ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ໄດ້ທົດລອງຍິງ ລູກສອນໄຟ ໄລຍະສັ້ນ ອີກລູກນຶ່ງ


ເກົາຫລີເໜືອ - ນິວເຄລັຽ: ອົງການຂ່າວ ຢອນຮັບ ຂອງ ເກົາຫລີໃຕ້ ລາຍງານວ່າ ເກົາຫລີເໜືອ ໄດ້ຍິງ ທົດລອງ ລູກສອນໄຟ ໄລຍະສັ້ນ ອີກລູກນຶ່ງ ຢູ່ນອກ ແຄມຝັ່ງ ທະເລ ກ້ຳຕາເວັນອອກ ຊຶ່ງເປັນ ການຍິງ ລູກສອນໄຟ ຄັ້ງທີ 6 ນັບແຕ່ ໄດ້ມີການທົດລອງ ອາວຸດ ນິວເຄຼັຽ ໃນມື້ວັນຈັນແລ້ວເປັນຕົ້ນມາ. ການ ເຄື່ອນໄຫວ ທີ່ວ່ານີ້ ມີຂຶ້ນ ບໍ່ເທົ່າໃດ ຊົ່ວໂມງ ຫຼັງຈາກ ພຽງຢາງ ປະກາດວ່າ ຕົນຈະດຳເນີນ ມາຕການ ໃນການ ປ້ອງກັນໂຕ ເພີ້ມຕື່ມ ຖ້າຫາກ ໄດ້ຮັບການ ທ້າທາຍ ເກາະຜິດ ຈາກສະພາ ຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ. ຖແລງການ ສະບັບນຶ່ງ ທີ່ນຳອອກ ເຜີຍແຜ່ ໂດຍກະຊວງການ ຕ່າງປະເທດ ເກົາຫລີເໜືອ ກ່າວວ່າ ການດຳເນີນການ ໃດໆກໍຕາມ ທີ່ເປັນປໍຣະປັກ ໂດຍສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ຈະມີຄ່າ ທໍ່ໆກັນກັບ ການຍົກເລີກ ຂໍ້ຕົກລົງ ສງົບເສິກປີ 1953 ທີ່ເຮັດໃຫ້ ສົງຄາມເກົາຫລີ ສິ້ນສຸດລົງນັ້ນ. ຜູ້ຕາງໜ້າ ສະມາຊິກ ຖາວອນ 5 ປະເທດ ຂອງ ສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ທີ່ປະກອບດ້ວຍ ສະຫະຣັດ ອັງກິດ ຈີນ ຝຣັ່ງ ແລະຣັດເຊັຽ ໄດ້ປະຊຸມກັນ ແບບປິດລັບ ໃນມື້ວານນີ້ ເພື່ອຊັ່ງຊາເບິ່ງ ການລົງໂທດ ຄັ້ງໃໝ່ ທີ່ອາດມີຂຶ້ນ ຕໍ່ເກົາຫລີເໜືອ ຍ້ອນການ ທົດລອງ ຣະເບີດນິວເຄລັຽ ເທື່ອລ່າສຸດ.

ເກົາຫລີໃຕ້ - ທ່ານໂນ: ທີ່ເກົາຫລີໃຕ້ປະ ຊາຊົນ ໄວ້ທຸກ ຈຳນວນ ຫລາຍສິບພັນຄົນ ໄດ້ພາກັນໄປສະແດງການເຄົາຣົບ ເປັນເທື່ອ ສຸດທ້າຍໃນວັນສຸກມື້ນີ້ ໃນພິທີສົ່ງສະການໃຫ້ ແກ່ ອະດີດ ປະທານາທິບໍດີ ROH MOO HYUN 6 ມື້ ຫລັງຈາກທ່ານ ໄດ້ເສັຽຊີວິດ ຂະນະທີ່ ກຳລັງ ມີການສືບສວນ ກ່ຽວກັບ ການສໍ້ຣາດ ບັງຫລວງຢູ່. ບຸກຄົນສຳຄັນ ຂອງ ເກົາຫລີໃຕ້ ຈຳນວນ ຫລາຍຮ້ອຍຄົນ ທີ່ນຸ່ງເຄື່ອງດຳ ໄດ້ໄປເຕົ້າໂຮມກັນ ຢູ່ບ່ອນຈັດ ພິທີສົ່ງສະການ ທີ່ພຣະຣາຊວັງເກົ່າ GYEONGBOK