ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວ ແລະໄທມີຄວາມໝັ້ນໃຈວ່າຈະສົ່ງມົ້ງທີ່ຫ້ວຍນ້ຳຂາວວ ກັບຄືນລາວດໝົດໄດ້ໃນທ້າຍປີນີ້


ທາງ​ການ​ກອງທັບ​ໄທ​ຢືນຢັນ​ວ່າ ຊາວ​ມົ້ງ ຢູ່​ບ້ານ​ຫ້ວຍນຳຂາວ ບໍ່ມີທາງເລືອກອື່ນໃດ ນອກຈາກຈະສະມັກໃຈກັບຄືນໄປລາວ ເທົ່ານັ້ນ ແລະ​ກອງທັບ​ຂອງ​ໄທ​ກໍໄດ້​ວາງ​ເປົ້າໝາຍທີ່​ຈະ​ສົ່ງຊາວ​ ມົ້ງທຸກ​ຄົນ​ກັບ​ຄືນ​ໄປ​ລາວ​ໃຫ້​ໄດ້​ທັງ ໝົດພາຍ​ໃນ​ທ້າຍ​ປີນີ້ ຊຶ່ງ​ລວມ​ໄປ​ເຖິງ​ຊາວ​ມົ້ງຈຳນວນ 158 ຄົນ ຢູ່​ສຳນັກງານ​ຕຳຫລວດ​ກວດ​ຄົນເຂົ້າ​ເມືອງ​ປະ ຈຳຈັງ​ຫວັດໜອງຄາຍອີກ​ດ້ວຍ.

ກອງ​ປະຊຸມ​ຄັ້ງທີ່ 17 ຂອງ​ກອງ​ເລຂານຸການຄະນະກຳມະ ການ​ຮ່ວມ​ມື​ຮັກສາ​ຄວາມ​ສະ​ງົບ​ຮຽບຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ​ລະຫວ່າງລາວ​ກັບ​ໄທ ​ໂດຍ​ມີ​ ທ່ານ ພົນ​ຈັດຕະວາ ບົວ​ສ້ຽງ ຈຳປາ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່ເສນາ​ທິການ​ກອງທັບ​ປະຊາຊົນ​ລາວກັບ ທ່ານ ພົນ​ໂທ ນິພັດ ​ທອງ​ເລັກ ​ເຈົ້າກົມ​ກິດຈະການ​ຊາຍ​ແດນ​ຂອງ​ກອງທັບ​ໄທ ​ເປັນ​ປະທານ​ໃນ​ກອງ​ປະຊຸມ​ຮ່ວມ​ກັນ ​ແລະ ກໍ​ໄດ້​ສິ້ນສຸດ​ລົງ​ເມື່ອ​ບໍ່ນານ​ມານີ້ຢູ່​ນະຄອນ​ຫລວງ​ວຽງຈັນ ທັງ​ສອງ​ຝ່າຍ​ກໍ​ໄດ້​ຕົກລົງ​ຮ່ວມ​ກັນ​ໃນ 21 ບັນຫາ​ທີ່​ສຳຄັນ​ດ້ວຍ​ກັນ ຊຶ່ງ​ລວມ​ໄປ​ເຖິງ​ການ​ຕົກລົງ​ທີ່​ຈະ​ສືບຕໍ່​ການ​ດຳ​ເນີນ​ການ​ສົ່ງ ​ແລະ ຮັບ​ເອົາ​ຊາວ​ມົ້ງຈາກ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ ໃນເຂດອຳເພີເຂົາຄໍ້, ຈັງຫວັດເພັດສະບູນກັບຄືນໄປປະເທດລາວ​ທັງໝົດພາຍໃນ​ທ້າຍປີ 2009 ນີ້. ​ໂດຍ​ລວມ​ໄປ​ເຖິງ​ຊາວ​ມົ້ງຈຳນວນ 158 ຄົນ ຢູ່​ສຳນັກງານ​ຕຳຫລວດ​ກວດ​ຄົນເຂົ້າ​ເມືອງ​ປະຈຳຈັງ​ຫວັດໜອງຄາຍ​ອີກດ້ວຍ. ​ໂດຍ​ໃນ​ໄລຍະ​ທີ່​ຜ່ານ​ມາທາງ​ການ​ໄທກໍ​ຄືກ​ອງທັບ​ພາກ​ທີ 3 ຊຶ່ງ​ຮັບຜິດຊອບ​ພື້ນທີ່​ໃນ​ເຂດ​ພາກ​ເໜືອຂອງ​ໄທ​ນັ້ນ ​ໄດ້​ດຳ​ເນີນ​ການ​ສົ່ງ​ຊາວ​ມົ້ງ ກັບ​ຄືນ​ໄປ​ລາວ​ແລ້ວ​ຈຳນວນ 2.807 ຄົນຈາກ 578 ຄອບຄົວ ຈຶ່ງ​ເຮັດ​ໃຫ້​ເຫລືອ​ຊາວ​ມົ້ງຢູ່ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວອີກ​ບໍ່​ເຖິງ 5.000 ຄົນ ທີ່​ຈະ​ຖືກ​ທາ​ງ ການ​ໄທ​ສົ່ງ​ກັບ​ຄືນ​ໄປ​ລາວ​ທັງໝົດພາຍ​ໃນ​ເຈັດ​ເດືອນ​ຕໍ່​ໄປ​ນີ້. ຊຶ່ງຕໍ່​ແຜນການ​ດຳ​ເນີນ​ງານ​ຕາມ​ເປົ້າໝາຍ ທີ່​ວາງ​ເອົາ​ໄວ້​ນີ້ ທາງ​ການໄທ​ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ຈະ​ສາມາດ​ດຳ​ເນີນ​ການ​ ໄດ້ຕາມ​ແຜນການ ​ແລະ ເປົ້າໝາຍທີ່​ວາງ​ເອົາ​ໄວ້​ຢ່າງແນ່​ນອນ ​ເນື່ອງ​ຈາກ​ວ່າ​ຊາວ​ມົ້ງບໍ່ມີ​ທາງ​ເລືອກ​ອື່ນ​ໃດ​ອີກ​ແລ້ວ. ນອກ ຈາກ​ການ​ທີ່​ຈະ​ຕ້ອງສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ລາວ​ເທົ່າ​ນັ້ນ.


ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ບໍ່ປະກົດ​ວ່າມີປະເທດທີ ສາມ ຫລື ປະເທດອື່ນ ໃດ ແລະ ອົງການ​ຂອງ​ປະເທດໃດ ທີ່​ໄດ້​ສະ​ແດງ​ຄວາມ​ຈຳ​ນົງ​ທີ່​ຈະ​ຮັບ ຮອງ​ເອົາ​ຊາວ​ມົ້ງ​ເພື່ອໄປ​ຕັ້ງຖິ່ນ​ຖານໃໝ່ຢູ່​ໃນ​ຕ່າງປະເທດ​ອີກ​ດ້ວຍ ​ໃນ​ຂະນະ​ທີ່​ກະ​ແສ​ຂ່າວ​ທີ່​ເກີດ​ຂຶ້ນ​ໃນ​ຕະຫລອດ​ໄລຍະ​ທີ່​ຜ່ານ​ມານັ້ນ ກໍ​ເປັນ​ພຽງ​ແຕ່​ຂ່າວ​ລື​ອີກ​ດ້ວຍ. ດັ່ງ​ທີ່ ທ່ານ ​ໂພນ​ໂທ ນິພັດ ​ໄດ້​ຖະ​ແຫລ​ງການໃນຕອນໜຶ່ງວ່າ:

ບໍ່ມີ​ທາງ​ເລືອ​ສຳລັບ​ປະ​ເທດ​ທີ່​ສາມ ສອງ​ປີ​ທີ່​ຜ່ານ​ມາ ບໍ່ເຄີຍ​ມີ​ໃຜ​ເຂົ້າມາ​ໂອບ​ອຸ້ມ ​ບໍ່ເຄີຍ​ມີ​ໃຜ​ມາສະ​ແດງ​ຄວາມ​ຈຳ​ນົງວ່າ ຈະ​ເອົາ ຊາວ​ມົ້ງ ເຫລົ່ານີ້ໄປຈັກຄົນ ໄປຈັ່ງໃດ. ມີ​ແຕ່​ຂ່າວ​ລື. ທັງໝົດ​ບໍ່​ມີ​ທາງ​ເລືອ​ກອື່ນ​ ຂ້າພະເຈົ້າ​ຂໍ​ຢືນຢັນ​ແທນ​ລັດຖະບານ​ໄທ​ໄດ້​ເລີຍ. ຢາກ​ເຫັນ​ພວກທ່ານ​ກັບ​ໄປ​ມີ​ຊີວິດ​ທີ່​ດີມີ​ຄວາມ ສຸກ​ຢູ່ບ້ານ​ເກີດ​ເມືອງ​ນອນ.

ນອກຈາກ​ນີ້ ການ​ທີ່​ການ​ອົງການແພດ​ບໍ່ມີ​ພົມ​ແດນ ຊຶ່ງ​ເປັນ​ອົງການ​ຕ່າງປະ​ເທດ​ພຽງ​ແຕ່​ອົງການ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ຍື່ນ​ມື​ເຂົ້າ​ໄປໃຫ້ຄວາມ​ຊ່ວ​ຍ​ເຫລືອ​ດ້ານ​ມະນຸດສະທຳ ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ສະບຽງອາຫານ ​ແລະ ດ້ານ​ສຸຂະ​ພາບ​ອາ​ນະ​ໄມ​ແກ່​ຊາວ​ມົ້ງຢູ່​ສູນ​ຮອງ​ຮັບ​ຊົວຄາວ​ບ້ານ​ຫ້ວຍ​ ນ້ຳຂາວ​ ນັບ​ຈາກ​ປີ 2005 ​ເປັນຕົ້ນມານັ້ນ ກໍ​ໄດ້​ປະກາດ​ຖອນ​ຕົວ​ຈາກ​ການ​ໃຫ້​ຄວາມ​ຊ່ວ​ຍ​ເຫລື​ອ ແກ່​ຊາວ​ມົ້ງດັ່ງກ່າວ​ເມື່ອ​ອາທິດ​ທີ່​ຜ່ານ​ມາ ດ້ວຍ​ເຫດຜົນ​ທີ່​ວ່າ ທົນ​ຕໍ່ສະ​ພາບ​ການ​ກົດ​ດັນ​ຈາກ​ກອງທັບ​ໄທບໍ່​ໄດ້ ​ແລະ ກໍ​ບໍ່ສາມາດ​ທີ່​ຈະ​ຍອມຮັບ​ເອົາ​ມາດ​ຕະການ​ຂອງ​ກອງທັບ​ໄທ​ໃນ​ການ​ກົດ​ດັນ​ ໃຫ້ຊາວ​ມົ້ງ ຕ້ອງສະໝັກ​ໃຈດຳ​ເນີນ​ກັບ​ຄືນ​ໄປ​ລາວ​ໄດ້​ດ້ວຍ​ນັ້ນ ກໍ​ຍິ່ງ​ນັບ​ເປັນ​ອີກ​ປັດ​ໃຈໜຶ່ງທີ່​ໄດ້​ກົດ​ດັນ​ໃຫ້​ຊາວ​ມົ້ງຕ້ອງ​ພາກັນ​ ສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ລາວ​ຫລາຍ​ຂຶ້ນອີກ​ດ້ວຍ ​ເນື່ອງ​ຈາກ​ວ່າ​ໃນ​ປະຈຸ​ບັນນີ້ ບັນ​ດາ​ຊາວ​ມົ້ງຕ້ອງ​ປະ​ເຊີນ​ກັບ​ບັນຫາ ຫລື ສະພາບ​ການ​ຂາດ​ແຄນ​ທາງ​ດ້ານ​ສະບຽງອາຫານ ​ແລະ ຢາ​ຮັກສາ​ໂຣກ​ຢ່າງໜັກນ່ວງນັ້ນ​ເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ແກນ​ນຳ​ຫລາຍໆຄົນ​ຂອງ​ບັນດາ​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນໍ້າຂາວກໍຍັງ​ຢືນ ຢັນ​ວ່າ ຈະ​ບໍ່ຍອມ​ກັບ​ຄືນ​ໄປ​ລາວ​ຢ່າງ​ເດັດຂາດ ​ໂດຍ​ຖ້າ​ຫາກ​ວ່າ​ຖືກ​ທາງ​ການ​ໄທ​ກົດ​ດັນ ​ຢ່າງໜັກຫນ່ວງ ຫລາຍ​ຂຶ້ນ ກໍ​ຈະ​ພາກັນ​ໂຕນ​ເຂົ້າ​ໄປ​ອາໃສ​ຢູ່​ໃນ​ເຂດ​ປ່າດົງ ​ແລະ ກໍ​ຈະ​ທຳ​ການ​ເຄື່ອ​ນ​ໄຫວ​ໃນ​ທຸກ​ຮູບແບບ​ເພື່ອ​ຂັດ​ຂວາງການ​ພັດທະນາ​ຄວາມ​ສຳຄັນ ​ແລະ ຮ່ວມ​ມື​ລະຫວ່າ​ທາງ​ການ​ລາວ ​ແລະ ​ໄທ ຕໍ່​ໄປ ​ໂດຍ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ​ມີ​ລາຍ​ງານ​ວ່າ ມີຊາວ​ມົ້ງ​ຈາກ​ບ້ານ​ຫ້ວຍ​ນ້ຳຂາວ ພາກັນໂຕນ​ເຂົ້າ​ໄປຢູ່​ໃນ​ເຂດ​ປ່າດົງ​ແລ້ວ​ຈຳນວນ​ຫລາຍ​ຮ້ອຍ​ຄົນ.

ຊົງຣິດ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ​ໃນ​ວັນ​ທີ 28 ພຶດສະພາ 2009

XS
SM
MD
LG