ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາຍຈ່າຍສ່ວນຕົວ ຂອງນັກຣຽນຕ່າງປະເທດໃນສະຫະຣັດ ອາເມຣິກາ


ມີໂຮງຮຽນມະຫາວິທະຍາ​ໄລ​ນ້ອຍ ແລະ ໃຫຍ່ຫລາຍ ແຫ່ງໃນສະຫະຣັດ ​ອາ​ເມຣິ​ກາ ໄດ້ໃຫ້ຂໍ້ແນະນຳ ກ່ຽວກັບ ການວາງແຜນຈັດສັນເງິນຄຳ ເພື່ອໃຊ້​ຈ່າຍ​ສ່ວນຕົວທີ່ທາງໂຮງຮຽນ ຄິດວ່າ ເໝາະສົມສຳລັບ ນັກຮຽນຕ່າງປະເທດ.

ທ່ານ​ນາງ ເສ​ເນັມ ບາກຄາຣ (Senem Bakar), ​ຮອງ​ຜູ້ອຳນວຍການພະແນກບໍລິການ​ນັກ​ສຶກສາ​ ຕ່າງປະ​ເທດ​ຢູ່ມະຫາວິທະຍາ​ໄລ American University ທີ່​ກຸງ Washington ສະ​ເໜີວ່າ ນັກຮຽນ ຄວນມີງົບປະມານຢ່າງ​ຕ່ຳ 1.300 ໂດ​ລ້າ ສະຫະຣັດ ສຳລັບໃຊ້ ຈ່າຍໃນ​ໄລຍະເກົ້າ​ເດືອນ ຂອງ ສົກການສຶກສາ​ໜຶ່ງ. ເງິນກ້ອນນີ້ຈະ​ຊ່ວຍໃ​ນ ການໃຊ້ຈ່າຍ ສໍາລັບສິ່ງ​ຕ່າງໆ ເຊັ່ນຄ່າລົດ​ໄປ​ມາ​, ຄ່າ​ໂທລະ ສັບ, ​ເຄື່ອງໃຊ້ ໃນການຮຽນ ​ແລະ ກິດຈະການ ມ່ວນຊື່ນຕ່າງໆ.

ທ່ານ ພອລ ບັດ​ເລີ (Paul Butler) ​ຜູ້ຈັດການດ້ານ​ການ​ເງິນ ຂອງຫ້ອງການບໍລິການນັກ​ສຶກສາ​ຕ່າງປະ​ເທດ​ຢູ່ມະຫາວິທະຍາ​ໄລ​ ບລູມິ​ງ​ເທິ​ນ (Bloomington) ແຫ່ງຣັດອິນ​ດີ​ແອ​ນາ ​ເວົ້າວ່າ ທ່ານຢາກແນະນຳໃຫ້ ນັກສຶກ ສາມີເງິນ​ຢ່າງ​ຕ່ຳສອງພັນ​ສີ່​ຮ້ອຍ (2.400) ໂດ​ລ້າສະຫະລັດ ເພື່ອ​ໃຊ້​ຈ່າຍ​ເວ​ລາຮຽນຢູ່ໃນ ສະຫະຣັດ ອາ​ເມ​ຣິ​ກາເປັນເວລາສິບ​ສອງ​ເດືອນນັ້ນ.

​ໂຮງຮຽນຢູ່ຣັດອິນ​ດີ​ແອ​ນາ ​ແລະ ໂຮງຮຽນອື່ນໆ ກໍ​ໃຫ້ຄຳແນະ ນຳກ່ຽວກັບ​ວິທີ​ທາງ​ຈັດແຈງ ແລະ ປະຢັດເງິນ, ຕົວຢ່າງ​ເຊັ່ນ ສຳລັບການໄປທ່ຽວຊົມແຫ່ງຕ່າງໆໃຫ້​ຊອກ​ເບິ່ງ ການສະ​ແດງ​ດົນຕີຫລືຫໍພິພິດທະພັນທີ່​ຟຣີ ຫລື ບໍ່ເສັຽຄ່າ. ຖ້າຢາກ​ໄປ​ເບິ່ງ ຮູບ​ເງົາ ສ່ວນ​ຫລາຍລາຄາມັກຈະຖືກກວ່າ​ຖ້າ​ໄປ​ເບິ່ງ​ໃນຕອນ​ບ່າຍ​ ແທນທີຈະໄປ​ຕອນ​ແລງ.


ມະຫາວິທະຍາ​ໄລAmerican University ແນະນຳໃຫ້ ນັກສຶກ ສາ​ກວດ​ເບິ່ງໃບໂຄສະນາ​ຢູ່ໜັງສື​ພິມ ເພື່ອຊອກຫາ ບັດກູປອນ ສິນຄ້າທີ່ຫລຸດ​ລາຄາ. ທ່ານ​ນາງ ເສ​ເນັມ ບາກຄາຣ (Senem Bakar) ​ເວົ້າວ່າ ຢູ່​ໃນ​ສະຫະຣັດ​ອາ​ເມ​ຣິກາພວກນັກສຶກສາ​ ​ສາ ມາດ​ຊອກຫາ​ສິນຄ້າ​ເກືອບໝົດທຸກຊະນິດຂາຍຫລຸດ ລາຄາ ຫລື on sale ຢູ່​ບ່ອນ​ໃດ​ບ່ອນໜຶ່ງ.

ພ້ອມກັນນັ້ນ ທະນາຄານ​ຫລາຍ​ແຫ່ງ​ກໍ​ມີການບໍລິການ​ພິ​ເສດ​ສຳລັບ​ນັກຮຽນ ຄື ​ໃຫ້ເປີດບັນ​ຊີທະນາຄານ​ກະແສ ລາຍວັນ ລວມທັງເຮັດ debit card ໃຫ້ຟຣີ. Debit cards ສາມາດ​ໃຊ້ໄດ້​ເກືອບໝົດທຸກບ່ອນທີ່ເຂົາ​ໃຊ້ credit cards ໄດ້.

ດຽວນີ້ ຊາວ​ອາ​ເມ​ລິ​ກາ​ຈຳນວນ​ເປັນ​ລ້ານໆຄົນ ໃຊ້ debit card ຫລື credit card ​ ເພື່ອ​ຊື້​ເຄື່ອງ​ຂອງ ທີ່ເຂົາເຈົ້າຕ້ອງການແທນ​ເງິນ​ສົດ ຫລື ເຊັກເງິນໂດຍ​ການ​ໃຊ້ credit card ທ່ານ​ແມ່ນ​ຢືມ​ເງິນ​ທະນາຄານ​ທຸກ​ເທື່ອ​ທີ່​ທ່ານ​ໃຊ້ມັນ. ແຕ່ວ່າ debit cards ແມ່ນ​ແຕກ​ຕ່າງ​ຈາກ credit card, ເພາະວ່າບັດນີ້ໄດ້ຖືກເຊື່ອມຕໍ່ໂດຍກົງກັບ​ບັນຊີເງິນ ທະນາຄານຂອງທ່ານ ສະນັ້ນ​ທ່ານແມ່ນ​ກຳລັງ​ໃຊ້​ເງິນຕົວເອງ ຊື້ເຄື່ອງ.

Debit cards ຍັງຖືກເອີ້ນ​ໃນ​ຊື່​ອື່ນອີກວ່າ “Check cards” ຊຶ່ງ ບໍ່ໄລ່ເອົາຄ່າດອກເບັ້ຽ ຫາກ​ແຕ່​ວ່າ ຜູ້​ໃຊ້​ບັດນີ້ຈະຕ້ອງເສັຽຄ່າ ດອກເບັ້ຽ​ຖ້າວ່າ​ເຂົາ​ເຈົ້າຈ່າຍ​ເງິນຫລາຍ​ກວ່າ​ຈຳນວນ​ທີ່​ເຂົາ​ເຈົ້າມີຢູ່​ໃນ​ບັນຊີ​ທະນາຄານ​ນັ້ນ.

XS
SM
MD
LG