ບ່ອນທີ່ ພວກນາງຊີ ຂອງສາສນາ ກາໂຕລິກ ແລະພຣະສົງ ຂອງ ສາສນາພຸດ ໄດ້ສູດມົນ ພາວະນາ ຮ່ວມກັນ. ທ່ານ HAN MYUNG-SOOK ອະດີດ ນາຍົກຣັຖມຸນຕຣີ ຂອງທ່ານ ROH ໄດ້ກ່າວ ຂໍຂະມາໂທດ ທີ່ບໍ່ໄດ້ ໃຫ້ການ ປົກປ້ອງ ຄຸ້ມຄອງ ມື້ລາງ ຜູ້ນຳຂອງ ເກົາຫລີໃຕ້. ຢູ່ທີ່ ຈະຕຸຣັດ ໃກ້ຄຽງນັ້ນ ຊາວເກົາຫລີໃຕ້ ທັມມະດາສາມັນ ຈຳນວນ ຫລາຍສິບພັນຄົນ ທີ່ໄປເຕົ້າໂຮມກັນ ໄດ້ນຸ່ງ ເຄື່ອງສີເຫລືອງ ຊຶ່ງເປັນສີ ຂອງເນື້ອນັຍ ໃນການ ໂຄສະນາ ຫາສຽງ ເລືອກຕັ້ງ ເປັນປະທານາທິບໍດີ ທີ່ສຳເຣັດຜົນ ຂອງທ່ານ ROH ຊຶ່ງທ່ານ ໄດ້ເຂົ້າ ກຳຕຳແໜ່ງ ແຕ່ປີ 2003 ຫາ 2008 ນັ້ນ.

ສຣີລັງກາ: ໜັງສືພິມ TIMES ຂອງອັງກິດ ລາຍງານວ່າ ມີພົລເຮືອນ ຫລາຍກວ່າ 20 ພັນຄົນ ໄດ້ເສັຽຊີວິດ ໃນການ ບຸກໂຈມຕີ ຂັ້ນສຸດທ້າຍ ເພື່ອຍຸຕິ ການກໍ່ກະບົດ ຢູ່ໃນ ສຣີລັງການັ້ນ. ຊາວທະມິລ ຊຶ່ງເປັນ ຊົນກຸ່ມ ນ້ອຍ ຈຳນວນ ຫລາຍຮ້ອຍ ພັນຄົນ ໄດ້ຕົກຄ້າງ ຢູ່ໃນເຂດ ສມໍຣະພູມ ແນວໜ້າ ຂະນະທີ່ ພວກກະບົດ ເສືອທະມິລ ແລະ ທະຫານ ຣັຖບານ ສູ້ຣົບກັນ ໃນບໍຣິເວນ ອ້ອມແອ້ມ ບ່ອນທີ່ ພວກເຂົາເຈົ້າ ອາສັຍຢູ່. ໜັງສືພິມ TIMES ແຈ້ງວ່າ ການສືບສວນ ຢ່າງເປັນ ອິສຣະ ຂອງຕົນ ຮວມທັງ ພາບຖ່າຍ ທາງອາກາດ ເອກກະສານ ຂອງ ທາງການ ການໃຫ້ການ ຂອງ ພວກທີ່ເຫັນ ເຫດການ ແລະ ພວກນັກຊ່ຽວຊານ ສະແດງ ໃຫ້ເຫັນວ່າ ມີພົລເຮືອນ ຫລາຍກວ່າ 20 ພັນຄົນ ໄດ້ເສັຽຊີວິດ ສ່ວນໃຫຍ່ແລ້ວ ແມ່ນໂດຍຝ່າຍ ທະຫານ ຣັຖບານ. ຣັຖບານ ສຣີລັງກາ ກ່າວອ້າງວ່າ ກຳລັງຂອງຕົນ ໄດ້ຢຸດເຊົາ ການໃຊ້ ອາວຸດໜັກ ໃນວັນທີ 27 ເມສາ ຜ່ານມາ ແລະໃຫ້ການ ເຄົາຣົບ ຕໍ່ເຂດຫ້າມຍິງ ຫລືເຂດທີ່ ປອດການ ສູ້ຣົບ ເພື່ອໃຫ້ບ່ອນ ພັກພາ ອາສັຍ ແກ່ພົລເຮືອນ ແຕ່ໜັງສືພິມ TIMES ໄດ້ອ້າງອີງ ເຖິງເອກກະສານ ຂອງອົງການ ສະຫະປະຊາຊາດ ແລະ ການໃຫ້ການ ຂອງ ພວກທີ່ເຫັນ ເຫດການ ທີ່ສະແດງ ໃຫ້ເຫັນວ່າ ການເສັຽຊີວິດ ຈຳນວນ ຫລວງຫລາຍ ຂອງ ພົລເຮືອນ ໄດ້ມີຂຶ້ນ ໃນເດືອນ ພຶສະພາ ໃນອັດຕຣາ ສະເລັ່ຽ ປະມານ 1 ພັນຄົນ ຕໍ່ມື້ ມາຈົນຮອດ ວັນທີ 19 ພຶສະພາ.

