ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ກຳລັງສະຫະຣັດ ກັບເກົາຫລີໃຕ້ ໄດ້ຍົກຣະດັບການເຕືອນ ຫລັງຈາກເກົາຫລີເໜືອ ໄດ້ຂົ່ມຂູ່


ເກົາຫລີເໜືອ - ນິວເຄລັຽ: ກຳລັງທະຫານ ເກົາຫລີໃຕ້ ແລະ ສະຫະຣັດໃນແຫລມເກົາຫລີ ໄດ້ຍົກຣະດັບ ​ການ​ເຕືອນ ​ໃຫ້ກຽມພ້ອມ ຂື້ນ​ສູ່​ຂີດສູງສຸດ ນັບແຕ່ປີ 2006 ເປັນຕົ້ນມາ ໃນວັນ ພະຫັດມື້ນີ້ ນຶ່ງມື້ ຫລັງຈາກ ເກົາຫຼີເໜືອ ໄດ້ປະນາມ ການສະງົບເສິກ ຊົ່ວຄາວ ເປັນເວລາ 5 ທົສວັດກວ່າໆ ທີ່ເຮັດໃຫ້ ມີການຍຸຕິ ການສູ້ຣົບ ຢູ່ໃນສົງຄາມ ເກົາຫລີນັ້ນ. ເຈົ້າໜ້າທີ່ ປ້ອງກັນປະເທດ ກ່າວວ່າ ກອງບັນຊາການ ກຳລັງປະສົມ ສະຫະຣັດ ເກົາຫລີໃຕ້ ໄດ້ເພີ້ມ ການສັງເກດການ ເບິ່ງການ ເຄື່ອນໄຫວ ຂອງ ເກົາຫລີ​ເໜືອ ແລະເພີ້ມ ຣະດັບການເຕືອນ ຈາກຂີດ 3 ຂຶ້ນເປັນຂີດ 2. ໂຄສົກຄົນນຶ່ງ ຂອງ ກະຊວງ ປ້ອງກັນ ປະເທດ ເກົາຫລີໃຕ້ ກ່າວວ່າ ທັງກອງທັບ ເກົາຫລີໃຕ້ ແລະ ສະຫະຣັດ ໄດ້ທຸ້ມເທ ເຈົ້າໜ້າທີ່ ສືບລັບ ຫລາຍຂຶ້ນ ເພື່ອເກັບກຳ ແລະ ວິເຄາະຂ່າວ. ກອງບັນຊາການ ກຳລັງປະສົມ ທີ່​ວ່າ​ນີ້ ບໍ່ໄດ້ເພີ້ມ ການເຕືອນ ຂອງຕົນຂື້ນ ສູ່ຣະດັບສູງ​ ເຊ່ນ​ນີ້ ນັບແຕ່ ເກົາຫລີເໜືອ ໄດ້ທຳການ ທົດລອງ ອາວຸດນິວເຄລັຽ ຄັ້ງທຳອິດ ໃນປີ 2006. ຄວາມເຄັ່ງຕຶງ ໄດ້ເພີ້ມ ທະວີຂຶ້ນ ຢ່າງລຽນຕິດ ໃນສັບປະດານີ້ ນັບແຕ່ ເກົາຫລີເໜືອ ໄດ້ທຳການ ທົດລອງ ອາວຸດນິວເຄລັຽ ລູກທີ 2 ໃນມື້ວັນຈັນ ຜ່ານມາ.

ມຽນມາ - ຊູຈີ: ພະຍານຄົນນຶ່ງ ຂອງຈຳເລີຍ ໃນການ ດຳເນີນຄະດີ ທີ່ໄດ້ຮັບການຕຳໜິຕິ ຕຽນ ຢ່າງກວ້າງຂວາງ ຕໍ່ທ່ານນາງ ອອງຊານ ຊູຈີ ຜູ້ນຳ ປະຊາທິປະໄຕ ຂອງ ມຽນມານັ້ນ ຈະໄປ ປາກົດໂຕ ຢູ່ສານ ໃນມື້ນີ້ ເພື່ອໃຫ້ ການຄັດຄ້ານ​ຕໍ່ການກ່າວຫາ ທີ່ວ່າ ທ່ານນາງ ໄດ້ລະເມີດ ເງື່ອນໄຂ ໃນການ ກັກບໍຣິເວນ. ທ່ານ KYI WIN ນັກຊ່ຽວຊານ ທາງດ້ານ ກົດໝາຍ ຊຶ່ງເປັນ ທະນາຍຄວາມ ຄົນນຶ່ງ ຂອງທ່ານນາງ ອອງຊານ ຊູຈີ ແມ່ນພະຍານ ແຕ່ພຽງຜູ້ດຽວ ເທົ່ານັ້ນ ທີ່ໄດ້ຮັບ ອະນຸຍາດ ​ໃຫ້ໄປ ໃຫ້ການ ຕໍ່ສານໄດ້. ສານ ໄດ້ປະຕິເສດ ໄປແລ້ວ ຕໍ່ພະຍານ ອື່ນໆອີກ 3 ຄົນ ຊຶ່ງຕ່າງ ກໍເປັນ ສະມາຊິກ ຂອງພັກ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ອັນເປັນພັກ ຝ່າຍຄ້ານ ຂອງມຽນມາ. ການດຳເນີນ ຄະດີ ອາດຈະ ສິ້ນສຸດລົງ ໃນອາທິດນີ້. ປະຊາຄົມ ນາໆຊາດ ໄດ້ຕຳໜິຕິຕຽນ ຢ່າງແຮງ ຕໍ່ການ ດຳເນີນຄະດີ ທ່ານນາງ ອອງຊານ ຊູຈີ ວັຍ 63 ປີ ທີ່ເຄີຍໄດ້ຣັບ ລາງວັນ ໂນແບລ ຂແນງສັນຕິພາບ ມາແລ້ວ ໂດຍທີ່ ປະທານາທິບໍດີ BARACK OBAMA ເອີ້ນ ທ່ານນາງວ່າ ເປັນຜູ້ເຄາະຮ້າຍ ໃນການຕັດສິນ ຂອງ ສານເຕັ້ຽ.

ອັຟການິສຖານ - ຄວາມຮຸນແຮງ: ເຈົ້າ ໜ້າທີ່ ອັຟການິສຖານ ແລະກອງທັບສະຫະຣັດ ກ່າວວ່າ ການປະຕິບັດງານຮ່ວມ ທາງດ້ານ ຄວາມປອດພັຍ ໃນເຂດ ພາກຕາເວັນອອກ ສຽງໃຕ້ ຂອງ ອັຟການິສຖານ ໄດ້ໂຈມຕີ ການໂຮມຊຸມນຸມ ຂອງ ພວກຫົວຮຸນແຮງ ແຫ່ງນຶ່ງ ແຕ່ມີລາຍງານຂ່າວ ທີ່ຂັດແຍ້ງກັນ ກ່ຽວກັບວ່າ ມີຜູ້ເສັຽຊີວິດ ຈັກຄົນ. ໂຄສົກ ຄົນນຶ່ງ ຂອງເຈົ້າແຂວງໆ PAKTIKA ກ່າວໃນ ມື້ນີ້ວ່າ ຕຳຣວດ ອັຟການິສຖານ ແລະ ທະຫານ ຂອງ ອົງການ ນາໂຕ້ ໄດ້ປະຕິບັດງານ ທາງ ພາກພື້ນດິນ ແລະ ທາງອາກາດ ໂຈມຕີ ສະຖານທີ່ ແຫ່ງນຶ່ງ ໃກ້ໆຊາຍແດນ ປາກິສຖານ ໃນຄືນແລ້ວນີ້ ໂດຍໄດ້ສັງຫານ ພວກຫົວຮຸນແຮງ ທາລີບານ 34 ຄົນ.

ເຕີກກີ - ເຄີຣ໌ດ: ກອງທັບເຕີກກີ ກ່າວວ່າ ເຮືອ ບິນຣົບຂອງຕົນ ໄດ້ໂຈມຕີທີ່ຕັ້ງ ຂອງ ພວກກະບົດ ຊາວ KURD ໃນພາກເໜືອ ຂອງອີຣັກ ຫລັງຈາກ ຣະເບີດຝັງດິນ ລູກນຶ່ງ​ ໄດ້ເຮັດໃຫ້ ທະຫານເຕີກກີ 6 ຄົນ ເສັຽຊີວິດ ແລະອີກ 8 ຄົນ ໄດ້ຣັບບາດເຈັບ. ກ່ອນໜ້ານີ້ ຣົດທະຫານ ຄັນນຶ່ງ ຂອງເຕີກກີ ໄດ້ໄປຢຽບ ຣະເບີດ ຝັງດິນ ທີ່ຝັງໃສ່ທາງ ຢູ່ທີ່ແຂວງ HAKKARI ຊຶ່ງເປັນແຂວງ ທີ່ປະຊາຊົນ ສ່່ວນໃຫຍ່ ເປັນຊາວ KURD ໃກ້ໆຊາຍແດນ ອີຣັກ. ເຈົ້າໜ້າທີ່ ສົງສັຍວ່າ ຣະເບີດ ດັ່ງກ່າວນີ້ ຖືກນຳ ໄປຝັງໄວ້ ໂດຍພວກກະບົດ ພັກກັມມະກອນ ຊາວ KURD ທີ່ເອີ້ນຫຍໍ້ກັນວ່າ PKK ນັ້ນ. ໃນການ ປະຕິບັດງານ ອີກອັນນຶ່ງນັ້ນ ເຈົ້າໜ້າທີ່ເຕີກກີ ໄດ້ຈັບ ປະມານ 30 ຄົນ ໃນການກວດລ້າງ ຮອບໃໝ່ ໃນທົ່ວປະເທດ ຕໍ່ພວກ ທີ່ສົງສັຍວ່າ ມີຄວາມສັມພັນ ກັບພວກ ກະບົດຊາວ KURD. ພວກທີ່ຖືກຈັບ ແມ່ນຮວມທັງ ນາຍຄູ ແລະສະ ມາຊິກກັມມະບານ. ພວກກະບົດ ແບ່ງແຍກດິນແດນ PKK ໄດ້ທຳການ ສູ້ຣົບ ເພື່ອ ການປົກຄອງ ຕົນເອງ ໃນເຂດ ພາກຕາເວັນອອກ ສຽງໃຕ້ ຂອງເຕີກກີ ມາເປັນເວລາ 25 ປີ ແລ້ວ ສົ່ງ​ຜົນ ​ໃຫ້​ມີຜູ້ ເສັຽຊີວິດ ຫລາຍສິບ ພັນຄົນ.

ປາກິສຖານ: ຜູ້ບັນຊາການ ອະວຸໂສຄົນນຶ່ງ ຂອງກຸ່ມທາລີບານ ໃນປາກິສຖານໄດ້ອ້າງເອົາ ຄວາມຮັບ ຜິດຊອບ ໃນການໂຈມຕີ ສະລະຊີບ ຮ້າຍແຮງ ໃນມື້ວານນີ້ ຢູ່ທີ່ ນະຄອນລາຮໍ ໃນພາກ ຕາເວັນອອກ ຂອງປາກິສຖານ. ນາຍ HAKIMULLAH MEHSUD ກ່າວຕໍ່ ອົງການຂ່າວຕ່າງໆ ຜ່ານທາງ ໂທຣະສັບ ໃນມື້ນີ້ວ່າ ການໂຈມຕີ ປົດຕຳຣວດ ແລະ ຫ້ອງການ ສືບລັບ ປາກິສຖານ ແມ່ນເພື່ອ ເປັນການ ແກ້ແຄ້ນ ຕໍ່ການ ເປີດສາກ ບຸກໂຈມຕີ ຂອງ ພວກທະຫານ ຢູ່ໃນເຂດ ຮ່ອມພູ SWAT ທີ່ຕັ້ງຢູ່ ໃນພາກ ຕາເວັນຕົກ ສຽງເໜືອ ຂອງ ປາກິສຖານນັ້ນ. ນາຍ HAKIMULLAH MEHSUD ເປັນຮອງ ນາຍ BAITULLAH MESHUD ຜູ້ບັນຊາການ ກຳລັງ ທາລີບານ ໃນປາກິສຖານ. ລາວເວົ້າວ່າ ພວກຫົວຮຸນແຮງ ທາລີບານ ມີແຜນການ ທີ່ຈະໂຈມຕີ ຕຶກອາຄານ ຂອງ ຣັຖບານ ຢູ່ໃນເມືອງອື່ນໆ ແລະເຕືອນ ຜູ້ຄົນ ທີ່ຢູ່​ໃກ້ ​ໃຫ້​ພາກັນ​ຫລົບໜີ​ ອອກ​ໄປ. ພວກໂຈມຕີ ທີ່ນະຄອນ ລາຮໍ ໄດ້ໃຊ້ທັງປືນ ຣະເບີດມື ແລະ ຣົດຣະເບີດ ບຸກໂຈມຕີ ເຂດທີ່ມີ ການຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ.

ສະຫະຣັດ - ຕາເວັນອອກກາງ: ເປັນ ທີ່ຄາດກັນວ່າ ປະທານາທິບໍດີປາແລສໄຕນ໌ ທ່ານ MAHMOUD ABBAS ຈະຮຽກຮ້ອງ ໃຫ້ອິສຣາແອລຢຸດເຊົາ ການຕັ້ງຖິ່ນຖານ ໃໝ່ ໃນເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳ ຈໍແດັນ ໃນຣະຫວ່າງ ການເຈຣະຈາ ຫາຣື ທີ່ທຳນຽບຂາວ ກັບ ປະທານາທິບໍດີີ BARACK OBAMA ໃນວັນພະຫັດ ມື້ນີ້. ພວກຜູ້ຊອ່ຍ ຂອງທ່ານ ABBAS ກ່າວວ່າ ນອກນັ້ນແລ້ວ ຜູ້ນຳຂອງ ປາແລສໄຕນ໌ ຍັງຈະ ຮຽກຮ້ອງໃຫ້ ທ່ານ OBAMA ກົດດັນໃຫ້ ອິສຣາແອລ ຮັບເອົາ ການສ້າງຕັ້ງ ຣັດປາແລສໄຕນ໌ ທີ່ເປັນ ເອກກະຣາດ ຄຽງຂ້າງກັບ ອິສຣາແອລ. ທ່ານ ABBAS ກ່າວໄວ້ວ່າ ທ່ານຈະບໍ່ ເປີດການ ເຈຣະຈາ ສັນຕິພາບ ກັບອິສຣາ ແອລຄືນອີກ ຈົນກວ່າຈະມີການປະຕິບັດ​ຕາມເງື່ອນໄຂທັງສອງຂໍ້ນີ້. ໂຄສົກ ຄົນນຶ່ງ ຂອງຣັຖບານ ອິສຣາແອລກ່າວ ໃນມື້ນີ້ວ່າ ອິສຣາແອລ ຈະປະຕິບັດຕາມ ພັນທະ ຂອງຕົນ ທີ່ຈະ ທັບມ້າງ ຄຸ້ມບ້ານໃໝ່ ທີ່ບໍ່ໄດ້ຮັບ ອະນຸຍາດ ແລະຈະບໍ່ ສ້າງຕັ້ງ ໝູ່ບ້ານໃໝ່ ໃດໆຕື່ມອີກ. ແຕ່ໂຄສົກ ເວົ້າວ່າ ຊີວິດ ການເປັນຢູ່ ແບບປົກກະຕິ ຈະຕ້ອງ ດຳເນີນ ຕໍ່ໄປ ຕາມຄຸ້ມບ້ານໃໝ່ ທີ່ມີຢູ່ແລ້ວ ຈົນກວ່າ ຈະມີການ ເຈຣະຈາ ກ່ຽວກັບ ຖານະ ຂັ້ນສຸດທ້າຍ ລະຫວ່າງ ອິສຣາແອລແລະຝ່າຍປາ ແລສໄຕນ໌.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG