ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານເກດສ໌ກ່າວວ່າ ສະຫະຣັດ ຈະບໍ່ຍອມຮັບ ການມີ ອາວຸດນິວເຄລັຽ ຂອງເກົາຫລີເໜືອ


ເກົາຫລີເໜືອ - ນິວເຄລັຽ: ຣັຖມຸນຕຣີ ກະຊວງ ປ້ອງກັນ ປະເທດ ສະຫະຣັດທ່ານ ROBERT GATES ກ່າວວ່າ ສະຫະຣັດ ຈະບໍ່ຍອມຮັບ ການມີ ອາວຸດນິວເຄລັຽ ຂອງ ເກົາຫລີເໜືອ. ໃນການ ພົບປະ ກັບບັນດາ ຣັຖມຸນຕຣີ ປ້ອງກັນປະເທດ ຂອງ ເອເຊັຽ ທີ່ສິງກະໂປ ໃນມື້ນີ້ ທ່ານ GATES ກ່າວວ່າ ການລົງໂທດ ແບບເຈັບປວດ ຕໍ່ເກົາຫຼີເໜືອ ອາດຈະເປັນ ຊ່ອງທາງດຽວເທົ່ານັ້ນທີ່ຈະຍຸຕິ ໂຄງການສ້າງອາວຸດນິວເຄລັຽ ຂອງເກົາຫລີ ເໜືອ ດ້ວຍຄວາມສັນຕິ. ທ່ານກ່າວວ່າ ວໍຊິງຕັນ ຈະບໍ່ຍອມ ລໍຖ້າ ແບບບໍ່ເຮັດຫຍັງເລີຍ ຂະນະທີ່ ເກົາຫລີເໜືອ ເສີມສ້າງ ຄວາມສາມາດ ເພື່ອທຳລາຍ ເປົ້າໝາຍຕ່າງໆ ໃນເອເຊັຽ ຫລື ໃນສະຫະຣັດ. ທ່ານ GATES ກ່າວວ່າ ສະຫະຣັດ ແລະ ພັນທະມິດ ຍັງເປີດກວ້າງ ສຳລັບ ການເຈຣະຈາ ກັບ ເກົາຫລີເໜືອ ແຕ່ຈະບໍ່ຍອມ ຖືກບັງຄັບ ໃຫ້ຕອບໂຕ້ ຕໍ່ການທ້າທາຍ ເກາະຜິດ. ເຈົ້າໜ້າທີ່ ອະວຸໂສ ທາງດ້ານທະຫານ ຄົນນຶ່ງ ຂອງຈີນ ທີ່ກອງປະຊຸມ ດັ່ງກ່າວ ໄດ້ຮຽກຮ້ອງ ໃຫ້ຢູ່ໃນ ຄວາມສະງົບ. ທ່ານ MA XIAOTIAN ຮອງຫົວໜ້າ ກອງເສນາທິການ ກອງທັບ ປົດປ່ອຍ ປະຊາຊົນຈີນ ກ່າວຕໍ່ ຄະນະຜູ້ແທນ ທີີ່ໄປຮ່ວມ ປະຊຸມວ່າ ແຫລມເກົາຫລີ ຄວນທຳການ ເຄື່ອນໄຫວ ໄປສູ່ ການເປັນ ເຂດປອດ ອາວຸດນິວເຄລັຽ.