ອັຟການິສຖານ: ກອງທັບສະຫະຣັດ ຖແລງ ໃນຕອນແລງ ຂອງມື້ວານນີ້ວ່າ ການປະຕິບັດ ງານຮ່ວມ ລະຫວ່າງ ກຳລັງ ສະຫະຣັດ ແລະກຳລັງ ຮັກສາ ຄວາມສະງົບ ຂອງ ອັຟການິສຖານ ໄດ້ສັງຫານ ພວກຫົວຮຸນແຮງ 35 ຄົນ ແລະ ບາດເຈັບອີກ 13 ຄົນ. ຖແລງຂ່າວ ຂອງ ກອງທັບ ສະຫະຣັດ ແຈ້ງວ່າ ການລາຕເວນ ພາຍໃຕ້ ການນຳພາ ຂອງ ກຳລັງ ອັຟການິສຖານ ທີ່ແຂວງ ZABUL ໄດ້ຖືກພວກ ຫົວຮຸນແຮງ ດັກສະກັດ ໂຈມຕີ ໃນຕອນເຊົ້າ ມື້ວານນີ້. ພວກທະຫານ ໄດ້ຍິງ ຕອບໂຕ້ ແລະໄດ້ຮ້ອງຂໍ ການສນັບສນຸນ ທາງອາກາດ ແລະເຮັດໃຫ້ ພວກຫົວຮຸນແຮງ ທີ່ບໍ່ໄດ້ຮັບ ບາດເຈັບນັ້ນ ລ່າຖອຍໄປ. ຖແລງຂ່າວ ແຈ້ງວ່າ ຫລັງຈາກນັ້ນ ພວກທະຫານ ກໍໄດ້ ໃຫ້ການປິ່ນປົວ ແກ່ພວກທີ່ ໄດ້ຮັບ ບາດເຈັບ ແລະ ຄວບຄຸມໂຕ ພວກກ່ຽວໄວ້. ບໍ່ມີ ລາຍງານວ່າ ມີທະຫານ ກຳລັງປະສົມ ຫລືພົລເຮືອນ ໄດ້ຮັບບາດເຈັບ ແຕ່ປະການໃດ ໃນການ ປະທະກັນ ທີ່ວ່ານີ້. ນອກນັ້ນແລ້ວ ໃນມື້ວານນີ້ ເຈົ້າໜ້າທີ່ ຄົນນຶ່ງ ຂອງ ອັຟການິສຖານ ແລະກອງທັບ ສະຫະຣັດ ກ່າວວ່າ ທະຫານ ອັຟການິສຖານ ແລະອົງການ ນາໂຕ້ ໄດ້ໂຈມຕີີ ພວກຫົວຮຸນແຮງ ທາລີບານ ທັງທາງພາກພື້ນດິນ ແລະທາງອາກາດ.

ອີຣ່ານ: ອົງການຂ່າວ ຂອງທາງການ ອີຣ່ານ ລາຍງານວ່າ ການໂຈມ ຕີສະລະຊີບ ທີ່ໂບດ ສາສນາ ອິສລາມ ນິກາຍຊີໄອທ໌ ແຫ່ງນຶ່ງ ຢູ່ ເມືອງ ZAHEDAN ເມືອງເອກ ຂອງແຂວງ SISTAN-BALUCHISTAN ໃກ້ໆ ຊາຍແດນ ອີຣ່ານ ທີ່ຕິດກັບ ປາກິສຖານນັ້ນ ໄດ້ເຮັດໃຫ້ ມີຜູ້ເສັຽຊີວິດ 19 ຄົນ ແລະບາດເຈັບ ອີກ 125 ຄົນ. ເຈົ້າແຂວງ ALI MOHAMMED AZAD ກ່າວຕໍ່ ອົງການຂ່າວ IRNA ວ່າ ການໂຈມຕີ ສະລະຊີບ ໃນມື້ ວານນີ້ ແມ່ນເປັນການ ກໍ່ການຮ້າຍ ແລະ ຣັຖບານ ໄດ້ຈັບໂຕ ພວກກໍ່ການ ຈຳນວນນຶ່ງ ໄດ້ແລ້ວ. ທ່ານ AZAD ກ່າວວ່າ ພວກກໍ່ການ ໄດ້ວາງແຜນ ທີ່ຈະ ທຳການໂຈມຕີ ຕື່ມອີກ. ທ່ານເວົ້າວ່າ ການໂຈມຕີ ທີ່ວ່ານີ້ ແມ່ນມີ ຈຸດປະສົງ ເພື່ອສ້າງ ຄວາມບໍ່ທຸ່ນທ່ຽງ ໃຫ້ແກ່ ແຂວງຂອງທ່ານ ຂະນະທີ່ ພວມມີການ ກະກຽມ ການເລືອກຕັ້ງ ປະທານາທິບໍດີ ໃນວັນທີ 12 ມິຖຸນາ ຈະມານີ້. ເມືອງ ZAHEDAN ຊຶ່ງເປັນເມືອງ ທີ່ປະຊາຊົນ ສ່ວນໃຫຍ່ ນັບຖື ສາສນາ ອິສລາມ ນິກາຍຊຸນນີ່ ຢູ່ໃນ ປະເທດ ອີຣ່ານ ທີ່ຄົນສ່ວນຫລາຍ ເຊື່ອຖື ສາສນາ ອິສລາມ ນິກາຍຊີໄອທ໌ນັ້ນ ເຄີຍເກີດ ຄວາມຮຸນແຮງ ທາງດ້ານ ສາສນາ ມາກ່ອນແລ້ວ.

ສະຫະຣັດ - ອິນເຕີແນັດ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະ ເປີດເຜີຍ ໃຫ້ຊາບ ໃນວັນສຸກ ມື້ນີ້ ກ່ຽວກັບ ຍຸທສາດ ຂອງທ່ານ ເພື່ອໃຫ້ການ ປົກປ້ອງ ຄຸ້ມຄອງ ຕາໜ່າງ ຄອມພິວເຕີ້ ຂອງຣັຖບານ ແລະເອກກະຊົນ ຈາກການ ໂຈມຕີ. ຈຸດສຳຄັນ ຂອງຍຸທສາດ ທ່ານ OBAMA ຈະແມ່ນ ການສ້າງຕັ້ງ ຫົວໜ້າ ຮັບຜິດຊອບ ໃນດ້ານ ຄອມພິວເຕີ້ ຊຶ່ງຈະເປັນ ເຈົ້າໜ້າທີ່ ອະວຸໂສ ຂອງ ທຳນຽບຂາວ ທີ່ປະສານງານ ໃນການ ດຳເນີນ ຄວາມພະຍາຍາມ ໃນດ້ານ ຄວາມໝັ້ນຄົງ ກັບທັງ ສະພາ ຄວາມໝັ້ນຄົງ ແຫ່ງຊາດ ແລະ ສະພາ ເສຖກິດ ແຫ່ງຊາດ ຂອງສະຫະຣັດ. ບໍ່ຄາດວ່າ ປະທານາທິບໍດີ OBAMA ຈະແຕ່ງຕັ້ງ ຜູ້ໃດຜູ້ນຶ່ງ ໃຫ້ເຂົ້າຮັບ ຕຳແໜ່ງ ຫົວໜ້າ ຮັບຜິດຊອບ ໃນດ້ານ ຄອມພິວເຕີ້ ໃນວັນສຸກ ມື້ນີ້ເທື່ອ. ທ່ານ OBAMA ໄດ້ມີຄຳສັ່ງ ໃຫ້ທົບທວນ ເບິ່ງຢ່າງລະອຽດ ເປັນເວລາ 60 ມື້ ໃນການ ດຳເນີນ ຄວາມພະຍາຍາມ ທາງດ້ານ ຄວາມໝັ້ນຄົງ ກ່ຽວກັບ ຄອມພິວເຕີ້ ບໍ່ດົນ ລຸນຫລັງ ທີ່ທ່ານໄດ້ ເຂົ້າຮັບ ຕຳແໜ່ງ ໃນເດືອນມັງກອນ ປີນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG