳ​ຄຸກ​ຢູ່​ໃນມຽນມາ​ໃນ​ປັດຈຸບັນ​ນີ້.

ທ່ານ​ນາງຄລິນ​ຕັນ ຣັຖມຸນຕຣີຕ່າງປະ​ເທດ​ສະຫະຣັຖ ​ໄດ້​ກ່າວ​ຍ້ຳກັບ ຣັຖມຸນຕຣີຕ່າງປະ​ເທດອະນີຟາ ວ່າສະຫະຣັດມີຄວາມໝັ້ນ​ໝາຍຢ່າງແໜ້ນ​ໜຽວພາຍໃຕ້ຣັຖບານໂອ ບາມາທີ່ຈະເສີມສ້າງ​ຄວາມສຳພັນຂອງພວກເຮົາກັບຂົງເຂດ​ເອເຊຍຕາເວັນອອກ ສຽງໃຕ້ໃຫ້ເຂັ້ມແຂງງຍິ່ງຂື້ນ​ໄປອີກ.

XS
SM
MD
LG