ໂອບາມາ - ມຸສລິມ: ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະກ່າວຢ້ຳ ເຖິງຄວາມ ໝາຍໝັ້ນ ຕັ້ງໃຈຂອງທ່ານ ທີ່ຈະປັບປຸງ ຄວາມສັມພັນ ຂອງ ສະຫະຣັດ ກັບ ຊາວມຸສລິມ ໃນທົ່ວໂລກ ໃນຄຳປາສັຍ ທີ່ມີການ ຄອງຄອຍຖ້າ ມາເປັນ ເວລາດົນນານ ທີ່ປະເທດອີຈິບ ໃນວັນພະຫັດ ຈະມານີ້. ໂຄສົກ ຂອງທຳນຽບຂາວ ທ່ານ ROBERT GIBBS ໄດ້ແຈ້ງໃຫ້ ພວກນັກຂ່າວ ຊາບໃນມື້ວານນີ້ ກ່ຽວກັບ ການເດີນທາງ ທີ່ຈະມີຂຶ້ນ ຂອງ ປະທານາທິບໍດີ ໄປຍັງ ພາກຕາເວັນອອກກາງ ແລະຢູໂຣບ. ທ່ານກ່າວວ່າ ປະທານາທິບໍດີ OBAMA ຈະກ່າວຄຳປາສັຍ ທີ່ມະຫາວິທຍາລັຍ ກຸງໄຄໂຣ ໃນວັນພະຫັດ ທີ 4 ມິຖຸນາ ພາຍໃຕ້ ການເປັນ ເຈົ້າພາບຮ່ວມ ຂອງ ມະຫາວິທຍາລັຍ AL-AZHAR ນຶ່ງໃນສະຖາບັນ ການສຶກສາ ຊັ້ນສູງ ຂັ້ນແນວໜ້າ ຂອງສາສນາ ອິສລາມ ໃນໂລກ. ທ່ານ GIBBS ເວົ້າວ່າ ປະທານາທິບໍດີ OBAMA ຈະເພັ່ງເລັງ ໃສ່ຄວາມປາຖນາ ຂອງທ່ານ ທີ່ຈະເຂົ້າ ພົວພັນ ກັບ ປະຊາຄົມ ມຸສລິມ ໂດຍອີງຕາມ ພື້ນຖານ ຕ່າງຝ່າຍ ຕ່າງມີຜົນປໂຍດ ແລະເຄົາຣົບ ຊຶ່ງກັນແລະກັນ.

ອີຣ່ານ - ເຫດຣະເບີດ: ອີຣ່ານ ກ່າວວ່າ ຕົນໄດ້ປະຫານຊີວິດ ຜູ້ຊາຍ 3 ຄົນ ທີ່ຖືກ ຕັດສິນໂທດວ່າ ມີຄວາມຜິດ ໃນການໂຈມຕີ ດ້ວຍຣະເບີດ ສະລະຊີບ ຮ້າຍແຮງ ຢູ່ທີ່ໂບດ ສາສນາອິສລາມ ແຫ່ງນຶ່ງ ທາງພາກ ຕາເວັນອອກ ສຽງໃຕ້ ຂອງອີຣ່ານ ໃນມື້ວັນພະຫັດ ຜ່ານມານີ້. ອົງການຂ່າວ ຂອງອີຣ່ານ ລາຍງານວ່າ ບຸກຄົນທັງ 3 ໄດ້ຖືກແຂວນຄໍ ໃນທີ່ ສາທາຣະນະ ໃນຕອນເຊົ້າ ມື້ນີ້ ທີ່ເມືອງ ZAHEDAN ໃກ້ໆກັບໂບດ ບ່ອນທີ່ ການໂຈມຕີ ດ້ວຍຣະເບີດ ເມື່ອ 2 ມື້ກ່ອນ ເຮັດໃຫ້ມີ ຜູ້ເສັຽຊີວິດ 25 ຄົນ. ເຈົ້າໜ້າທີ່ ຍຸຕິທັມ ປະຈຳແຂວງ ຄົນນຶ່ງ ກ່າວຕໍ່ ອົງການຂ່າວ IRNA ວ່າ ບຸກຄົນທັງ 3 ໄດ້ຖືກ ຕັດສິນໂທດ ເປັນຜູ້ຈັດຫາ ຣະເບີດ ໃຫ້ແກ່ ພວກໂຈມຕີ. ເຈົ້າໜ້າທີ່ ເວົ້າວ່າ ຜູ້ຊາຍທັງ 3 ຄົນ ທີ່ຈິງແລ້ວ ໄດ້ຖືກຈັບ ກ່ອນການໂຈມຕີ ແລະໄດ້ຍອມຮັບ ສາຣະພາບວ່າ ໄດ້ນຳເອົາ ດິນຣະເບີດ ເຂົ້າໄປ ໃນອີຣ່ານ ແລະມອບໃຫ້ແກ່ ຫົວໜ້າ ພວກທີ່ຢູ່ເບື້ອງຫລັງ ການໂຈມຕີ ດ້ວຍຣະເບີດ ດັ່ງກ່າວ. ກຸ່ມ JUNDALLAH ຊຶ່ງເປັນກຸ່ມ ຫົວຮຸນແຮງ ມຸສລິມ ນິກາຍຊຸນນີ່ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ໂບດສາສນາອິສລາມ ນິກາຍຊີໄອທ໌ ທີ່ເມືອງ ZAHEDAN.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ເຫດຣະເບີດ ແຄມທາງ 2 ເທື່ອ ເຮັດ ໃຫ້ ພົລເຮືອນ 4 ຄົນ ເສັຽຊີວິດ ແລະເຈົ້າແຂວງ ຄົນນຶ່ງ ບາດເຈັບ. ຕຳຣວດກ່າວວ່າ ເຫດຣະເບີດ ບ່ອນທຳອິດ ທີ່ເກີດຂຶ້ນ ຢູ່ແຂວງ ການດາຮາ ໃນພາກໃຕ້ ອັຟການິສຖານ ເຮັດໃຫ້ ພົລເຮືອນ ເສັຽຊີວິດ 4 ຄົນ. ສ່ວນຢູ່ທີ່ ພາກເໜືອ ອັຟການິສຖານ ໃນມື້ນີ້ ເຈົ້າໜ້າທີ່ ທ້ອງຖິ່ນ ເວົ້າວ່າ ການແຕກຂຶ້ນ ຂອງຣະເບີດ ທີ່ຫ້າງໄວ້ ແຄມທາງ ອີີກລູກນຶ່ງ ເຮັດໃຫ້ ເຈົ້າແຂວງໆ KUNDUZ ທ່ານ MOHAMMED OMAR ບາດເຈັບ ເລັກນ້ອຍ. ເຈົ້າໜ້າທີ່ ເວົ້າວ່າ ຣະເບີດດັ່ງກ່າວ ໄດ້ແຕກໃສ່ ຣົດເຈົ້າແຂວງ ຂະນະທີ່ທ່ານ ພວມເດີນທາງ ແຕ່ແຂວງ KUNDUZ ໄປຫາ ແຂວງ TAKHAR ທີ່ຕັ້ງຢູ່ ໃກ້ຄຽງ. ການບາດເຈັບ ຂອງທ່ານ ມີລາຍງານວ່າ ບໍ່ຮ້າຍແຮງ. ລາຍງານ ຂອງ ອົງການຂ່າວຝຣັ່ງ ເວົ້າວ່າ ຄົນຂັບຣົດ ຂອງທ່ານ ກໍໄດ້ຮັບ ບາດເຈັບ ເລັກນ້ອຍ ຄືກັນ ໃນເຫດຣະເບີດ ທີ່ວ່ານີ້. ສ່ວນ ຄວາມຮຸນແຮງ ອື່ນໆນັ້ນ ກະຊວງພາຍໃນ ອັຟການິສຖານ ກ່າວໃນມື້ນີ້ວ່າ ກຳລັງ ຮັກສາ ຄວາມສະງົບ ຂອງ ອັຟການິສຖານ ໄດ້ສັງຫານ ພວກຫົວຮຸນແຮງ 13 ຄົນ ໃນການ ປະທະກັນ 3 ຄັ້ງ ຢູ່ໃນທົ່ວ ປະເທດ.

ໂອບາມາ - ສານສູງສຸດ: ປະທານາທິບໍດີ BARACK OBAMA ຮຽກຮ້ອງໃຫ້ ສະພາສູງ ສະຫະຣັດຮັບຮອງເອົາ ການແຕ່ງຕັ້ງຜູ້ພິພາກ ສາ ສານສູງສຸດ ຂອງທ່ານ ໃຫ້ທັນກັບ ການເຂົ້າຮ່ວມ ໃນການ ຕັດສິນຄະດີ ປີນີ້. ໃນຄຳປາສັຍ ປະຈຳ ສັບປະດາ ໃນວັນເສົາ ມື້ນີ້ ທ່ານ OBAMA ກ່າວວ່າ ທ່ານແນ່ໃຈວ່າ ທ່ານນາງ SONIA SOTOMAYOR ເປັນການເລືອກ ທີ່ຖືກຕ້ອງ ເພື່ອໃຫ້ເຂົ້າ ຮັບຕຳແໜ່ງ ຢູ່ໃນສານສູງສຸດ ຂອງ ສະຫະຣັດ. ທ່ານໄດ້ກ່າວອ້າງ ເຖິງ ປະສົບພະການ ທີ່ກວ້າງຂວາງ ຂອງທ່ານນາງ ໃນການເປັນ ຜູ້ພິພາກສາ ຂອງ ຣັຖບານກາງ ສະຫະຣັດ ແລະ ການເດີນທາງ ພິເສດ ໄປສູ່ ຄວາມສຳເຣັດ ຂອງທ່ານນາງ ລຸນຫລັງທີ່ ໄດ້ເຕີບໃຫຍ່ ຈາກການເປັນ ເດັກທີ່ຕ່ຳຕ້ອຍ ຍາກຈົນ ອົພຍົບ ຊາວ PUERTO RICO. ທ່ານ OBAMA ເວົ້າວ່າ ພວກຕຳໜິ ຕິຕຽນ ທ່ານນາງ SOTOMAYOR ກຳລັງ ພະຍາຍາມ ທີ່ຈະແຕ່ງແຕ້ມ ພາບປະວັດ ທີ່ບິດເບືອນ ຂອງທ່ານນາງ ແຕ່ທ່ານ ກໍກ່າວວ່າ ທ່ານມີຄວາມ ເຊື່ອໝັ້ນວ່າ ການດຳເນີນ ຄວາມພະຍາຍາມ ດັ່ງກ່າວ ຈະປະສົບ ກັບ ຄວາມລົ້ມແຫລວ.

ກວານຕານາໂມ - ຊາວວີເກີ້: ກະຊວງ ຍຸຕິທັມ ຂອງ ສະຫະຣັດ ໄດ້ຍື່ນໜັງສືໄປຍັງສານສູງສຸດ ຂອງສະຫະຣັດ ເພື່ອຮ້ອງຂໍ ບໍ່ໃຫ້ ສານສູງສຸດ ອະນຸຍາດໃຫ້ ພວກທີ່ຖືກ ຄຸມຂັງ ຢູ່ອ່າວ GUAN TANAMO ກຸ່ມນຶ່ງ ເຂົ້າມາ ໃນສະຫະຣັດໄດ້. ໜັງສື ທີ່ຍື່ນ ໃນມື້ວານນີ້ ກ່າວວ່າ ຣັຖບານ ສະຫະຣັດ ຍັງສືບຕໍ່ ພະຍາຍາມ ຊອກຫາ ປະເທດໃດ ປະເທດນຶ່ງ ເພື່ອໃຫ້ ຮັບເອົາ ພວກຊົນເຜົ່າ UIGHURS ຢູ່. ຊາວຈີນ ທີ່ນັບຖື ສາສນາ ອິສລາມ 17 ຄົນ ໄດ້ຊອກຫາ ຊ່ອງທາງ ໃນດ້ານກົດໝາຍ ເພື່ອຢາກອອກ ຈາກບ່ອນ ຄຸມຂັງ ທີ່ອ່າວ GUANTANAMO. ຣັຖບານ ປະທານາທິບໍດີ BUSH ກໍໄດ້ຄັດຄ້ານ ຕໍ່ການອະນຸຍາດ ໃຫ້ພວກຊົນເຜົ່າ UIGHURS ເຂົ້າມາ ໃນສະຫະຣັດ. ພວກເຂົາເຈົ້າ ພ້ອມແລ້ວ ທີ່ຈະຖືກປ່ອຍ ຈາກບ່ອນຄຸມຂັງ ທີ່ອ່າວ GUANTANAMO ອາດເລີ້ມມາ ແຕ່ປີ 2003. ແຕ່ພວກເຂົາເຈົ້າ ບໍ່ສາມາດ ກັບໄປ ປະເທດຈີນ ຍ້ອນຢ້ານຈະ ຖືກທໍຣະມານ ຢູ່ທີ່ນັ້ນ. ຈີນກ່າວວ່າ ຊາວ UIGHURS ກຸ່ມນີ້ ເປັນສະມາຊິກ ຂອງ ກຸ່ມແບ່ງແຍກ ດິນແດນ ທີ່ຈີນ ສະຫະຣັດ ແລະ ອົງການ ສະຫະປະຊາຊາດ ຖືວ່າ ເປັນກຸ່ມ ກໍ່ການຮ້າຍ.

ໃຕ້ຫວັນ - ລາຕິນອະເມຣິກາ: ປະທານາ ທິບໍດີ ໃຕ້ຫວັນ ທ່ານ MA YING JEOU ໄດ້ເດີນທາງ ຈາກ BELIZE ໄປເຖິງ GUATEMALA ໃນມື້ວານນີ້ ເພື່ອສືບຕໍ່ ການຢ້ຽມຢາມ ບັນດາປະເທດ ໃນອະເມຣິກາກາງ ເປັນເວລາ 10 ມື້ ຂອງທ່ານ ບ່ອນທີ່ ການໃຫ້ ຄວາມສນັບສນຸນ ຕໍ່ໃຕ້ຫວັນ ໄດ້ຫລຸດນ້ອຍ ຖອຍລົງ ໃນໄລຍະ ບໍ່ເທົ່າໃດປີ ຜ່ານມານີ້. ທ່ານ MA ມີກຳນົດ ທີ່ພົບປ ະເຈຣະຈາ ກັບ ປະທານາທິບໍດີ GUATEMALA ທ່ານ ALVARO COLOM ແລະໄປຢ້ຽມ ຫໍປີຣະມີດ ຂອງພວກມາຢານ ກ່ອນຈະອອກ ເດີນທາງຕໍ່ ໄປຍັງ EL SALVADOR ບ່ອນທີ່ທ່ານ ຈະໄດ້ເຂົ້າຮ່ວມ ພິທີ ສາບານໂຕ ເຂົ້າຮັບຕຳແໜ່ງ ຂອງ ປະທານາທິບໍດີ MAURICIO FUNES ໃນມື້ວັນຈັນ ຈະມານີ້. ກ່ອນຈະອອກ ເດີນທາງ ໄປຢ້ຽມຢາມ ພ້ອມດ້ວຍ ຄະນະຜູ້ແທນ ປະມານ 100 ຄົນນັ້ນ ທ່ານ MA ໄດ້ໃຫ້ການ ຄ້ຳປະກັນ ຕໍ່ພວກ ເຈົ້າໜ້າທີ່ ອະເມຣິກາ ລາຕິນ ທີ່ໄປຢ້ຽມຢາມ ໄຕເປວ່າ ຄວາມສັມພັນ ອັນໃກ້ຊິດ ຂອງໃຕ້ຫວັນ ກັບຈີນ ແຜ່ນດິນໃຫຍ່ ຈະບໍ່ເຮັດ ໃຫ້ມິຕພາ ທີ່ມີມາ ເປັນເວລາ ດົນນານ ຂອງໃຕ້ຫວັນ ກັບບັນດາ ປະເທດ ພັນທະມິດ ຫລຸດນ້ອຍ ຖອຍລົງ ແຕ່ປະການໃດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG